ທີມຊາດ U23 ຫວຽດນາມຕັ້ງເປົ້າໝາຍສູງສຸດໃນການແຂ່ງຂັນບານເຕະຊິງແຊ້ມອາຊີບຕາເວັນອອກສຽງໃຕ້ U23 ປີ 2022

14:16 | 15/02/2022

ຍ​ສ​ໝ - ທ່ານ ດິງເທນາມ ຄູ​ຝຶກ​ທີມ​ຊາດ​ຫວຽດ​ນາມ​ອາ​ຍຸ​ບໍ່​ເກີນ 23 ປີ U23 ຢືນ​ຢືນ​ວ່າ ທີມ​ຊາດ​ພວກ​ເຮົາ​ຕັ້ງ​ເປົ້າ​ໝາຍ​ສູງ​ສຸດ​ໃນ​ການ​ແຂ່ງ​ຂັນ​ບານ​ເຕະຊິງ​ແຊ້ມ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ທີມ​ຊາດຮຸ້ນບໍ່​ເກີນ 23 ປີ U23 ຂອງປີ 2022 ທີ່​ຈະ​ຈັດ​ຂຶ້ນ​ທີ່​ປະ​ເທດ​ກຳ​ປູ​ເຈຍ.

ທິມບານເຕະແຫ່ງຊາດ U23 ຫວຽດນາມ ສາມາດເຂົ້າແຂ່ງຂັນຮອບຊີງຊະນະເລີດກິລາບານເຕະອາຊີ 2022 ທິມບານເຕະແຫ່ງຊາດ U23 ຫວຽດນາມ ສາມາດເຂົ້າແຂ່ງຂັນຮອບຊີງຊະນະເລີດກິລາບານເຕະອາຊີ 2022
ທີມຊາດ U.22 ຫວຽດນາມ ເຕົ້າໂຮມນັກເຕະບານ 30 ຄົນໃຫ້ຮອບຄັດເລືອກອາຊີ ທີມຊາດ U.22 ຫວຽດນາມ ເຕົ້າໂຮມນັກເຕະບານ 30 ຄົນໃຫ້ຮອບຄັດເລືອກອາຊີ
ທີມຊາດ U23 ຫວຽດນາມຕັ້ງເປົ້າໝາຍສູງສຸດໃນການແຂ່ງຂັນບານເຕະຊິງແຊ້ມອາຊີບຕາເວັນອອກສຽງໃຕ້ U23 ປີ 2022
ພາບປະກອບ: VTV

ໃນ​ພິ​ທີຖະ​ແຫຼງ​ຂ່າວ​ທາງ​ໄກກ່ອນ​ການ​ແຂ່ງ​ຂັນໃນ​ວັນ​ທີ 13 ກຸມ​ພາ, ທ່ານ ດິງເທນາມ ຄູ​ຝຶກ​ທີມ​ຊາດ​ຫວຽດ​ນາມ​ອາ​ຍຸ​ບໍ່​ເກີນ 23 ປີ U23 ກ່າວ​ວິ​ເຄາະວ່າ: ທີມ​ຊາດ​ U23 ຫວຽດ​ນາມ ກໍ​ຄື​ບັນ​ດາ​ທີມ​ຊາດ​ອື່ນ ທີ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ບານ​ເຕະ​ຊິງ​ແຊ້ມ U23 ທີ່​ປະ​ເທດ​ກຳ​ປູ​ເຈຍ ທີມ​ໃດ​ກໍ​ມີ​ການ​ກະ​ກຽມ​ຄວາມ​ພ້ອມ​ທີ່​ດີ​ທີ່​ສຸດ​ໃຫ້​ແກ່​ການ​ແຂ່ງ​ຂັນ​ຄັ້ງ​ນີ້.

ຫຼາຍ​ທີມ​ທີ່​ເຂົ້າຮ່ວມແມ່ນ​ມາ​ດ້ວຍ​ເປົ້າ​ໝາຍ​ສູງສຸດ, U23 ຫວຽດ​ນາມ ຈະແຂ່ງ​ຂັນ​ສຸດ​ເຫື່ອ​ແຮງ​ເພື່ອ​ໄປ​ບັນ​ລຸ​ເປົ້າ​ໝາຍ​ສູງ​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້. ທີມ​ຊາດ​ຫວຽດ​ນາມ​ສ່ວນ​ໃຫຍ່​ປະ​ກອບ​ດ້ວຍ​ບັນ​ດາ​ນັກ​ເຕະ​ທີ່​ມີ​ອາ​ຍຸ​ຕໍ່​ກວ່າ 21 ປີ ແລະ ການ​ແຂ່ງ​ຂັນ​ຄັ້ງ​ນີ້ ຈະ​ເປັນ​ໂອ​ກາດ​ທີ່​ໃຫ້​ບັນ​ດາ​ນັກ​ເຕະ​ນັ້ນ​ໄດ້ເກັບ​ກ່ຽວ​ປະ​ສົບ​ການ​ເທິງ​ສະ​ໜາມ​ອີກ​ລະ​ດັບ​ໜຶ່ງ​ເພື່ອ​ກະ​ກຽມ​ໃຫ້​ແກ່​ອະ​ນາ​ຄົດ​ການ​ເປັນ​ນັກ​ເຕະ​ລະ​ດັບ​ຊາດ.

ໃນ​ການ​ແຂ່ງ​ຂັນ​ບານ​ເຕະ​ຊິງ​ແຊ້ມທີມ​ຊາດ U23 ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ປີ 2022, ທີມ​ຊາດ U23 ຫວຽດ​ນາມນອນ​ຢູ່​ໃນ​ກຸ່ມ C ຮ່ວມ​ກັບ ທີມ​ຊາດ U23 ສິງ​ກະ​ໂປ ແລະ U23 ໄທ ຊຶ່ງ​ຄູ​ຝຶກ ດິງເທນາມ ຮ່ວມ​ກັບ​ລູກ​ທີມ ຈະ​ໄດ້​ພົບ​ກັບ​ທີມ​ຊາດ U23 ສິງ​ກະ​ໂປ ເປັນນັດ​ທຳ​ອິດ​ຂອງ​ການ​ແຂ່ງ​ຂັນ ໃນ​ວັນ​ທີ 19 ກຸມ​ພາ.

ວິ​ລະ​ຊົນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.