ຂະ​ແໜງ ​logistics ​ຫວຽດ​ນາມ ດຶງ​ດູດ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ

09:39 | 18/02/2022

ຍສໝ - ນັກ​ລົງທຶນ​ຕ່າງປະ​ເທດ​ໄດ້​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ​ຕະຫຼາດ ​logistics ຫວຽດນາມ ​ເພື່ອ​ຍາດ​ແຍ່ງ​ກາລະ​ໂອກາດ​ພັດທະນາ​ພາຍຫຼັງ​ໂລກ​ລະບາດ.

ກອງ​ທຶນ​ໄຕ​້​ຫວັນ​ຮ່ວມ​ມື​ກັບ VinaCapital ລົງ​ທຶນ​ເຂົ້າ​ຕະຫຼາດຫຼັກ​ຊັບ ຫວຽດ​ນາມ ກອງ​ທຶນ​ໄຕ​້​ຫວັນ​ຮ່ວມ​ມື​ກັບ VinaCapital ລົງ​ທຶນ​ເຂົ້າ​ຕະຫຼາດຫຼັກ​ຊັບ ຫວຽດ​ນາມ
ປະ​ກາດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂະ​ແໜງ​ກະ​ສິ​ກຳ​ແບບ​ຍືນ​ຍົງ ໄລ​ຍະ 2021 – 2030, ວິ​ໄສ​ທັດຮອດ​ປີ 2050 ປະ​ກາດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂະ​ແໜງ​ກະ​ສິ​ກຳ​ແບບ​ຍືນ​ຍົງ ໄລ​ຍະ 2021 – 2030, ວິ​ໄສ​ທັດຮອດ​ປີ 2050
ພາບປະກອບ: baoquocte.vn
ພາບປະກອບ: baoquocte.vn

ທ່ານ Filippo Bortoletti, ຜູ້ອໍານວຍການຂັ້ນສຸງ​ພາກສ່ວນທຸລະ​ກິດ​ສາກົນ​ ຢູ່ ບໍລິສັດທີ່​ປຶກສານາໆຊາດ Dezan Shira & Associates ​ໃຫ້​ຮູ້​ວ່າ: ຂະ​ແໜງ ​logistics ​ຂອງ​ຫວຽດນາມ ຍັງ​ຄົງ​ດຶງ​ດູດ​ນັກ​ລົງທຶນ​ຕ່າງປະ​ເທດ.

"ລູກຄ້າສາມາດສຳຜັດກັບຄວາມແຕກຕ່າງກັນຢ່າງຫຼວງຫຼາຍໃນຄຸນນະພາບ ແລະ ຄວາມເປັນມືອາຊີບລະຫວ່າງບັນດາບໍລິສັດ logistics ຢ່າງແທ້ຈິງ. ບັນດາ​ວິ​ສາ​ຫະກິດ ທີ່ມີທຶນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ສ້າງ​ລາຍ​ຮັບ​ຢູ່​ຕະຫຼາດ​ຫວຽດນາມ ​ເພີ່ມ​ຂຶ້ນ ​ເພາະ​ມີ​ທ່າ​ໄດ້​ປຽບ​ໃນ​ການແກ່ງແຍ້ງ​ກວ່າ​ເມື່ອ​ທຽບ​ໃສ່​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ.

ເນື່ອງຈາກຫຼາຍບໍລິສັດຢຸດເຊົາດໍາເນີນທຸລະກິດໃນໄລຍະໂລກລະບາດ, ພ້ອມທັງບົດບາດທີ່ນັບມື້ນັບສໍາຄັນຂອງຫວຽດນາມໃນລະບົບຕ່ອງໂສ້ການສະຫນອງທົ່ວໂລກ, ຂະແໜງ logistics ຈະສືບຕໍ່ພັດທະນາຢ່າງໄວ, ມີໂອກາດຫຼາຍສໍາລັບນັກລົງທຶນຕ່າງປະເທດ,” ທ່ານ Bortoletti ໃຫ້ຮູ້.

ຕາມ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ແລ້ວ, ປະຈຸ​ບັນ ຫວຽດນາມ ມີ​ບໍລິສັດ​ຂົນ​ສົ່ງ 4.000 ກວ່າ​ແຫ່ງ​ພວມດຳ​ເນີນ​ທຸລະ​ກິດ. ນັກ​ລົງທຶນ​ຕ່າງປະ​ເທດ​ຫຼາຍ​ຄົນ​ພວມ​ເຄື່ອນ​ໄຫວ​ລົງທຶນ​ເຂົ້າ​ຕະຫຼາດ​ຫວຽດນາມ. ຫວ່າງ​ມໍ່ໆ​ມາ​ນີ້, GLP ​ໄດ້​ປະກາດ​ສ້າງ​ຕັ້ງ GLP Vietnam Development Partners I (GLP VDP I) ດ້ວຍ​ຍອດ​ມູນ​ຄ່າ​ການ​ລົງທຶນ 1,1 ຕື້ USD. ກອງທຶນດັ່ງກ່າວໄດ້ຮັບຄໍາຫມັ້ນສັນຍາຈາກກຸ່ມນັກລົງທຶນທີ່ຫລາກຫລາຍຈາກກອງທຶນບໍານານ, ກອງທຶນລົງທືນແຫ່ງຊາດ ແລະ ບໍລິສັດປະກັນໄພຈາກອາຊີ, ເອີຣົບ, ອາເມລິກາເຫນືອ ແລະ ຕາເວັນອອກກາງ.

ທ່ານ Craig A. Duffy, ຜູ້​ອຳ​ນວຍ​ການ​ຝ່າຍ​ບໍລິຫານພາກສ່ວນຄຸ້ມຄອງ​ກອງທຶນ​ໃຫ້​ຮູ້​ວ່າ: “ກະ​ແສ​ເງິນ​ລົງ​ທຶນ​ຈາກ​ບັນ​ດາ​ກຸ່ມບໍລິສັດທີ່ເປັນມືອາຊີບເຂົ້າ​ໃນ​ຂະ​ແໜງ ​logistics​ ຢູ່​ອາ​ຊີ-ປາຊີ​ຟິກ ແມ່ນ​ເຂັ້ມແຂງຫຼາຍ ແລະ ພິ​ເສດ​ແມ່ນ​ຢູ່​ພາກ​ພື້ນ​ອາ​ຊີ​ຕາເວັນອອກສ່ຽງໃຕ້. ໃນນັ້ນ, ຫວຽດນາມ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນດາ​ຕະຫຼາດ​ທີ່​ດຶງ​ດູດ​ທີ່​ສຸດ ຍ້ອນ​ປະຊາກອນ​ຂະ​ຫຍັນຂັນເຄື່ອນ, ​ເສດຖະກິດພວມມີການ​ເຕີບ​ໂຕ ​ແລະ ການ​ຊົມ​ໃຊ້​ພາຍ​ໃນ​ຂອງ​ຄົນ​ຊັ້ນ​ກາງ​ເພີ່ມ​ຂຶ້ນ.

ກຸ່ມບໍລິສັດ WHA Corporation PCL (ປະເທດໄທ) ໄດ້ປະກາດແຜນການລາຍຮັບໃໝ່ໂດຍການລົງທຶນ 50 ຕື້ບາດສະກຸນເງິນໄທ (1.51 ຕື້ໂດລາສະຫະລັດ) ໃນໄລຍະ 5 ປີຕໍ່ໜ້າ. ​ໃນ​ນັ້ນ, ນອກຈາກ​ການ​ລົງທຶນ​ດ້ານ​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ​ແລ້ວ, ສ່ວນ​ໜຶ່ງ​ຂອງ​ການ​ລົງທຶນ​ນີ້​ຈະ​ນຳ​ໃຊ້​ເພື່ອ​ຜັນ​ຂະຫຍາຍ​ຢູ່​ຫວຽດນາມ. WHA ວາງແຜນທີ່ຈະຂະຫຍາຍເຂດອຸດສາຫະກຳ 352 ເຮັກຕາຢູ່ແຂວງ ເງ້ອານ ໃນໄຕມາດທີ 1 ປີ 2022. ກຸ່ມບໍລິສັດດັ່ງກ່າວຄາດວ່າຍອດຂາຍໃນໄທ ແລະ ຫວຽດນາມ ຈະເພີ່ມຂຶ້ນ 46 % ໃນປີນີ້.

ຕາມ​ທ່ານ Bortoletti ແລ້ວ, ບັນດາ​ບໍລິສັດ​ຕ່າງປະ​ເທດ​ໃນ​ຂະ​ແໜງ​ logistics ​ຍັງ​ມີ​ທ່າ​ໄດ້​ປຽບ​ໃນ​ການແກ່ງແຍ້ງ​ຢ່າງ​​ແຮງ, ດ້ວຍ​ເຕັກ​ໂນ​ໂລ​ຢີ ​ແລະ​ ຂະ​ບວນການ​ທີ່​ມີ​ປະສິດທິ​ຜົນ, ຄຸນ​ນະພາ​ບການ​ບໍລິການ​ທີ່​ດີ, ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ​ ເຕັກ​ໂນ​ໂລ​ຢີທີ່​ເຂັ້ມ​ແຂງ. ທ່ານກ່າວວ່າ "ບັນດາບໍລິສັດຕ່າງປະເທດມີຄວາມກຽມພ້ອມທີ່ຈະຂຸດຄົ້ນການບໍລິການ logistics ພາຍໃນປະເທດເພື່ອເຂົ້າເຖິງ ຕະຫຼາດ ຢ່າງໄວວາ ແລະ ໄດ້ຮັບຜົນຕອບແທນໃນທາງບວກຈາກການລົງທຶນ".

ທ່ານ Bortoletti ຊີ້​ອອກ​ວ່າ ກາ​ລະ​ໂອ​ກາດ​ຕົ້ນ​ຕໍ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ ເມື່ອ​ແຊກຊຶມຕະ​ຫລາດ logistics ​ຂອງ​ຫວຽດ​ນາມ ແມ່ນ​ມາ​ຈາກ​ໂຄງ​ປະ​ກອບ​ຂອງຂະແໜງການ. ດ້ວຍບໍລິສັດສ່ວນໃຫຍ່ມີຂະໜາດນ້ອຍ ແລະ ຄ່າຂົນສົ່ງສູງ, ບັນດາບໍລິສັດຕ່າງປະເທດສາມາດ​ແຊກຊຶມຕະຫຼາດໄດ້ໄວໂດຍການໃຊ້ປະໂຫຍດຈາກເທັກໂນໂລຊີທີ່ເໜືອກວ່າ ແລະ ຂະບວນການທີ່ມີປະສິດທິພາບ.

ໄຊພອນ

ເຫດການ
302 Found

Found

The document has moved here.