ປະເພນີເຂົ້າພັນສາແມ່ນໄດ້ກຳນົດ 3 ເດືອນຄືນັບແຕ່ມື້ 15 ຄ່ຳ ເດືອນ 8 ໄປຫາ 15 ຄ່ຳເດືອນ 11 ພສ 2562 ລາວ ເຊິ່ງກົງກັບວັນທີ 16 ກໍລະກົດ ຫາ ວັນທີ 13 ເດືອນຕຸລາ 2019. ອີງຕາມກົດຂອງພະພຸດທະສາດສະໜາໃນໃລຍະເຂົ້າພັນສາຫ້າມພະສົງສາມະເນນໄປທຸລະທຳບຸນ ຫລື ໄປເຮັດກິດຈະກຳແຮມຄືນ ຫລື ຖ້າໄປໄດ້ກໍຕໍ່ເມື່ອມີການອັນຈຳເປັນ.
|
ປະເພນີເຂົ້າພັນສາແມ່ນໄດ້ກຳນົດ 3 ເດືອນ ແຕ່ວັນທີ 16 ກໍລະກົດ ຫາ ວັນທີ 13 ເດືອນຕຸລາ 2019.
ບູນເຂົ້າພັນສາ ຖືເປັນໜຶ່ງໃນຮີດ 12 ຄອງ 14 ເປັນວັນທີ່ມີຄວາມໝາຍສຳຄັນ ທາງດ້ນພຸດທະສາສະໜາປະຕິບັດສຶບຕໍ່ກັນມາແຕ່ບູຮານນະການ ໂດຍວັນດັ່ງກາ່ວ ຊາວພຸດທະສາສະໜາກະນິກະຊົນ ໄດ້ພອ້ມກັນເອົາຜ້າ ຈຳພັນສາ ທຽນຈຳພັນສາ ຖວາຍໃຫ້ແກ່ພະສົງຜູ້ທີ່ຈຳພັນສາພີອມນັ້ນຍັງມີພີທີ ຕັກບາດ ແລະ ວຽນທຽນໃນຕອນກາງຄຶນ.
|
(ໜັງສືພິມວຽງຈັນທາຍ)