ເອກອັກຄະລັດຖະທູດ ເລືອງແທັງງິ: ນ້ຳໃຈຂອງຊາດ, ຄວາມຮັກແພງຂອງພໍ່ແມ່ພີ່ນ້ອງໄດ້ແຜ່ກະຈາຍ | |
ນັກຖ່າຍຮູບ Gérard Gerhard (ຝຣັ່ງ): ຜູ້ “ເກັບພາບ” ປີໃໝ່ປະຈໍາຊາດຫວຽດນາມ ຖະໜົນເມືອງເກົ່າ ໂຮ້ຍອານ |
ນັກຖ່າຍຮູບ ຫງວຽນງອກທ້ຽນ, ອາຍຸ 34 ປີ, ປະຈຸບັນ, ພວມດຳລົງຊີວິດ ແລະ ເຮັດວຽກຢູ່ນະຄອນໂຮ່ຈີມິນ, ແມ່ນຊາວຫວຽດນາມ ຄົນດຽວທີ່ຍາດໄດ້ລາງວັນໃນ ການປະກວດຖ່າຍຮູບໃຕ້ນ້ຳນີ້ (Underwater Photographer of the Year 2022 - UPY 2022) ໂດຍສະມາຄົມນັກຖ່າຍຮູບໃຕ້ນ້ຳຂອງອັງກິດ ຈັດຕັ້ງ.
![]() |
ນັກຖ່າຍຮູບຫວຽດນາມ ໄດ້ຮັບລາງວັນຖ່າຍຮູບໃຕ້ນ້ຳ. ພາບ: vnexpress.net |
ນັກຖ່າຍຮູບ ຫງວຽນງອກທ້ຽນ ໄດ້ຮັບລາງວັນທີ 1 ໃນລາຍການການອະນຸລັກຮັກສາທະເລ. ນັກຖ່າຍຮູບ ໄດ້ຖ່າຍຮູບນີ້ໃນເດືອນມິຖຸນາ 2019 ໃນລະດູການຫາປາໄສ້ຕັນ ຕາມແຄມທະເລຝູອຽນ.
ທ່ານ Peter Rowlands ກໍາມະການການປະກວດ UPY 2022 ໄດ້ໃຫ້ຂໍ້ສັງເກດ ວ່າ: ພາບບັນຍາກາດຫວ່ານແຫຈາກມູມສູງແມ່ນຮູບພາບທີ່ສວຍງາມທີ່ສຸດ. ຮູບພາບກໍ່ຕັກເຕືອນໂດຍກົງ ແລະຈະແຈ້ງກ່ຽວກັບກໍາລັງຄວາມ ສາມາດໃນການເຂົ້າເຖິງ ແລະຄວບຄຸມຂອງມະນຸດຕໍ່ສິ່ງແວດລ້ອມອ້ອມຂ້າງ.
ຜ່ານພາສາແຫ່ງການຖ່າຍຮູບ, ຫງວຽນຫງອກທ້ຽນ ປາດຖະໜາວ່າ ຈະໄດ້ສົ່ງສານກ່ຽວກັບການອະນຸລັກຮັກສາທະເລເຖິງທຸກຄົນ.
ບູນມີ