ກາຍຍະສິນໄມ້ໄຜ່ຂອງນັກສິລະປິນ ຫວຽດນາມ ເຂົ້າຮ່ວມງານມະຫາກຳເວທີສາກົນ Madách Imre ຢູ່ ຮຸງກາຣີ

06:30 | 12/02/2022

ຍ​ສ​ໝ - ທ່ານ​ນາງ ເອກ​ອັກ​ຄະ​ລັດ​ທະ​ຖູດ ຫວຽດ​ນາ​ມ​ປະ​ຈຳ​ຮຸງ​ກາ​ຣີ ຫງວຽນ​ທິ​ບິກ​ຖ໋າວ ຫາ​ກໍ່​ເຂົ້າ​ຮ່ວມ​ການ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ງານ​ມະ​ຫາ​ກຳ​ເວ​ທີ​ສາ​ກົນ Madach Imre (MITEM) ຄັ້ງ​ທີ 8 ເຊິ່ງ​ຈະ​ດຳ​ເນີນ​ຢູ່ Budapet ໃນ​ລະ​ຫວ່າງວັນ​ທີ 20 ເມ​ສາ ຫາ​ວັນ​ທີ 8 ພຶດ​ສະ​ພາ ປີ 2022 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 16 ລ​າຍ​ການ​ສະ​ແດງ​​ພົ້ນ​ເດັ່ນ​ທີ່​ມາ​ຈາກ 12 ປະ​ເທດ.

ພິ​ທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ຮຸງກາຣີ ພິ​ທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ຮຸງກາຣີ
ຖ້ຽວບິນໂດຍກົງຈາກ ສ.ເຊັກໂກ ມາຍັງ ຫວຽດນາມ ທີ່ຈັດສົ່ງພົນລະເມືອງຫວຽດນາມ 300 ຄົນຈາກ 4 ປະເທດຄື: ສ.ເຊັກໂກ, ຮຸງກາຣີ, ໂປໂລຍ ແລະ ໂອຕາລິດ ຖ້ຽວບິນໂດຍກົງຈາກ ສ.ເຊັກໂກ ມາຍັງ ຫວຽດນາມ ທີ່ຈັດສົ່ງພົນລະເມືອງຫວຽດນາມ 300 ຄົນຈາກ 4 ປະເທດຄື: ສ.ເຊັກໂກ, ຮຸງກາຣີ, ໂປໂລຍ ແລະ ໂອຕາລິດ
ກາຍຍະສິນໄມ້ໄຜ່ຂອງນັກສິລະປິນ ຫວຽດນາມ ເຂົ້າຮ່ວມງານມະຫາກຳເວທີສາກົນ Madách Imre ຢູ່ ຮຸງກາຣີ
ທ່ານ Peter Fekete ລັດ​ຖະ​ມົນ​ຕີ​ຮັບ​ຜິດ​ຊອບ​ດ້ານ​ວັດ​ທະ​ນະ​ທຳ ກ່າວ​ຄຳ​ເຫັນ​ທີ່​ການ​ຖະ​ແຫຼງ​ຂ່າວ (ພາບ: ໂຮງ​ລະ​ຄອນ​ຮຸງ​ກາ​ຣີ)

MITEM ໃນ​ປີນີ້ ເປັນ​ຄັ້ງ​ທຳ​ອິດທີ່​ມີ​ການ​ເຂົ້າ​ຮ່ວມ​ຂອງບັນ​ດາ​ນັກ​ສິ​ລະ​ປິນ ຫວຽດ​ນາມ ​ດ້ວຍລາຍ​ການ​ສະ​ແດງ​ກາຍ​ຍະ​ສິນ​ໄມ້​ໄຜ່ ອ່າ​ໂອ Show ຂອງ ກຸ່ມ​ນັກ​ຂຽນ ຕວັນ​ເລ, ຫງວຽນ​ເຍິດຫຼີ, ຫງວຽນ​ເລິນ Maurice, ຫງວຽນ​ເຕິນ​ລົກ, ບໍ​ລິ​ສັດ​ຫຸ້ນ​ສ່ວນ Lune Production.

ກ່າວ​ຄຳ​ເຫັນ​ທີ່​ການ​ຖະ​ແຫຼງ​ຂ່າວ, ທ່ານ Peter Fekete ລັດ​ຖະ​ມົນ​ຕີ​ຮັບ​ຜິດ​ຊອບ​ດ້ານ​ວັດ​ທະ​ນະ​ທຳ​ຂຶ້ນ​ກັບ​ກະ​ຊວງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ຮຸງ​ກາ​ຣີ ໄດ້​ຍົກ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງເຖິງຄວາມ​ໝາຍ​ສຳ​ຄັນ​ຂອງວັດ​ທະ​ນະ​ທຳ, ທ່ານ​ຢັ້ງ​ຢືນ​ວ່າ ນີ້​ທັງ​ແມ່ນ​ຢາ​ປິ່ນ​ປົວ​ຈິດ​ໃຈ, ທັງ​ແມ່ນ​ກຳ​ລັງ​ໜູນ ແລະ ເຄື່ອງ​ມື ເພື່ອ​ເລີ່ມ​ຕົ້ນ​ການ​ດຳ​ລົງ​ຊີ​ວິດ​ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19.

ໂດຍແລກ​ປ່ຽນ​ກັບ​ທ່ານ Peter Fekete ແລະ ທ່າ​ນ​ນາງ Beata Borsos, ຜ​ູ້​ອຳ​ນວຍ​ການ​ສູນ​ສິ​ລະ​ປະ​ກາຍ​ຍະ​ສິນ​ແຫ່ງ​ຊາດ ຮຸງ​ກາ​ຣີ, ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວ​ຽນ​ທິ​ບິກ​ຖ໋າວ ໄດ້​ກ່າວວ່າ ຈະ​ຮ່ວມ​ມື​ກັບ​ຄະ​ນະ​ຈັດ​ຕັ້ງ MITEM 8 ແລະ ໂຮງ​ກາຍ​ຍະ​ສິນ​ນະ​ຄອນ​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ຮັບປະກັນ​ການ​ສະ​ແດງ​ຂອງ ຄະ​ນະ​ນັກ​ສິ​ລະ​ປິນກາຍ​ຍະ​ສິນ​ໄມ້​ໄຜ່ ຫວຽດ​ນາມ ປະ​ສົບ​ຜົນ​ສຳ​ເລັດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.