ເສີມ​ສຸ​ຂະ​ພາບ​ໃຫ້​ແກ່​ເດັກ​ນ້ອຍ, ນັກ​ຮຽນ ເກືອບ 23 ລ້ານ​ຄົນແມ່ນ​​ວຽກ​ງານສຳ​ຄັນ​ທີ່​ສຸດ

15:55 | 11/02/2022

ຕອນບ່າຍວັນທີ 10 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີປະກາດໂຄງການສຸຂະພາບຂອງນັກຮຽນ ໄລຍະ 2021 – 2025, ເຊິ່ງໄດ້ດຳເນີນຕາມຮູບແບບທາງໄກ ຈາກສູນກອງປະຊຸມສາກົນ ຮ່າໂນ້ຍໂດຍໄດ້ເຊື່ອມຕໍ່ ກັບ 63 ແຂວງ, ນະຄອນ ແລະ ເຊື່ອມຕໍ່ກັບ ໂຮງຮຽນກ່ວາ 41.950 ແຫ່ງໃນທົ່ວປະເທດ.

ຕະຫຼາດ ຫວຽດ​ນາມ ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດ​ເຕີບ​ໂຕ​ທີ່​ມີ​ກຳ​ລັງ​ບົ່ມ​ຊ້ອນ​ໃຫ້​ແກ່​ນັກ​ລົງ​ທຶນ ຕະຫຼາດ ຫວຽດ​ນາມ ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດ​ເຕີບ​ໂຕ​ທີ່​ມີ​ກຳ​ລັງ​ບົ່ມ​ຊ້ອນ​ໃຫ້​ແກ່​ນັກ​ລົງ​ທຶນ
ນາ​ຍົກ​ລັດ​ຖະ​ມົນ​ຕີ ຕົກ​ລົງ​ຊື້​ວັກ​ຊິນ​ Pfizer ຈຳ​ນວນ 21,9 ລ້ານ​ໂດ​ສ ໃຫ້​ແກ່​ເດັກ​ໃນ​ເ​ກັ່ນອາ​ຍຸ​ແຕ່ 5 ຫາ 11 ປີ ນາ​ຍົກ​ລັດ​ຖະ​ມົນ​ຕີ ຕົກ​ລົງ​ຊື້​ວັກ​ຊິນ​ Pfizer ຈຳ​ນວນ 21,9 ລ້ານ​ໂດ​ສ ໃຫ້​ແກ່​ເດັກ​ໃນ​ເ​ກັ່ນອາ​ຍຸ​ແຕ່ 5 ຫາ 11 ປີ
ເສີມ​ສຸ​ຂະ​ພາບ​ໃຫ້​ແກ່​ເດັກ​ນ້ອຍ, ນັກ​ຮຽນ ເກືອບ 23 ລ້ານ​ຄົນແມ່ນ​​ວຽກ​ງານສຳ​ຄັນ​ທີ່​ສຸດ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ. ພາບ: TTXVN

ປັດຈຸບັນ ຫວຽດນາມ ມີນັກຮຽນ, ເດັກນ້ອຍກ່ວາ 22 ລ້ານຄົນ (ກວມເອົາປະມານ 25%ຈຳນວນປະຊາກອນ ຫວຽດນາມ) ໄດ້ຮັບການເບິ່ງແຍງດູແລ ນັບແຕ່ໃນໂຮງຮຽນ. ໂຄງການສຸຂະພາບນັກຮຽນ ໄລຍະ 2021 – 2025 ດ້ວຍສານທີ່ວ່າ “ໂຮງຮຽນປອດໄພ, ເດັກນ້ອຍ, ນັກຮຽນມີສຸຂະພາບ ເຂັ້ມແຂງ” ໄດ້ຜັນຂະຫຍາຍຢູ່ ຫວຽດນາມເປັນຄັ້ງທຳອິດ, ດ້ວຍຄວາມຫວັງຈະນຳມາເຊິ່ງການປ່ຽນແປງໃໝ່ຢ່າງຕັ້ງໜ້າໃຫ້ແກ່ໂຮງຮຽນ ເພື່ອເບິ່ງແຍງດູແລ ແລະ ລ້ຽງດູຊາວຫວຽດນາມ ໃຫ້ມີສຸຂະພາບເຂັ້ມແຂງ, ມີຄວາມຂະຫຍັນຂັນເຄື່ອນ ແລະ ເຕີບໃຫຍ່. ກ່າວຄຳເຫັນທີພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ:

ສຳລັບ ພວກເຮົາ ແຕ່ລະຄົນ ແລະ ໃນທົ່ວສັງຄົມ, ຍາມໃດສຸຂະພາບກໍ່ແມ່ນສິ່ງທີ່ລ້ຳຄ່າທີ່ສຸດ. ພິເສດ, ສຳລັບເດັກນ້ອຍ, ນັກຮຽນເກືອບ 23 ລ້ານຄົນ, ວຽກງານປົກປ້ອງ, ເບິ່ງແຍງດູແລ ແລະ ສົ່ງເສີມສຸຂະພາບໃຫ້ແກ່ພວກນ້ອງນ້ອຍຍິ່ງມີຄວາມສຳຄັນ ຍ້ອນວ່າ ນີ້ແມ່ນລຸ້ນຄົນໃນອະນາຄົດຂອງ ປະເທດຊາດ. ວຽກງານປົກປ້ອງ, ເບິ່ງແຍງດູແລສຸຂະພາບໃຫ້ແກ່ພວກນ້ອງນ້ອຍ ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບຂອງຄອບຄົວເທົ່ານັ້ນ ຫາກຍັງແມ່ນຄວາມຮັບຜິດຊອບຂອງປະຊາຄົມ, ຂອງທົ່ວສັງຄົມ ແລະ ທັງລະບົບການເມືອງອີກດ້ວຍ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.