ຄາ​ບ​ເຂົ້າ​ບຸນ​ເຕັດຫວຽດ

16:46 | 29/01/2022

ຍ​ສ​ໝ - ຄາບ​ເຂົ້າບຸນ​ເຕັດ​ຫວຽດ ຍາມ​ໃດ​ກໍ່​ມີ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປ​ັນ​ມູນ​ເຊື້ອ ໂດຍ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ລັກ​ສະ​ນະຂອງ ຊາວ​ຫວຽດນາມ. ຢູ່​ແຕ່​ລະ​ພາກ​ເຂດ ພັດ​ມີ​ບັນ​ດາ​ເຍື່ອງ​ອາ​ຫານທີ່​ມີ​ຊື່​ສຽງ ແລະ ເປັນ​ມູນ​ເຊື້ອ​ໂດຍ​ມີ​ລົດ​ຊາດ​ສະ​ເພາະ.

ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ
ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ
ຄາ​ບ​ເຂົ້າ​ບຸນ​ເຕັດຫວຽດ
ຄ​າບ​ເຂ​ົ້າ​ບຸນ​ເຕັດ

ບຸນ​ເຕັດ​ຂອງ ຊາວ​ຫວຽດ​ນາມ ຈຳ​ເປັນ​ຕ້ອງ​ມີ​ຄາບ​ເຂົ້າ​ດ້ວຍ​ເຍື່ອງ​ອາ​ຫານ​ພິ​ເສດ​ເຊິ່ງວັນ​ທຳ​ມະດາ​ບໍ່​ຄ່ອຍເຫັນ. ຕາມ​ບັນ​ດາ​ນັກ​ສິ​ລະ​ປິນ​ແລ້ວ, ອາ​ຫານ​ການ​ກິນ​ຍາມ​ບຸນ​ເຕັດ ເຄີຍ​ມີ​ລັກ​ສະ​ນະ​ພາກ​ເຂດ. ປັດ​ຈຸ​ບັນ, ແມ່​ຍິງ​ມີ​ການ​ຄັດ​ເລືອກຫຼາຍ​ຢ່າງ​ໃນ​ການ​ກະ​ກຽມ​ຄາບ​ເຂົ້າ​ຍາມ​ບຸ​ນ​ເຕັດ. ແຕ່​ວ່າ ຊ້ອນແຝງ​ໃນ​ແນວ​ຄິ​ດ​ຈິດ​ໃຈ​ຂອງ​ຊາວ​ຫວຽດ, ເຖີງວ່າ ປະ​ສົບ​​ຜົນ​ສຳ​ເລັດ​ແນວ​ໃດ, ການ​ດຳ​ລົງ​ຊີ​ວິດ​ຮັ່ງ​ມີ​ລ້ຳ​ລວຍເທົ່າໃດ​ກໍ່​ຕາມ ​ແຕ່​ຄາບ​ເຂົ້າບຸນ​ເຕັດຫວຽດ​ ໃນ​ຊຸມ​ວັນ​ບຸ​ນ​ເຕັດ​ ຍາມ​ໃດ​ກໍ່​ແມ່​ນ​ສັນ​ຍາ​ລັກ​ໃຫ້​ແກ່​ບົດ​ບາດ​ຂ​ອງ​ແມ່​ຍິງ​ໃນ​ຄອບ​ຄົວ.

ຄາບ​ເຂົ້າ​ນັ້ນ​ຕ້ອງ​ໄດ້​ຮັບ​ການ​ປຸງ​ແຕ່ງ​ດ້ວຍ​ມື​ຂອງ​ແມ່​ຍິງ​ ຫາກບໍ່​ແມ່ນ​ເຍື່ອງ​ອາ​ຫານ​ຊື້​ຢູ່ນອກ. ຖ້າ​ປຸງ​ແຕ່ງ​ໄດ້​ຄາບ​ເຂົ້າໜຶ່ງ​ທີ່​ສົມ​ບູນ​ແບບ​ໃນ​ວັນ​ທີ 1 ບຸນ​ເຕັດ ເພື່ອ​ຖະ​ຫວາຍ​ບູ​ຊາ​ບັນ​ພະ​ບຸ​ລຸດນັັັັ້ນ, ບັນ​ດາ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ກໍ່​ຈະ​ເຫັນໄດ້ເຖິງຂະໜົບ​ທຳ​ນຽນ​ຂອງ​ຄອບ​ຄົວ, ຮູ້​ສຶກໄດ້ເຖິງຄວາມ​ອົບ​ອຸ່ນ ແລະ ນ້ຳ​ໃຈ​ຄວາມ​ຮັກ​ແພງ​ທີ່​ສະ​ໜິດ​ສະ​ໜົມ. ສິ່ງ​ສັກ​ກະ​ລະ​ບູ​ຊາ​ກ່​ວາ​ສິ່ງ​ໃດ​ໝົດ​ນັ້ນ​ແມ່ນ ຄາບ​ເຂົ້າ​ບຸນ​ເຕັດ​ແມ່ນ​ວິ​ທີ​ເພື່ອ​ນຳ​ພໍ່​ແມ່​ພີ່​ນ້ອງ​ໝົດ​ທຸກ​ຄົນ​ໃນ​ຄອບ​ຄົວ ເຕົ້າ​ໂຮມ​ກັນ​ໃນ​ວັນ​ຕົ້ນ​ປີ​ໃໝ່, ບູ​ຊາ​ບັນ​ພະ​ບຸ​ລຸດ, ປະ​ຕິ​ບັດ​ບັນ​ດາ​ພິ​ທີ​ທີ່​ເປ​ັນ​ມູນ​ເຊື້ອ​ຄື​ອວຍ​ພອນ​ບຸນ​ເຕັດ, ອວຍພອນສຸຂະພາບ ​ດ້ວຍ​ການ​ມອບອັງເປົາ, ພ້ອມ​ກັນ​ກິນ​ຄາບ​ເຂົ້າ​ທຳ​ອິດ​ຂອງ​ປີ​ໃໝ່, ຫຼັງ​ຈາກ​ນັ້ນ, ແຕ່​ລະ​ຄົນ​ ຈຶ່​ງ​ໄປເຮັດ​ວຽກ​ອື່ນ.

ຄາບ​ເຂົ້າ​ຮ່າ​ໂນ້ຍ ໄດ້​ຮັບ​ການ​ຕີ​ລາ​ຄາ​ແມ່ນ​ມີ​ແບບ​ມີ​ແຜນ​ ແລະ ຮັກ​ສາ​ໄດ້​ຈຸ​ດ​ທີ່​ເປັນ​ມູນ​ເຊື້ອ​ຂອງ ຊາວ​ຫວຽດ​ນາມ. ຄາ​ບ​ເຂົ້າ​ບຸນ​ເຕັດ​ຫວຽດ​ ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ບໍ່​ສາ​ມາດ​ຂາດ​ເຍື່ອງອ​າ​ຫານ​ຕ່າງໆ​ຄື: ເຂົ້າ​ຕົ້ມ, ເຂົ້າ​ໜຽວ, ຢໍ່, ໄກ່, ໝູ​ໜາວ, ຂາ​ໝູ​ຕົ້ມໃສ່​ໜໍ່​ໄມ້. ຄວາມ​ໝາຍ​ຂອງ​ຄາບ​ເຂ​ົ້າ​ສະ​ແດງ​ໃຫ້​ເຫັນ​ຄວາມ​ອີ່ມ​ໜຳ​ສຳ​ລານ, ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ ໂດຍ​ໄດ້​ຮັບ​ການ​ກະ​ກຽມ​ຈາກ​ແມ່​ຍິງ​ໃນ​ຄອບ​ຄົວ. ຜ່ານ​ການ​ກະ​ກຽມ​ຄາບ​ເຂົ້າ​ວັນ​ບຸນ​ເຕັດ, ແມ່​ຍິງ​ສະ​ແດງ​ໃຫ້​ເຫັນ​ບ​ົດ​ບາດ​ເບິ່ງ​ແຍງ​ດູ​ແລ​ໃຫ້​ແກ່​ຄອບ​ຄົວ, ເຕົ້າ​ໂຮມ​ບັນ​ດາ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃນ​ຊຸມ​ວັນ​ຕົ້ນ​ປີ. ເຖິງວ່າ ຊີ​ວິດ​ການ​ເປັນ​ຢູ່​ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງ​ກໍ່​ຕາມ ແຕ່​ມູນ​ເຊື້ອ​ແຕ່​ກີ້​ແຕ່​ກ່ອນ​ຍັງ​ແມ່ນ​ຮູບ​ພາບ​ຄອບ​ຄົວ​ເຕົ້າ​​ໂຮມ​ກັນ​​ອ້ອມ​ຄາບ​ເຂົ້າ​ໃນ​ຊຸມ​ວັນ​ທຳ​ອິດ​ຂອງ​ປີ. ບັນ​ດາ​ຮູບ​ພາບ​ແຫ່ງ​ຄວາມ​ຜາ​ສຸກ, ອົບ​ອຸ່ນນັ້ນ ຍັງ​ຈາ​ລກ​ໃນ​ໃຈ​ຂອງ​ຊາວ​ຫວຽດ​ນາມ ແຕ່​ລະ​ຄົນ​ຢູ່ຕະຫຼອດ​ເວ​ລາ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.