ເລີ່ມດໍາເນີນລາຍການ “ບຸນເຕັດໃນຄອບຄົວດຽວກັນ”

08:07 | 27/01/2022

ຍສໝ - ຫວ່າງແລ້ວນີ້​, ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ໄດ້​ສົມທົບ​ກັບ​ບໍລິສັດເບຍ ​ໄຊ​ງ່ອນ ​ເລີ່​ມດຳ​ເນີນ​ລາຍການ “ບຸນເຕັດໃນ ຄອບຄົວດຽວກັນ” ຢູ່​ນະຄອນ ໂຮ່ຈີ​ມິນ.

ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ
ການຢ້ຽມຢາມ, ມອບຂອງຂວັນບຸນເຕັດໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ເຂດທະເລ, ໝູ່ເກາະທາງທິດຕາເວັນຕົກພາກໃຕ້ໄດ້ສ້າງຄວາມປະທັບໃຈອັນດີງາມ ການຢ້ຽມຢາມ, ມອບຂອງຂວັນບຸນເຕັດໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ເຂດທະເລ, ໝູ່ເກາະທາງທິດຕາເວັ
undefined
ເລີ່ມດໍາເນີນລາຍການ “ບຸນເຕັດໃນຄອບຄົວດຽວກັນ”. ພາບ: doanthanhnien.vn

ລາຍການດັ່ງກ່າວໄດ້ມອບປີ້ລົດເມ 1.530 ປີ້, ປີ້ຍົນ 270 ປີ້ ແລະ ປີ້ລົດໄຟ 200 ປີ້ ໃຫ້ແກ່ກໍາມະກອນດີເດັ່ນ, ສະມາຊິກຊາວໜຸ່ມອາສາສະໝັກ ເຂົ້າຮ່ວມ ກິດຈະກໍາປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນປີ 2021. ເຂົາເຈົ້າແມ່ນຜູ້ຕາງ ໜ້າກຸ່ມກໍາມະກອນ ແລະສະມາຊິກຊາວໜຸ່ມອາສາສະໝັກ, ເປັນຜູ້ຊົມໃຊ້​ໃນ​ທົ່ວ​ປະ​ເທດ​. ນອກຈາກ​ປີ້​ຂອງ​ການ​ເດີນທາງ​ແລ້ວ, ​ແຕ່ລະຄົນ​ຍັງ​ໄດ້​ຮັບ​ຂອງ​ຂວັນ​ຈາກລາຍການ​ເພື່ອເປັນ​ຂອງຂວັນ​ທີ່​ມີ​ຄວາມ​ໝາຍ​ໃນ​ການ​ເດີນທາງ​ກັບ​ເມືອ​ບ້ານ​ເພື່ອ​ຕ້ອນຮັບ​ປີ​ໃໝ່​ກັບ​ຄອບຄົວ.​

ລາຍການ​ກໍ່​ກຽມພ້ອມ​ລົດ​ເມ ​ແລະ​ລົດ​ໄຟ​ຖ້ຽວ​ທຳ​ອິດ​ທີ່​ອອກ​ຈາກ​ນະຄອນ​ໂຮ່ຈິ​ມິນ, ບິ່ງ​ເຢືອງ, ດົ່ງ​ນາຍ ​ໄປ​ຍັງ​ບັນດາ​ແຂວງ​ພາກ​ໃຕ້, ​ໄປ​ພາກ​ກາງ, ພາກ​ເໜືອ ​ແລະ ​ກົງກັນຂ້າມ, ​ເລີ່​ມຕົ້ນ​ການ​ເດີນ​ທາງ​ດ້ວຍ​ສານທີ່​ວ່າ “ບຸນເຕັດໃນຄອບຄົວ ດຽວກັນ” ເພື່ອນຳບັນດາກຳມະກອນ ແລະສະມາຊິກຊາວໜຸ່ມອາສາສະໝັກກັບ ບ້ານຕ້ອນຮັບບຸນເຕັດເຕົ້າໂຮມກັນຢ່າງອົບອຸ່ນພາຍຫຼັງປີທີ່ສັບສົນຍ້ອນພະຍາດໂຄວິດ-19.

ບູນມີ

ເຫດການ
302 Found

Found

The document has moved here.