ພິທີເປີດນຳໃຊ້ເສັ້ນທາງດ່ວນ ຈູງເລືອງ - ໝີທ້ວນ

16:26 | 22/01/2022

ຍສໝ - ເສັ້ນທາງຫຼວງຍາວ 51 ກິໂລແມັດ ໄດ້ເປີດນຳໃຊ້ໃນຕອນເຊົ້າວັນທີ 19 ມັງກອນ 2022 ໄດ້ຊ່ວຍໃຫ້ລົດບັນທຸກຢູ່ ທາງຫຼວງແຫ່ງຊາດເລກ 1, ລົດໂອໂຕແລ່ນຈາກນະຄອນໂຮ່ຈີມິນ ໄປໝີທ້ວນ ໃຊ້ເວລາແຕ່ 3 ຊົ່ວໂມງ ຫຼຸດລົງເຫຼືອປະມານ 1 ຊົ່ວໂມງ 45 ນາທີ.

ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ
ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ

ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ໂຄງລ່າງ ຄົມມະນາຄົມ ແມ່ນສິ່ງທີ່ສຳຄັນທີ່ສຸດສຳລັບ ເຂດທົ່ງພຽງແມ່ນໍ້າຂອງທາງ ພາກໃຕ້ ຫວຽດນາມ ແລະດ້ວຍຄວາມຕັດສິນໃຈສູງຂອງສູນກາງ, ຂອງເຈົ້າຂອງ ລົງທຶນ, ບັນດາກົມກອງທີ່ກ່ຽວຂ້ອງ ໄດ້ຊ່ວຍໃຫ້ໂຄງການຜັນຂະຫຍາຍໂດຍໄວ.

ພິທີເປີດນຳໃຊ້ເສັ້ນທາງດ່ວນ ຈູງເລືອງ - ໝີທ້ວນ
ພິທີເປີດນຳໃຊ້ເສັ້ນທາງດ່ວນ ຈູງເລືອງ - ໝີທ້ວນ. ພາບ: ຮວ່າງນາມ

ທ່ານ ຫງວຽນ​ເຕີນ​ດົງ, ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ຫຸ້ນ​ສ່ວນ BOT ຈູງເລືອງ - ໝີທ້ວນ ​ໃຫ້​ຮູ້​ວ່າ: ແຕ່​ວັນ​ທີ 25-31 ມັງກອນ 2022 (ກົງກັບວັນ​ທີ 23-29 ເດືອນ 12 ປີສະລູ), ລົດໂອໂຕສາ​ມາດ​ແລ່ນ​​ຕາມ​ເສັ້ນ​ທາງ​ດ່ວນ​​ຈາກ ຈູງເລືອງ ໄປໝີທ້ວນ ແລະແຕ່ວັນທີ 1-15 ເດືອນກຸມພາ 2022 (ກົງກັບວັນທີ 1-15 ເດືອນຈຽງ ປີຂານ) ແມ່ນຕາມໃນກົງກັນຂ້າມເພື່ອແກ້ໄຂຄວາມຕ້ອງການ ເດີນທາງຂອງປະຊາຊົນໃນຊ່ວງບຸນເຕັດ.

ເສັ້ນທາງ ຈູງເລືອງ - ໝີທ້ວນ ເປີດນຳໃຊ້ໃນຕົ້ນເດືອນມັງກອນ 2021 ພາຍຫຼັງ 12 ປີແຫ່ງການກໍ່ສ້າງ, ເຊື່ອມຕໍ່ນະຄອນ ໂຮ່ຈີມິນ-ຈູງເລືອງ.

ບູນມີ

ເຫດການ
302 Found

Found

The document has moved here.