ອຸດົມໄຊ ເລັ່ງພັດທະນາພື້ນຖານໂຄງລ່າງ ເພື່ອຮອງຮັບທາງລົດໄຟ

07:37 | 10/07/2019

ອຸ­ດົມ​ໄຊ ເປັນ​ແຂວງ​ໜຶ່ງ​ທີ່​ມີ​ທາງ​ລົດ­ໄຟ​ຄວາມ​ໄວ​ສູງ​ແລ່ນ​ຜ່ານ ໃນ​ໄລ­ຍະ​ທາງ​ຍາວ​ສົມ­ຄວນ ເພື່ອ​ເປັນ​ການ​ຍາດ​ແຍ່ງ​ເອົາ​ກາ­ລະ​ໂອ­ກາດ​ດັ່ງ­ກ່າວ ອຳ­ນາດ​ການ​ປົກ­ຄອງ​ແຂວງ​ໄດ້​ຊີ້​ນຳ-ນຳ­ພາ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເລັ່ງ​ພັດ­ທະ­ນາ​ໃຫ້​ກາຍ­ເປັນ 4 ໃຈ​ກາງ­ຂອງ​ບັນ­ດາ​ແຂວງ​ພາກ​ເໜືອ.

ອຸດົມໄຊ ເລັ່ງພັດທະນາພື້ນຖານໂຄງລ່າງ ເພື່ອຮອງຮັບທາງລົດໄຟ

ໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ

ອຸ­ດົມ​ໄຊ​ເປັນ​ແຂວງ​ໜຶ່ງ​ທີ່​ມີ​ແລວ​ທາງ​ລົດ­ໄຟ​ຜ່ານ​ຍາວ 126,6 ກິ­ໂລ­ແມັດ ກວມ​ເອົາ 30,9% ຂອງ​ເສັ້ນ­ທາງ​ລົດ­ໄຟ​ທັງ​ໝົດ ແຕ່​ບໍ່​ເຕັນ​ຫາ​ນະ­ຄອນຫຼວງ​ວຽງ​ຈັນ ເພື່ອ​ຍາດ​ແຍ່ງ​ກາ­ລະ​ໂອ­ກາດ​ຈາກ​ໂຄງ­ການ​ທາງ​ລົດ­ໄຟ ລາວ-ຈີນ ທີ່​ຈະ​ເປີດ​ນຳ​ໃຊ້​ໃນ​ທ້າຍ​ປີ 2021 ປັດ­ຈຸ­ບັນ ແຂວງ​ໄດ້​ນຳ​ໃຊ້​ທ່າ­ແຮງ ແລະ ກາ­ລະ​ໂອ­ກາດ​ທີ່​ເອື້ອ​ອຳ­ນວຍ ໂດຍ​ການ​ເອົາ­ໃຈ­ໃສ່​ເກັບ​ກຳ​ຂໍ້​ມູນ ເພື່ອ​ສຶກ​ສາ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ຕາມ​ແລວ​ທາງ ແລະ ເສດ­ຖະ­ກິດ​ຄູ່​ຂະໜານ​ຕາມ​ແລວ​ທາງ​ລົດ­ໄຟ ໂດຍ​ຈະ​ເນັ້ນ​ໃສ່​ພັດ­ທະ­ນາ​ອຸ­ດົມ​ໄຊ​ໃຫ້​ກາຍ­ເປັນ 4 ໃຈ​ກາງ­ຂອງ​ບັນ­ດາ​ແຂວງ​ພາກ​ເໜືອ ເປັນ­ຕົ້ນ ໃຈ­ກາງ​ດ້ານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ ໃຈ­ກາງ​ທາງ​ດ້ານ​ເສດ­ຖະ­ກິດ ໃຈ­ກາງ​ທາງ​ດ້ານ​ວັດ­ທະ­ນະ­ທຳ-ສັງ­ຄົມ ແລະ ໃຈ­ກາງ​ດ້ານ​ການ​ບໍ­ລິ­ການ ແລະ ການທ່ອງທ່ຽວ ປັດ­ຈຸ­ບັນ ການ​ພັດ­ທະ­ນາ​ວຽກ​ດັ່ງ­ກ່າວ ແຂວງ​ໄດ້​ເຊັນ​ບົດ​ບັນ­ທຶກ​ຄວາມ​ຊົງ​ຈຳ​ກັບ 3 ບໍ­ລິ­ສັດ​ໃຫຍ່ ຄື:

ບໍ­ລິ­ສັດ ດອກ​ງີ້ວ​ຄຳ ເພື່ອ​ສຳ​ຫຼວດ ແລະ ເກັບ​ກຳ​ຂໍ້​ມູນ ແລະ ຂຽນ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ​ຕາມ​ແລວ​ທາງ​ລົດ­ໄຟ ຕິດ​ພັນ​ກັບ​ການ​ສ້າງ​ຕົວ​ເມືອງ​ໃໝ່​ໃນ​ເຂດ​ສະ­ຖາ­ນີ​ລົດ­ໄຟ (9 ສະ­ຖາ­ນີ ໃນ 3 ຕົວ​ເມືອງ) ບໍ­ລິ­ສັດ​ບໍ່​ເຕັນ​ແດນ​ຄຳ ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ ແລະ ຂຽນ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ ພິເສດ​ຢູ່​ພູ​ຫຼັກ​ຄຳ ໃນ​ເນື້ອ­ທີ່ 2 ພັນ​ເຮັກ­ຕາ ເພື່ອ​ເປັນ​ຈຸດ​ເຊື່ອມ​ຕໍ່​ລະ­ຫວ່າງ​ເມືອງ​ນາ​ໝໍ້ ແຂວງ​ອຸ­ດົມ​ໄຊ​ກັບ​ເມືອງ​ຫຼວງ​ນ້ຳ​ທາ ແຂວງ​ຫຼວງ​ນ້ຳ​ທາ ແລະ ເມືອງ​ຊີ້​ມິ້ງ ສປ ຈີນ ແລະ ເຂດ​ພັດ­ທະ­ນາ​ຕົວ​ເມືອງ​ໃໝ່​ຢູ່​ເຂດ​ອ່າງ​ນ້ຳ​ຫີນ ເມືອງ​ໄຊ ບໍ­ລິ­ສັດ ອາ​ມະ­ຄະ ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ ແລະ ຂຽນ​ແຜນ​ພັດ­ທະ­ນາ​ສ້າງ​ຕົວ​ເມືອງ​ທັນ​ສະ­ໄໝ​ຢູ່​ເມືອງ​ນາ​ໝໍ້ ໃນ​ເນື້ອ­ທີ່ 3-5 ພັນ​ເຮັກ­ຕາ ແລະ ການ​ປູກ​ພືດ​ກະ­ສິ­ກຳ​ສະ­ອາດ ເພື່ອ​ການ​ສົ່ງ​ອອກ​ຢູ່​ເມືອງ​ຮຸນ ປັດ­ຈຸ­ບັນ ກຳ­ລັງ​ຢູ່​ໃນ​ໄລ­ຍະ​ທົດ​ລອງ ທັງ 3 ບໍ­ລິ­ສັດ​ໄດ້​ສຳ­ເລັດ​ການ​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ ແລະ ກຳ­ລັງ​ຢູ່​ໃນ​ໄລ­ຍະ​ຂອງ​ການ​ຂຽນ​ແຜນ​ພັດ­ທະ­ນາ​ໂຄງການ ນອກ​ນີ້ ແຂວງ​ຍັງ​ເຊັນ MOU ກັບ 10 ບໍ­ລິ­ສັດ ເພື່ອ​ພັດ­ທະ­ນາ​ແຫຼ່ງ​ທ່ອງ​ທ່ຽວ ເປັນ­ຕົ້ນ ໂຮງ­ແຮມ ເຮືອນ​ພັກ ຮ້ານ​ອາ­ຫານ ແລະ ໂຮງ­ໝໍ​ທັນ​ສະ­ໄໝ.

ໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ລັດຖະບານລາວ ຖືຫຸ້ນ 30% ແລະ ລັດຖະບານຈີນ 70% ມີຄວາມຍາວທັງໝົດ 409 ກິໂລແມັດ ເລີ່ມລົງມືກໍ່ສ້າງມາແຕ່ປີ 2015 ເຊິ່ງມີເສັ້ນທາງຕັດຜ່ານ 4 ແຂວງ ແລະ 1 ນະຄອນຫຼວງ ໂດຍນັບຈາກແຂວງຫຼວງນ້ຳທາ ມີຄວາມຍາວປະມານລົດໄຟຕັດຜ່ານ 16,9 ກິໂລແມັດ ສຳເລັດການໄກ່ເກ່ຍ ແລະ ດຳເນີນການກໍ່ສ້າງແລ້ວ 97,04%, ອຸດົມໄຊ 126,6 ກິໂລແມັດ ຄືບໜ້າເທົ່າກັບ 99,3%, ຫຼວງພະບາງ 80 ກິໂລແມັດ ຄືບໜ້າ 95,3%, ແຂວງວຽງຈັນ 145 ກິໂລແມັດ ຄືບໜ້າ 95,5% ແລະ ນະຄອນຫຼວງວຽງຈັນ 40 ກິໂລແມັດ ສໍາເລັດການໄກ່ເກ່ຍແລ້ວ 74% ສ່ວນທີ່ເຫຼືອແມ່ນພື້ນທີ່ປຸກສ້າງ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.