ຊົມຮູບແຕ້ມ "ສົ່ງປີສະຫຼູຕ້ອນຮັບປີຂານ" ໃນພື້ນຖານດີຈີຕອນ

19:07 | 16/01/2022

ຍສໝ - ​ເນື່ອງ​ໃນ​ໂອກາດ​ປີ​ໃໝ່​ປີຂານ 2022, ກຸ່ມຈິດຕະກອນ G39 (ຮ່າ​ໂນ້ຍ) ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງພາບແຕ້ມ​ໃໝ່ "ສົ່ງປີສະຫຼູຕ້ອນຮັບປີຂານ".

ຮູບແຕ້ມ 18 ແຜ່ນຂອງນັກຈິດຕະກອນຫວຽດນາມຢູ່ເວທີການປະມູນສາກົນ ຮູບແຕ້ມ 18 ແຜ່ນຂອງນັກຈິດຕະກອນຫວຽດນາມຢູ່ເວທີການປະມູນສາກົນ
ການແຂ່ງຂັນປະດິດແຕ່ງຮູບແຕ້ມໂຄສະນາເຜີຍແຜ່ ແລະ ປຸກລະດົມວັດທະນະທຳ ປີປະທານອາຊຽນ 2020 ການແຂ່ງຂັນປະດິດແຕ່ງຮູບແຕ້ມໂຄສະນາເຜີຍແຜ່ ແລະ ປຸກລະດົມວັດທະນະທຳ ປີປະທານອາຊຽນ 2020

ໂດຍບໍ່​ຄື​ກັບ​ງານ​ວາງສະ​ແດງ​ໂດຍກົງທີ່​ຜ່ານ​ມາ, ​ໃນ​ຄັ້ງ​ນີ້, ​ເພື່ອ​ຮັບປະກັນ​ການ​ປ້ອງ​ກັນ ​ແລະ ຕ້ານ​ໂລກ​ລະບາດ​ໂຄ​ວິດ-19, ງານ​ວາງສະ​ແດງ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ຢູ່​ທາງ​ອິນ​ເຕີ​ເນັດ​ຢູ່​ໜ້າ​ເຟ​ສບຸກ Gallery39A ຫຼີກວກຊື່ ​ເພື່ອ​ໃຫ້​ຜູ້​ຊົມ​ໄດ້​ຊົມ.

ງານ​ວາງສະ​ແດງ​ໄດ້​ແນະນຳ​ຮູບ​ແຕ້ມ 80 ກວ່າ​ແຜ່ນ​ທີ່​ມີວັດຖຸພັນ​ຫຼາຍ​ຮູບ​ຫຼາຍ​ແບບ​ໂດຍ​ຈິດຕະກອນ 18 ຄົນ​ໃນ​ກຸ່ມ G39 ແຕ້ມ. ​ໃນ​ນັ້ນ, ມີຈິດຕະກອນ: ເລ​ຖ໊ຽດ​ເກືອງ, ຕ່າວ​ລິງ, ໂດ໊ຢຸງ, ເລິມ​ດຶກ​ແມ້ງ, ຫງວຽນ​ຮົ່ງ​ເຟືອງ, ຫງວຽນ​ມີງ, ເວືອງ​ລິງ, ບິ່ງ​ຍີ, ຮວ່າງ​ເຟືອງ​ລຽນ...

ບັນດາພາບແຕ້ມມີຫຼາຍ​ຫົວ​ເລື່ອງກ່ຽວກັບ​ທຳ​ມະ​ຊາດ, ລະດູ​ໃບ​ບານໃໝ່, ເຄື່ອງຂອງ, ດອກ​ໄມ້​ລະດູ​ບານໃໝ່, ຖະໜົນ​ໃນລະດູ​ບານໃໝ່... ​ແຕ່​ໂດຍ​ສະ​ເພາະ​ແມ່ນ​ມີ​ຮູບ​ແຕ້ມ​ຫຼາຍ​ຮູບ​ກ່ຽວກັບ​ເສືອ - ສັດ​ສັນຍະລັກ​ຂອງ​ປີຂານ.

ບາງ​ພາບແຕ້ມ​ທີ່​ໄດ້​ນຳ​ມາ​ວາງ​ສະ​ແດງ​ໃນ​ງານ​ວາງ​ສະ​ແດງ:

ຊົມຮູບແຕ້ມ
ພາບແຕ້ມຂອງຈິດຕະກອນ ເເລ​ຖ໊ຽດ​ເກືອງ.
ຊົມຮູບແຕ້ມ
ພາບແຕ້ມຂອງຈິດຕະກອນ ຕ່າວ​ລິງ.
ຊົມຮູບແຕ້ມ
ພາບແຕ້ມຂອງຈິດຕະກອນ ຫງວຽນ​ມີງ.
ຊົມຮູບແຕ້ມ

ພາບແຕ້ມຂອງຈິດຕະກອນ ໂດ໊ຢຸງ.

ຊົມຮູບແຕ້ມ
ພາບແຕ້ມຂອງຈິດຕະກອນ ບິ່ງ​ຍີ.
ຊົມຮູບແຕ້ມ

ພາບແຕ້ມຂອງຈິດຕະກອນ ເວືອງ​ລິງ.

ຊົມຮູບແຕ້ມ
ພາບແຕ້ມຂອງຈິດຕະກອນ ເຈີ່ນຢາງນາມ.

ບູນມີ

ເຫດການ
302 Found

Found

The document has moved here.