ດັດຊະນີສຸ​ຂະ​ພາບ​ຂອງ​ຂະ​ແຫນງ​​ຜະ​ລິດ​ໄດ້​ຮັບ​ການ​ປັບ​ປຸງ​

12:18 | 07/01/2022

ຍສໝ - ດັດຊະນີ PMI ຂອງຂະແໜງຜະລິດຫວຽດນາມບັນລຸ 52,5 ດັດຊະນີ ໃນເດືອນທັນວາ, ສະແດງໃຫ້ເຫັນວ່າ ເງື່ອນໄຂດໍາເນີນທຸລະກິດໄດ້ຮັບການ ປັບປຸງເປັນເດືອນທີ 3 ຕິດຢ່າງລຽນຕິດ.

ຫວຽດນາມ​ ໄດ້​ຮັບ​ວັກຊິນກັນ​ໂຄ​ວິດ-19 ກວ່າ​ 195 ລ້ານ​ໂດ​ສ ຫວຽດນາມ​ ໄດ້​ຮັບ​ວັກຊິນກັນ​ໂຄ​ວິດ-19 ກວ່າ​ 195 ລ້ານ​ໂດ​ສ
ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ຮັບ​ປະ​ກັນ​ການ​ຕ້ອນ​ຮັບ​ບຸນ​ປີ​ໃໝ່ປະ​ຈຳ​ຊາດ 2022 ຢ່າງ​ເບີກ​ບານ​ມ່ວນ​ຊືນ, ປອດ​ໄພ ແລະ ປະ​ຢັດ ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ຮັບ​ປະ​ກັນ​ການ​ຕ້ອນ​ຮັບ​ບຸນ​ປີ​ໃໝ່ປະ​ຈຳ​ຊາດ 2022 ຢ່າງ​ເບີກ​ບານ​ມ່ວນ​ຊືນ, ປອດ​ໄພ ແລະ ປະ​ຢັດ

ບົດ​ລາຍ​ງານ​ສະບັບຫຼ້າສຸດ​ຂອງ IHS Markit ​ໃຫ້​ຮູ້​ວ່າ: ຂົງເຂດການ​ຜະລິດ​ຂອງ​ຫວຽດນາມ ສືບ​ຕໍ່​ເຕີບ​ໂຕ​ໃນ​ທ້າຍ​ປີ 2021, ​ແລະ ການ​ເຮັດ​ວຽກ​ໄດ້​ຟື້ນ​ຕົວ​ຄືນ​ໃໝ່​ພາຍຫຼັງ​ໄລຍະ​ຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ.

ດັດຊະນີສຸ​ຂະ​ພາບ​ຂອງ​ຂະ​ແຫນງ​​ຜະ​ລິດ​ໄດ້​ຮັບ​ການ​ປັບ​ປຸງ​
ພາບປະກອບ: diendandoanhnghiep.vn

ດັດຊະນີຜູ້ຈັດການຝ່າຍຊື້ (Purchasing Managers’ Index - PMI) ຂອງ​ຂະແໜງການ​ຜະລິດ​ຫວຽດນາມ ບັນລຸ 52,5 ດັດຊະນີ​ໃນ​ເດືອນ​ທັນວາ, ​ເພີ່ມ​ຂຶ້ນ​ເລັກ​ໜ້ອຍ​ຈາກ 52,2 ​ເດືອນ​ພະຈິກ, ສະ​ແດງ​ໃຫ້​ເຫັນ​ສະພາບ​ການ​ດຳ​ເນີນ​ທຸລະ​ກິດໄດ້ຮັບການປັບປຸງ​ເປັນ​ເດືອນ​ທີ 3 ຢ່າງຕໍ່ເນື່ອງ. ຍິ່ງກວ່ານັ້ນ, ລະດັບການປັບປຸງດັດຊະນີ ສຸຂະພາບຂອງຂົງເຂດການຜະລິດແມ່ນໜ້າປະທັບໃຈທີ່ສຸດນັບຕັ້ງແຕ່ເດືອນພຶດສະພາ.

ຈໍານວນບິນສັ່ງເຄື່ອງໃຫມ່ຍັງສືບຕໍ່ເພີ່ມຂຶ້ນໃນທ້າຍປີ ແລະລະດັບການເຕີມໂຕ ແມ່ນເກືອບເທົ່າກັບເດືອນພະຈິກ. ການປັບປຸງຂອງຄວາມຕ້ອງການຂອງລູກຄ້າ ນັບຕັ້ງແຕ່ບັນດາການຈໍາກັດທີ່ກ່ຽວຂ້ອງກັບພະຍາດໂຄວິດ-19 ໄດ້ຖືກຜ່ອນຜັນ ໃນຕອນຕົ້ນໄຕມາດສຸດທ້າຍຂອງປີ ໄດ້ສືບຕໍ່ສ້າງກໍາລັງໜູນທີ່ຈະເພີ່ມຈໍານວນບິນສັ່ງເຄື່ອງໃຫມ່.

ດັດຊະນີສຸ​ຂະ​ພາບ​ຂອງ​ຂະ​ແຫນງ​​ຜະ​ລິດ​ໄດ້​ຮັບ​ການ​ປັບ​ປຸງ​
ດັດຊະນີ PMI. ພາບ: diendandoanhnghiep.vn

ຈໍານວນບິນສັ່ງເຄື່ອງສົ່ງອອກໃຫມ່ຍັງເພີ່ມຂຶ້ນ ແລະລະດັບການເຕີບໂຕໄດ້ໄວ ກວ່າລະດັບສູງສຸດໃນຮອບແປດເດືອນ. ຈໍານວນບິນສັ່ງເຄື່ອງໃໝ່ເພີ່ມຂຶ້ນໄດ້ຊ່ວຍໃຫ້ຜົນຜະລິດສືບຕໍ່ເພີ່ມຂຶ້ນ, ເຖິງວ່າລະດັບການເຕີບໂຕຊ້າລົງ ຍ້ອນຜົນກະທົບຂອງໂລກລະບາດກໍ່ຕາມ. ແຕ່ຍັງມີຂ່າວຕັ້ງໜ້າກ່ຽວກັບວຽກງານໃນ ທ້າຍປີ ເມື່ອດັດຊະນີຟື້ນຕົວຄືນໃຫມ່ຫຼັງຈາກ 6 ເດືອນທີ່ຫຼຸດລົງ.

ກິດຈະກໍາການຊື້ຂາຍຫຼຸດລົງຢ່າງຫຼວງຫຼາຍ ແລະໄວໃນເດືອນທັນວາ ຍ້ອນວ່າບໍລິສັດໄດ້ເພີ່ມການຊື້ວັດສະດຸສົ້ນເຂົ້າເພື່ອຕອບສະຫນອງບິນສັ່ງເຄື່ອງ ໃຫມ່ທີ່ເພີ່ມຂຶ້ນ ແລະເພື່ອເພີ່ມເຕີມສິນຄ້າສໍາຮອງ.

ທ່ານ Andrew Harker, ຜູ້ອໍານວຍການ​ເສດຖະກິດ​ຂອງ IHS Markit ​ໃຫ້​ຮູ້​ວ່າ: ຂົງເຂດການ​ຜະລິດ​ຂອງ​ຫວຽດນາມ ຍັງ​ຢູ່​ໃນ​ໄລຍະ​ເຕີບ​ໂຕ​ຢ່າງປົກກະຕິ​ໃນ​ທ້າຍ​ປີ 2021. ຄວາມ​ຕ້ອງການ​ຂອງ​ລູກ​ຄ້າ​ສືບ​ຕໍ່​ປັບປຸງ​ໃນ​ເດືອນ​ທັນວາ, ​ແຕ່​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ໃນ​ປະຈຸ​ບັນ​ ອາດຈະຈໍາກັດລະດັບການຟື້ນຕົວ."

ບູນມີ

ເຫດການ
302 Found

Found

The document has moved here.