ເວທີປາໄສ Mekong Connect 2021 ຈະຈັດຂຶ້ນຢູ່ນະຄອນໂຮ່ຈິມິນ

07:07 | 15/12/2021

ຍສໝ - ຫວ່າງແລ້ວນີ້, ພະແນກອຸດສາຫະກຳ ແລະ ການຄ້ານະຄອນໂຮ່ຈີມິນ ແລະ ສະມາຄົມວິສາຫະກິດ ສິນຄ້າຫວຽດນາມຄຸນນະພາບສູງ ໄດ້ດຳເນີນກອງປະຊຸມຖະແຫຼງຂ່າວກ່ຽວກັບເວທີປາໄສ “ການຮ່ວມສຳພັນເພື່ອພັດທະນາ ລະຫວ່າງນະຄອນ ໂຮ່ຈີມິນ ແລະ ບັນດາ​ແຂວງ, ນະຄອນ​ໃນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ 2021 - Mekong Connect 2021”.

ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືໃນອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືໃນອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ
ສ້າງ ແລະ ພັດທະນາບັນດາເຄື່ອງໝາຍຜະລິດຕະພັນພິເສດຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໃຫ້ຍືນຍົງ ສ້າງ ແລະ ພັດທະນາບັນດາເຄື່ອງໝາຍຜະລິດຕະພັນພິເສດຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໃຫ້ຍືນຍົງ

ຕາມ​ນັ້ນ​ແລ້ວ, Mekong Connect 2021 ຈະ​ດຳ​ເນີນ​ໃນ​ວັນ​ທີ 17 ທັນວາ ຢູ່​ນະຄອນ​ໂຮ່ຈິ​ມິນ. ດ້ວຍ​ຫົວ​ຂໍ້​ວ່າ “ການ​ຟື້ນ​ຟູ​ເສດຖະກິດ ​ແລະ ການ​ຮ່ວມສຳພັນເພື່ອ​ການ​ພັດທະນາ​ ໃນ​ສະພາບ​ປົກກະຕິ​ໃໝ່”, ​ເວທີ​ປາ​ໄສ​ໄດ້​ຈັດ​ຂຶ້ນ​ໃນ​ຮູບ​ແບບ​ການໂດຍກົງ​ສົມທົບ​ກັບ​ອອນ​ໄລ​ນ ເພື່ອ​ຮັບປະກັນ​ການ​ປ້ອງ​ກັນ​ພະຍາດ​ລະບາດ.

ເວທີປາໄສ Mekong Connect 2021 ຈະຈັດຂຶ້ນຢູ່ນະຄອນໂຮ່ຈິມິນ
ເວທີປາໄສ Mekong Connect 2021 ຈະຈັດຂຶ້ນຢູ່ນະຄອນໂຮ່ຈິມິນ. (ພາບ: vneconomy)

ພິ​ເສດ, Mekong Connect 2021 ຍັງ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຜູ້ຕາງໜ້າ​ບັນດາ​ອົງການ​ການ​ທູດ, ສະມາຄົມ​ວິ​ສາ​ຫະກິດ​ຂອງ​ບັນດາ​ປະ​ເທດ, ບັນດາ​ນັກ​ລົງທຶນ​ກະສິກຳ ​ແລະ ​ເຕັກ​ໂນ​ໂລ​ຢີ, ​ວິ​ສາ​ຫະກິດ start up...

ທີ່ Mekong Connect 2021, ການ​ນຳ​ບັນດາ​ກະຊວງ, ລັດຖະກອນ, ນັກ​ຊ່ຽວຊານ… ​ໄດ້​ແລກປ່ຽນ, ປຶກສາ​ຫາລື​ຢ່າງ​ເລິກ​ເຊິ່ງ ​ແລະ ​ໄດ້​ສະ​ເໜີ​ໃຫ້​ສຸມ​ໃສ່ 2 ​ເນື້ອ​ໃນ​ໃຫຍ່ ​ຄື: “ການ​ຟື້ນ​ຟູ​ເສດຖະກິດ” ​ແລະ “ການຮ່ວມສຳພັນເພື່ອ​ການ​ພັດທະນາ” ​ໃນ​ສະພາບ​ປົກກະຕິ​ໃໝ່​ ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ ກັບ​ບັນດາ​ແຂວງ ​ແລະ​ບັນດາ​ເມືອງ​ຂອງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ 2021.

ຫຼັງ​ຈາກ​ພິທີເປີດກອງ​ປະຊຸມ​, ຈະ​ແມ່ນເວທີ​ປາ​ໄສ​ທາງ​ອອນໄລນກ່ຽວ​ກັບ "ປະສົບ​ການ​ການ​ລົງທຶນ​ເຂົ້າໃນດ້ານ​ກະສິກຳ" ຂອງ​ນັກທຸລະກິດ​ໄທ, ຟີ​ລິບ​ປິນ, ມາ​ເລ​ເຊຍ​ ແລະ ​ອິນ​ໂດ​ເນ​ເຊຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.