ລາວ - ສິງກະໂປ ຮ່ວມມືກັນດ້ານໄອຍະການ

09:47 | 13/06/2019

ອົງການໄອຍະການ ປະຊາຊົນສູງສຸດ (ອອປສ) ແຫ່ງ ສປປ ລາວ ແລະ ອົງການໄອຍະ ການສູງສຸດ ແຫ່ງ ສ.ສິງກະໂປ ໄດ້ຈັດກອງປະຊຸມພົບປະສອງຝ່າຍຂຶ້ນເມື່ອວັນທີ 11 ມິຖຸນານີ້ ທີ່ນະຄອນຫຼວງວຽງຈັນ. ຝ່າຍລາວ ນຳໂດຍທ່ານ ຄຳສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຝ່າຍສິງກະໂປ ນຳໂດຍທ່ານ ລູເຊິນ ວັອງ ຫົວໜ້າອົງການໄອຍະການສູງສຸດ ຊຶ່ງມີທ່ານ ໂດມິນິກ ໂກ ເອກອັກຄະລັດຖະທູດ ແຫ່ງ ສ.ສິງກະໂປ ປະຈຳ ສປປ ລາວ ເຂົ້າຮ່ວມ.

ລາວ - ສິງກະໂປ ຮ່ວມມືກັນດ້ານໄອຍະການ

ລາວ - ສິງກະໂປ ຮ່ວມມືກັນດ້ານໄອຍະການ.


ກອງປະຊຸມຄັ້ງນີ້ສອງ ຝ່າຍໄດ້ມີການແລກປ່ຽນບົດ ຮຽນກ່ຽວກັບການຮ່ວມມືກັນ ໄລຍະຜ່ານມາ, ພ້ອມທັງໄດ້ ຍົກໃຫ້ເຫັນສອງປະເທດສະມາຊິກອາຊຽນ ໄດ້ມີການພົວພັນ ແລະ ຮ່ວມມືກັນຢ່າງໃກ້ຊິດໃນຂົງເຂດການຄ້າ, ການລົງທຶນ, ການທອ່ງທ່ຽວ ແລະ ຂົງເຂດອື່ນໆ. ໃນໄລຍະຜ່ານມາປີ 2000 ຄະນະຜູ້ແທນ ອອປສ ລາວ ໄດ້ໄປແລກປ່ຽນບົດຮຽນວຽກງານສິດທິເດັກ ທີ່ອົງການໄອຍະການສູງສຸດ ສ.ສິງກະໂປ, ປີ 2011 ຄະນະຜູ້ແທນ ອອປສ ລາວ ໄດ້ເຂົ້າຮ່ວມກອງປະຊຸມຫົວໜ້າອົງການໄອຍະການ ອາຊຽນ- ຈີນ ຄັ້ງທີ 7 ທີ່ປະເທດສິງກະໂປ ແລະ ຕົ້ນປີ 2018 ອອປສ ລາວ ໄດ້ຕ້ອນຮັບຄະນະຜູ້ແທນ ອອປສ ສ.ສິງກະໂປ ສອງຄະນະ ແລະ ກາງປີ 2018 ຄະນະຜູ້ແທນ ອອປສ ລາວ ກໍໄດ້ເດີນທາງເຂົ້າຮ່ວມກອງປະຊຸມຫົວໜ້າ ອອປສ ອາຊຽນ ທີ່ ສ.ສິງກະໂປ ທັງໝົດນັ້ນໄດ້ປະກອບສ່ວນສຳຄັນເຂົ້າໃນການເສີມຂະ ຫຍາຍການພົວພັນຮ່ວມມື ລະຫວ່າງ ສອງລັດ ເວົ້າລວມ ເວົ້າສະເພາະກໍຄື ສອງ ອົງການ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.
ຈາກນັ້ນ ສອງຝ່າຍກໍໄດ້ມີການລົງນາມບົດບັນທຶກຄວາມເຂົ້າໃຈເພີ່ມທະວີການຮ່ວມມືໃນຂົງເຂດໄອຍະການ ໃນການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ແລະ ບັນດາຫຼັກການແຫ່ງຄວາມສະເໝີພາບ, ເຄົາລົບຄວາມເປັນເອກະລາດ, ອຳນາດ ອະທິ ປະໄຕ ແລະ ຜົນປະໂຫຍດຮ່ວມກັນ. ບົດບັນທຶກສະບັບນີ້ມີຜົນສັກສິດ ໄລຍະ 5 ປີ.

(ແຫຼ່ງ​ຂໍ້​ມູນ​: ອານຸລັກ/pasaxon.org.la)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.