ພັດທະນາລະບົບສາທາລະນະສຸກຢູ່ ລາວ ໃຫ້ທຽບເທົ່າສາກົນ

15:47 | 17/06/2019

ພິ­ທີ​ລົງ​ນາມ​ສັນ­ຍາ​ກ່ຽວ​ກັບ​ການ​ສະ­ໜັບ­ສະ­ໜູນ​ທາງ​ການ​ເງິນ​ໃຫ້​ເຄືອ​ບໍ­ລິ­ສັດ ບາງ­ກອກ​ເຊນ ຮອສ​ປີ​ໂທ ຈຳ­ກັດ (ມະຫາ­ຊົນ) ສຳ­ລັບ​ການ​ກໍ່­ສ້າງ​ໂຮງ­ໝໍ​ກະ­ເສມ​ຣາດ ອິນ​ເຕີ​ເນ​ຊັນ​ແນວ​ ວຽງ​ຈັນ ຈັດ​ຂຶ້ນ​ວັນ​ທີ 14 ມີ​ຖຸ​ນາ 2019 ຢູ່​ນະຄອນຫຼວງວຽງຈັນ.

ພັດທະນາລະບົບສາທາລະນະສຸກຢູ່ ລາວ ໃຫ້ທຽບເທົ່າສາກົນ

ພິ­ທີ​ລົງ​ນາມ​ສັນ­ຍາ.(ພາບ:vientianemai.net)

ເຂົ້າຮ່ວມພິ­ທີ​ລົງ​ນາມ​ສັນ­ຍາ​ດັ່ງກ່າວມີ ທ່ານ ສະ­ເຫຼີມ ຫານ​ພາ­ນິດ ປະ­ທານ​ເຈົ້າ​ໜ້າ­ທີ່​ບໍ­ລິ­ຫານ​ບໍ­ລິ­ສັດ​ບາງ­ກອກ ອິນ​ເຕີ​ເນ​ຊັນ​ແນວ (ລາວ) ຈຳ­ກັດ ແລະ ທ່ານ ພັດ​ທະ­ນະ​ພົງ ຕັນ​ສົມ­ບູນ ປະ­ທານ​ສະ­ພາ​ບໍ­ລິ­ຫານ​ທະ­ນາ­ຄານ ກະ­ສິ­ກອນ​ໄທ ຈຳ­ກັດ ໂດຍ​ມີ​ທ່ານ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ລັດ­ຖະ­ມົນ­ຕີ​ປະ­ຈຳ​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ທ່ານ ບຸນ​ໜັກ ໄຊ​ະ​ນະ​ສົງ­ຄາມ ຫົວ­ໜ້າ​ກົມ​ປິ່ນ­ປົວ ແລະ ຟື້ນ​ຟູ​ໜ້າ­ທີ່​ການ ແລະ ພາກສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ການ​ລົງ­ທຶນ​ໂຄງ­ການ​ກໍ່­ສ້າງ​ໂຮງ­ໝໍ​ກະ­ເສມ​ຣາດ ອິນ​ເຕີ​ເນ​ຊັນ​ແນວ ວຽງ​ຈັນ ໃຊ້​ງົບ­ປະ­ມານ 70 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະ­ມານ 610,44 ຕື້​ກີບ ໂດຍ​ໄລ­ຍະ​ທຳ​ອິດ 50 ລ້ານ​ໂດ​ລາ ຫຼື ປະ­ມານ 436,12 ຕື້​ກີບ ການ​ລົງ­ທຶນ​ຄັ້ງ​ນີ້​ແມ່ນ​ສອດ­ຄ່ອງ​ກັບ​ການ​ຈະ­ເລີນ​ເຕີບ​ໂຕ​ຂອງ​ຊຸມ​ຊົນ ເສດ​ຖະ ກິດ ແລະ ປະ­ຊາ­ກອນ ໂດຍ​ບໍ­ລິ­ສັດ​ຕັ້ງ­ໃຈ​ທີ່​ຈະ​ນຳ​ສະ­ເໜີ​ບໍ­ລິ­ການ​ທາງ​ການ​ແພດ​ທີ່​ທັນ​ສະ­ໄໝ ແລະ ຄຸນ​ນະ​ພາບ​ມາດ­ຕະ­ຖານ​ສາ­ກົນ ໃຫ້​ບໍ­ລິ­ການ​ພາຍ​ໃຕ້​ຜະ­ລິດ​ຕະ​ພັນ​ຂອງ​ໂຮງ­ໝໍ​ກະ­ເສມ​ຣາດ ອິນ​ເຕີ​ເນ​ຊັ້ນ​ແນວ ຮອງ​ຮັບ​ກຸ່ມ​ຄົນ​ເຈັບ​ທົ່ວ​ໄປ.

ເຄືອ​ທະ­ນາ­ຄານ​ກະ­ສິ­ກອນ​ໄທ ມີ​ຄວາມ​ຕັ້ງ­ໃຈ​ທີ່​ຈະ​ພັດ­ທະ­ນາ ແລະ ສະໜັບສະໜຸນ​ການ​ເຕີບ​ໃຫຍ່​ທາງ​ເສດ­ຖະ­ກິດ​ຂອງ​ປະ­ເທດ​ໃນ​ພາກ​ພື້ນ​ອາ​ຊຽນ ໂດຍ​ສະ­ເພາະ​ປະ­ເທດ​ລາວ ເຊິ່ງ​ທະນາຄານ​ໄດ້​ເລັງ​ເຫັນ​ໂອ­ກາດ ແລະ ທ່າ­ແຮງ​ຂອງ ສປປ ລາວ ທີ່​ເສດ­ຖະ­ກິດ​ມີ​ການ​ຂະ­ຫຍາຍ­ຕົວ​ຢ່າງ​ໄວ­ວາ ແລະ ຕໍ່​ເນື່ອງ​ໃນ​ຫຼາຍ​ພາກ​ອຸດ­ສາ­ຫະ­ກຳ ເຮັດ​ໃຫ້​ປະຊາກອນ​ມີ​ກຳ­ລັງ​ຊື້​ສູງ​ຂຶ້ນ ແລະ ຊອກ​ຫາ​ຜະ­ລິດ​ຕະ​ພັນ ການ​ບໍ­ລິ­ການ​ທີ່​ມີ​ຄຸນ​ນະ​ພາບ ແລະ ມາດ­ຕະ­ຖານ​ສູງ​ຂຶ້ນ ໂດຍ​ສະ­ເພາະ​ທຸ­ລະ​ກິດ​ກ່ຽວ​ກັບ​ສຸຂະພາບ ແລະ ການ​ບໍ­ລິ­ການ​ທາງ​ການ​ແພດ ເຊິ່ງ​ເປັນ​ໜຶ່ງ​ໃນ​ທຸ­ລະ​ກິດ​ສົ່ງ­ເສີມ​ຕາມ​ນະໂຍບາຍ​ຂອງ​ພັກ ເຊິ່ງ​ລັດ­ຖະ­ບານ​ລາວ​ເຫັນ​ວ່າ ຄວາມ​ຕ້ອງ­ການ​ເຂົ້າ​ເຖິງ​ບໍ­ລິ­ການ​ທາງ​ການ​ແພດ​ທີ່​ມີ​ມາດຕະຖານ​ເພີ່ມ​ສູງ​ຂຶ້ນ ຕາມ​ການ​ເຕີບ​ໃຫຍ່​ຂອງ​ປະ­ຊາກອນ​ໃນ​ອະ­ນາ­ຄົດ ແລະ ໄດ້​ເຮັດ​ໃຫ້​ທຸ­ລະ​ກິດ​ກ່ຽວ­ຂ້ອງ​ກັບ​ປັດ­ໃຈ​ພື້ນຖານ​ ໄດ້​ຮັບ​ຜົນ​ປະ­ໂຫຍດ​ໄລ­ຍະ​ຍາວ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.