ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບປະທານສະຫະພັນບານເຕະໂລກ (FIFA)

16:09 | 02/12/2021

ຍສໝ - ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ກັບທັດສະນະ​​ຂອງ FIFA ກ່ຽວ​ກັບ​ການ​ຫຍໍ້​ເວລາ​ຈັດ​ຕັ້ງ​ບານ​ເຕະ​ໂລກລົງ ​ແລະ ປາດ​ຖະໜາ​ວ່າ FIFA ຈະ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ຝຶກ​ຊ້ອມ ​ແລະ ພັດທະນາ​ກິລາ​ບານ​ເຕະ.

ນັກກິລາວັນຫຽວ ຍິງປະຕູລູກງາມທີ່ສຸດທີ່ FIFA Futsal World Cup 2021 ນັກກິລາວັນຫຽວ ຍິງປະຕູລູກງາມທີ່ສຸດທີ່ FIFA Futsal World Cup 2021
ທ່ານປະທານປະເທດ ກູບາ ປະດັບຫຼຽນ​ໄຊ Jose Marti ໃຫ້ແກ່ ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ທ່ານປະທານປະເທດ ກູບາ ປະດັບຫຼຽນ​ໄຊ Jose Marti ໃຫ້ແກ່ ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ

ຫວ່າງແລ້ວນີ້, ທ່ານ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Gianni Infantino ປະທານ​ສະຫະພັນ​ບານ​ເຕະ​ໂລກ.

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ສະເໜີ ​ປະທານ​ສະຫະພັນ​ບານ​ເຕະ​ໂລກ ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ບຳລຸງ​ສ້າງ​ບານ​ເຕະ​ໜຸ່ມຊາຍ ​ແລະ ຍິງ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ຄະນະ​ນັກ​ກິລາ​ຫວຽດນາມ ມີ​ໂອກາດ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ສາກົນຫຼາຍ​ກ່ວາ​ອີກ, ​ເຊິ່ງໄດ້ເປັນການຊຸກຍູ້​ການ​ພັດທະນາ​ຂອງ​ກິລາ​ບານ​ເຕະ​ຫວຽດນາມ.

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ທີ່​ໄດ້​ພົບ​ປະ​ກັບ​ທ່ານ Gianni Infantino ​ອີກ​ເທື່ອ​ໜຶ່ງ, ສະແດງຄວາມຂອບ​ໃຈ​ທ່ານ ​ແລະ FIFA ​ທີ່​ໄດ້​ໃຫ້ການ​ສະໜັບສະໜູນ ​ແລະ ໜູນ​ຊ່ວຍ​ກິລາ​ບານ​ເຕະຫວຽດນາມ ໃນຕະຫຼອດ​ໄລຍະ​ຜ່ານ​ມາ.

ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບປະທານສະຫະພັນບານເຕະໂລກ (FIFA)
ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບປະທານສະຫະພັນບານເຕະໂລກ (FIFA). ພາບ: tuoitre.vn

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ແລະ ປະທານ FIFA ໄດ້ເຕື້ອງຄືນບັນດາຜົນສຳເລັດຂອງບານເຕະຫວຽດນາມ ໃນໄລຍະທີ່ຜ່ານມາ, ເຊັ່ນ: ຫຼຽນເງິນຂອງທີມຊາດ U23 ຫວຽດນາມ ໃນຮອບແຂ່ງຂັນຊິງຊະນະເລີດ ການແຂ່ງຂັນບານເຕະຊາຍ ອາຊີ ທີ່ເມືອງ Changzhou, ປະເທດຈີນ, ຍາດໄດ້ສິດເຂົ້າຮ່ວມແຂ່ງຂັນເຕະບານໂລກ Qatar 2022 ຮອບຄັດເລືອກໃນອາຊີ. ໃນ​ການ​ແຂ່ງ​ຂັນ​ທີ່​ຜ່ານ​ມາ, ຫວຽດ​ນາມ ຫຼິ້ນ​ໄດ້​ດີ​ທີ່​ສຸດ ແລະ ມີ​ຫຼາຍ​ນັດ​ທີ່ທຽບເທົ່າກັບ​​ຫຼາຍ​ທີມ​ແຂງ.

ທ່ານ​ປະທານ FIFA Gianni Infantino ກໍ​ສະ​ແດງ​ຄວາມ​ຍິນ​ດີ​ທີ່​ໄດ້​ພົບ​ປະ​ກັບ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຢູ່​ສະ​ວິດ ​ແລະ ຊົມ​ເຊີຍ​ທ່ານ​ ​ແລະ ທ່ານປະ​ທານາທິບໍດີ ​ສະ​ວິດ ທີ່​ໄດ້​ມີ​ການ​ພົບ​ປະ​ທີ່ປະສົບ​ຜົນສຳ​ເລັດ​ຢ່າງ​ຕັ້ງໜ້າ, ​ເປີດ​ກາລະ​ໂອກາດ​ຮ່ວມ​ມື​ພັດທະນາ​ລະຫວ່າງ 2 ປະ​ເທດ.

ທ່ານໃຫ້ຮູ້ວ່າ: FIFA ພວມພິຈາລະນາ​ຫຍໍ້​ເວລາຈັດການແຂ່ງຂັນເຕະບານໂລກລົງ, ປະທານ FIFA ປາດຖະໜາຢາກໄດ້ຮັບຄວາມເຫັນດີເຫັນພ້ອມຈາກບັນດາສະມາຊິກ, ໃນນັ້ນມີຫວຽດນາມ. FIFA ກໍ່ພວມວາງແຜນໄວ້ນັບແຕ່ປີ 2026 ຈະເພີ່ມຈຳນວນທີມຂອງ ອາຊີ ເຂົ້າຮ່ວມການແຂ່ງຂັນເຕະບານໂລກຮອບສຸດທ້າຍເປັນ 8 ທີມ ປ່ຽນແທນໃຫ້ 4 ທີມຄືໃນປະຈຸບັນ.

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມຕາມທັດສະນະ​ຂອງ FIFA ກ່ຽວ​ກັບ​ເລື່ອງ​ຫຍໍ້​ເວລາ​ຈັດ​ຕັ້ງ​ບານ​ເຕະ​ໂລກ ​ແລະ ປາດ​ຖະໜາ​ວ່າ FIFA ຈະ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ຝຶກຊ້ອມ ​ແລະ ພັດທະນາ​ກິລາ​ບານ​ເຕະ, ພິ​ເສດ​ແມ່ນ​ການ​ຝຶກ​ຊ້ອມ​ກິລາ​ບານ​ເຕະ​ໜຸ່ມ, ທັງ​ຍິງ - ຊາຍ, ສ້າງເປັນ​ສະໜາມກິລາ​ທີ່​ດີ.

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ສະ​ເໜີ FIFA ສືບ​ຕໍ່​ຮ່ວມ​ມື ​ແລະ ໜູນ​ຊ່ວຍ​ສະຫະພັນ​ບານ​ເຕະ ຫວຽດນາມ ​ໃນ​ບັນດາ​ໂຄງການພັດທະນາພື້ນຖານວັດຖຸ, ຍົກສູງລະດັບ​​ວິຊາສະເພາະ, ການບໍລິຫານ ​ແລະ ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວຊິງຂັນ​ກິລາ​ບານ​ເຕະ​ອາຊີບ​ຢູ່ ຫວຽດນາມ. ປະທານ FIFA ຢືນຢັນ​ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ສະໜັບສະໜູນ​ສະຫະພັນ​ບານ​ເຕະ ຫວຽດນາມ ​ໃນ​ຂົງ​ເຂດ​ນີ້ ​ແລະ ຫວັງ​ວ່າ​ຈະ​ໄດ້ກັບ​ຄືນ​ຢາມຫວຽດນາມ ​ໃນໄລຍະໄວໆນີ້.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.