ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ ແມ່ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຈິງ​ໃຈ

06:07 | 26/11/2021

ຍ​ສ​ໝ - ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Kishida Fumio, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ໄດ້ໄປ​ຢ້ຽມ​ຢາມ​ຍີ່​ປຸ່ນ​ ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ວັນ​ທີ 22 – 25 ພ​ະ​ຈິກ. ເນື່ອງ​ໃນ​ໂອ​ກາດນີ້, ນັກ​ຂ່າວ VOV ຈະ​ສຳ​ພາດ​ທ່ານ Asano Katsuhito, ອະ​ດີດ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ, ອະ​ດີດ​ຮອງລັດຖະມົນ​ກະ​ຊວງ​ປ້ອງ​ກັນ​ ຍີ່​ປຸ່ນ ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ຍີ່​ປຸ່ນ.

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ໋າມ​ມິງ​ຈີງ ຕ້ອນ​ຮັບ ປະ​ທານ​ອົງ​ການ​ຮ່ວ​ມ​ມື​ສາ​ກົນ​​ຍີ່​ປຸ່ນ ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ໋າມ​ມິງ​ຈີງ ຕ້ອນ​ຮັບ ປະ​ທານ​ອົງ​ການ​ຮ່ວ​ມ​ມື​ສາ​ກົນ​​ຍີ່​ປຸ່ນ
ທ່ານ​ນາ​ຍ​ົກ​ລັດ​ຖະ​ມ​ົນ​ຕີ ຫວຽດ​ນາມ ຟ້ານ​ມິງ​ຈິງ ພົບ​ປະ​ກັບ​ຜູ້​ຕາ​ງ​ໜ້າ​ປັນ​ຍາ​ຊົນ ຫວຽດ​ນາມ ຢ​ູ່ ຍີ່​ປຸ່ນ ທ່ານ​ນາ​ຍ​ົກ​ລັດ​ຖະ​ມ​ົນ​ຕີ ຫວຽດ​ນາມ ຟ້ານ​ມິງ​ຈິງ ພົບ​ປະ​ກັບ​ຜູ້​ຕາ​ງ​ໜ້າ​ປັນ​ຍາ​ຊົນ ຫວຽດ​ນາມ ຢ​ູ່ ຍີ່​ປຸ່ນ
ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ ແມ່ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຈິງ​ໃຈ
ທ່ານ Asano Katsuhito, ອະ​ດີດ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ, ອະ​ດີດ​ຮອງລັດຖະມົນ​ກະ​ຊວງ​ປ້ອງ​ກັນ​ ຍີ່​ປຸ່ນ (ພາບ: vov.vn)

ນັກ​ຂ່າວ: ຮຽນ​ທ່ານ, ທ່ານ​ຕີ​ລາ​ຄາ​ແນວ​ໃດ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄປ​ຍັງ​ຍີ່​ປຸ່ນ​ຄັ້ງ​ນີ້?

ທ່ານ Asano Katsuhito: ຕາມ​ຂ້າ​ພະ​ເຈົ້າ, ນີ້​ແມ່ນ​ການ​ຢ້ຽມ​ຢາມ ໂດຍສືບ​ຕໍ່ການ​ໄປ​ຢ້ຽມ​ຢາມ ຍີ່​ປຸ່ນ ຂອງ​ການ​ນຳ​ຂັ້ນ​ສູງ​ສຸດ​ຂອງ​ຫວຽດ​ນາມເມື່ອ​ບໍ່​ດົນ​ມາ​ນີ້, ໂດ​ຍໄດ້​ດຳ​ເນີນ​ໃນ​ສະ​ພາບ​ການ​ທີ່ ຍີ່​ປຸ່ນ ຫາ​ກໍ່​ສ້າງ​ຕັ້ງ​ລັດ​ຖະ​ບານ​ຊຸດໃໝ່ສຳເລັດ. ​ໃນ 5 ປີຜ່ານມາ, ການ​ນຳ​ຂັ້ນ​ສູງ​​ຂອງ​ຫວຽດນາມເກືອບ​ທັງ​ໝົດ ​ໄດ້​ໄປ​ຢ້ຽມຢາມ ຍີ່ປຸ່ນ, ​ໃນ​ນັ້ນ​ມີ ​ທ່ານ​ເລຂາທິການ​ໃຫຍ່​ຫວຽດ​ນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ໃນ​ປີ 2015. ​ໃນ​ໄລຍະ​ຜ່ານ​ມາ, ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ​ແລະ ທ່ານ​ນາຍົກລັດຖະມົນຕີ Suga Yoshihide ລ້ວນ​ແຕ່​ເລືອກ​ເອົາ ຫວຽດນາມ ​ແມ່ນ​ສະ​ຖານ​ທີ່​ນັດ​ພົບ​ທຳ​ອິດ ພາຍຫຼັງ​ເຂົ້າຮັບ​ດຳ​ລົງ​ຕຳ​ແໜ່ງ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ສູງ​ຕໍ່​ການ​ພົວພັນ​ດ້ານ​ການ​ເມືອງ​ຂອງ​ສອງ​ປະ​ເທດ.

​ແລະ​ໃນ​ຄັ້ງ​ນີ້, ທັງ​ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ​ແລະ ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າ​ມມິ​ງຈິ​ງ ກໍ່​ພວມ​ຢູ່​ໃນ​ໄລຍະ​ຕົ້ນ​ອາຍຸ​ການ, ສະ​ນັ້ນ ການ​ຢ້ຽມຢາມ ຍີ່ປຸ່ນ ​ຢ່າງເປັນ​ທາງ​ການ ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ​ຈະ​ປະກອບສ່ວນ​ຊຸກຍູ້​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ ​ແລະ ​ຫັນບັນດາ​ບັນຫາ​ທີ່​ສອງ​ຝ່າຍ​ໄດ້​ລົງ​ນາມໃຫ້ປະ​ກົດ​ຜົນ​ເປັນ​ຈິງ. ​ໂດຍ​ສະ​ເພາະ​ໃນ​ໄລຍະ​ຜ່ານ​ມາ, ​ເພາະວ່າ​ໂລກລະບາດ​ໂຄ​ວິດ-19 ​ໄດ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ການທ່ອງທ່ຽວ, ການສົ່ງ​ອອກ​ແຮງ​ງານ, ການປະຕິບັດ​ບັນດາ​ໂຄງການ​ລົງທຶນ​ແລະ​ອື່ນໆ, ນີ້​ແມ່ນ​ໂອກາດທີ່​ດີ​ເພື່ອ​ຊຸກຍູ້​ການ​ຜັນ​ຂະຫຍາຍ​ໃນ​ໄລຍະ​ຈະ​ມາ​ເຖິງ. ຂ້າພະ​ເຈົ້າ​ຮູ້​ວ່າ: ກ່ອນ​ໜ້າ​ນີ້ ທ່ານ​ນາຍົກລັດຖະມົນຕີ ຟ້າ​ມມິ​ງຈິ​ງ ມີ​ການ​ຢ້ຽມຢາມ​ຍີ່ປຸ່ນ ​ຫຼາຍ​ຄັ້ງ​ໃນ​ຫຼາຍ​ຕຳ​ແໜ່​ງ, ສະ​ນັ້ນ ​ທ່ານ​ໄດ້​ກາຍ​ເປັນ​ເພື່ອນ​ມິດ​ທີ່ສະໜິດສະໜົມ​ຂອງ​ຍີ່ປຸ່ນ.

ນັກ​ຂ່າວ: ທ່ານ​ຄິດ​ວ່າ ສອງ​ຝ່າຍ​ຕ້ອງ​ຫັນ​ການ​ຮ່ວມ​ມື​ຢູ່​ຂະ​ແໜງ​ໃດ​ເປັນ​ລະ​ອຽດ?

ທ່ານ Asano Katsuhito: ຫວຽດ​ນາມ ແລະ ຍີ່​ປຸ່ນ ຍັງ​ຄົງ​ຊຸກ​ຍູ້​ຂໍ້​ລິ​ເລີ່ມລວມ ​ຫວຽດ​ນາມ - ຍີ່​ປຸ່ນ ຢ່າງ​ມີ​ປະ​ສິດ​ທິ​ຜົນ. ຄຽງ​ຄູ່​ກັນ​ນັ້ນ, ສອງ​ປະ​ເທດ​ລ້ວນ​ແຕ່​ເປັນ​ສະມາຊິກ​ຂອງ​ສັນຍາ​ເສດຖະກິດ​ໃຫຍ່​ຄື: ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (CPTPP), ສັນ​ຍາ​ຄູ່​ຮ່ວມ​ມືເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP) ​ແລະ ອື່ນໆ, ສະ​ນັ້ນ ​ມີ​ຫຼາຍ​ເງື່ອນ​ໄຂ​ເພື່ອ​ເຮັດ​ໃຫ້ການ​ລົງທຶນ ​ແລະ ການ​ເຄື່ອນ​ໄຫວ​ການ​ຄ້າ​ນຳ​ມາ​ເຊິ່ງຜົນປະໂຫຍດທີ່​ແທດ​ຈິງ​ທີ່​ສຸດ. ຍົກຕົວຢ່າງ, ຍີ່ປຸ່ນເປັນປະເທດທີ່ມີເຕັກໂນໂລຊີກ່ຽວ​ກັບ​ການຫາປາ ແລະປຸງແຕ່ງປາທູນ່າ.

​ໃນ​ຂະນະ​ນັ້ນ, ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ຈຳນວນ​ບໍ່​ເທົ່າ​ໃດ​ປະ​ເທດ​ທີ່​ມີ​ປາ​ທູ​​ໃຫຍ່ ​ແລະ ພວມ​ສົ່ງ​ອອກ​ໄປ​ຍັງ​ຍີ່ປຸ່ນ. ການ​ສົ່ງ​ອອກ​ແນ່ນອນວ່າມີ​ຜົນ​ດີ​, ​ແຕ່​ຖ້າ​ສອງ​ຝ່າຍ​ສາມາດ​ຮ່ວມ​ມື​ກໍ່ສ້າງ​ໂຮງງານ​ປຸງ​ແຕ່ງ​ອາຫານ​ທະ​ເລ​ຂະໜາດ​ໃຫຍ່​ຢູ່​ບັນດາ​ແຂວງ​ແຄມ​ທະ​ເລ​ຂອງ​ຫວຽດນາມ​ເຊັ່ນ ​ແຂວງ​ຟູ​ອຽນ, ​​ໂຮງງານ​ແຫ່ງ​ນີ້​ຈະຊົມ​ໃຊ້ແຫຼ່ງ​ປາທູ​ນ່າ​ ແລະ ຜະ​ລິດ​ຕະ​ພັນ​ສິນ​ທະ​ເລຫຼາຍ​ຊະ​ນິດເປັນ​ຕົ້ນ​ຕໍ. ສິ່ງສໍາຄັນນັ້ນ​ແມ່ນ ຈະໄດ້ຮັບການປຸງແຕ່ງຢູ່​ກັບ​ທີ່ ມູນຄ່າຂອງປາ​ທູ​ນາ 1 ກິໂລ ສາມາດເພີ່ມຂຶ້ນເຖິງ 10 ເທົ່າ. ຈາກ​ນັ້ນ, ຫວຽດນາມແນ່ນອນວ່າ​ຈະ​ມີ​ຕະຫຼາດ​ບໍ່​ພຽງ​ແຕ່​ຢູ່​ຍີ່​ປຸ່ນ​ເທົ່າ​ນັ້ນ, ຫາກ​ຍັງ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ອີກ​ດ້ວຍ...

ນອກ​ນີ້, ຍີ່ປຸ່ນ​ຍັງ​ເປັນ​ປະ​ເທດ​ທີ່​ຂາດ​ແຄນ​ຊັບພະຍາກອນ​ມະນຸດ​ຫຼາຍ​​ໃນ​ດ້ານ​ພະຍາບານ. ພຽງແຕ່ໃນຂົງເຂດພະຍາບານ, ຍີ່ປຸ່ນຕ້ອງການປະມານ 35,000 ຄົນ. ປະຈຸ​ບັນ, ຫວຽດນາມ ​ແມ່ນ​ຕະຫຼາດ​ແຮງ​ງານ​ຫຼາຍ ຖັດຈາກ​ຈີນ, ສະ​ນັ້ນ, ນີ້​ກໍ່​ແມ່ນ​ກາລະ​ໂອກາດ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ, ພິ​ເສດ​ແມ່ນ​ເມື່ອ​ຍີ່ປຸ່ນ ​ແລະ ຫຼາຍ​ປະ​ເທດ​ໃນ​ໂລກ ໃນ​ນັ້ນ​ມີ ຫວຽດນາມ ພວມ​ດຳລົງ​ຊີວິດ​ຢູ່​ຮ່ວມ​​ກັບ​ໂລກ​ລະບາດ​ ແລະ ພາຍຫຼັງ​ໂລກ​ລະບາດ​, ຄວາມ​ຕ້ອງການດ້ານຊັບພະຍາກອນ​ມະນຸດ​ຈະ​ເພີ່ມຂຶ້ນ​ລະດັບ​ສູງ.

ຂ້າພະ​ເຈົ້າ​ຢາກ​ເນັ້ນ​ໜັກ​ວ່າ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ຈິງ​ໃຈ​ໃນ​ການ​ພົວພັນ 2 ຝ່າຍ​ແມ່ນ​ປັດ​ໄຈ​ສຳຄັນ​ເພື່ອ​ໃຫ້​ສາຍ​ພົວພັນ​ນີ້​ຮັກສາ​ຢູ່​ລະດັບ​ດີ​ທີ່​ສຸດ, ການ​ລົງທຶນ ​ແລະ ການ​ພັດທະນາ​ການ​ຄ້າ​ກໍ່​ແມ່ນສິ່ງ​ສຳຄັນ.

ນັກ​ຂ່າວ: ດັ່ງ​ນັ້ນ, ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນຈະ​ເປັນ​ແນວ​ໃດ, ຮຽນ​ທ່ານ?

ທ່ານ Asano Katsuhito: ດີຫຼາຍ! ເປັນ​ຫຍັງ​ຂ້າ​ພະ​ເຈົ້າຈິ່ງ​ຢັ້ງ​ຢືນ​ແນວ​ນັ້ນ? ຍ້ອນ​ວ່າ: ຜ່າ​ນ​ບັນ​ດາ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຕິດ​ຕາມ, ຍີ່​ປຸ່ນ ແລະ ຫວຽດ​ນາມ ລ້ວນ​ແຕ່​ເຫັນ​ດີ​ເປັນ​ເອ​ກະ​ພາບ​ໃນ​ບັນ​ດາ​ບັນ​ຫາ​ສາ​ກົນ​ລວມ. ໝາຍ​ຄວາມ​ວ່າ, ຍີ່​ປຸ່ນ ສະ​ໜັບ​ສະ​ໜູນ ຫວຽດ​ນາມ ແລະ ກົງ​ກັນ​ຂ້າມ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື ຍີ່​ປຸ່ນ​ ເປັນ​ສຳ​ຄັນ. ໃນ​ເວ​ທີ​ປາ​ໄສທີ່​ມີ​ການ​ເຂົ້າ​ຮ່ວມ​ຂອງ 2 ປະ​ເທດ, ການ​ນຳ​ສອງ​ປະ​ເທດ​ມີ​ການ​ພົບ​ປະ​ຢູ່ນອກຮອບ​ເປັນ​ປະ​ຈຳ, ໂດຍ​ໄດ້ປຶ​ກ​ສາ​ຫາ​ລື​ຢ່າງ​ເປີດ​ເຜີຍ, ຕັດ​ສິນ​ບັນ​ດາ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ. ຍົກ​ຕົວ​ຢ່າງ​ຄື: ຢູ່ກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ ທີ່​ຫາ​ກໍ່​ດຳ​ເນີນ​ຢູ່ ອັງ​ກິດ, ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ Kishida Fumio ກໍ່​ມີ​ການ​ພົບ​ປະເປັນເວລາ​ສັ້ນໆ​ກັບ​ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫວຽດ​ນາມ. ບັນ​ດ​ການ​ພົບ​ປະ​ຄື​ດັ່ງ​ກ່າວ ເຖິງວ່າ ເວ​ລາ​ບໍ່ຫຼາຍ, ແຕ​່ກໍ່​ມີ​ປະ​ສິດ​ທິ​ຜົນຫຼາຍ​ຢ່າງ. ຂ້າ​ພະ​ເຈົ້າ​ຄາດ​ວ່າ ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຂອງ​ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ຈິງ ຈະໄດ້​ຮັບ​ການ​ຊຸກ​ຍູ້​ຢ່າງແຮງ ກໍ່​ຍ້ອນ​ມີ​ປັດ​ໄຈ​ທີ່​ມາ​ຈາກ​ການ​ພົບ​ປະ​ຄັ້ງ​ນີ້.

ຍີ່​ປຸ່ນ​ພວມ​ມາ​ນະ​ພະ​ຍາ​ຍາມ​ທີ່​ສຸດ, ເອົາ​ໃຈ​ໃສ່​ເຖິງ​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໃນ​ນັ້ນ​ມີ ຫວຽດນາມ, ກຳ​ນົດ ຫວຽດ​ນາມ ມີ​ບົດ​ບາດ​ສຳ​ຄັນ​ໃນ​ພາກ​ພື້ນນີ້. ຍີ່​ປຸ່ນ​ເຄົາ​ລົບ​ການ​ຕັດ​ສິນ​ຂອງ ຫວຽດ​ນາມ, ສະ​ໜັບ​ສະ​ໜູນ ຫວຽດ​ນາມ ແກ້​ໄຂ​ບັນ​ດາ​ສິ່ງ​ຕິດ​ຂັດ​ໂດຍ​ອີງ​ໃສ່​ກົດ​ໝາຍ​ສາ​ກົນ ເພື່ອ​ສັນ​ຕິ​ພາບ, ສ​ະ​ຖ​ຽນ​ລະ​ພາບຂອງ​ພາກ​ພື້ນ​ ແລະ ໃນ​ໂລກ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ຫວຽດ​ນາມ ແລະ ຍີ່​ປຸ່ນ ຈະ​ມີ​ການ​ຮ່ວມ​ມື​ຢ່າງ​ດີ​ງາມ​ທັງ​ຢູ່ໃນ​ການ​ພົວ​ພັນ​ລະ​ຫວ່າງ ​ສອງ​ປະ​ເທດ ກໍ່​ຄືການ​ພົວ​ພັນ​ຢູ່​ສາ​ກົນ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

ນັກ​ຂ່າວ: ຂໍ​ຂອບ​ໃຈ​ທ່ານ.

ບຸນ​ຄົງ

302 Found

Found

The document has moved here.