ກະຊວງຕຳຫຼວດຫວຽດນາມໜູນຊ່ວຍລາວກໍ່ສ້າງບັນດາຫ້ອງການຕຳຫຼວດບ້ານ 10 ແຂວງຕິດກັບຊາຍແດນ

06:25 | 13/11/2021

ນີ້ແມ່ນຫ້ອງການຕຳຫຼວດບ້ານແຫ່ງທຳອິດໃນຈຳນວນຫ້ອງການ 278 ຫຼັງ ເຊິ່ງກະຊວງຕຳຫຼວດ ຫວຽດນາມ ໜູນຊ່ວຍກະຊວງຕຳຫຼວດ ລາວ ທີ່ຈະກໍ່ສ້າງໃນໄລຍະຈະມາເຖິງ.

ພິທີປະດັບຫຼຽນໄຊແຮງງານຂອງ ສປປ ລາວ ໃຫ້ວິທະຍາຄານການແພດກອງທັບຫວຽດນາມ ພິທີປະດັບຫຼຽນໄຊແຮງງານຂອງ ສປປ ລາວ ໃຫ້ວິທະຍາຄານການແພດກອງທັບຫວຽດນາມ
ການໂອ້ລົມເຈລະຈາແນະນຳຂະແໜງການພິມຈຳໜ່າຍຫວຽດນາມ ຢູ່ ເວເນຊູເອລາ ການໂອ້ລົມເຈລະຈາແນະນຳຂະແໜງການພິມຈຳໜ່າຍຫວຽດນາມ ຢູ່ ເວເນຊູເອລາ
ພິທີເລີ່ມລົງມືກໍ່ສ້າງຫ້ອງການຕຳຫຼວດບ້ານ ນາທອນ, ເມືອງ ຄຳເກີດ (ພາບ: TTXVN)
ພິທີເລີ່ມລົງມືກໍ່ສ້າງຫ້ອງການຕຳຫຼວດບ້ານ ນາທອນ, ເມືອງ ຄຳເກີດ (ພາບ: TTXVN)

ວັນທີ 12 ພະຈິກ, ໄດ້ດຳເນີນພິທີເລີ່ມລົງມືກໍ່ສ້າງຫ້ອງການຕຳຫຼວດບ້ານ ນາທອນ, ເມືອງ ຄຳເກີດ, ແຂວງ ບໍລິຄຳໄຊ, ປະເທດລາວ. ນີ້ແມ່ນຫ້ອງການຕຳຫຼວດບ້ານແຫ່ງທຳອິດໃນຈຳນວນຫ້ອງການ 278 ຫຼັງ ເຊິ່ງກະຊວງຕຳຫຼວດ ຫວຽດນາມ ໜູນຊ່ວຍກະຊວງຕຳຫຼວດ ລາວ ທີ່ຈະກໍ່ສ້າງໃນໄລຍະຈະມາເຖິງ. ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງ ຕຳຫຼວດລາວ ທອງເຫຼັກ ມັງໜໍ່ເມັກ ຢືນຢັນວ່າ ເລື່ອງກະຊວງຕຳຫຼວດ ຫວຽດນາມ ຊ່ວຍເຫຼືອກະຊວງຕຳຫຼວດ ລາວ ກໍ່ສ້າງຫ້ອງການຕຳຫຼວດບ້ານທີ່ຢູ່ຕິດກັບຊາຍແດນ 287 ຫຼັງ ດ້ວຍຂອບຂະໜາດກໍ່ສ້າງແມ່ນຄ້າຍຄືກັບຫ້ອງການຕາແສງຂອງ ຫວຽດນາມ ເຊິ່ງແມ່ນແຜນນະໂຍບາຍມີຄວາມໝາຍສຳຄັນພິເສດ, ບໍ່ພຽງແຕ່ປະກອບສ່ວນຊ່ວຍໃຫ້ ລາວ ປະຕິບັດວຽກງານຮັບປະກັນການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນໃຫ້ເປັນຢ່າງດີກວ່າເທົ່ານັ້ນ, ຫາກຍັງຊ່ວຍໃຫ້ກຳລັງຕຳຫຼວດຂອງ 2 ປະເທດ ກໍ່ສູ້ກັບອາດຊະຍາກຳຕ່າງໆຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນ ອາດຊະຍາກຳຄ້າຂາຍ, ຂົນສົ່ງຢາເສບຕິດຂ້າມຊາດ ສວຍໃຊ້ບໍລິເວນລາວ ແລະ ຫວຽດນາມ ເພື່ອເຄື່ອນໄຫວ, ປະກອບສ່ວນຮັກສາຄວາມສະຫງົບສຸກຂອງ 2 ປະເທດ, ຜ່ານນັ້ນ ປັບປຸງ, ເພີ່ມພູນຄູນສ້າງນ້ຳໃຈສາມັກຄີແບບພິເສດ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ລາວ ຕື່ມອີກ.

vovworld.vn

ເຫດການ
302 Found

Found

The document has moved here.