ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ຈີນ​ ຖອນ​ກ່ຳ​ປັ່ນ​ຫາ​ປາອອກ​ຈາກ​ເຂດ​ໝູ່​ເກາະ​ເຈື່ອງ​ຊາ

06:55 | 08/11/2021

ຍ​ສໝ - ຫວຽດ​ນາມ ມີ​ພື້ນ​ຖານ​ນິ​ຕິ​ກຳ​ ແລະ ພະ​ຍານຫຼັກ​ຖານປະ​ຫວັດ​ສາດຢ່າງ​ຄົບ​ຖ້ວນ ເພື່ອ​ຢັ້ງ​ຢືນ​ອະ​ທິ​ປະ​ໄຕຕໍ່​​ກັບໝູ​່ເກາ​ະ​ເຈື່ອງ​ຊາ ທີ່ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ. ຫວຽດ​ນາມ ຢຶດ​ໝັ້ນ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ ເພື່ອ​ປົກ​ປ້ອງ​ບັນ​ດາ​ສິດອັນ​ຊອບ​ທຳ ແລະ ຖືກ​ຕ້ອງ​ນັ້ນ...

ການ​ບໍ​ລິ​ການ​ພະ​ລາ​ທິ​ການ​ໃຫ້​ແກ່​ອາ​ຊີບ​ຫາ​ປາ​ຢູ່​ໝຸ່​ເກາະ​ເຈື່ອງ​ຊາ ການ​ບໍ​ລິ​ການ​ພະ​ລາ​ທິ​ການ​ໃຫ້​ແກ່​ອາ​ຊີບ​ຫາ​ປາ​ຢູ່​ໝຸ່​ເກາະ​ເຈື່ອງ​ຊາ
ການ​ເລືອກ​ຕັ້ງ​ຢູ່​ເມືອງ​ເກາະ​ເຈື່ອງ​ຊ​າ ດຳ​ເນີນ​ໄປ​ຢ່າງ​ຖືກຕ້ອງຕາມແຜນການ, ມີຄວາມເປັນລະບຽບຮຽບຮ້ອຍ, ປອດໄພ, ຖືກຕາມກົດໝາຍ ການ​ເລືອກ​ຕັ້ງ​ຢູ່​ເມືອງ​ເກາະ​ເຈື່ອງ​ຊ​າ ດຳ​ເນີນ​ໄປ​ຢ່າງ​ຖືກຕ້ອງຕາມແຜນການ, ມີຄວາມເປັນລະບຽບຮຽບຮ້ອຍ, ປອດໄພ, ຖືກຕາມກົດໝາຍ
ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ຈີນ​ ຖອນ​ກ່ຳ​ປັ່ນ​ຫາ​ປາອອກ​ຈາກ​ເຂດ​ໝູ່​ເກາະ​ເຈື່ອງ​ຊາ
ທ່ານ​ນາງ​ ຟ້າມ​ທູງ​ຮັ່ງ ຮອງ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ (ພາ​ບ: TTXVN )

ຫວ່າງແລ້ວນີ້, ຢູ່​ການ​ຖ​ະ​ແຫຼງ​ຂ່າວ, ໂດຍຕອບ​ຄຳ​ຖາມ​ກ່ຽວ​ກັບ​ປະ​ຕິ​ກິ​ລະ​ຍາ​ຂອງ ຫວຽດ​ນາມ ຕໍ່​ເລື່ອງ​ທິມ​ກ່ຳ​ປັ່ນ​ຫາ​ປ່າ​ຂອງ ຈີນ ປະ​ກົດຕົວ​ຄືນ​ໃໝ່​ຢູ່​ເຂດ​ເກາະ​ຊິງ​ໂຕນ ຂຶ້ນ​ກັບ​ໝູ່​ເກາ​ະ​ເຈື່ອງ​ຊາ ຂອງ ຫວຽດ​ນາມ, ບາງ​ຄັ້ງ​ມີຂຶ້ນ​ເຖິງ 150 ລຳ, ທ່ານ​ນາງ​ ຟ້າມ​ທູງ​ຮັ່ງ ຮອງ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ມີ​ພື້ນ​ຖານ​ນິ​ຕິ​ກຳ​ ແລະ ຫຼັກ​ຖານ​ປະ​ຫວັດ​ສາດຢ່າງ​ຄົບ​ຖ້ວນ ເພື່ອ​ຢັ້ງ​ຢືນສິດ​ອະ​ທິ​ປະ​ໄຕ ແລະ ສິດ​ອຳ​ນາດ​ສານ ສຳ​ລັບ​ເຂ​ດ​ທະ​ເລຂອງ​ຕົນ ທີ່​ໄດ້​ດຳ​ເນີນ​ສອດ​ຄ່ອງ​ກັບ​ສົນ​ທິ​ສັນ​ຍາ​ ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ ທະ​ເລ​ປີ 1982.

ທ່ານ​ນາງ​ຮັ່ງ ໃຫ້​ຮູ້​ວ່າ: “ຫວຽດ​ນາມ ຢຶດ​ໝັ້ນ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ສ​ອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ ເພື່ອ​ປົກ​ປ້ອງ​ບັນ​ດ​າ​ສິດອັນ​ຊອບ​ທຳ ແລະ ຖືກ​ຕ້ອງ​ນັ້ນ”.

ຜູ້​ຕາງ​ໜ້າ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຢັ້ງ​ຢືນ​ວ່າ ເລື່ອງ ບັນ​ດາ​ກ່ຳ​ປັ່ນ ຈີນ ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ນ່ານ​ນ້ຳ​ເກາະ​ຊິງ​ໂຕນ ຂຶ້ນ​ກັບ​ໝູ່​ເກາະ​ເຈື່ອງ​ຊາ ຂອງ ຫວຽດ​ນາມ ໄດ້​ລ່ວງ​ລ້ຳ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ຢ່າງ​ຮ້າຍ​ແຮງ, ລະ​ເມີດ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ແລະ ໄປ​ຝຶນ​ກັບ​ຈິດ​ໃຈ ແລະ ເນື້ອ​ໃນ​ຖະ​ແຫຼງ​ການ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.