ຮ່າ​ໂນ້ຍ​ບໍ່​ນຳ​ໃຊ້​ໜັງ​ສື​ເດີນ​ທາງນັບ​ແຕ່​ເວ​ລາ 6 ໂມງ​ຂອງວັນ​ທີ 21 ກັນ​ຍາ.

17:43 | 24/09/2021

ຍ​ສ​ໝ - ທ່ານຮອງ​ປະ​ທານ ຈື​ຊວັນ​ຢຸງ ໃຫ້​ຮູ້​ວ່າພາຍຫຼັງເວ​ລາ​ 6 ໂມງຂອງວັນ​ທີ 21 ກັນ​ຍ​າ, ຮ່າ​ໂນ້ຍ​ບໍ່​ນຳ​ໃຊ້​ໜ​ການ​ຈຳ​ແນກ 3 ເຂດ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ບໍ່​ນຳ​ໃຊ້​ໜັງ​ສື​ເດີນ​ທາງສຳລັບບັນ​ດາ​ສ່ວນ​ບຸກ​ຄົນ, ອົງ​ກາ​ນ​ຈັດ​ຕັ້ງ, ວິ​ສາ​ຫ​ະ​ກິດ​ທີ່​ເດີນ​ທາງ​ໃນ​ບໍ​ລິ​ເວນ​ນະ​ຄອນ.

ນັບ​ແຕ່​ເວ​ລາ 12 ໂມງ​ຂອງວັນ​ທີ 16 ກັນ​ຍາ, ມີຫຼາຍ​ເມືອງ ຢູ່ ຮ່າ​ໂນ້ຍ​ ໄດ້ຮັບອະ​ນຸ​ຍາດ​ໃຫ້​ເປີດ​​ຮ້ານ​ດຳ​ເນີນ​ທຸ​ລ​ະ​ກິດ​ຄືນ​ໃໝ່ຈຳນວນໜຶ່ງ ນັບ​ແຕ່​ເວ​ລາ 12 ໂມງ​ຂອງວັນ​ທີ 16 ກັນ​ຍາ, ມີຫຼາຍ​ເມືອງ ຢູ່ ຮ່າ​ໂນ້ຍ​ ໄດ້ຮັບອະ​ນຸ​ຍາດ​ໃຫ້​ເປີດ​​ຮ້ານ​ດຳ​ເນີນ​ທຸ​ລ​ະ​ກິດ​ຄືນ​ໃໝ່ຈຳນວນໜຶ່ງ
ຮ່າ​ໂນ້ຍ​ຜັນ​ຂະ​ຫຍາຍ Camera Scan QR Code ຢູ່ ປ້ອມ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ ​67 ປ້ອມກວດການເຂົ້າ​ອອກ​ນະ​ຄອນ ຮ່າ​ໂນ້ຍ​ຜັນ​ຂະ​ຫຍາຍ Camera Scan QR Code ຢູ່ ປ້ອມ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ ​67 ປ້ອມກວດການເຂົ້າ​ອອກ​ນະ​ຄອນ
ຮ່າ​ໂນ້ຍ​ບໍ່​ນຳ​ໃຊ້​ໜັງ​ສື​ເດີນ​ທາງນັບ​ແຕ່​ເວ​ລາ 6 ໂມງ​ຂອງວັນ​ທີ 21 ກັນ​ຍາ.
ພາບ​ປະ​ກອບ: Vietnamnet

ຕອນ​ບ່າ​ຍວ​ັນ​ທີ 20 ກັນ​ຍາ, ທ່ານ​ຮອງຫງວຽນ​ວັນ​ຟອງຮອງ​ເລ​ຂາ​ຄະ​ນະ​ພັກ​ຮ່າ​ໂນ້ຍໄດ້​ເປັນ​ປ​ະ​ທານກອງ​ປະ​ຊຸມ​ແຈ້ງ​ໃຫ້​ຮູ້​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ,ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ​ນະ​ຄອນ.

ຕາມ​ບົດ​ລາຍ​ງານ​ຂອງ​ຄະ​ນະ​ຊີ້​ນຳ​ວຽກ​ງານ​ປ້ອງ​ກັນ, ຕ້ານໂລກ​ລະ​ບາດ​ໂຄວິດ - 19 ນະ​ຄອນ​ຮ່າ​ໂນ້ຍ​ແລ້ວ, ຜ່ານ​ການ​ແຍກ​ຫ່າງ​ໃນ​ສັງ​ຄົມ​ຄັ້ງ​ຕ່າງໆ, ດ້ວຍ​ການ​ຈັດ​ຕັ້ງ​ວິ​ໄຈ​ຫາ​ເຊື້ອ​ໂດຍ​ໄວເພື່ອ​ກວດ​ຫາ​ຜູ້​ຕິດ​ເຊື້ອ​ໃນ​ຊຸມ​ຊົນດັ່ງ​ນັ້ນ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໃນ​ຊຸມ​ຊົນຫຼຸດ​ລົງ​ຢ່າ​ງ​ຕໍ່​ເນື່ອງ. ທາງ​ນະ​ຄອນ​ພວມ​ຄວບ​ຄຸມ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ເປັນ​ຢ່າງ​ດີ.

ຮ່າ​ໂນ້ຍ​ໄດ້​ດັບ​ປັບ​ບາງ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດຢ​ູ່​ບັນ​ດາ​ເມືອງ, ເທດ​ສະ​ບານແລະຕາ​ແສງທີ່​ບໍ່​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ໃໝ່​ໃນ​ຊຸມ​ຊົນ, ປະ​ຊາ​ຊົນ​ພວມ​ເກັບກ່ຽວຕາມລະດູ​, ຮາກ​ຖານ​ດຳ​ເນີນ​ທຸ​ລະ​ກິດ, ການ​ບໍ​ລິ​ການ​ໄດ້​ເຄື່ອນ​ໄຫວ​ຄືນ​ໃໝ່​ແຕ່​ເວ​ລາ 12 ໂມງ​ຂອງວັນ​ທີ 16 ກັນ​ຍາ​ຄື: ຮາກ​ຖານ​ດຳ​ເນີນ​ທ​ຸ​ລະ​ກິດຂາຍ​ເຄື່ອງ​ໃຊ້​ຫ້ອງ​ການ, ປຶ້ມ, ອຸ​ປະ​ກອນ​ການ​ຮຽນ, ຮາກ​ຖານ​ດຳ​ເນີນ​ທຸ​ລະ​ກິດການ​ບໍ​ລິ​ການ​ສ້ອມ​ແປງ​ພາ​ຫະ​ນະ​ຄົມ​ມະ​ນາ​ຄົມ, ເອ​ເລັກ​ໂຕ​ນິກແລະເຄື່ອງ​ໃຊ້​ສອຍ, ຮາກ​ຖານ​ດຳ​ເນີນ​ການ​ບໍ​ລິ​ການ​ກິນ​ດື່ມ(ໂດຍຊື້ກັບເຮືອນ)ແລະປິດ​ຮ້ານ​ກ່ອນ​ເວ​ລາ 21 ໂມງ​ຂອງ​ທຸກວັນ.

ຮ່າ​ໂນ້ຍ​ຈະ​ສືບ​ຕໍ່​ຊີ້​ນຳ​ການ​ປະ​ຕິ​ບັດ​ການ​ວິ​ໄຈ​ຫາ​ເຊື້ອ​ສຳ​ລັບ​ເຂດ​ທີ່​ມີ​ຄວາມ​ສ່ຽງ​ຕິດ​ເຊື້ອ​ສູງທີ່​ສຸດແລະສູງ, ປະ​ຕິ​ບັດ​ວຽກ​ງານ​ວິ​ໄຈ​ຫາ​ເຊື້ອ​ສຳ​ລັບ​ກຸ່​ມ​ຄົນ​ທີ່​ມີ​ຄວາມ​ສ່ຽງ​ຕິດ​ເຊື້​ອ​ສູງ​ຄື​ລະ​ບົບ​ສະ​ໜອງ, ຜູ້​ສົ່ງ​ສິນ​ຄ້າ…

ສືບ​ຕໍ່​ກວດ​ກ​າ​ຄືນແລະ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ເຂັມ​ທີ 1ໃຫ້​ແກ່​ປະ​ຊາ​ຊົນທີ່​ມີ​ອາ​ຍຸ​ແຕ່ 18 ປີ​ຂຶ້ນ​ໄປທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ສັກ​ວັກ​ຊິນ, ສັກເຂັມ​ທີ 2 ໃຫ້​ແກ່​ຜູ້​ທີ່​ໄດ້​ຮັບ​ການ​ສັກ​ວັກ​ຊິນ​ເຂັມ​ທີ 1 ແລ້ວບົນ​ພື້ນ​ຖານ​ຈຳ​ນວນ​ວັກ​ຊິນ​ໄດ້​ຮັບ​ການ​ແຈກ​ຢາຍຈາກ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ.

ຮ່າ​ໂນ້ຍ​ສືບ​ຕໍ່​ຮັກ​ສາ​ບັນ​ດາ​ປ້ອມ​ກວດ​ກາ​ການ​ເຂົ້າ​ອອກ​ນະ​ຄອນພາຍຫຼັງ​ສິ້ນ​ສຸດ​ໄລ​ຍະ​ນຳ​ໃຊ້​ມາດ​ຕະ​ການ​ແຍກ​ຫ່າງ​ໃນ​ສັງ​ຄົມຕາມ​ຄຳ​ສັ່ງ​ເລກ​ທີ 16 ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີເພື່ອ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ຈາກ​ພາຍນອກ​ເຂົ້າ​ນະ​ຄອນ…

ປັດ​ຈຸ​ບັນຮ່າ​ໂນ້ຍໄດ້​ສັກ​ວັກ​ຊິນ​ເຂັມ​ທີ 1 ໃຫ້​ແກ່​ຜູ້​ທີ່​ມີ​ອາ​ຍຸ​ແຕ່ 18 ປີ​ຂຶ້ນ​ໄປປະ​ມານ 94,2%, ແຕ່​ນະ​ຄອນ​ຍັງ​ບໍ່​ທັນ​ສາ​ມາດ​ກັບ​ຄືນ​ສູ່​ສະ​ພາບ​ການ​ປົກ​ກະ​ຕິໃໝ່​ໄດ້, ຍ້ອນ​ວ່າ​ເຂັມ​ທີ 2 ຫາ​ກໍ່​ບັນ​ລຸ​ໄດ້​ອັດ​ຕາ 12%. ໃນ​ຂະ​ນະ​ນັ້ນ, ກະ​ຊວງ​ສ​າ​ທາ​ລະ​ນະ​ສຸກກຳ​ນົດ​ວ່າຢາກ​ກັບ​ຄືນ​ສະ​ພາບ​ການ​ປົກ​ກະ​ຕິ​ໃໝ່ຕ້ອງ​ມີ​ຜູ້​ໄດ້​ຮັບ​ການ​ສັກ​ວັກ​ຊິນ​ເຂັ​ມ​ທີ 1 ກ່​ວາ 70% ແລະເຂັມ​ທີ 2 ກ່​ວາ 20%.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.