ສ້າງຄວາມເຂັ້ມແຂງ ໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂັ້ນທ້ອງຖິ່ນ

00:54 | 15/05/2019

ລັດຖະບານລາວ ແລະ ອົງການອຸຍນີເຊັບ ໄດ້ລິເລິ່ມໂຄງການ ການສ້າງຄວາມເຂັ້ມແຂງ ໃນການວາງແຜນ,ຕິດຕາມ,ກົນໄກການປະສານງານ ແລະ ການລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂັ້ນທ້ອງຖິ່ນ ພາຍຫລັງ​ໄດ້ຕົກລົງເຫັນດີ ໃນກອງປະຊຸມທົບທວນປະຈໍາ ປີ 2018 ຜ່ານ​ມາ ​ໂດຍ​ໄດ້​ເລີ່ມ​ຈັດ​ຕັ້ງ​ປະຕິບັດ​ ຢູ່ແຂວງອັດຕະປື ເປັນແຂວງທຳອິດ.

ສ້າງຄວາມເຂັ້ມແຂງ ໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂັ້ນທ້ອງຖິ່ນ

ສ້າງຄວາມເຂັ້ມແຂງ ໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂັ້ນທ້ອງຖິ່ນ

ໃນວັນທີ 12 ມີນາ 2019, ພະແນກແຜນການ ແລະ ການລົງທຶນ ແຂວງອັດຕະປື ໂດຍການສະໜັບສະໜູນ ຈາກອົງການສະຫະປະຊາຊາດສຳລັບເດັກ ໄດ້ຈັດກອງປະຊຸມສ້າງຄວາມເຂັ້ມແຂງ ໃນການວາງແຜນ,ຕິດຕາມ,ກົນໄກການປະສານງານ ແລະ ການລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂັ້ນທ້ອງຖິ່ນ ພາຍ​ໃຕ້​ການເປັນປະທານ, ໂດຍ ທ່ານ ພອນສະໄໝ ມຽງລາວັນ ຮອງເຈົ້າແຂວງອັດຕະປື ແລະ ທ່ານ ອົກຕາວຽນ ບີໂວນ ຜູ້ຕາງໜ້າອົງການສະຫະປະຊາຊາດ ສຳລັບເດັກ ປະຈຳ ສປປ ລາວ, ມີບັນດາພະແນກການທີ່ກ່ຽວຂ້ອງ, ກະຊວງຂະແໜງການທີ່ກ່ຽວຂ້ອງ ແລະ ບັນດາຫ້ອງການແຜນການເມືອງ​ ເຂົ້າ​ຮ່ວມ.

ຈຸດປະສົງກອງປະຊຸມຄັ້ງນີ້, ແມ່ນເພື່ອສະເໜີແນວຄວາມຄິດ ກ່ຽວກັບການສ້າງຄວາມເຂັ້ມແຂງ​ໃນການວາງແຜນຕິດຕາມ, ການລາຍງານ ແລະ ປະສານງານຂັ້ນທ້ອງຖິ່ນ ນໍາບັນດາອົງການຈັດຕັ້ງຂັ້ນແຂວງ ແລະ ບັນດາຂະແໜງການອ້ອມຂ້າງແຂວງທີ່ກ່ຽວຂ້ອງ, ລາຍງານກ່ຽວກັບສະພາບການຂອງເດັກ ໃນແຕ່ລະແຂວງອີງ ໃສ່ຂໍ້ມູນການສໍາຫລວດດັດຊະນີໝາຍສັງຄົມລາວ ຄັ້ງທີ 2 ແລະ ການວິ​ໄຈຄວາມຂາດເຂີນຫລາຍມິຕິຂອງເດັກ ແລະ ເພື່ອປຶກສາຫາລື ແລະ ຕົກລົງ ກ່ຽວກັບວິທີການດໍາເນີນງານ, ​ເຊິ່ງກວມເອົາແຜນວຽກ, ຕົວຊີ້ບອກການປະຕິບັດແຜນງານ/ໂຄງການ ແລະ ຕິດຕາມປະເມີນຜົນ, ການລາຍງານ/ທົບທວນຄືນ ແລະ ການຕິດຕາມ ແລະ ເຊື່ອມສານງົບປະມານເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ.

​ໃນ​ກອງ​ປະຊຸມ ທ່ານ ສຸລິຈັນ ພອນແກ້ວ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງອັດຕະປື ໄດ້ລາຍງານຂັ້ນຕອນໃນການຂຶ້ນແຜນ, ການກຳນົດຕົວຊີ້ບອກ, ການຕິດຕາມ, ການລາຍງານຄວາມຄືບໜ້າ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໂດຍສະເພາະວຽກງານ ທີ່ຕິດພັນກັບເດັກ ແລະ ການຂຶ້ນທຶນສົມທົບ ເຂົ້າໃນບັນດາແຜນງານ/ໂຄງການຊ່ວຍເຫລືອທາງການ ເພື່ອການພັດທະນາ (ຊກພ) ​ແລະ ອື່ນໆ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.