ຍຸດທະສາດຮັບມືຢ່າງຮີບດ່ວນກັບໂລກລະບາດໂຄວິດ-19 ຂອງຫວຽດນາມ ແມ່ນເຂັ້ມແຂງທີ່ສຸດ ແລະ ພວມໄປຖືກທິດ

16:30 | 13/09/2021

ຍສໝ - ທ່ານປະລິນຍາເອກ Kidong Park, ຫົວໜ້າຫ້ອງການຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳຫວຽດນາມ ຕີລາຄາວ່າ: ຍຸດທະສາດຮັບມືຢ່າງຮີບດ່ວນກັບໂລກລະບາດໂຄວິດ-19 ຂອງຫວຽດນາມ ແມ່ນເຂັ້ມແຂງທີ່ສຸດ ແລະ ພວມໄປຖືກທິດ.

ໜັງສືພິມຍີ່ປຸ່ນ ໄດ້ຍ້ອງຍໍບັນດາບາດກ້າວທີ່ໜ້າປະທັບໃຈ ແລະ ຜ່ານຜ່າໂລກລະບາດ ຂອງຫວຽດນາມ ໜັງສືພິມຍີ່ປຸ່ນ ໄດ້ຍ້ອງຍໍບັນດາບາດກ້າວທີ່ໜ້າປະທັບໃຈ ແລະ ຜ່ານຜ່າໂລກລະບາດ ຂອງຫວຽດນາມ
ໜັງສືພິມເຢຍລະມັນ ຍ້ອງຍໍຊົມເຊີຍຮູບແບບການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ຂອງຫວຽດນາມ ໜັງສືພິມເຢຍລະມັນ ຍ້ອງຍໍຊົມເຊີຍຮູບແບບການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ຂອງຫວຽດນາມ
ຍຸດທະສາດຮັບມືຢ່າງຮີບດ່ວນກັບໂລກລະບາດໂຄວິດ-19 ຂອງຫວຽດນາມ ແມ່ນເຂັ້ມແຂງທີ່ສຸດ ແລະ ພວມໄປຖືກທິດ

ທ່ານປະລິນຍາເອກ Kidong Park. ພາບ: WHO

ທ່ານປະລິນຍາເອກ Kidong Park ຖືວ່າ ສະພາບໂລກລະບາດແຜ່ລະບາດຢູ່ຫວຽດນາມ ພວມສັບສົນ ແລະ ຫຍຸ້ງຍາກ, ດ້ວຍຈຳນວນຜູ້ຕິດເຊື້ອຂຶ້ນເຖິງເຄິ່ງລ້ານຄົນນັບແຕ່ເດືອນກັນຍາ 2021. ລະບົບສາທາລະນະສຸກຢູ່ພາຍໃຕ້ຄວາມກົດດັນອັນໃຫຍ່ຫຼວງ ແລະ ພະນັກງານການແພດກໍ່ເຮັດວຽກບໍ່ຢຸດເຊົາ.

ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມຈົນສຸດຄວາມສາມາດເພື່ອປະຕິບັດບັນດາມາດຕະການ, ລະດົມບັນດາແຫຼ່ງກຳລັງເພື່ອຕ້ານໂລກລະບາດ, ພິເສດແມ່ນການໜູນຊ່ວຍບັນດາແຂວງພວມແມ່ນຈຸດຮ້ອນເຮັ່ງ. ວິທີສຳຜັດທົ່ວສັງຄົມພວມໄດ້ຮັບການຊີ້ນຳປະຕິບັດໂດຍອົງການສູງສຸດຂອງລັດຖະບານ ກັບນາຍົກລັດຖະມົນຕີ ປະຈຸບັນ ແມ່ນຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມຕັດສິນໃຈສູງຂອງລັດຖະບານຫວຽດນາມ ໃນການຄວບຄຸມສະພາບການໂລກລະບາດແຜ່ລະບາດ.

WHO ເຊື່ອໝັ້ນວ່າ ຍຸດທະສາດຮັບມືຢ່າງຮີບດ່ວນເພື່ອສຸຂະພາບຂອງປະຊາຄົມໃນການຄວບຄຸມການແຜ່ລະບາດຂອງໂລກລະບາດໂຄວິດ-19 ໃນປະຈຸບັນຂອງຫວຽດນາມ ແມ່ນເຂັ້ມແຂງທີ່ສຸດ ແລະ ພວມໄປຖືກທິດ.

ໄຊພອນ

ເຫດການ
302 Found

Found

The document has moved here.