ສປປ ລາວ ຖືສໍາຄັນການຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ສົ່ງເສີມຜະລິດເປັນສິນຄ້າເປັນກຸນແຈແກ້ໄຂຄວາມທຸກຍາກ

00:54 | 14/05/2019

ເມື່ອເວົ້າເຖິງການແກ້ໄຂຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ທ່ານ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວຢູ່ໃນກອງປະຊຸມສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີVIII ໄວ້ວ່າ: ກະຊວງກະສິກໍາ ແລະ ປ່າໄມ້ໄດ້ຫັນແຜນຍຸດທະສາດພັດທະນາກະສິກຳ-ປ່າໄມ້ ແລະ ພັດທະນາ ຊົນນະບົດເປັນໂຄງການລະດັບຊາດຄື: ໂຄງການຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂຄງການສົ່ງເສີມຜະລິດເປັນສິນຄ້າ.

ສປປ ລາວ ຖືສໍາຄັນການຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ສົ່ງເສີມຜະລິດເປັນສິນຄ້າເປັນກຸນແຈແກ້ໄຂຄວາມທຸກຍາກ

ສປປ ລາວ ຖືສໍາຄັນການຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ

ສອງໂຄງການດັ່ງກ່າວ, ພວກເຮົາຖືວ່າເປັນກຸນແຈທີ່ສຳຄັນກະທົບໂດຍກົງຕໍ່ການແກ້ໄຂຄວາມອຶດຫິວ ແລະ ຄວາມທຸກຍາກຂອງປະຊາຊົນພ້ອມທັງໄດ້ກຳນົດນະໂຍບາຍທີ່ເປັນພື້ນຖານປະກອບມີ 13 ນະໂຍບາຍສຳລັບການປູກພືດ ແລະ 8 ນະໂຍບາຍສຳລັບການລ້ຽງສັດ ແລະ ການປະມົງ. ໃນ 3 ປີ ຜ່ານມາ, ການຈັດຕັ້ງປະຕິບັດສອງໂຄງການດັ່ງກ່າວກໍໄດ້ມີຄວາມຄືບໜ້າໃນຫຼາຍດ້ານຊຶ່ງສະແດງອອກຄືດັ່ງນີ້: ໜຶ່ງ.ໂຄງການຄຳ້ປະກັນຄວາມໝັ້ນຄົງດ້ານສະບຽງອາຫານ: ໃນນີ້ໄດ້ສຸມໃສ່ປັບປຸງໂຄງລ່າງພື້ນຖານດ້ານຊົນລະ ປະທານປະເພດຕ່າງໆ ແລະ ສາມາດເພີ່ມເນື້ອທີ່ຮັບນໍ້າໃຫ້ແກ່ການປູກເຂົ້າ-ພືດ, ລ້ຽງສັດນັບທັງລະດູຝົນແລະລະດູແລ້ງກວມເອົາ 40% ຂອງເນື້ອທີ່ທຳການຜະລິດທັງໝົດ. ໄດ້ສຸມໃສ່ຄົ້ນຄວ້າຜະລິດແນວພັນເຂົ້າປັບປຸງຈາກ 2.000 ໂຕນ ໃນເມື່ອກ່ອນມາເປັນ 10.000 ໂຕນ ໃນປີ 2018 (ສໍາລັບສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ). ນອກຈາກນີ້ກໍໄດ້ສົ່ງເສີມໃຫ້ຊາວກະສິກອນແລະຜູ້ປະກອບການຜະລິດແນວພັນໄດ້ປະມານ 30.000 ໂຕນ, ລວມທັງໝົດ 40.000 ໂຕນ. ສຳລັບແນວພັນພືດເສດຖະກິດອື່ນເປັນຕົ້ນແມ່ນ: ແນວພັນສາລີ ອາຫານສັດໄດ້ຈໍານວນ 150 ສາຍພັນ, ແນວພັນໄມ້ໃຫ້ໝາກໄດ້10 ຊະນິດ. ນອກຈາກນີ້, ກໍໄດ້ສຸມໃສ່ຄົ້ນຄວ້າປັບປຸງແນວພັນງົວ, ໝູ, ສັດປີກ ແລະ ປາ, ມາຮອດປັດຈຸບັນແມ່ນສາມາດສະໜອງແນວພັນເຂົ້າ, ພືດ ແລະ ສັດ ໃຫ້ແກ່ຜູ້ຜະລິດໃນທົ່ວປະເທດໄດ້ໂດຍພື້ນຖານ. ຍ້ອນແນວນັ້ນ, ຈຶ່ງສາມາດຜະລິດສະບຽງອາຫານໂດຍສະເພາະເຂົ້າໄດ້ 4,1 ລ້ານໂຕນເທົ່າກັບ 95% ຊຶ່ງສາມາດສະ ໜອງໃຫ້ແກ່ພາຍໃນໄດ້ຢ່າງພຽງພໍ, ພ້ອມທັງມີສ່ວນແຮໄວ້ ແລະ ສົ່ງອອກ, ການຜະລິດຊີ້ນ, ປາ, ໄຂ່ກໍສາມາດສະໜອງການບໍລິໂພກພາຍໃນໄດ້ຢ່າງພຽງພໍ ແລະ ສາມາດສະໜອງທາດຊິ້ນໄດ້ 57 ກິໂລ/ຄົນ/ປີ.

ສປປ ລາວ ຖືສໍາຄັນການຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ສົ່ງເສີມຜະລິດເປັນສິນຄ້າເປັນກຸນແຈແກ້ໄຂຄວາມທຸກຍາກ

ສປປ ລາວ ຖືສໍາຄັນການສົ່ງເສີມຜະລິດເປັນສິນຄ້າ

ສອງ.ໂຄງການສົ່ງເສີມຜະລິດເປັນສິນຄ້າ: ໄດ້ສົ່ງເສີມໃຫ້ຜູ້ປະກອບການເຂົ້າໄປລົງທຶນ, ສົ່ງເສີມ ຜະລິດເປັນສິນຄ້າຢູ່ເຂດຊົນນະບົດດ້ວຍການຈັດຕັ້ງເປັນກຸ່ມ, ສະຫະກອນ, ເປັນຟາມຕາມເງື່ອນໄຂ ແລະ ທ່າແຮງຂອງແຕ່ລະທ້ອງຖິ່ນໂດຍມີການຜູກພັນສັນຍາກັບກຸ່ມການຜະລິດຕ່າງໆຢ່າງກວ້າງຂວາງ, ຊຶ່ງການຜະລິດທີ່ພົ້ນເດັ່ນແມ່ນ: ການຜະລິດສາລີອາຫານສັດ ໄດ້ 1,3 ລ້ານໂຕນ, ອ້ອຍ 1,9 ລ້ານໂຕນ, ມັນຕົ້ນ 2,41 ລ້ານ ໂຕນ, ຢາສູບ 70.000 ໂຕນ, ຖົ່ວເຫຼືອງ 18.000 ໂຕນ, ໝາກເດືອຍ 190.000 ໂຕນ, ກ້ວຍ, ໝາກໂມ ແລະ ອື່ນໆ, ບັນດາຜະລິດຕະພັນດັ່ງກ່າວໄດ້ປຸງແຕ່ງຢູ່ພາຍໃນຈຳນວນໜຶ່ງ ແລະ ສົ່ງອອກເປັນວັດຖຸດິບ ໄປປະເທດອ້ອມຂ້າງ ເປັນຕົ້ນ ແມ່ນ ສສ ຫວຽດນາມ, ສປ ຈີນ ແລະ ໄທ. ໄດ້ເອົາໃຈໃສ່ສົ່ງເສີມເສດຖະກິດຮ່ວມມືຂອງປະຊາຊົນໃນຮູບແບບກຸ່ມ ແລະ ສະຫະກອນຜະລິດທີ່ຕິດພັນກັບການຜູກພັນສັນຍາສອງສົ້ນຂອງພາກສ່ວນທຸລະກິດຕ່າງໆທັງພາຍໃນ ແລະ ຕ່າງປະເທດ, ທະນາຄານ ແລະ ສະຖາບັນການເງິນຈຸລະພາກຕ່າງໆຢ່າງຕັ້ງໜ້າແລະ ໄດ້ສືບຕໍ່ຂະຫຍາຍຕົວຢ່າງກວ້າງຂວາງ ຊຶ່ງການຜະລິດທີ່ພົ້ນເດັ່ນແມ່ນກຸ່ມປູກພືດປອດສານພິດ,ກຸ່ມລ້ຽງສັດ, ກຸ່ມລ້ຽງປາ ແລະ ກຸ່ມການບໍລິການອື່ນໆ, ມາຮອດປັດຈຸບັນມີກຸ່ມລ້ຽງສັດ 1.100 ກຸ່ມ, ມີ ຈຳນວນສັດເຖິງ 131.000 ໂຕ, ໃນນີ້ກຸ່ມລ້ຽງຄວາຍ 75 ກຸ່ມ, ມີ ຄວາຍ 2.232 ໂຕ, ມີກຸ່ມລ້ຽງງົວ 370 ກຸ່ມ, ມີງົວ 16.000 ໂຕ, ກຸ່ມລ້ຽງໝູ ມີ 330 ກຸ່ມ, ມີ ໝູ 35.000 ໂຕ, ກຸ່ມລ້ຽງແບ້ ມີ 107 ກຸ່ມ,ມີແບ້ 5.775 ໂຕ ແລະ ກຸ່ມລ້ຽງສັດປີກ ມີ 221 ກຸ່ມ, ມີ ໄກ່ 79.000 ໂຕ. ນອກຈາກນີ້, ການລ້ຽງສັດເປັນຟາມຂອງຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດກໍໄດ້ມີການເພີ່ມຂຶ້ນ, ປັດຈຸບັນມີຟາມງົວ 180 ແຫ່ງ, ອັນທີ່ເປັນປັດໄຈໃໝ່ແມ່ນຟາມລ້ຽງຄວາຍມີ 7 ແຫ່ງເພື່ອເປັນການອະນຸລັກຮັກສາ ແລະ ພັດທະນາພັນຄວາຍພື້ນເມືອງ, ຟາມໝູ 572 ແຫ່ງ, ຟາມແບ້ 74 ແຫ່ງ, ຟາມໄກ່ພັນໄຂ່ 258 ແຫ່ງ, ຟາມໄກ່ພັນຊີ້ນ 99 ແຫ່ງ ແລະ ຟາມສັດປີກອື່ນໆ, ການລ້ຽງປາກໍໄດ້ມີການຂະຫຍາຍຕົວເພີ່ມຂຶ້ນ ແລະ ສາມາດຕອບສະໜອງປາໄດ້ທັງໝົດ 168.800 ໂຕນ ຕໍ່ປີ. ນອກຈາກນີ້, ການຜະລິດ ອາຫານສັດກໍມີການເພີ່ມຂຶ້ນຢູ່ໃນຫຼາຍທ້ອງຖິ່ນໂດຍສະເພາະຢູ່ນະຄອນຫຼວງວຽງຈັນ, ແຂວງ ອຸດົມໄຊ ແລະ ແຂວງຫຼວງພະບາງສາມາດຕອບສະໜອງອາຫານສັດໄດ້ 50%.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເຫດການ
302 Found

Found

The document has moved here.