ລາວ-ອາເມຣິກາ ຮ່ວມກັນສ້າງຄວາມເຂັ້ມແຂງການສະໜອງທຶນດ້ານການບິນ

00:54 | 14/05/2019

ໃນ​ວັນ​ທີ 20 ກຸມ­ພາ 2019 ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ ເຈົ້າ​ໜ້າ­ທີ່​ຈາກ​ລັດ­ຖະ­ບານ ສປປ ລາວ ລວມ​ທັງ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ສສ ຫວຽດ­ນາມ ແລະ ຜູ້​ເຂົ້າ​ຮ່ວມ​ຈາກ​ພາກ­ສ່ວນ​ຕ່າງໆ​ປະ­ມານ 40 ທ່ານ ໄດ້​ເຂົ້າ​ຮ່ວມ​ງານ​ສຳ​ມະ​ນາ​ກ່ຽວ​ກັບ​ສົນ­ທິ­ສັນ­ຍາ​ເຄັບ​ທາວ Cape Town Convention ເພື່ອ​ປຶກ­ສາ​ຫາ­ລື​ແນວ­ທາງ​ການ​ປະ­ຕິ­ບັດ​ທີ່​ດີ​ທີ່​ສຸດເພື່ອ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ແກ່​ບັນ­ຍາ­ກາດ​ທາງ​ດ້ານ​ທຸ­ລະ​ກິດທີ່​ກ່ຽວຂ້ອງ​ກັບ​ຜູ້​ຖື​ກຳ­ມະ­ສິດ​ເປັນ​ເຈົ້າ​ຂອງ​ເຮືອ­ບິນ ແລະ ການ​ສະ­ໜອງ​ທຶນ​ຢູ່​ໃນ ສປປ ລາວ.

ລາວ-ອາເມຣິກາ ຮ່ວມກັນສ້າງຄວາມເຂັ້ມແຂງການສະໜອງທຶນດ້ານການບິນ

ລາວ-ອາເມຣິກາ ຮ່ວມກັນສ້າງຄວາມເຂັ້ມແຂງການສະໜອງທຶນດ້ານການບິນ

ໃນ​ວັນ​ທີ 20 ກຸມ­ພາ 2019 ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ ເຈົ້າ​ໜ້າ­ທີ່​ຈາກ​ລັດ­ຖະ­ບານ ສປປ ລາວ ລວມ​ທັງ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ສສ ຫວຽດ­ນາມ ແລະ ຜູ້​ເຂົ້າ​ຮ່ວມ​ຈາກ​ພາກ­ສ່ວນ​ຕ່າງໆ​ປະ­ມານ 40 ທ່ານ ໄດ້​ເຂົ້າ​ຮ່ວມ​ງານ​ສຳ​ມະ​ນາ​ກ່ຽວ​ກັບ​ສົນ­ທິ­ສັນ­ຍາ​ເຄັບ​ທາວ Cape Town Convention ເພື່ອ​ປຶກ­ສາ​ຫາ­ລື​ແນວ­ທາງ​ການ​ປະ­ຕິ­ບັດ​ທີ່​ດີ​ທີ່​ສຸດເພື່ອ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ແກ່​ບັນ­ຍາ­ກາດ​ທາງ​ດ້ານ​ທຸ­ລະ​ກິດທີ່​ກ່ຽວ­ຂ້ອງ​ກັບ​ຜູ້​ຖື​ກຳ­ມະ­ສິດ​ເປັນ​ເຈົ້າ​ຂອງ​ເຮືອ­ບິນ ແລະ ການ​ສະໜອງ​ທຶນ​ຢູ່​ໃນ ສປປ ລາວ. ທ່ານ​ນາງ ຣີ​ນາ ບິດ​ເຕີ ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ­ຫະ­ລັດ​ອາ​ເມ​ຣິ​ກາ ປະ­ຈຳ ສປປ ລາວ ແລະ ທ່ານ ສັນ­ຕິ​ສຸກ ສິມ​ມະ​ລາ​ວົງ ຮອງ​ລັດ­ຖະ­ມົນ­ຕີ ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ໄດ້​ໃຫ້​ກຽດ​ເປີດ​ງານ​ສຳ​ມະ​ນາ​ຄັ້ງ​ນີ້ເພື່ອ​ສົ່ງ­ເສີມ​ໃຫ້​ຜູ້​ເຂົ້າ​ຮ່ວມ​ຈາກ​ພາກ​ລັດ­ຖະ­ບານ ຜູ້​ຊ່ຽວ­ຊານ​ດ້ານ​ກົດໝາຍ ແລະ ຜູ້­ນຳ​ດ້ານ​ທຸ­ລະ​ກິດ ເພື່ອ​ຍາດ​ເອົາ​ໂອ­ກາດ​ໃນ​ການ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ແກ່​ບັນ­ຍາ­ກາດ​ທາງ​ດ້ານ​ທຸ­ລະ​ກິດ ແລະ ເພື່ອ​ຂະ­ຫຍາຍ​ຄວາມ​ເຕີບ​ໂຕ​ຂອງ​ອຸດ­ສາ­ຫະ­ກຳ​ການ­ບິນ ໃນ ສປປ ລາວ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ­ຫະ­ລັດ​ອາ​ເມ​ຣິ​ກາ ກ່າວ​ວ່າ: ສົນ­ທິ­ສັນ­ຍາ​ເຄັບ​ທາວແມ່ນ​ໃຫ້​ຜົນ​ປະ­ໂຫຍດ​ແກ່​ທຸກໆ​ຝ່າຍ ຜູ້​ດຳ­ເນີນ​ການ​ສາ­ມາດ​ຊື້ ຫຼື ເຊົ່າ​ເຮືອບິນ​ໃນ​ລາ­ຄາ​ທີ່​ຖືກ​ລົງ​ຫຼາຍ ນອກ​ນີ້ ຜູ້​ຜະ­ລິດ​ເຮືອ­ບິນ ແລະ ຜູ້​ໃຫ້​ເຊົ່າ ຍັງ​ສາ­ມາດ​ເຂົ້າ​ເຖິງ​ໂອ­ກາດ​ຂອງ​ຕະ­ຫຼາດ​ໃໝ່ ໂດຍ​ມີ​ຄວາມ​ສ່ຽງ​ໜ້ອຍ​ລົງ ທ່ານ​ກ່າວ​ຕື່ມ​ອີ​ກວ່າ: ການ​ລົງ​ນາມ​ໃຫ້​ສັດ­ຕະ­ຍາ­ບັນ​ໃນ​ສົນ­ທິ­ສັນ­ຍາ​ເຄັບ​ທາວແມ່ນ​ຄວາມ​ພະ­ຍາ­ຍາມ ແລະ ຫົນ­ທາງ​ທີ່​ຖືກ­ຕ້ອງ ສຳ­ລັບ​ບັນ­ດາ​ປະ­ເທດໃນ​ການ​ເສີມ​ຂະ­ຫຍາຍ​ຂະ­ແໜງ­ການ​ບິນ ແລະ ຍັງ​ເປັນ​ການ​ປະ­ຢັດ​ຄ່າ​ໃຊ້​ຈ່າຍ​ນຳ​ອີກ ພ້ອມ​ນີ້ ຍັງ​ເປັນ​ການ​ສົ່ງ­ເສີມ​ການ­ທ່ອງ­ທ່ຽວ ແລະ ສົ່ງ­ເສີມ​ການ​ເຊື່ອມ​ໂຍງ​ໃນ​ພາກ​ພື້ນ​ໃຫ້​ຫຼາຍ​ຂຶ້ນຍ້ອນ​ເຫດ­ຜົນ​ດັ່ງ­ກ່າວຈຶ່ງ​ມີ​ຫຼາຍ​ກວ່າ 70 ປະເທດ​ທີ່​ເປັນ​ພາ­ຄີ​ໃນ​ສົນ­ທິ­ສັນ­ຍາ​ສະ­ບັບ​ນີ້ເຊິ່ງ​ລວມ​ເອົາ​ເຖິງ​ບັນ­ດາ​ປະ­ເທດ​ໃນ​ອາ​ຊຽນ ເຊັ່ນ: ມຽນ​ມາ ສສ ຫວຽດນາມ ມາ​ເລ​ເຊຍ ສິງ­ກະ­ໂປ ແລະ ອິນ​ໂດ​ເນ​ເຊຍ.

ນອກ­ຈາກ​ເຈົ້າ​ໜ້າ­ທີ່​ຈາກ​ພາກ​ລັດ​ແລ້ວຍັງ​ມີ​ບັນ­ດາ​ຜູ້­ນຳ​ທາງ​ດ້ານ​ທຸ­ລະ​ກິດ​ຈາກ​ຫຼາຍ​ປະ­ເທດ​ໄດ້​ເຂົ້າ​ຮ່ວມ ເຊິ່ງ​ລວມ​ມີ 10 ພາກ­ສ່ວນ​ເອ­ກະ​ຊົນ​ທີ່​ເປັນ​ສະ­ມາຊິກ​ຈາກ ສປປ ລາວ ເຊັ່ນ: ບັນ­ດາ​ທະ­ນາ­ຄານ ບໍ­ລິ­ສັດ​ກົດ­ໝາຍ ສະພາ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ​ແຫ່ງ​ຊາດ​ລາວ ນອກ​ນັ້ນ ຍັງ​ມີ​ບັນ­ດາ​ຜູ້​ບັນ­ຍາຍ​ທີ່​ມາ​ຈາກ​ໜ່ວຍ​ງານ​ບໍ­ລິ­ຫານ​ການບິນ​ພົນລະເຮືອນ​ຂອງ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ U.S. Federal Aviation Administration (FAA) ການ­ບິນ​ພົນ​ລະ​ເຮືອນ​ຈາກ ສສ ຫວຽດ­ນາມ ຜູ້​ຊ່ຽວ­ຊານ​ດ້ານ​ກົດ­ໝາຍ ບໍ­ລິ­ສັດ​ກົດ­ໝາຍ​ສິງ­ກະ­ໂປ ແລະ ຜູ້​ຊຳ­ນານ​ການສະເພາະ​ດ້ານ​ຈາກ​ບໍ­ລິ­ສັດ​ໂບ​ອີ້ງ ແລະ ບໍ­ລິ­ສັດ GE ທ່ານ Jeffrey Wool ເລ­ຂາ­ທິ­ການ​ໃຫຍ່ຄະ­ນະ​ກຸ່ມ​ເຮັດ​ວຽກ​ດ້ານ​ການບິນພົນ​ລະ​ເຮືອນຍັງ​ໄດ້​ໂທ​ເຂົ້າ​ມາ​ຮ່ວມ​ສົນ­ທະ­ນາ​ໃນ​ງານ​ໃນ​ຄັ້ງ​ນີ້​ອີກ​ດ້ວຍ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.