ກອງປະຊຸມພົບປະ ລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດລາວ - ຫວຽດນາມ ແລະ ກຳປູເຈຍ

00:54 | 13/05/2019

ກອງປະຊຸມພົບປະລະຫວ່າງລັດຖະ ມົນຕີກະຊວງປ້ອງກັນປະເທດລາວ-ຫວຽດນາມ ແລະ ກຳປູເຈຍ ປະຈຳປີ 2019 ໄດ້ ຈັດຂຶ້ນໃນຕອນຄໍ່າຂອງວັນທີ 27 ທັນ ວາ 2018 ນີ້, ຢູ່ທີ່ນະຄອນຫຼວງພະນົມ ເປັນຣາຊະອານາຈັກກຳປູເຈຍ ໂດຍມີທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະ ມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ທ່ານ ພົນເອກ ໂງ ຊວນລິກ ລັດຖະມົນຕີກະຊວງ ປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ແລະ ສົມເດັດ ປີໄຈ ເສນາ ເຕຍບັນ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນປະເທດ ແຫ່ງ ຣາຊະອາ ນາຈັກກຳປູເຈຍ.

ກອງປະຊຸມພົບປະ ລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດລາວ - ຫວຽດນາມ ແລະ ກຳປູເຈຍ

ບັນຍາກາດກອງປະຊຸມ ລັດຖະມົນຕີກະຊວງປ້ອງກັນປະເທດລາວ - ຫວຽດນາມ ແລະ ກຳປູເຈຍ.

ການພົບປະລະຫວ່າງສາມ ລັດຖະມົນຕີກະຊວງປ້ອງກັນປະ ເທດ ລາວ-ຫວຽດນາມ ແລະ ກຳປູເຈຍ ຄັ້ງນີ້ແມ່ນປະຕິບັດຕາມ ແຜນການຮ່ວມມືປະຈຳປີ 2019, ວ່າດ້ວຍແຜນການຮ່ວມມືທາງ ດ້ານການເມືອງ, ເສດຖະກິດ- ວັດທະນະທຳ ແລະ ສັງຄົມ ໂດຍສະເພາະແມ່ນໃນຂົງເຂດວຽກ ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ທັງສາມຝ່າຍ ຕ່າງກໍມຸ້ງຫວັງທີ່ຈະພົວພັນຮ່ວມ ມືກັນໃຫ້ແໜ້ນແຟ້ນຮ່ວມກັນແກ້ ໄຂບັນຫາຕ່າງໆດ້ວຍສັນຕິວິທີ ຕ່າງຝ່າຍຕ່າງມີຜົນປະໂຫຍດ ຮ່ວມກັນ, ບົນພື້ນຖານຄວາມ ເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ທັງເປັນການຟື້ນຟູມູນເຊື້ອສາຍ ພົວພັນຄວາມສາມັກຄີ ລະຫວ່າງ ສາມຊາດລາວ-ຫວຽດນາມ ແລະ ກຳປູເຈຍ ທີ່ມີມາແຕ່ຍາວນານໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ, ບົນພື້ນຖານຮ່ວມກັນ ແລກປ່ຽນຂໍ້ມູນຂ່າວສານ, ແກ້ໄຂເຫດການທີ່ເກີດຂຶ້ນໃຫ້ທ່ວງທັນ ຫຼີກລ່ຽງບໍ່ໃຫ້ບຸກຄົນທີສາມ ແຊກແຊງກິດຈະການຄວາມໝັ້ນຄົງພາຍໃນເຊິ່ງຈະເປັນການທຳລາຍມ້າງເພຄວາມສາມັກຄີມິດຕະພາບ ລະຫວ່າງ ສາມປະເທດ.

ໂອກາດດັ່ງກ່າວ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກໍໄດ້ມີຄຳເຫັນຫຼາຍບັນຫາສຳຄັນ ສະແດງຄວາມເພິ່ງພໍໃຈ ແລະ ຕີລາຄາ ສູງຕໍ່ໝາກຜົນຂອງການພົບປະ ສາມລັດຖະມົນຕີກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ແລະ ກຳປູເຈຍຄັ້ງນີ້, ສະແດງຄວາມຂອບອົກຂອບໃຈອັນຈິງໃຈມາຍັງ ສົມເດັດ ປີໄຈ ເສນາ ເຕຍບັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກກຳປູເຈຍ ທີ່ໃຫ້ກຽດຕ້ອນຮັບຄະນະຜູ້ແທນກະຊວງປ້ອງກັນປະເທດ ສປປ ລາວ ດ້ວຍໄມຕີຈິດ ມິດຕະພາບອົບອຸ່ນ ແລະ ສະໜິດ ສະໜົມ. ທ່ານ ພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະ ເທດ ແຫ່ງ ສສ ຫວຽດນາມ ກໍໄດ້ ໃຫ້ທັດສະນະຫຼາຍບັນຫາຕໍ່ການ ພົວພັນຮ່ວມມືລະຫວ່າງ 3 ປະ ເທດເປັນຕົ້ນແມ່ນການຮ່ວມມື ທາງດ້ານການເມືອງ, ຄວາມໝັ້ນຄົງພາຍໃນ ແລະ ບໍລິເວນຊາຍແດນໃຫ້ມີຄວາມສະຫງົບປອດໄພໂດຍພື້ນຖານ.

ສົມເດັດ ປີໄຈ ເສນາເຕຍບັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາ ຈັກກຳປູເຈຍ ກໍໄດ້ສະແດງຄວາມຂອບໃຈຕໍ່ການເດີນທາງມາຢ້ຽມຢາມ ແລະ ພົບປະສາມລັດຖະມົນຕີກະຊວງປ້ອງກັນປະເທດ ປະຈຳປີ 2019 ຂອງລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ ແລະ ສສ ຫວຽດນາມ ໃນຄັ້ງນີ້ ເຊິ່ງເປັນການຢັ້ງຢືນເຖິງແຜນການຮ່ວມມື ແລະ ບາດກ້າວໃໝ່ຂອງສາມປະເທດ ບົນພື້ນຖານແຫ່ງຄວາມປອງດອງສາມັກຄີ ແລະ ຫວັງຢ່າງຍິ່ງວ່າສາຍພົວພັນ ແລະ ການຮ່ວມມືລະຫວ່າງສາມຊາດ , ສາມກອງທັບ ກຳປູເຈຍ, ລາວ ແລະ ຫວຽດນາມ ຈະໄດ້ຮັບການ ເພີ່ມພູນຄູນສ້າງໃຫ້ມີບາດກ້າວໃໝ່ ເພື່ອຜົນປະໂຫຍດຂອງປະ ຊາຊົນສາມຊາດອິນດູຈີນ.

(ແຫຼ່ງ​ຂໍ້​ມູນ​: ພິດສະໄໝ ສອນວິໄລ/kongthap.gov.la)

ທ່ານອາດຈະມັກ

ເຫດການ