ສປປ ລາວ ສົ່ງລົດຖັງ T-34 ສະໄໝ ສະຫະພາບໂຊຫວຽດ ໃຫ້ແກ່ ລັດເຊຍ

00:54 | 13/05/2019

ຍສໝ - ວັນທີ 9 ມັງກອນ 2019 ສຳນັກຂ່າວ TASS ອີງໃສ່ການລາຍງານຢ່າງເປັນທາງການຂອງ ກະຊວງປ້ອງກັນປະເທດ ລັດເຊຍ ເຊິ່ງໃຫ້ຮູ້ວ່າ: ອົງການດັ່ງກ່າວໄດ້ຮັບລົດຕັງ T-34 ຈາກ ກອງທັບປະຊາຊົນ ລາວ ຈຳນວນ 30 ຄັນແລ້ວ.

ສປປ ລາວ ສົ່ງລົດຖັງ T-34 ສະໄໝ ສະຫະພາບໂຊຫວຽດ ໃຫ້ແກ່ ລັດເຊຍ

ລົດຕັງ T-34. (ພາບ: AP)

ຈຳນວນລົດຕັງທັງໝົດ ໄດ້ມາຮອດທ່າເຮືອ Vlapostok ຢູ່ພາກຕາເວັນອອກ ຂອງປະເທດລັດເຊຍ ພາຫຼັງການຂົນສົ່ງທາງທະເລ ຫຼາຍກວ່າ 4.500 ກມ.

ຫຼັງຈາກນັ້ນລົດຕັງ T-34 ດັ່ງກ່າວນີ້ ຈະຖຶກສົ່ງໄປ Moskva ໂດຍລົດໄພ.

ກະຊວງປ້ອງກັນປະເທດ ລັດເຊຍ ໄດ້ໃຫ້ຮູ້ວ່າ: ການຮັບລົດຕັງ T-34 ຄືນໃນຄັ້ງນີ້ແມ່ນປະຕິບັດຕາມ ສັນຍາທີ່ໄດ້ຕົກລົງກັນໃນ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ນະຄອນຫຼວງວຽງຈັນ ຂອງ ທ່ານ Nga Shoigu ລັດຖະມົນຕີ ກະຊວງປ້ອງກັນປະເທດ ລັດເຊຍ ທີ່ຜ່ານມາ.

ປະຈຸບັນຍັງບໍ່ທັນມີຂໍ້ມູນທີ່ແນ່ນອນກ່ຽວກັບຈຳນວນລົດຕັງ ຫຸ້ມເກາະທີ່ ກອງທັບປະຊາຊົນລາວມີ.

ຕາມວາລະສານປ້ອງກັນປະເທດ Jane's Defence Weekly, ທ້າຍປີ 2018 ປະເທດລັດເຊຍ ໄດ້ສະໜອງ ລົດຕັງ T-72B1 (ອິນຊີຂາວ)ທີ່ໄດ້ຮັບການຍົກລະດັບຂື້ນໃໝ່ ໃຫ້ປະເທດລາວ .

ຝ່າຍລັດເຊຍ ໄດ້ປະເມີນວ່າ ຈຳນວນລົດຕັງ T-34 ສະພາບຍັງດີ ແລະ ຍັງຄົງໃຊ້ໄດ້ຢູ່ ແລະ ຍັງມີແຜນການທີ່ຈະນຳໃຊ້ລົດຕັງດັ່ງກ່າວເຂົ້າໃນ ການເດີນສວນສະໜາມ ແລະ ໃຊ້ເຂົ້າໃນການວາງສະແດງໃນຫໍພິພິດຕະພັນ.

ລົດຕັງ T-34 ແມ່ນໜຶ່ງໃນລົດຕັງທີ່ເກົ່າແກ່ຂອງ ລັດເຊຍ ຫຼື ສະຫະພາບໂຊວຽດ. ບັນດາເຄື່ອງຈັດດັ່ງກ່າວສະແດງໃຫ້ເຫັນເຖິງຄຸນນະພາບອັນດີຍອດຍ້ຽມໃນສົງຄາມໂລກຄັ້ງທີ 2.

ໃນໄລຍະປີ 1940-1945 ປະເທດສະຫະພາບໂຊວຽດ ຜລິດລົດຕັງ T-34 ປະມານ 58.000ຄັນ.

(ຫັດ​ທະ​ບູນ)

ເຫດການ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ອ່ານຫຼາຍທີ່ສຸດ