ແຂວງ ຊອກຈັງ ໜູນຊ່ວຍ ປະຊາຊົນນະຄອນໂຮ່ຈີມິນ ດ້ວຍສິນຄ້າທີ່ຈຳເປັນ 40 ໂຕນ

14:59 | 21/07/2021

ຍສໝ - ແຂວງ ຊອກຈັງ ໜູນຊ່ວຍ ປະຊາຊົນນະຄອນໂຮ່ຈີມິນ ດ້ວຍສິນຄ້າທີ່ຈຳເປັນ 40 ໂຕນ

ປະຊາຄົມຊາວຫວຽດນາມ ຢູ່ແຂວງຢຸນນານ ໜູນຊ່ວຍ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ Covid-19 ປະຊາຄົມຊາວຫວຽດນາມ ຢູ່ແຂວງຢຸນນານ ໜູນຊ່ວຍ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ Covid-19
ວັກຊິນກັນໂຄວິດ-19 ຂອງ Moderna ຈະສົ່ງມາຮອດຫວຽດນາມ ໃນອາທິດນີ້ ວັກຊິນກັນໂຄວິດ-19 ຂອງ Moderna ຈະສົ່ງມາຮອດຫວຽດນາມ ໃນອາທິດນີ້
ແຂວງ ຊອກຈັງ ໜູນຊ່ວຍ ປະຊາຊົນນະຄອນໂຮ່ຈີມິນ ດ້ວຍສິນຄ້າທີ່ຈຳເປັນ 40 ໂຕນ

ແຂວງ ຊອກຈັງ ໜູນຊ່ວຍ ປະຊາຊົນນະຄອນໂຮ່ຈີມິນ ດ້ວຍສິນຄ້າທີ່ຈຳເປັນ 40 ໂຕນ. ພາບ: giaoducthoidai.vn

ຕອນບ່າຍວັນທີ 9 ກໍລະກົດ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງ ຊອກຈັງ ໄດ້ສົມທົບກັບພະແນກອຸດສາຫະກໍາ ແລະການຄ້າແຂວງ ຊອກຈັງ ຈັດຕັ້ງຖ້ຽວລົດແຫ່ງສາຍໄຍ ເພື່ອໜູນຊ່ວຍດ້ານເຄື່ອງໃຊ້, ສະບຽງອາຫານທີ່ຈໍາເປັນໃຫ້ແກ່ປະຊາຊົນໃນນະຄອນໂຮ່ຈີມິນ ຜູ້ທີ່ກໍາລັງຖືກຜົນກະທົບຈາກພະຍາດ Covid-19.

ເຄື່ອງໃຊ້, ສະບຽງອາຫານທີ່ຈຳເປັນປະມານ 40 ໂຕນ ໂດຍອົງການ, ຫົວໜ່ວຍ, ວິສາຫະກິດ, ອົງການຈັດຕັ້ງ, ສ່ວນບຸກຄົນປະກອບສ່ວນ ທີ່ມີມູນຄ່າທັງໝົດ ຫຼາຍກວ່າ 600 ລ້ານດົ່ງ, ໃນນັ້ນ ມີ 250 ລ້ານດົ່ງ ໂດຍຄະນະກຳມະການແນວໂຮມປະເທດຊາດຫວຽດນາມແຂວງ ໜຸນຊ່ວຍ ຈາກກອງທຶນຊ່ວຍເຫລືອໂດຍຜ່ານການຊື້ຜະລິດຕະພັນກະເສດຈາກຊາວກະສິກອນໃນບໍລິເວນແຂວງເພື່ອມອບໃຫ້ປະຊາຊົນໃນ ນະຄອນໂຮ່ຈິມິນ.

ໃນໄລຍະຈະມາເຖິງ, ນອກຈາກການພ້ອມກັນຮ່ວມແຮງຮ່ວມໃຈ ເພື່ອຕ້ານການລະບາດຂອງພະຍາດ Covid-19 ແລ້ວ, ການໜູນຊ່ວຍປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກໃນແຂວງ ກໍ່ຍັງຈະສືບຕໍ່ຂົນຂວາຍຂະແໜງການທຸກຂັ້ນ, ປະຊາຊົນ ໃຫ້ມີການໜູນຊ່ວຍ ປະຊາຊົນນະຄອນໂຮ່ຈີມິນ ຕື່ມອີກ.

ໄຊພອນ

ເຫດການ
302 Found

Found

The document has moved here.