ປະທານປະເທດ ປະດັບຫລຽນຄຳແຫ່ງຊາດ ໃຫ້ກອງທັບປະຊາຊົນລາວ

00:54 | 13/05/2019

ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ໃນວັນທີ 18 ມັງກອນ 2019, ທີ່ສະໂມສອນກົມໃຫຍ່ ການເມືອງກອງທັບ, ໄດ້ຈັດພິທີປະດັບຫລຽນຄຳແຫ່ງຊາດ ໃຫ້ກອງທັບປະຊາຊົນລາວ, ເຊິ່ງເປັນຫລຽນທີ 5 ຂອງກອງທັບ, ພ້ອມທັງປະດັບຫລຽນໄຊປະເພດຕ່າງໆ ໃຫ້ກົມກອງລວມໝູ່ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນໃນ 5 ປີຜ່ານມາ. ເປັນກຽດເຂົ້າຮ່ວມ ແລະ ປະດັບຫລຽນຄຳແຫ່ງຊາດ ໃຫ້ກອງທັບປະຊາຊົນລາວໃນຄັ້ງນີ້, ໂດຍທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ມີທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງ ສູນກາງພັກ ລັດຖະມົນຕີ ກຊວງປ້ອງກັນປະເທດ, ມີການນຳພັກ-ລັດ, ການນຳກະຊວງປ້ອງກັນປະເທດ ແລະ ພະນັການຫລັກແຫລ່ງ ເຂົ້າຮ່ວມ.

ປະທານປະເທດ ປະດັບຫລຽນຄຳແຫ່ງຊາດ ໃຫ້ກອງທັບປະຊາຊົນລາວ

ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ມອບຫຼຽນຄຳ ແລະ ໃບຍ້ອງຍໍໃຫ້ແກ່ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງ ສູນກາງພັກ ລັດຖະມົນຕີ ກຊວງປ້ອງກັນປະເທດ. (ພາບ: ວຽງພອນ)

ໃນໂອກາດນີ້, ທ່ານ ສີພຸກ ວົງພັກດີ ຮອງລັດຖະມົນຕີ ກະຊວງພາຍໃນ ກ່າວວ່າ: ການປະ ດັບຫລຽນຄຳແຫ່ງຊາດ, ເຊິ່ງເປັນຫລຽນສູງສຸດຂອງ ສປປ ລາວ ໃຫ້ແກ່ກອງທັບປະຊາຊົນລາວ ໃນຄັ້ງນີ້ ເຫັນວ່າ ກອງທັບເຮົາ ໄດ້ມີຜົນງານອັນໃຫຍ່ຫລວງ ໃນການຕໍ່ສູ້ກູ້ຊາດ ຕ້ານຈັກກະພັດຜູ້ຮຸກຮານໃນເມື່ອກ່ອນ, ທັງສືບຕໍ່ໄລຍະແຫ່ງການ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ, ກອງທັບຍາມໃດ ກໍຈົງຮັກພັກດີ ຕໍ່ປະເທດຊາດ ປົກຮັກສາຜືນແຜ່ນດິນ ອັນຄົບຖ້ວນຂອງ ສປປ ລາວ ໄດ້ເປັນຢ່າງດີ.

ຫລັງຈາກນັ້ນ, ໄດ້ມີການປະດັບຫລຽນໄຊ ອິດສະຫລະຊັ້ນ II ຈໍານວນ 4 ກົມກອງ ແລະ ບຸກຄົນ 10 ສະຫາຍ, ຫລຽນໄຊພິລະອາດຫານຊັ້ນ I ໃຫ້ 01 ກົມກອງ, ຫລຽນໄຊແຮງງານຊັ້ນ II ໃຫ້ 05 ກົມກອງ, ປະດັບຫລຽນໄຊອິດສະຫລະຊັ້ນ II ໃຫ້ບຸກຄົນ 487 ສະຫາຍ, 66 ກົມກອງລວມໝູ່, ຫລຽນໄຊອິດສະຫລະຊັ້ນ III ໃຫ້ບຸກຄົນ 896 ສະຫາຍ, 126 ກົມກອງລວມໝູ່, ຫລຽນໄຊແຮງງານຊັ້ນ II ໃຫ້ບຸກຄົນ 4.885 ສະຫາຍ, 275 ກົມກອງລວມໝູ່, ຫລຽນໄຊແຮງງານຊັ້ນ III ຈໍານວນ 12.363 ສະຫາຍ, 527 ກົມກອງລວມໝູ່, ຫລຽນກາແຮງງານ ໃຫ້ນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ຈຳນວນ 18.521 ສະຫາຍ.

ພ້ອມນີ້, ຍັງມີການມອບໃບຍ້ອງຍໍລັດຖະບານ 14.522 ສະຫາຍ, 192 ກົມກອງລວມໝູ່, ປະດັບຫລຽນໄຊພິລະອາດຫານຊັ້ນ I ໃຫ້ 7 ກົມກອງ ແລະ 9 ສະຫາຍ, ຊັ້ນ II ຈຳນວນ 140 ກົມກອງ ແລະ ບຸກຄົນ 1.616 ສະຫາຍ ແລະ ຊັ້ນ III ໃຫ້ 252 ກົມກອງ 4.635 ສະຫາຍ; ໃບຍ້ອງຍໍກະຊວງປ້ອງກັນປະເທດໃຫ້ 26 ກົມກອງ 11.059 ສະຫາຍ ແລະ ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ ໃຫ້ 4 ກົມກອງ ແລະ 10.736 ສະຫາຍ.

(ແຫຼ່ງ​ຂໍ້​ມູນ​: ວຽງພອນ/ຂ​ປ​ລ)

ທ່ານອາດຈະມັກ

ເຫດການ