ພາບການເດີນຂະບວນຂອງກຳມະກອນ.
ໃນນັ້ນ, ຢູ່ທີ່ປະເທດລັດເຊຍ ກໍມີການນັດຢຸດງານຂອງຄົນງານ ໄຣໄມໂຊໂຊບ, ໃນປະເທດຝຣັ່ງ ກໍມີການນັດຢຸດງານຂອງຄົນງານເໝືອງແຮ່ ໃນປີ ຄ.ສ 1882 ແລະ ມີການນັດຢຸດງານ ໃນອາເມລິກາ ຫຼາຍໆຄັ້ງ ໃນປີ ຄ.ສ 1884 ຫາ 1886 ແລະ ໃນວັນທີ 1 ເດືອນພຶດສະພາ ຄ.ສ 1886 ໄດ້ມີການໂຮມຊຸມນຸມເດີນຂະບວນ ເພື່ອຮຽກຮ້ອງໃຫ້ນາຍ ທຶນຫຼຸດຊົ່ວໂມງໃນການເຮັດວຽກລົງໃຫ້ເຫຼືອພຽງມື້ລະ 8 ຊົ່ວໂມງ, ເຊິ່ງມີຜູ້ໃຊ້ແຮງງານເຂົ້າຮ່ວມນັບແສນຄົນ ເຮັດໃຫ້ພວກນາຍທຶນທີ່ກຳອຳນາດ (ເປັນລັດຖະບານໃນເວລານັ້ນ) ໃຊ້ອາວຸດທຸບຕີ, ແກວ່ງລະເບີດ ແລະ ໃຊ້ປຶນຍິງເຂົ້າໃສ່ຄົນງານທີ່ມາຊຸມນຸມເດີນຂະບວນ ຈົນໄດ້ບາດເຈັບ ແລະ ເສຍຊີວິດເປັນຈຳນວນຫຼາຍ ສ່ວນທີ່ເຫຼືອກໍຖືກຈັບກຸມຄຸມຂັງ ແລະ ໄດ້ຖືກຕັດສິນລົງໂທດປະຫານຊີວິດ ໃນຂໍ້ຫາກະບົດ.
ເຖິງແມ່ນນວ່າຂະບວນການດັ່ງກ່າວຈະຖືກປາບປາມຢ່າງໂຫດຮ້າຍປ່າເຖື່ອນ, ຢ່າງຮຸນແຮງກໍຕາມ ແຕ່ຂະບວນການກຳມະກອນ ແລະ ຊາວຜູ້ອອກແຮງງານໃນເວລານັ້ນ ກໍຍັງບໍ່ໄດ້ປະລະຄວາມຕັ້ງໃຈ ກົງກັນຂ້າມພັດລວມຕົວກັນຢ່າງໜຽວແໜ້ນ ແລະ ມີຈິດໃນເດັດດ່ຽວຕໍ່ອຸດົມການຂອງພວກເຂົາເຈົ້າທີ່ຈະຕໍ່ສູ້ເພື່ອຊົນຊັ້ນກຳມາຊີບຕໍ່ໄປ. ຈົນມາ ຮອດ ປີ ຄ.ສ 1890, ຂະບວນການກຳມະກອນຈາກບັນ ດາປະເທດຕ່າງໆ ໄດ້ເຄື່ອນໄຫວໃຫ້ມີການປະຊຸມຂຶ້ນຄັ້ງທຳອິດແມ່ນໃນວັນທີ 14 ກໍລະກົດ ປີ ຄ.ສ 1889 ໂດຍມີຈຳນວນ 20 ປະເທດເຂົ້າຮ່ວມ, ເຊິ່ງມີຕົວແທນຈາກເອີຣົບ18 ປະເທດ ແລະ 2 ປະເທດມາຈາກອົດສະຕຣາລີ ແລະ ອາເມລິກາ.
ໃນກອງປະຊຸມ ໄດ້ພິຈາລະນາບັນຫາຂອງຜູ້ໃຊ້ແຮງງານທີ່ເກີດຂຶ້ນຢູ່ໃນເມື່ອກ່ອນມີດັ່ງນີ້:ໜຶ່ງ, ໃຫ້ຫຼຸດຊົ່ວໂມງການເຮັດວຽກລົງ ເນື່ອງຈາກຄົນໃຊ້ແຮງງານເຮັດເຖິງມື້ລະ 15-16 ຊົ່ວໂມງ ມາເປັນມື້ 8 ຊົ່ວ ໂມງ ເພື່ອໃຫ້ຄົນງານມີເວລາພັກຜ່ອນ, ສຶກສາຄົ້ນຄວ້າຍົກລະດັບທາງດ້ານການເມືອງ ແລະ ເຂົ້າຮ່ວມກິດຈະກຳ ທາງດ້ານວັດທະນະທຳ-ສັງຄົມອື່ນໆ; ສອງ, ພິຈາລະນາຄຸ້ມຄອງແຮງງານເດັກ ແລະ ແຮງງານແມ່ຍິງ ຊຶ່ງມີຊົ່ວໂມງການເຮັດວຽກ ຫຼາຍກວ່າຜູ້ຊາຍ ແຕ່ໄດ້ຄ່າຈ້າງຕ່ຳ;ສາມ, ພິຈາລະນາສະຫວັດດີການສັງຄົມ ໃນການເຮັດວຽກ ແລະ ປັບປຸງສະພາບແວດລ້ອມໃນການເຮັດວຽກ, ເຊິ່ງໝາຍເຖິງທີ່ພັກອາໃສ, ນ້ຳດື່ມສະອາດ, ແສງ, ສີ, ສຽງ ແລະ ສະຫວັດດີການອື່ນໆ. ສີ່; ພິຈາລະນາການຈ່າຍຄ່າ ແຮງງານທີ່ເປັນທຳໂດຍຄຳນຶງ ເຖິງຄ່າຄອງຊີບໃນເວລານັ້ນ; ຫ້າ, ພິຈາລະນາກ່ຽວກັບສິດທິ ການນັດຢຸດງານ, ການຊຸມນຸມເດີນຂະບວນ ແລະ ສະແດງພະລັງ ໂດຍທີ່ປະຊຸມໄດ້ມີມະຕິກຳນົດໃຫ້ວັນທີ 1 ພຶດສະພາຂອງທຸກໆປີ ເປັນວັນຢຸດງານ ແຕ່ໃຫ້ຜູ້ໃຊ້ແຮງງານໄດ້ຮັບຄ່າຈ້າງປົກກະຕິ ແລະ ເປັນວັນເດີນຂະບວນສະແດງພະລັງຄວາມພ້ອມພຽງຂອງຊົນຊັ້ນ ກຳມະກອນໃນປະເທດຕ່າງໆໃນ ທົ່ວ ໂລກ.
ຕໍ່ມາຂະບວນການຜູ້ໃຊ້ແຮງງານໃນປະເທດກສນາດາ, ອາເມລິກາ ແລະ ປະເທດຕ່າງໆຢູ່ໃນເອີຣົບ ໄດ້ພ້ອມໃຈກັນໂຮມຊຸມນຸມເດີນຂະບວນຮຽກຮ້ອງ ເພື່ອໃຫ້ມີການຫຼຸດຊົ່ວໂມງລົງອີກ ໃນວັນທີ 1 ພຶດສາພາ ປີ ຄ.ສ 1890. ໃນເວລານັ້ນ, ການນັດຢຸດງານຂອງຄົນງານ ໃນທຸກກິດຈະ ການອຸດສາຫະກຳ ໄດ້ຂະຫຍາຍກ້ວາງໄປທົ່ວໂລກ ແລະ ຈາກການຕໍ່ສູ້ຢ່າງມີຈິດສຳນຶກທາງຊົນຊັ້ນ ເພື່ອປົດປ່ອຍຕົນເອງອອກຈາກ ການກົດຂີ່ຂູດຮີດຂອງພວກນາຍທຶນ ແລະ ເຮັດໃຫ້ລັດຖະບານປະເທດຕ່າງໆໃນທົ່ວໂລກຍອມຮັບ ແລະ ອອກກົດໝາຍ ປະກາດໃຊ້ລະບົບ 3 ແປດຄື: ເຮັດວຽກມື້ລະ 8 ຊົ່ວໂມງ, ພັກຜ່ອນມື້ລະ 8 ຊົ່ວໂມງ ແລະ ສຶກສາຫາຄວາມຮູ້ມື້ລະ 8 ຊົ່ວໂມງ. ຊົນຊັ້ນກຳມາຊີບ ໃນທົ່ວໂລກຈິ່ງໄດ້ຮ່ວມກັນກຳນົດໃຫ້ວັນທີ 1 ພຶດສາພາ ປີ ຄ.ສ 1890 ເປັນ “ວັນກຳມະກອນສາກົນ” ຄັ້ງທຳອິດ ຂອງຊົນຊັ້ນກຳມະກອນ ແລະ ມະຕິດັ່ງກ່າວໄດ້ເລີ່ມປະຕິບັດຕັ້ງແຕ່ວັນທີ 1 ພຶດສາພາ 1890 ຈົນເຖິງປັດຈຸບັນ ຖືໄດ້ວ່າ: ວັນດັ່ງກ່າວເປັນວັນສຳຄັນຂອງຊົນຊັ້ນກຳມາຊີບໃນທົ່ວໂລກ ແລະ ໄດ້ຖືກຈາລຶກໄວ້ໃນໜ້າປະຫວັດສາດຂອງ ຊົນຊັ້ນກຳມາຊີບແຫ່ງໂລກ ເປັນວັນທີ່ຜູ້ໃຊ້ແຮງງານທົ່ວ ໂລກ ປົດແອກຄອບຄອງຈາກການກົດຂີ່ຂູດຮີດ ໂດຍໃຫ້ເປັນວັນກຳມະກອນທົ່ວໂລກທີ່ຈັດໃຫ້ມີການຊຸມນຸມເດີນຂະບວນ, ເພື່ອລະນຶກເຖິງໄຊຊະນະຄັ້ງທຳອິດຂອງຊົນຊັ້ນ ກຳມາຊີບທົ່ວໂລກ.
(ແຫຼ່ງຂໍ້ມູນ: ອາພອນລາວ)