50 ຜົນງານຈິດຕະກຳແນະນຳມໍລະດົກວັດທະນະທຳຫວຽດນາມ - ລາວ ຢູ່ວຽງຈັນ

17:11 | 24/11/2026

ຍສໝ - ວັນທີ 23/11, ຢູ່ນະຄອນຫຼວງວຽງຈັນ (ລາວ), ງານວາງສະແດງ “ມໍລະດົກວັດທະນະທຳຫວຽດນາມ ແລະ ລາວ ຜ່ານຜົນງານຈິດຕະກຳ” ໄດ້ໄຂຂຶ້ນໂດຍມີຜົນງານ 50 ຊິ້ນຂອງບັນດາຈິດຕະກອນສອງປະເທດ, ແນະນຳຄວາມງົດງາມຂອງມໍລະດົກ, ເອກະລັກທາງວັດທະນະທຳ ແລະ ຜູ້ຄົນຫວຽດນາມ - ລາວ ໃຫ້ແກ່ປະຊາຊົນ ແລະ ມິດສະຫາຍສາກົນ.

ຄ່ຳຄືນສິລະປະຢູ່ລາວ ເຊື່ອມສານຊຸມຊົນຊາວຫວຽດນາມ, ເຜີຍແຜ່ມິດຕະພາບຫວຽດນາມ - ລາວ ຫວຽດນາມ - ລາວ ມຸ່ງສູ່ໂຄງການຮ່ວມມືດ້ານກິລາ ໄລຍະ 2026-2030

ງານວາງສະແດງດັ່ງກ່າວຈັດຂຶ້ນໂດຍສະຖານທູດຫວຽດນາມປະຈຳລາວ ຮ່ວມກັບສູນວັດທະນະທຳຫວຽດນາມ ແລະ ບັນດາອົງການດ້ານມໍລະດົກ ແລະ ສິລະປະວິຈິດສິນຂອງສອງປະເທດ. ເຂົ້າຮ່ວມພິທີເປີດມີທ່ານ ຫງວຽນ ມິງ ເຕິມ, ເອກອັກຄະລັດຖະທູດຫວຽດນາມປະຈຳລາວ ແລະ ຜູ້ຕາງໜ້າຄະນະນຳບັນດາຄະນະ, ກະຊວງ ແລະ ຂະແໜງການສູນກາງຂອງລາວ.

ງານດັ່ງກ່າວຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 51 ປີແຫ່ງວັນຊາດສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ວັນມະຫາສາມັກຄີທົ່ວປວງຊົນຫວຽດນາມ, ວັນມໍລະດົກວັດທະນະທຳຫວຽດນາມ (23/11) ແລະ ວັນວັດທະນະທຳຫວຽດນາມ (24/11) ທີ່ຈັດຂຶ້ນເປັນຄັ້ງທຳອິດ.

50 ຜົນງານຈິດຕະກຳແນະນຳມໍລະດົກວັດທະນະທຳຫວຽດນາມ - ລາວ ຢູ່ວຽງຈັນ
ການສະແດງສິລະປະທີ່ສະທ້ອນເອກະລັກວັດທະນະທຳດັ້ງເດີມຂອງຫວຽດນາມຢ່າງໂດດເດັ່ນ ໃນພິທີເປີດງານວາງສະແດງ “ມໍລະດົກວັດທະນະທຳຫວຽດນາມ ແລະ ລາວ ຜ່ານຜົນງານຈິດຕະກຳ”.

ນີ້ຍັງແມ່ນກິດຈະກຳທີ່ມຸ່ງສູ່ການສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງສາຍພົວພັນການທູດ ແລະ 50 ປີແຫ່ງວັນລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ໃນປີ 2027.

ກ່າວຄຳເຫັນໃນພິທີເປີດ, ທ່ານ ຫງວຽນ ມິງ ເຕິມ, ເອກອັກຄະລັດຖະທູດ ໄດ້ເນັ້ນໜັກວ່າ ວັດທະນະທຳແມ່ນແຫຼ່ງພະລັງພາຍໃນ, ພ້ອມທັງເປັນຂົວເຊື່ອມທີ່ຊ່ວຍໃຫ້ປະຊາຊົນສອງປະເທດເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມໄວ້ວາງໃຈເຊິ່ງກັນ ແລະ ກັນ.

ຕາມທ່ານເອກອັກຄະລັດຖະທູດແລ້ວ, ການຈັດງານວາງສະແດງໄດ້ປະກອບສ່ວນຫັນມະຕິເລກທີ 80-NQ/TW ຂອງກົມການເມືອງ ວ່າດ້ວຍການພັດທະນາວັດທະນະທຳຫວຽດນາມ ໃຫ້ເປັນຮູບປະທຳ, ຮັບໃຊ້ເປົ້າໝາຍການເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ ແລະ ຍົກລະດັບພະລັງອຳນາດອ່ອນຂອງຊາດ.

ງານວາງສະແດງໄດ້ແນະນຳຜົນງານຈິດຕະກຳ 50 ຊິ້ນ, ໃນນັ້ນມີ 28 ຜົນງານຂອງບັນດາຈິດຕະກອນຫວຽດນາມ ແລະ 22 ຜົນງານຂອງບັນດາຈິດຕະກອນລາວ. ຜ່ານພາສາແຫ່ງຈິດຕະກຳ, ບັນດາສິລະປິນໄດ້ຖ່າຍທອດຄວາມງົດງາມຂອງມໍລະດົກ, ລັກສະນະພິເສດຂອງເອກະລັກທາງວັດທະນະທຳ ແລະ ຊີວິດທາງຈິດໃຈຂອງປະຊາຊົນສອງປະເທດ.

ກິດຈະກຳດັ່ງກ່າວໄດ້ດຶງດູດປະຊາຊົນຜູ້ຮັກສິລະປະຂອງຫວຽດນາມ ແລະ ລາວ ຈຳນວນຫຼວງຫຼາຍເຂົ້າມາຢ້ຽມຊົມ ແລະ ຊື່ນຊົມຜົນງານ.

ງານວາງສະແດງເປີດໃຫ້ເຂົ້າຊົມໂດຍບໍ່ເສຍຄ່າ ແຕ່ວັນທີ 23/11 ຫາວັນທີ 29/11/2026 ຢູ່ສູນວັດທະນະທຳຫວຽດນາມ ໃນນະຄອນຫຼວງວຽງຈັນ, ເປີດໂອກາດໃຫ້ປະຊາຊົນລາວ ແລະ ມິດສະຫາຍສາກົນໄດ້ຮຽນຮູ້ເພີ່ມຕື່ມກ່ຽວກັບມໍລະດົກວັດທະນະທຳຂອງສອງຊົນຊາດ, ປະກອບສ່ວນບຳລຸງສ້າງສາຍພົວພັນມິດຕະພາບພິເສດ ຫວຽດນາມ - ລາວ.

ຄຳມ່ວນ: ເຊື່ອມໂຍງຊຸມຊົນຄົນຫວຽດນາມ ຄຳມ່ວນ: ເຊື່ອມໂຍງຊຸມຊົນຄົນຫວຽດນາມ
ຍສໝ - ວັນທີ 16 ພະຈິກ, ຢູ່ແຂວງຄຳມ່ວນ (ລາວ), ສະມາຄົມຄົນຫວຽດນາມແຂວງຄຳມ່ວນ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ XI, ສະໄໝ 2026-2031, ໂດຍກຳນົດໜ້າທີ່ເສີມສ້າງອົງການສະມາຄົມ, ເອົາໃຈໃສ່ຊີວິດການເປັນຢູ່ຂອງສະມາຊິກ, ຍົກສູງຄຸນນະພາບການສອນ ແລະ ການຮຽນພາສາຫວຽດນາມ, ປະກອບສ່ວນເສີມສ້າງການພົວພັນມິດຕະພາບພິເສດຫວຽດນາມ - ລາວ.
ນັກສຶກສາລາວໂດຍມີຄວາມຮູ້ສຶກຕື້ນຕັນໃຈເມື່ອໄດ້ຢ້ຽມຊົມຫໍເທບທິດາໂຍ່ຍຮວາ ຢູ່ຫວຽດນາມ ນັກສຶກສາລາວໂດຍມີຄວາມຮູ້ສຶກຕື້ນຕັນໃຈເມື່ອໄດ້ຢ້ຽມຊົມຫໍເທບທິດາໂຍ່ຍຮວາ ຢູ່ຫວຽດນາມ
ຍສໝ - ໃນການໄປຢ້ຽມຊົມຫໍເທບທິດາໂຍ່ຍຮວາ ທີ່ແຂວງນິງບິ່ງເປັນຄັ້ງທຳອິດ, ທ້າວ ມີໄຊ ວັນພະຈິດ, ນັກສຶກສາລາວທີ່ກຳລັງສຶກສາຢູ່ສະຖາບັນການທູດຫວຽດນາມ, ຮູ້ສຶກຕື້ນຕັນໃຈເມື່ອຮູ້ວ່າ ປະຊາຊົນຫວຽດນາມໄດ້ອະນຸລັກ ແລະ ລະນຶກເຖິງລາຊະທິດາຈາກປະເທດບ້ານເກີດຂອງຕົນມາຫຼາຍສະຕະວັດ. ລາວຕ້ອງການນຳເລື່ອງລາວນີ້ໄປເລົ່າໃຫ້ຄອບຄົວ ແລະ ໝູ່ເພື່ອນຢູ່ລາວຟັງ.
50 ຜົນງານຈິດຕະກຳແນະນຳມໍລະດົກວັດທະນະທຳຫວຽດນາມ - ລາວ ຢູ່ວຽງຈັນ

ດວງດີ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ