ຫວຽດນາມ - ນູແວນເຊລັງ ຊຸກຍູ້ການຮ່ວມມືຮອບດ້ານ

13:17 | 14/08/2026

ຍສໝ - ການຍົກມູນຄ່າການຄ້າສອງສົ້ນໃຫ້ບັນລຸ 3 ຕື້ໂດລາສະຫະລັດ, ການຂະຫຍາຍໂອກາດດ້ານການສຶກສາ ແລະ ການເສີມສ້າງການປະສານງານທາງການທູດ ແມ່ນບັນດາທິດທາງສຳຄັນທີ່ຫວຽດນາມ ແລະ ນູແວນເຊລັງ ໄດ້ເຫັນດີຮ່ວມກັນໃນກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທີ 4, ຈັດຂຶ້ນຢູ່ນະຄອນ Wellington ໃນວັນທີ 13 ສິງຫາ 2026.

ຫວຽດນາມເພີ່ມທະວີຖານະບົດບາດໃນສາຍພົວພັນກັບນູແວນເຊລັງ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ພົບປະກັບພະນັກງານການທູດຫວຽດນາມຢູ່ນູແວນເຊລັງ
ຫວຽດນາມ - ນູແວນເຊລັງ ຊຸກຍູ້ການຮ່ວມມືຮອບດ້ານ
ທ່ານ ເລຮວ່າຍຈຸງ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ທ່ານ Winston Peters, ລັດຖະມົນຕີການຕ່າງປະເທດນູແວນເຊລັງ.

ວັນທີ 13 ສິງຫາ, ຢູ່ນະຄອນ Wellington, ໃນຂອບເຂດການຢ້ຽມຢາມຂັ້ນລັດນູແວນເຊລັງຂອງທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດຫວຽດນາມ, ທ່ານ ເລ ຮວ່າຍ ຈຸງ, ກຳມະການກົມການເມືອງ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ແລະ ທ່ານ Winston Peters, ລັດຖະມົນຕີວ່າການກະຊວງການຕ່າງປະເທດນູແວນເຊລັງ, ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຫວຽດນາມ - ນູແວນເຊລັງ ຄັ້ງທີ 4 (FMM-4).

ທີ່ກອງປະຊຸມ, ລັດຖະມົນຕີທັງສອງທ່ານໄດ້ທົບທວນສະພາບການພັດທະນາສາຍພົວພັນທະວິພາຄີ ແລະ ຢືນຢັນວ່າ ຄູ່ຮ່ວມຍຸດທະສາດຮອບດ້ານຫວຽດນາມ - ນູແວນເຊລັງ ມີພື້ນຖານຄວາມໄວ້ວາງໃຈອັນໜັກແໜ້ນ, ເຊິ່ງໄດ້ຮັບການທະນຸບຳລຸງ ແລະ ພັດທະນາມາຕະຫຼອດກວ່າ 50 ປີ ນັບແຕ່ສອງປະເທດສ້າງຕັ້ງສາຍພົວພັນການທູດ.

ສອງຝ່າຍເຫັນດີວ່າ ຈຳເປັນຕ້ອງສືບຕໍ່ປະສານງານຢ່າງໃກ້ຊິດ ເພື່ອຜັນຂະຫຍາຍບັນດາຜົນສຳເລັດ ແລະ ຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມຂອງທ່ານ ໂຕ ເລິມ ໃຫ້ເກີດຜົນເປັນຮູບປະທຳ. ຈຸດສຸມແມ່ນການນຳສາຍພົວພັນສອງປະເທດພັດທະນາໃນລວງເລິກ, ຢ່າງແທ້ຈິງ ແລະ ມີປະສິດທິຜົນຍິ່ງຂຶ້ນ, ໂດຍສະເພາະໃນບັນດາຂົງເຂດທີ່ການນຳສອງປະເທດໃຫ້ຄວາມສຳຄັນ ເຊັ່ນ ການຄ້າ, ການລົງທຶນ, ກະສິກຳເຕັກໂນໂລຊີສູງ, ສາທາລະນະສຸກ ແລະ ການສຶກສາ.

ໃນດ້ານເສດຖະກິດ, ລັດຖະມົນຕີທັງສອງທ່ານໄດ້ເນັ້ນຄວາມສຳຄັນຂອງການສົ່ງເສີມການຄ້າເສລີ, ການເປີດຕະຫຼາດ ແລະ ການເຊື່ອມໂຍງເສດຖະກິດ. ສອງຝ່າຍເຫັນດີຮ່ວມກັນນຳໃຊ້ບັນດາສັນຍາການຄ້າເສລີທີ່ທັງສອງປະເທດເປັນສະມາຊິກໃຫ້ມີປະສິດທິຜົນ, ໂດຍສະເພາະສັນຍາ CPTPP ແລະ RCEP, ເພື່ອມຸ່ງສູ່ເປົ້າໝາຍຍົກມູນຄ່າການຄ້າສອງສົ້ນໃຫ້ບັນລຸ 3 ຕື້ໂດລາສະຫະລັດ.

ກ່ຽວກັບການສຶກສາ, ທ່ານ ເລ ຮວ່າຍ ຈຸງ ໄດ້ສະແດງຄວາມຍິນດີທີ່ນູແວນເຊລັງສືບຕໍ່ອຳນວຍໂອກາດໃຫ້ນັກສຶກສາຫວຽດນາມໄປຮ່ຳຮຽນຢູ່ນູແວນເຊລັງ, ພ້ອມທັງຮັກສາ ແລະ ຂະຫຍາຍບັນດາໂຄງການທຶນການສຶກສາ, ການຝຶກອົບຮົມ ແລະ ການພັດທະນາທັກສະ.

ສຳລັບການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ, ລັດຖະມົນຕີທັງສອງທ່ານໄດ້ຕີລາຄາສູງປະສິດທິຜົນຂອງບັນດາກົນໄກພົບປະ ແລະ ແລກປ່ຽນທີ່ມີຢູ່. ພ້ອມກັນນັ້ນ, ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນດ້ານນະໂຍບາຍ, ການແບ່ງປັນປະສົບການ, ການຝຶກອົບຮົມ ແລະ ຍົກສູງຄວາມສາມາດໃຫ້ພະນັກງານການທູດ, ລວມເຖິງການເຊື່ອມໂຍງລະຫວ່າງບັນດາຫົວໜ່ວຍວິຊາສະເພາະ.

ນອກຈາກບັນດາບັນຫາທະວິພາຄີແລ້ວ, ລັດຖະມົນຕີທັງສອງທ່ານຍັງໄດ້ແລກປ່ຽນຄວາມເຫັນຢ່າງກວ້າງຂວາງ ແລະ ເລິກເຊິ່ງ ກ່ຽວກັບສະພາບການໂລກ ແລະ ພາກພື້ນ, ໂດຍສະເພາະບັນດາສະຖານະການທີ່ສັບສົນ, ຈຸດຮ້ອນ, ການຂັດແຍ່ງ ແລະ ບັນຫາຍຸດທະສາດທີ່ພວມສົ່ງຜົນກະທົບຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງພາກພື້ນອາຊີ - ປາຊີຟິກ.

ທ່ານ​ເອກ​ອັກຄະ​ລັດຖະທູດ ນູແວນເຊລັງ: ຫວຽດນາມ ​ແມ່ນ​ປັດ​ໄຈ​ທີ່​ຕັ້ງໜ້າ​ໃນ​ການ​ສ້າງ​ຍຸດ​ທະ​ສາດ​ຂອງ​ອາ​ຊຽນ ທ່ານ​ເອກ​ອັກຄະ​ລັດຖະທູດ ນູແວນເຊລັງ: ຫວຽດນາມ ​ແມ່ນ​ປັດ​ໄຈ​ທີ່​ຕັ້ງໜ້າ​ໃນ​ການ​ສ້າງ​ຍຸດ​ທະ​ສາດ​ຂອງ​ອາ​ຊຽນ
ຍສໝ - ທ່ານ​ນາງ Caroline Beresford ​ເອກ​ອັກຄະ​ລັດຖະທູດ ນູແວນເຊລັງ ປະຈຳ ຫວຽດນາມ ຢືນຢັນ​ວ່າ ດ້ວຍ​ການ​ໜູນ​ຊ່ວຍ ​ແລະ ສົມທົບ​ກັນ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ ຫວຽດນາມ, ການ​ພົວພັນ​ຄູ່​ຮ່ວມ​ມື ອາ​ຊຽນ - ນູແວນເຊລັງ ຈະ​ສືບ​ຕໍ່​ໄດ້​ຮັບ​ການປັບປຸງ, ຍົກ​ສູງ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່ ​ແລະ ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຕົວ​ຈິງ​ໃຫ້​ແກ່​ປະຊາຊົນ 2 ຝ່າຍ.
ເຊື່ອມໂຍງປັນຍາຊົນ ຫວຽດນາມ ຢູ່ທີ່ ນູແວນເຊລັງ ເຊື່ອມໂຍງປັນຍາຊົນ ຫວຽດນາມ ຢູ່ທີ່ ນູແວນເຊລັງ
ຍສໝ - ວັນທີ 23/7, ຕາໜ່າງປັນຍາຊົນ ຫວຽດນາມ ຢູ່ທີ່ ນູແວນເຊລັງ (VietKnowledge NZ - VKNZ) ໄດ້ເປີດໂຕຢ່າງເປັນທາງການ ໂດຍມີການເຂົ້າຮ່ວມຂອງຕົວແທນ ບັນດາກຸ່ມຊຸມຊົນຄົນ ຫວຽດນາມ ພ້ອມດ້ວຍປະຊາຊົນ ຫວຽດນາມ ຢູ່ຕ່າງປະເທດ, ຜູ້ອອກແຮງງານ, ຊ່ຽວຊານ, ນັກວິຊາການ, ນັກທຸລະກິດ, ນັກສຶກສາປະລິນຍາໂທ-ເອກ ແລະ ນັກສຶກສາ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ປະຕິບັດງານ ຢູ່ທົ່ວ ນິວຊີແລນ ເປັນຈຳນວນຫຼາຍ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ