
ໜັງສືພິມ UAE: ຫວຽດນາມແມ່ນຈຸດພົ້ນເດັ່ນຂອງການເຕີບໂຕເສດຖະກິດ ຍ້ອນການຄວບຄຸມ COVID-19 ຢ່າງສຳເລັດຜົນ
ຍສໝ - ບັນດານັກສັງເກດ ໄດ້ຄາດຄະເນວ່າຫວຽດນາມ ຈະພັດທະນາສູງຂື້ນຖ້າສືບຕໍ່ຄວບຄຸມການລະບາດຂອງພະຍາດ COVID-19, ເຊິ່ງກຳລັງມີການແຜ່ລາມອີກຄັ້ງໃນຫລາຍປະເທດ.
ຍສໝ - ບັນດານັກສັງເກດ ໄດ້ຄາດຄະເນວ່າຫວຽດນາມ ຈະພັດທະນາສູງຂື້ນຖ້າສືບຕໍ່ຄວບຄຸມການລະບາດຂອງພະຍາດ COVID-19, ເຊິ່ງກຳລັງມີການແຜ່ລາມອີກຄັ້ງໃນຫລາຍປະເທດ.
ຍສໝ - ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ, ຕາງໜ້າການນຳພັກ, ລັດ, ລັດຖະບານ, ທ່ານນາຍົກລັດຖະມົນຕີໄດ້ສົ່ງຄຳອວຍພອນໄປຍັງການນຳ, ພະນັກງານ, ກຳມະກອນ Petrovietnam ທຸກຄົນ ກ່ຽວກັບບັນດາຜົນສຳເລັດທີ່ບັນລຸໄດ້ໃນປີຜ່ານມາ. ອາດເວົ້າໄດ້ວ່າ, ປີ 2020 ແມ່ນປີປະສົບຜົນສຳເລັດທີ່ສຸດໃນອາຍຸການ 5 ປີ 2016 – 2020, ໃນນັ້ນ ໄດ້ປະກອບສ່ວນໂດຍກົງ ແລະ ສຳຄັນ ຂອງ Petrovietnam.
ຍສໝ - ຕາມກົມຄຸ້ມຄອງສິນຄ້າສຳຮອງແລ້ວ, ຈຳນວນເຂົ້າສານໄດ້ຮັບການສະໜັບສະໜູນ ຕາມຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ກໍ່ຈະຕາມການສະເໜີຂອງພະນັກແຮງງານ, ທະຫານອົງຄະ ແລະ ສັງຄົມ ຢູ່ບາງແຂວງໃນໂອກາດບຸນເຕັດປີນີ້ສູງກ່ວາປີ 2020 ຍ້ອນໂລກລະບາດໂຄວິດ - 19 ແກ່ຍາວຕະຫຼອດປີ 2020 ຈົນຮອດປັດຈຸບັນ, ນອກຈາກນັ້ນໄພທຳມະຊາດນ້ຳຖ້ວມກໍ່ຜົນສະທ້ອນຢ່າງຍິ່ງຕໍ່ປະຊາຊົນ, ພິເສດແມ່ນບັນດາແຂວງພາກກາງ.
ຍສໝ - ທ່ານນາງ Caitlin Wiesen – Antin, ຫົວໜ້າຜູ້ຕາງໜ້າ UNDP ປະຈຳຫວຽດນາມ, ໄດ້ເຫັນວ່າ ໃນສະພາບການ ໂລກລະບາດໂຄວິດ - 19 ໄດ້ກໍ່ຜົນກະທົບຢ່າງແຮງຕໍ່ເສດຖະກິດທົ່ວໂລກ ຫວຽດນາມໄດ້ພົ້ນເດັ່ນຂຶ້ນ ແມ່ນປະເທດປະສົບຜົນສຳເລັດໃນການປະຕິບັດເປົ້າໝາຍຄວບຄູ່ ທັງຄວບຄຸມໄດ້ໂລກລະບາດໂຄວິດ - 19 ທັງປະຕິບັດການພັດທະນາເສດຖະກິດບັນລຸຜົນເປັນບວກໃນປີ 2020.
ຍສໝ - ລາຄາສົ່ງອອກສະເລ່ຍທັງປີ ຄາດວ່າບັນລຸເກືອບ 500 ໂດລາສະຫະລັດ ຕໍ່ໂຕນ, ເພີ່ມຂຶ້ນ 13,3% ເມື່ອທຽບໃສ່ປີ 2019.
ຍສໝ - ຫວຽດນາມໄດ້ເປີດປະຕູຢ່າງແຮງ ກັບສາກົນດ້ວຍວິທີການເຂົ້າຮ່ວມຫຼາຍກົນໄກການຄ້າເສລີ, ຍົກຕົວຢ່າງຄືຫວ່າງແລ້ວນີ້ ແມ່ນຂໍ້ຕົກລົງກັບສະຫະພາບເອີລົບ (EU) ເຊິ່ງໄດ້ລົງນາມໃນເດືອນກໍລະກົດ 2020, ຕາມນັ້ນແລ້ວຈະລົບລ້າງອັດຕາພາສີເກືອບທັງໝົດລະຫວ່າງ ຫວຽດນາມ ແລະ EU ໃນຮອບເວລາ 10 ປີ.
ຍສໝ - ທີ່ກອງປະຊຸມທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ໃນສະພາບທີ່ ເສດຖະກິດໂລກໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19, ແຕ່ການສົ່ງອອກຂອງ ຫວຽດນາມ ຍັງເຕີບໂຕດ້ວຍວົງເງິນສົ່ງອອກຄາດວ່າບັນລຸໄດ້ ກ່ວາ 281,5 ຕື້ USD, ເພີ່ມຂຶ້ນ 6,5% ເມື່ອທຽບໃສ່ປີ 2019.
ຍສໝ - ທ່ານເລຮ່ວາຍຈຸງ ຢັ້ງຢືນວ່າ ຫວຽດນາມເຂົ້າໃຈຄວາມສ່ຽງຢ່າງເລິກເຊິ່ງຕໍ່ສັນຕິພາບໂລກ, ສິ່ງທ້າທາຍໃໝ່ເປັນຕົ້ນແມ່ນ ການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດ ຫຼື ວິກິດການໃນພາກພື້ນ ແລະ ສາກົນ.
ຍສໝ - ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກວ່າ ປີ 2020 ແມ່ນປີ ທີ່ຖັນແຖວພະນັກງານຂະແໜງສາທາລະນະສຸກ ໄດ້ມານະພະຍາຍາມສູ້ຊົນ, ໂດຍສະເພາະແມ່ນຜູ້ທີ່ເຂົ້າຮ່ວມວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ດ້ວຍຈິດໃຈບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລຳບາກ, ພ້ອມແລ້ວທີ່ຈະເສຍສະຫຼະ, ອຸທິດສ່ວນ… ປະກອບສ່ວນສຳຄັນເຂົ້າໃນໜ້າທີ່ຮັກສາສຸຂະພາບ, ປົກປ້ອງຊີວິດປະຊາຊົນເວົ້າສະເພາະ ແລະ ພັດທະນາເສດຖະກິດ - ສັງຄົມ ຂອງປະເທດຊາດ ເວົ້າລວມ.
ຍສໝ - ທ່ານ ມາຍຕຽນຢຸງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ໄດ້ກ່າວວ່າ ຕໍ່ໜ້າກັບການແຜ່ລະບາດທີ່ບໍ່ສາມາດຄາດເດົາໄດ້ ຂອງພະຍາດ COVID-19, ກະຊວງສາທາລະນະສຸກຫວຽດນາມ ໄດ້ສະເໜີຢຸດຕິການຮັບຖ້ຽວບິນຈາກປະເທດທີ່ເກີດມີສາຍພັນໃໝ່ຂອງໄວຣັດ SARS-CoV-2.
ຍສໝ - ກຸ່ມບໍລິສັດສິນໃນນ້ຳຟຸມິງ ໃນຫຼາຍປີຜ່ານມາ ໄດ້ປະກອບສ່ວນຫຼາຍໝາກຜົນສຳຄັນໃຫ້ແກ່ໝາກຜົນລວມຂອງຂະແໜງ. ກຸ່ມບໍລິສັດໄດ້ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງ ເພື່ອຈັດຕັ້ງການຜະລິດດ້ວຍຍອດປະລິມານກຸ່ມປຸງແຕ່ງສົ່ງອອກບັນລຸ 55.000 ໂຕນ, ວົງເງິນການສົ່ງອອກບັນລຸ 580 ລ້ານ USD, ແກ້ໄຂວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ 5000 ຄົນ.
ຍສໝ - ແມ່ນຂໍ້ມູນໂດຍຜູ້ຕາງໜ້າກົມໃຫຍ່ສະຖິຕິ ໃຫ້ຮູ້ທີ່ກອງປະຊຸມຖະແຫຼງຂ່າວກ່ຽວກັບສະພາບແຮງງານ - ວຽກເຮັດງານທຳ ໄຕມາດທີ IV ແລະປີ 2020 ເຊິ່ງດໍາເນີນໃນວັນທີ 6 ມັງກອນ ຢູ່ຮ່າໂນ້ຍ ສສ.ຫວຽດນາມ.
ຍສໝ - ໂດຍສັງລວມ, ບັນດາສັນຍາ FTA ສອງຝ່າຍ ແລະ ຫຼາຍຝ່າຍທີ່ຫວຽດນາມໄດ້ລົງນາມກັບບັນດາປະເທດໃນພາກພື້ນອາຊີ - ອາຟຣິກກາ ໄດ້ນຳມາເຊິ່ງໝາກຜົນທີ່ຕັ້ງໜ້າ, ປະກອບສ່ວນຊຸກຍູ້ການເຕີບໂຕດ້ານການສົ່ງອອກຢ່າງຫຼວງຫຼາຍ, ດຶງດູດການລົງທຶນ, ປັບປຸງຄວາມສົມດຸນທາງການຄ້າຂອງຫວຽດນາມກັບປະເທດອື່ນໆ.
ຍສໝ - ປະຈຸບັນ, ຍັງມີຫຼາຍນັກລົງທຶນຕ່າງປະເທດທີ່ມີຄວາມສົນໃຈ, ເຊື່ອໝັ້ນ ແລະ ມີຄວາມຕ້ອງການລົງທຶນເຂົ້າຫວຽດນາມ.
ຍສໝ - ເພື່ອແນໃສ່ບັນລຸໄດ້ເປົ້າໝາຍທີ່ວາງອອກ, ລັດຖະບານໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ຄະນະກຳມະການປະຊາຊົນແຂວງ, ນະຄອນຂຶ້ນກັບສູນກາງ (ຄະນະກຳມະການປະຊາຊົນແຂວງ) ຈັດຕັ້ງປະຕິບັດຫຼາຍໜ້າທີ່ ແລະ ມາດຕະການແກ້ໄຂຢ່າງຂ້ຽວຂາດ, ຄົບຊຸດ ແລະ ມີປະສິດທິຜົນ.
ຍສໝ - ມາຮອດປະຈຸບັນ, ຫວຽດນາມໄດ້ປິ່ນປົວໃຫ້ຜູ້ຕິດເຊື້ອ ໂຄວິດ-19 ຈຳນວນ 1.339 ຄົນຫາຍດີເປັນປົກກະຕິ.
ຍສໝ - ໃນຕົ້ນປີ 2021, ລັດຖະບານຫວຽດນາມ ໄດ້ປະກາດໃຊ້ມະຕິຕົກລົງເລກທີ 01 ແລະ 02 ເພື່ອກຳ ນົດທິດທາງແກ້ໄຂຢ່າງເຂັ້ມງວດ ເພື່ອຈັດຕັ້ງປະຕິບັດວຽກງານພັດທະນາເສດຖະກິດ - ສັງຄົມຢ່າງຂ້ຽວຂາດນັບແຕ່ມື້ທຳອິດ, ອາທິດທຳອິດຂອງປີໃໝ່.
ຍສໝ - ເນື່ອງໃນໂອກາດປີໃໝ່ 2021, ທ່ານ ບຸຍແທັງເຊີນກຳມະການສູນກາງພັກ, ລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວກ່ຽວກັບການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ເຊິ່ງແມ່ນຈຸດພົ້ນເດັ່ນໃນວຽກງານການຕ່າງປະເທດ ຂອງປີ 2020.
ຫວຽດນາມມີ ຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 1497 ຄົນໃນນັ້ນມີ ຜູ້ຕິດເຊື້ອພະຍາດໂຄວິດ - 19 ທີ່ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 1339 ຄົນ.
ຍສໝ - ບັນດາອົງການຕາງໜ້າຫວຽດນາມຢູ່ເອີຣົບ, ອາຟຼິກກາ ແລະ ອາເມລິກາໃຕ້, ບັນດາອົງການທີ່ມີໜ້າທີ່ພາຍໃນປະເທດ, ສາຍການບິນແຫ່ງຊາດຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງ ໄດ້ຈັດຕັ້ງການບິນ ເພື່ອນຳເອົາພົນລະເມືອງເກືອບ 280 ຄົນຫວຽດນາມຈາກ 30 ກວ່າປະເທດໃນຂົງເຂດທີ່ກ່າວມາຂ້າງເທິງໄດ້ກັບບ້ານຢ່າງປອດໄພ.
ຍສໝ - ເນື່ອງໃນໂອກາດງານວາງສະແດງສາກົນຜ່ານລະບົບທາງໄກ ໄດ້ຈັດຂຶ້ນຢູ່ນະຄອນຫຼວງອານເຊລີ, ຫ້ອງການຄ້າຫວຽດນາມ ຢູ່ ອານເຊລີ ໄດ້ແນະນໍາກ່ຽວກັບສະພາບເສດຖະກິດ, ການຄ້າ, ການລົງທຶນຂອງຫວຽດນາມ, ການພົວພັນການຄ້າລະຫວ່າງຫວຽດນາມ-ອານເຊລີ ກໍ່ຄືກາລະໂອກາດດໍາເນີນທຸລະກິດຢູ່ຫວຽດນາມ.
ຍສໝ - ງານວາງສະແດງເນັ້ນໜັກເຖິງບົດບາດເປັນໃຈກາງຂອງວິສາຫະກິດ, ພິເສດແມ່ນວິສາຫະກິດເຕັກໂນໂລຢີພາຍໃນປະເທດ ແລະ ບັນດາວິສາຫະກິດຕ່າງປະເທດມາລົງທຶນຢູ່ຫວຽດນາມ, ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ຫວຽດນາມແມ່ນຈຸດນັດພົບຂອງການປ່ຽນແປງໃໝ່ປະດິດຄິດສ້າງຂອງພາກພື້ນໃນຍຸກສະໄໝໃໝ່.
ຍສໝ - ນັ້ນແມ່ນຂໍ້ສັງເກດ ຂອງທ່ານສາດສະດາຈານ Vladimir Mazyrin, ການນຳສູນຄົ້ນຄວ້າ ຫວຽດນາມ ແລະ ອາຊຽນຂອງສະຖາບັນຕາເວັນອອກໄກຂຶ້ນກັບສະພາມະຫາບັນດິດວິທະຍາສາດລັດເຊຍ.
ຍສໝ - ຫວຽດນາມ ພວມສຸມໃສ່ຄົ້ນຄ້ວາບັນດາກະແສເງິນລົງທຶນຈາກບັນດາປະເທດໃນໂລກເພື່ອຮັບເອົາກາລະໂອກາດລົງທຶນ.
ຍສໝ - ຫວຽດນາມໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ໃນການແກ້ໄຂບັນຫາຕ່າງໆທີ່ສະພາຄວາມໝັ້ນຄົງ ດ້ວຍຈິດໃຈເປັນເອກະລາດ, ເປັນເຈົ້າຕົນເອງ, ມີຄວາມຮັບຜິດຊອບ ແລະ ມີຄວາມສົມດຸນ, ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມກ້າຫານ ແລະ ເອກະລັກການຕ່າງປະເທດ, ຍຶດໝັ້ນຫຼັກໝັ້ນຂອງຕົນ.
ຍສໝ - ໃນຕອນເຊົ້າວັນທີ 30 ທັນວາ, ຢູ່ແຂວງກວາງນິງ, ສະຫະພັນບັນດາອົງການມິດຕະພາບແຂວງກວາງນິງ (ສະຫະພັນແຂວງກວາງນິງ) ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 5, ອາຍຸການ 2020 - 2025.
ຍສໝ - ອາຊຽນບໍ່ພຽງແຕ່ຍົກສູງຄວາມຮັບຮູ້ຂອງບັນດາປະເທດອາຊຽນເທົ່ານັ້ນ ຫາກຍັງຮ່ວມສຳພັນບັນດາອົງການຈັດຕັ້ງສາກົນ ແລະ ບັນດາປະເທດຕ່າງໆເພື່ອຮັບມືຢູ່ຫຼາຍລະດັບ ເພື່ອແນໃສ່ແກ້ໄຂບັນດາບັນຫາເກີດຂຶ້ນຈາກໂລກລະບາດ.
ນີ້ແມ່ນການຕີລາຄາຂອງສື່ມວນຊົນສາກົນພາຍຫຼັງທີ່ລັດຖະບານ ຫວຽດນາມ ຫາກໍ່ໄດ້ປະກາດໃຊ້ບັນດາຂໍ້ມູນຢ່າງເປັນທາງການກ່ຽວກັບສະພາບການເຕີບໂຕເສດຖະກິດໃນປີ 2020 ບັນລຸລະດັບ 2,91%.
ຍສໝ - ຕໍ່ໜ້າສະພາບການຕົວຈິງ ກ່ຽວກັບຄວາມຮຽກຮ້ອງການພັດທະນາ, ລັດຖະບານ, ນາຍົກລັດຖະມົນຕີ ໄດ້ວາງຄາດໝາຍສູ້ຊົນ ໃຫ້ລະດັບ GDP ໃນປີ 2021 ບັນລຸໄດ້ປະມານ 6,5% ຫຼືສູງກ່ວາ, ພ້ອມທັງກະກຽມບັນດາປັດໄຈພື້ນຖານເພື່ອເພີ່ມຄວາມໄວໃນໄລຍະແຕ່ປີ 2022 ຂຶ້ນໄປ.
ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດແລ້ວ, ການຜັນຂະຫຍາຍໂຄງການໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP), ປີ 2020, ບັນດາທ້ອງຖິ່ນຕີລາຄາ, ຈັດອັນດັບ ແລະ ຮັບຮອງເອົາຜະລິດຕະພັນ 3200 ຊະນິດ, ເກີນຄາດໝາຍ 800 ຊະນິດເມື່ອທຽບໃສ່ກັບແຜນການວາງອອກ.