ສ້າງຕັ້ງສະມາຄົມຊາວຫວຽດນາມ ຢູ່ນະຄອນອາຊານ (ສ. ເກົາຫຼີ)

14:52 | 28/07/2026

ຍສໝ - ສະມາຄົມຊາວຫວຽດນາມ ປະຈຳນະຄອນອາຊານ ໄດ້ຈັດພິທີເປີດຕົວຢ່າງເປັນທາງການ ຢູ່ສູນແພລັດຟອມຊຸມຊົນ Chungnam (AUREUM), ນະຄອນອາຊານ, ແຂວງ Chungcheongnam-do (Chungnam), ສາທາລະນະລັດ ເກົາຫຼີ. ເຫດການຄັ້ງນີ້ນັບເປັນບາດກ້າວສຳຄັນໃນຂະບວນການສ້າງຕັ້ງເຄືອຂ່າຍອົງການຊຸມຊົນຊາວຫວຽດນາມ ຢູ່ແຂວງ Chungnam ໃຫ້ມີຄວາມເປັນມືອາຊີບ, ເປັນລະບົບ ແລະ ຍືນຍົງ.

ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ຫວຽດນາມ - ສ.ເກົາຫຼີ ຈາກການແລກປ່ຽນປະຊາຊົນ ຫວຽດນາມ ແມ່ນຈຸດໝາຍປາຍທາງທີ່ໄດ້ຮັບຄວາມນິຍົມເປັນອັນດັບສອງ ຂອງນັກທ່ອງທ່ຽວ ສ.ເກົາຫຼີ

ໃນການກ່າວຄຳປາໄສໃນພິທີ, ທ່ານນາງ ຫງວຽນທິທ໊າຍບິ່ງ, ອັກຄະລັດຖະທູດທີ່ປຶກສາ, ຮອງເອກອັກຄະລັດຖະທູດ ສະຖານທູດຫວຽດນາມປະຈຳ ສ. ເກົາຫຼີ ໄດ້ຕີລາຄາສູງຕໍ່ບົດບາດຂອງສະມາຄົມຊາວຫວຽດນາມ ປະຈຳແຂວງ Chungnam ໃນການກໍ່ສ້າງຊຸມຊົນໃຫ້ມີຄວາມເປັນຮູບປະທຳ, ສອດຄ່ອງກັບຄວາມຕ້ອງການຕົວຈິງຂອງປະຊາຊົນ ແລະ ປະກອບສ່ວນເສີມສ້າງການພົວພັນຮ່ວມມືລະຫວ່າງຫວຽດນາມ ກັບ ສ. ເກົາຫຼີ ໃນລະດັບທ້ອງຖິ່ນ.

ຮອງເອກອັກຄະລັດຖະທູດ ໄດ້ສະເໜີໃຫ້ສະພາແຂວງ Chungnam ແລະ ບັນດາອົງການທີ່ຮັບຜິດຊອບນະໂຍບາຍຕໍ່ຊາວຕ່າງປະເທດ ສືບຕໍ່ປະສານງານຢ່າງໃກ້ຊິດກັບສະມາຄົມຊາວຫວຽດນາມ ປະຈຳແຂວງ Chungnam, ສ້າງເງື່ອນໄຂໃຫ້ຊຸມຊົນຊາວຫວຽດນາມ ແລະ ບັນດາຄອບຄົວພະຫຸວັດທະນະທຳ ໄດ້ເຂົ້າຮ່ວມບັນດາເວທີປາໄສ, ກອງປະຊຸມສຳມະນາ ແລະ ປະກອບຄວາມເຫັນເຂົ້າໃນຂະບວນການສ້າງນະໂຍບາຍພັດທະນາທ້ອງຖິ່ນ.

ສ້າງຕັ້ງສະມາຄົມຊາວຫວຽດນາມ ຢູ່ນະຄອນອາຊານ (ສ. ເກົາຫຼີ)
ພິທີມອບມະຕິສ້າງຕັ້ງສະມາຄົມຊາວຫວຽດນາມ ປະຈຳນະຄອນອາຊານ.

ກ່ຽວກັບການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກຳ ແລະ ການພັດທະນານະຄອນ AI, ຮອງເອກອັກຄະລັດຖະທູດ ໄດ້ສະເໜີໃຫ້ແຂວງ Chungnam ເພີ່ມທະວີການຮ່ວມມືກັບຫວຽດນາມ ໃນການຄົ້ນຄວ້າວິທະຍາສາດ, ການຝຶກອົບຮົມບຸກຄະລາກອນຄຸນນະພາບສູງ, ແບ່ງປັນປະສົບການໃນການພັດທະນາອຸດສາຫະກຳເຕັກໂນໂລຊີຂັ້ນສູງ, ການແພດດິຈິຕອນ ແລະ ນະຄອນອັດສະລິຍະ.

ກ່ຽວກັບວຽກງານສະຫວັດດີການສັງຄົມ, ຮອງເອກອັກຄະລັດຖະທູດ ໄດ້ສະເໜີໃຫ້ສະມາຄົມຊາວຫວຽດນາມ ປະຈຳແຂວງ Chungnam ແລະ ສະມາຄົມຊາວຫວຽດນາມ ປະຈຳນະຄອນອາຊານ ປະສານງານກັບອົງການປົກຄອງທ້ອງຖິ່ນ ເພື່ອຈັດຕັ້ງບັນດາໂຄງການສະໜັບສະໜູນຊຸມຊົນ, ຍົກສູງຄຸນນະພາບຊີວິດ ແລະ ສະຫວັດດີການສັງຄົມໃຫ້ແກ່ຊາວຫວຽດນາມທີ່ອາໄສຢູ່ໃນທ້ອງຖິ່ນ.

ມຸ່ງໜ້າສູ່ການສະຫຼອງຄົບຮອບ 35 ປີ ການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ-ສ. ເກົາຫຼີ (1992-2027), ຮອງເອກອັກຄະລັດຖະທູດ ໄດ້ສະເໜີໃຫ້ແຂວງ Chungnam ປະສານງານກັບສະຖານທູດຫວຽດນາມປະຈຳ ສ. ເກົາຫຼີ ຈັດຕັ້ງບັນດາໂຄງການແລກປ່ຽນວັດທະນະທຳ, ສົ່ງເສີມເສດຖະກິດ, ເຊື່ອມຕໍ່ວິສາຫະກິດ ແລະ ເວທີຮ່ວມມືສອງຝ່າຍ, ໂດຍສະມາຄົມຊາວຫວຽດນາມ ປະຈຳແຂວງ Chungnam ຈະສືບຕໍ່ສົ່ງເສີມບົດບາດເປັນຂົວເຊື່ອມສຳຄັນລະຫວ່າງອົງການປົກຄອງ, ວິສາຫະກິດ ແລະ ປະຊາຊົນຂອງສອງປະເທດ.

ໃນພິທີ, ທ່ານ Jo Chul-ki, ປະທານສະພາແຂວງ Chungnam ໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນຕັ້ງໜ້າຂອງຊຸມຊົນຊາວຫວຽດນາມ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ພ້ອມທັງຢືນຢັນວ່າ ຊຸມຊົນຊາວຫວຽດນາມ ໄດ້ກາຍເປັນສ່ວນປະກອບສຳຄັນຂອງສັງຄົມພະຫຸວັດທະນະທຳໃນແຂວງ Chungnam. ທ່ານສະແດງຄວາມປາດຖະໜາທີ່ຈະສືບຕໍ່ເສີມສ້າງການຮ່ວມມືກັບຊຸມຊົນຊາວຫວຽດນາມ ຜ່ານບັນດາໂຄງການແລກປ່ຽນວັດທະນະທຳ, ການສຶກສາ, ການພັດທະນາບຸກຄະລາກອນ ແລະ ການເຊື່ອມສາຍສາຍພົວພັນລະຫວ່າງປະຊາຊົນຂອງສອງປະເທດ.

ທ່ານ Lee Gi-seok, ຫົວໜ້າກົມສະຫວັດດີການ ນະຄອນອາຊານ, ຜູ້ຕາງໜ້າຂອງນະຄອນອາຊານ, ໄດ້ເນັ້ນໜັກວ່າ ນະຄອນໄດ້ຖືເອົາຊຸມຊົນຊາວຫວຽດນາມເປັນໜຶ່ງໃນບັນດາຊຸມຊົນຊາວຕ່າງປະເທດທີ່ໂດດເດັ່ນ ແລະ ມີການປະກອບສ່ວນສຳຄັນຕໍ່ການພັດທະນາທ້ອງຖິ່ນ. ອົງການປົກຄອງນະຄອນ ຈະສືບຕໍ່ປະສານງານກັບສະມາຄົມຊາວຫວຽດນາມ ປະຈຳນະຄອນອາຊານ ແລະ ສະມາຄົມຊາວຫວຽດນາມ ປະຈຳແຂວງ Chungnam ເພື່ອຈັດຕັ້ງບັນດາໂຄງການສະໜັບສະໜູນທີ່ເປັນຮູບປະທຳ ໃຫ້ແກ່ແຮງງານ, ນັກສຶກສາຕ່າງປະເທດ, ຄອບຄົວພະຫຸວັດທະນະທຳ ແລະ ຄົນຮຸ່ນໃໝ່ເຊື້ອສາຍຫວຽດນາມ.

ສ້າງຕັ້ງສະມາຄົມຊາວຫວຽດນາມ ຢູ່ນະຄອນອາຊານ (ສ. ເກົາຫຼີ)
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກຮ່ວມກັນ.

ໃນການກ່າວຄຳປາໄສໃນພິທີ, ປອ. ຫງວຽນແທັງລຽມ, ຮອງປະທານສະຫະພັນຊາວຫວຽດນາມ ປະຈຳ ສ. ເກົາຫຼີ, ຜູ້ກໍ່ຕັ້ງ ແລະ ປະທານສະມາຄົມຊາວຫວຽດນາມ ປະຈຳແຂວງ Chungnam ໃຫ້ຮູ້ວ່າ ການສ້າງຕັ້ງສະມາຄົມຊາວຫວຽດນາມ ປະຈຳນະຄອນອາຊານ ແມ່ນບາດກ້າວຕໍ່ໄປໃນຍຸດທະສາດພັດທະນາລະບົບອົງການຊຸມຊົນຊາວຫວຽດນາມ ຢູ່ແຂວງ Chungnam ໃຫ້ມີຄວາມເປັນມືອາຊີບ, ມີປະສິດທິຜົນ ແລະ ຍືນຍົງ.

ທ່ານ ໄດ້ສະແດງຄວາມເຊື່ອໝັ້ນວ່າ ໃນອາຍຸການຊຸດທຳອິດ, ສະມາຄົມຊາວຫວຽດນາມ ປະຈຳນະຄອນອາຊານ ຈະກາຍເປັນບ່ອນເພິ່ງພາທີ່ໜ້າເຊື່ອຖືຂອງພີ່ນ້ອງຊາວຫວຽດນາມ ພ້ອມທັງເປັນຂົວເຊື່ອມທີ່ມີປະສິດທິຜົນ ໃນກິດຈະກຳແລກປ່ຽນວັດທະນະທຳ, ການຮ່ວມມືດ້ານເສດຖະກິດ, ການສຶກສາ ແລະ ສະຫວັດດີການສັງຄົມ ລະຫວ່າງຫວຽດນາມ ກັບ ສ. ເກົາຫຼີ.

ໃນພິທີ, ສະມາຄົມຊາວຫວຽດນາມ ປະຈຳນະຄອນອາຊານ ໄດ້ເປີດຕົວຄະນະບໍລິຫານອາຍຸການຊຸດທຳອິດຢ່າງເປັນທາງການ ໂດຍມີ ທ່ານນາງ Kim Min Yeong (ບຸ່ຍທິເຫວ້) ເປັນປະທານ.

ໃນໂອກາດນີ້, ໄດ້ມີການລົງນາມບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງສະມາຄົມຊາວຫວຽດນາມ ປະຈຳນະຄອນອາຊານ ກັບ ສູນແພລັດຟອມຊຸມຊົນ Chungnam (AUREUM) ແລະ ໂຮງໝໍ Hanil ເພື່ອເສີມສ້າງການປະສານງານໃນຂົງເຂດວັດທະນະທຳ, ການສຶກສາ, ການດູແລສຸຂະພາບ ແລະ ສະຫວັດດີການສັງຄົມ ໃຫ້ແກ່ຊຸມຊົນຊາວຫວຽດນາມໃນທ້ອງຖິ່ນ.

ປັດຈຸບັນ ແຂວງ Chungnam ມີຊາວຫວຽດນາມປະມານ 22.000 ຄົນ ທີ່ກຳລັງດຳລົງຊີວິດ, ສຶກສາ ແລະ ເຮັດວຽກ, ນັບເປັນທ້ອງຖິ່ນທີ່ມີຊຸມຊົນຊາວຫວຽດນາມຫຼາຍເປັນອັນດັບ 5 ຂອງ ສ. ເກົາຫຼີ.

ສະເພາະຢູ່ນະຄອນອາຊານ ມີຊາວຫວຽດນາມຫຼາຍກວ່າ 3.000 ຄົນ, ໃນນັ້ນມີຫຼາຍກວ່າ 1.000 ຄອບຄົວພະຫຸວັດທະນະທຳ ຫວຽດນາມ-ເກົາຫຼີ. ນີ້ແມ່ນໜຶ່ງໃນທ້ອງຖິ່ນຂອງ ສ. ເກົາຫຼີ ທີ່ມີຈຳນວນຄອບຄົວພະຫຸວັດທະນະທຳ ຫວຽດນາມ-ເກົາຫຼີ ຫຼາຍ, ສະທ້ອນໃຫ້ເຫັນຄວາມຜູກພັນທີ່ນັບມື້ນັບແໜ້ນແຟ້ນລະຫວ່າງປະຊາຊົນຂອງສອງປະເທດ.

ຈາກຄວາມຕ້ອງການທີ່ນັບມື້ນັບເພີ່ມຂຶ້ນຂອງຊຸມຊົນ, ໃນເດືອນ 7 ປີ 2024, ສະມາຄົມຊາວຫວຽດນາມ ປະຈຳແຂວງ Chungnam ໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງການ. ຕໍ່ມາ ໃນທ້າຍປີ 2024, ສະມາຄົມຊາວຫວຽດນາມ ປະຈຳເມືອງ Hongseong ໄດ້ຖືກສ້າງຕັ້ງຂຶ້ນ ແລະ ກາຍເປັນອົງການສະມາຄົມສາຂາແຫ່ງທຳອິດທີ່ຂຶ້ນກັບສະມາຄົມແຂວງ. ການເປີດຕົວສະມາຄົມຊາວຫວຽດນາມ ປະຈຳນະຄອນອາຊານ ຍັງສືບຕໍ່ເປັນເຄື່ອງໝາຍຂອງບາດກ້າວພັດທະນາໃໝ່ ໃນຂະບວນການກໍ່ສ້າງເຄືອຂ່າຍອົງການຊຸມຊົນຊາວຫວຽດນາມ ຢູ່ແຂວງ Chungnam.

ການບໍລິໂພກສີຂຽວຊຸກຍູ້ການພັດທະນາແບບຍືນຍົງຢູ່ນະຄອນໂຮ່ຈີມິນ ການບໍລິໂພກສີຂຽວຊຸກຍູ້ການພັດທະນາແບບຍືນຍົງຢູ່ນະຄອນໂຮ່ຈີມິນ
ຍສໝ - ນະຄອນໂຮ່ຈີມິນກຳລັງຜັນຂະຫຍາຍບັນດາມາດຕະການຢ່າງຮອບດ້ານ ເພື່ອສ້າງຕ່ອງໂສ້ການສະໜອງແບບຍືນຍົງ, ຊຸກຍູ້ການຜະລິດສະອາດ ແລະ ເສດຖະກິດໝູນວຽນ. ນີ້ຖືກຖືວ່າເປັນແຮງຂັບເຄື່ອນສຳຄັນ ທີ່ຊ່ວຍນຳຜະລິດຕະພັນສີຂຽວເຂົ້າໃກ້ຜູ້ບໍລິໂພກຫຼາຍຂຶ້ນ, ພ້ອມທັງເພີ່ມຂີດຄວາມສາມາດແຂ່ງຂັນໃຫ້ແກ່ວິສາຫະກິດທ້ອງຖິ່ນ.
ການຕ່າງປະເທດຫວຽດນາມ: ທ່າທີໃໝ່, ຖານະໃໝ່ ການຕ່າງປະເທດຫວຽດນາມ: ທ່າທີໃໝ່, ຖານະໃໝ່
ຍສໝ - ກອງປະຊຸມໃຫຍ່ພັກຄັ້ງທີ XIV ໄດ້ກຳນົດຢ່າງຈະແຈ້ງເຖິງຄວາມຮຽກຮ້ອງໃນການຍົກລະດັບວຽກງານການຕ່າງປະເທດ, ສ້າງການທູດທີ່ຮອບດ້ານ, ທັນສະໄໝ, ມີຄວາມສຳຄັນ, ດຳເນີນເປັນປົກກະຕິ, ເປັນຝ່າຍລິເລີ່ມສ້າງສັນ, ປະກອບສ່ວນ ແລະ ຄ່ອຍໆກຳນົດຮູບແບບສະພາບແວດລ້ອມສາກົນ ເພື່ອຜົນປະໂຫຍດຂອງຊາດ ແລະ ປະຊາຊາດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ