| ຊາວໜຸ່ມຫວຽດນາມ - ລາວ ຮ່ວມກັນສ້າງອາຊີບ, ຮັກສາຄວາມສະຫງົບ ສາມຈຸດສຸມການຮ່ວມມືແນວໂຮມຮ່າໂນ້ຍ - ວຽງຈັນ ໄລຍະ 2026-2030 |
![]() |
| ທ່ານ ຫງວຽນແມ້ງເກື່ອງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດລາວປະຈຳຫວຽດນາມ ພ້ອມດ້ວຍຄະນະພະນັກງານສະຖານທູດລາວ ທີ່ມາອວຍພອນເນື່ອງໃນໂອກາດວັນຊາດຫວຽດນາມ. |
ໃນການຕ້ອນຮັບ, ທ່ານ ຫງວຽນ ແມ້ງ ເກື່ອງ, ກຳມະການສູນກາງພັກ, ຮອງເລຂາປະຈຳຄະນະພັກກະຊວງ, ຮອງລັດຖະມົນຕີການຕ່າງປະເທດ, ໄດ້ສະແດງຄວາມຍິນດີ ແລະ ຂອບໃຈທ່ານນາງເອກອັກຄະລັດຖະທູດ ພ້ອມຄະນະພະນັກງານ ແລະ ເຈົ້າໜ້າທີ່ສະຖານທູດລາວ ສຳລັບນ້ຳໃຈອັນອົບອຸ່ນ ແລະ ຄຳອວຍພອນທີ່ມອບໃຫ້ຫວຽດນາມ. ທ່ານຢືນຢັນວ່າ ຫວຽດນາມຍາມໃດກໍໃຫ້ຄຸນຄ່າຕໍ່ການສະໜັບສະໜູນອັນລ້ຳຄ່າຂອງພັກ, ລັດ ແລະ ປະຊາຊົນລາວ, ພ້ອມເນັ້ນວ່າ ສາຍພົວພັນຫວຽດນາມ - ລາວ ແມ່ນສາຍພົວພັນພິເສດທີ່ຊື່ສັດໝັ້ນຄົງ, ຜູກພັນແໜ້ນແຟ້ນ ແລະ ນັບມື້ນັບພັດທະນາຢ່າງກວ້າງຂວາງ ແລະ ເລິກເຊິ່ງໃນທຸກຂົງເຂດ.
ທ່ານຮອງລັດຖະມົນຕີຕີລາຄາສູງການປະສານງານຢ່າງໃກ້ຊິດລະຫວ່າງສະຖານທູດລາວ ກັບຄະນະພັກກະຊວງ ແລະ ກະຊວງການຕ່າງປະເທດຫວຽດນາມ ໃນການຜັນຂະຫຍາຍຂໍ້ຕົກລົງ ແລະ ຜົນການພົບປະຂອງການນຳຂັ້ນສູງສອງພັກ, ສອງລັດ. ທ່ານສະເໜີໃຫ້ທ່ານນາງ ຄຳເພົາ ເອີນທະວັນ ສືບຕໍ່ປະສານງານກັບບັນດາອົງການຫວຽດນາມ ໃນການກະກຽມການຢ້ຽມຢາມ ແລະ ກິດຈະກຳການຕ່າງປະເທດຂັ້ນສູງ, ພ້ອມທັງຊຸກຍູ້ການຮ່ວມມືທີ່ເປັນຮູບປະທຳ. ພິເສດ, ປີ 2027 ຈະເປັນປີລະນຶກ 65 ປີແຫ່ງວັນສ້າງຕັ້ງການພົວພັນການທູດ (5 ກັນຍາ 1962 - 5 ກັນຍາ 2027) ແລະ 50 ປີແຫ່ງວັນລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື (18 ກໍລະກົດ 1977 - 18 ກໍລະກົດ 2027). ຫວຽດນາມປາດຖະໜາໃຫ້ສອງຝ່າຍຮ່ວມກັນກະກຽມກິດຈະກຳລະນຶກຢ່າງຮອບຄອບ, ເພື່ອສືບທອດມູນເຊື້ອສາມັກຄີ ແລະ ມິດຕະພາບພິເສດໃຫ້ແກ່ຄົນຮຸ່ນໜຸ່ມສອງປະເທດ.
ທາງດ້ານທ່ານນາງ ຄຳເພົາ ເອີນທະວັນ ໄດ້ສົ່ງຄຳອວຍພອນອັນດີງາມເຖິງພັກ, ລັດ ແລະ ປະຊາຊົນຫວຽດນາມ ເນື່ອງໃນໂອກາດລະນຶກ 81 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດ 2 ກັນຍາ, ພ້ອມອວຍພອນໃຫ້ຫວຽດນາມສືບຕໍ່ປະສົບຜົນສຳເລັດໃນພາລະກິດສ້າງສາ ແລະ ພັດທະນາປະເທດ. ທ່ານນາງຢືນຢັນວ່າ ສະຖານທູດລາວຈະສືບຕໍ່ປະສານງານກັບຄະນະພັກກະຊວງ, ກະຊວງການຕ່າງປະເທດ ແລະ ບັນດາອົງການຂອງຫວຽດນາມ ເພື່ອຮ່ວມກັນທະນຸຖະໜອມ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດຫວຽດນາມ - ລາວ ໃຫ້ນັບມື້ນັບໝັ້ນຄົງ, ຍືນຍົງ ແລະ ມີປະສິດທິຜົນ.
ຍສໝ - ຕອນບ່າຍວັນທີ 21/8, ຢູ່ແຂວງດ້ຽນບຽນ, ລັດລາວໄດ້ມອບຫຼຽນໄຊອັນສູງສົ່ງໃຫ້ 2 ຄະນະ ແລະ 8 ບຸກຄົນຂອງແຂວງດ້ຽນບຽນ, ເພື່ອຮັບຮູ້ບັນດາການປະກອບສ່ວນໃນການທະນຸຖະໜອມ ແລະ ເສີມສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງທ້ອງຖິ່ນ, ສອງປະເທດ ຫວຽດນາມ - ລາວ. |
ຍສໝ - ຕອນບ່າຍວັນທີ 22/8, ຢູ່ຮ່າໂນ້ຍ, ທ່ານ ດວ່ານມິງຮ໊ວນ ກຳມະການກົມການເມືອງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ຕາງໜ້າການນຳພັກ, ລັດ ໄດ້ຕ້ອນຮັບຄະນະຜູ້ນຳຮຸ່ນໜຸ່ມຂອງພັກກອມມູນິດຫວຽດນາມ, ພັກປະຊາຊົນປະຕິວັດລາວ ແລະ ພັກປະຊາຊົນກຳປູເຈຍ. ທ່ານໄດ້ເນັ້ນໜັກເຖິງບົດບາດຂອງພະນັກງານຮຸ່ນໜຸ່ມໃນການສືບທອດ, ຮັກສາ ແລະ ເສີມສ້າງການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສາມປະເທດ. |
ມິງດຶກ
