| ນຳເລື່ອງລາວຫວຽດນາມເຂົ້າໃກ້ປະຊາຊົນເວເນຊູເອລາຍິ່ງຂຶ້ນ ແທນຫວຽດນາມ ສຳຜັດຄວາມສອດຄ່ອງກັນທາງວັດທະນະທຳຢູ່ລາວ |
ພິທີມອບຫຼຽນໄຊໄດ້ຈັດຂຶ້ນໃນຂອບເຂດກິດຈະກຳລະຫວ່າງຄະນະຜູ້ແທນແຂວງບໍ່ແກ້ວ (ລາວ) ແລະ ແຂວງດ້ຽນບຽນ.
ໃນພິທີ, ພົນຕີ ເປັນຄຳ ບຸດຈັນເພັງ, ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງບໍ່ແກ້ວ, ໂດຍໄດ້ຮັບມອບສິດຈາກປະທານປະເທດແຫ່ງ ສປປ ລາວ, ໄດ້ມອບບັນດາລາງວັນອັນສູງສົ່ງໃຫ້ແກ່ບັນດາຄະນະ ແລະ ບຸກຄົນຂອງແຂວງດ້ຽນບຽນ ທີ່ມີການປະກອບສ່ວນໃນສາຍພົວພັນຮ່ວມມືລະຫວ່າງສອງທ້ອງຖິ່ນ.
ຕາມນັ້ນ, ຫຼຽນໄຊແຮງງານ ຊັ້ນ III ໄດ້ມອບໃຫ້ຫ້ອງວ່າການຄະນະພັກແຂວງດ້ຽນບຽນ ແລະ ພະແນກການຕ່າງປະເທດແຂວງດ້ຽນບຽນ.
ທ່ານ ຫງວຽນວັນຖັ້ງ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ອະດີດເລຂາຄະນະພັກແຂວງ, ອະດີດຫົວໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງດ້ຽນບຽນ ໄດ້ຮັບຫຼຽນໄຊອິດສະຫຼະ (Itxala) ຊັ້ນ II.
![]() |
| ຜູ້ຕາງໜ້າຫ້ອງວ່າການຄະນະພັກແຂວງດ້ຽນບຽນ ແລະ ພະແນກການຕ່າງປະເທດແຂວງດ້ຽນບຽນ ຮັບຫຼຽນໄຊແຮງງານ ຊັ້ນ III. |
ຫຼຽນໄຊອິດສະຫຼະ ຊັ້ນ III ໄດ້ມອບໃຫ້ບຸກຄົນ 7 ທ່ານ, ປະກອບມີ: ທ່ານ ເລແທ່ງໂດ, ຮອງເລຂາຜູ້ປະຈຳການຄະນະພັກແຂວງ, ປະທານສະພາປະຊາຊົນແຂວງດ້ຽນບຽນ; ທ່ານ ມົ່ວອາເຊີນ, ອະດີດຮອງເລຂາຜູ້ປະຈຳການຄະນະພັກແຂວງ; ທ່ານ ຫຼໍ່ວັນເຟືອງ, ອະດີດກຳມະການຄະນະປະຈຳພັກແຂວງ, ອະດີດປະທານສະພາປະຊາຊົນແຂວງ; ທ່ານນາງ ຢ່າງທິຮວາ, ອະດີດກຳມະການຄະນະປະຈຳພັກແຂວງ, ອະດີດຮອງປະທານສະພາປະຊາຊົນແຂວງ; ທ່ານ ຟ້າມດຶກຕວ່ານ, ກຳມະການຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງຄະນະພັກແຂວງ; ທ່ານ ຫວື່ອາບັ່ງ, ກຳມະການຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແລະ ຂົນຂວາຍມະຫາຊົນຄະນະພັກແຂວງ; ທ່ານ ຫຼໍ່ວັນຕ໊ຽນ, ອະດີດກຳມະການຄະນະບໍລິຫານງານພັກແຂວງ, ອະດີດຮອງປະທານຄະນະປົກຄອງແຂວງດ້ຽນບຽນ.
ບັນດາລາງວັນດັ່ງກ່າວແມ່ນເພື່ອຮັບຮູ້ບັນດາການປະກອບສ່ວນໃນສາຍພົວພັນຮ່ວມມື, ການຊ່ວຍເຫຼືອແຂວງບໍ່ແກ້ວໃນການພັດທະນາ, ເນື່ອງໃນໂອກາດຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ລາວ (5/9/1962 - 5/9/2022) ແລະ ຄົບຮອບ 45 ປີ ແຫ່ງການລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18/7/1977 - 18/7/2022).
![]() |
| ບຸກຄົນ 7 ທ່ານຂອງແຂວງດ້ຽນບຽນ ໄດ້ຮັບຫຼຽນໄຊອິດສະຫຼະ (Itxala) ຊັ້ນ III. |
ກ່າວຄຳເຫັນໃນພິທີ, ທ່ານ ຄຳທອງ ທຳມະວົງ, ຮອງປະທານຄະນະປົກຄອງແຂວງບໍ່ແກ້ວ ຢືນຢັນວ່າ ການມອບບັນດາລາງວັນອັນສູງສົ່ງຂອງລັດລາວ ສະແດງເຖິງການໃຫ້ຄຸນຄ່າຕໍ່ບັນດາການປະກອບສ່ວນຂອງບັນດາຄະນະ ແລະ ບຸກຄົນແຂວງດ້ຽນບຽນ. ທ່ານປາດຖະໜາວ່າ ສາຍພົວພັນຮ່ວມມືລະຫວ່າງບໍ່ແກ້ວ ແລະ ດ້ຽນບຽນ ຈະສືບຕໍ່ໄດ້ຮັບການເສີມສ້າງ ແລະ ເປີດກວ້າງ, ນຳມາເຊິ່ງຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະຊາຊົນສອງຝ່າຍ.
ກ່າວຕອບ, ທ່ານ ເລແທ່ງໂດ, ປະທານສະພາປະຊາຊົນແຂວງດ້ຽນບຽນ ໄດ້ຂອບໃຈຕໍ່ນ້ຳໃຈ ແລະ ການຕີລາຄາຂອງການນຳແຂວງບໍ່ແກ້ວ; ຢືນຢັນວ່າ ບັນດາລາງວັນດັ່ງກ່າວແມ່ນແຫຼ່ງກຳລັງໃຈສຳລັບຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງດ້ຽນບຽນ, ພ້ອມທັງສະແດງເຖິງການໃຫ້ຄຸນຄ່າ, ຄວາມໄວ້ວາງໃຈ ແລະ ນ້ຳໃຈທີ່ພັກ, ລັດ, ປະຊາຊົນລາວ ແລະ ແຂວງບໍ່ແກ້ວ ມີຕໍ່ແຂວງດ້ຽນບຽນ.
ທ່ານ ເລແທ່ງໂດ, ປະທານສະພາປະຊາຊົນແຂວງດ້ຽນບຽນ ກ່າວຄຳຕອບ.
ຕາມທ່ານ ເລແທ່ງໂດ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງດ້ຽນບຽນ ແລະ ບໍ່ແກ້ວ ແມ່ນພາກສ່ວນທີ່ຕິດພັນໃນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.
ໃນຊຸມປີຜ່ານມາ, ດ້ຽນບຽນໄດ້ຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບບໍ່ແກ້ວ ແລະ ບັນດາແຂວງພາກເໜືອຂອງລາວ ໃນບັນດາຂົງເຂດເສດຖະກິດ - ສັງຄົມ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການກໍ່ສ້າງລະບົບການເມືອງ. ໃນໄລຍະຕໍ່ໜ້າ, ດ້ຽນບຽນຈະສືບຕໍ່ຮ່ວມກັບບໍ່ແກ້ວ ສົ່ງເສີມມູນເຊື້ອຄວາມສາມັກຄີ, ມິດຕະພາບ, ເພີ່ມທະວີການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ, ປະກອບສ່ວນເຂົ້າໃນການພັດທະນາຂອງສອງທ້ອງຖິ່ນ.
| ດ້ຽນບຽນມີເສັ້ນຊາຍແດນຍາວຕິດກັບລາວ, ມີທີ່ຕັ້ງສຳຄັນໃນສາຍພົວພັນລະຫວ່າງສອງປະເທດ. ໃນໄລຍະຜ່ານມາ, ດ້ຽນບຽນ ແລະ ບັນດາທ້ອງຖິ່ນຂອງລາວ, ໃນນັ້ນມີບໍ່ແກ້ວ, ໄດ້ຮັກສາການແລກປ່ຽນຄະນະຜູ້ແທນ, ການພົບປະແລກປ່ຽນມິດຕະພາບ ແລະ ການຮ່ວມມືໃນຫຼາຍຂົງເຂດ, ປະກອບສ່ວນເພີ່ມທະວີຄວາມໄວ້ວາງໃຈ, ຮັກສາຄວາມໝັ້ນຄົງຕາມຊາຍແດນ ແລະ ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ.
|
ຍສໝ - ໃນ 6 ເດືອນຕົ້ນປີ 2026, ມີວິສາຫະກິດຫວຽດນາມເພີ່ມອີກ 5 ແຫ່ງ ເຂົ້າມາລົງທຶນຢູ່ພາກໃຕ້ລາວ. ຄຽງຄູ່ກັບການຊຸກຍູ້ການເຊື່ອມຕໍ່ດ້ານການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ, ສະຖານກົງສຸນໃຫຍ່ຫວຽດນາມປະຈຳປາກເຊ ແລະ ສະມາຄົມວິສາຫະກິດຫວຽດນາມຢູ່ລາວ (AVILA) ພາກໃຕ້ລາວ ໄດ້ປະສານສົມທົບກັນສະໜັບສະໜູນວິສາຫະກິດໃນການແກ້ໄຂບັນດາຄວາມຫຍຸ້ງຍາກ ແລະ ຂໍ້ຕິດຂັດໃນຂະບວນການດຳເນີນງານຢູ່ໃນພື້ນທີ່. |
ຍສໝ - ວັນທີ 17/8, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານນາງ ເລທິທູຮັ່ງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໄດ້ຕ້ອນຮັບຄະນະກົມການຂ່າວ, ກະຊວງການຕ່າງປະເທດລາວ ນຳໂດຍສະຫາຍ ສົມຄິດ ວັນຄຳ, ຫົວໜ້າກົມການຂ່າວ, ໂຄສົກກະຊວງການຕ່າງປະເທດລາວ, ໃນໂອກາດຄະນະຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. |
ມິງດຶກ

