ນະຄອນໂຮ່ຈີມິນ ເພີ່ມເອກະລັກດຶງດູດກະແສທຶນ FDI ຄຸນນະພາບສູງ ຈາກ ເອີຣົບ

11:03 | 13/08/2026

ຍສໝ - ກະແສທຶນ ພວມຄ່ອຍໆຂະຫຍາຍຕົວໄປສູ່ ຂະແໜງເຕັກໂນໂລຊີສູງ, ການປະດິດສ້າງໃໝ່ ແລະ ເສດຖະກິດສີຂຽວ.

ນັກສຶກສາລາວ ແລະ ກຳປູເຈຍ 177 ຄົນ ມີ “ຄອບຄົວທີສອງ” ຢູ່ທີ່ນະຄອນໂຮ່ຈີມິນ ການບໍລິໂພກສີຂຽວຊຸກຍູ້ການພັດທະນາແບບຍືນຍົງຢູ່ນະຄອນໂຮ່ຈີມິນ

ຕາມຂໍ້ມູນຈາກ ພະແນກກາເງິນ ນະຄອນໂຮ່ຈີມິນ, ນັບແຕ່ຕົ້ນປີ ຫາ ທ້າຍເດືອນ 7, ບັນດານັກລົງທຶນ ຈາກ 27 ປະເທດສະມາຊິກ ສະຫະພາບເອີຣົບ (EU) ໄດ້ຈົດທະບຽນລົງທຶນ ຫຼາຍກວ່າ 216 ລ້ານໂດລາສະຫະລັດ ເຂົ້າໃນນະຄອນ.

ນະຄອນໂຮ່ຈີມິນ ເພີ່ມເອກະລັກດຶງດູດກະແສທຶນ FDI ຄຸນນະພາບສູງ ຈາກ ເອີຣົບ

ກຳມະກອນປະຕິບັດງານສາຍການຜະລິດ ຢູ່ໂຮງງານຂອງ ເຕັກໂນໂລຊີ Lego ຢູ່ ນະຄອນໂຮ່ຈີມິນ

ກະແສທຶນ ໄດ້ສຸມໃສ່ບັນດາຂົງເຂດປະເພນີ ເຊັ່ນ: ອຸດສາຫະກຳປຸງແປງ, ການຜະລິດ; ການຄ້າ - ການບໍລິການ; ອະສັງຫາລິມະຊັບ; ການເງິນ - ທະນາຄານ ແລະ ໂລຈິສຕິກ (Logistics). ແຕ່ຄຽງຄູ່ກັນນັ້ນ, ກະແສທຶນ ພວມຄ່ອຍໆຂະຫຍາຍຕົວໄປສູ່ ຂະແໜງເຕັກໂນໂລຊີສູງ, ການປະດິດສ້າງໃໝ່ ແລະ ເສດຖະກິດສີຂຽວ.

ກະແສທຶນ ໄດ້ສຸມໃສ່ບັນດາຄູ່ຮ່ວມມືໃຫຍ່, ໃນນັ້ນ ຮອນແລນບັນລຸປະມານ 106,9 ລ້ານໂດລາສະຫະລັດ, ຝຣັ່ງ ປະມານ 83,7 ລ້ານໂດລາສະຫະລັດ, ເຢຍລະມັນ ປະມານ 19,9 ລ້ານໂດລາສະຫະລັດ. 3 ປະເທດນີ້ ກວມເອົາ 97,4% ຂອງທຶນຈົດທະບຽນທັງໝົດ ຂອງກຸ່ມ EU ໃນໄລຍະດັ່ງກ່າວ.

ຄວາມຕ້ອງການດ້ານມາດຕະຖານເຕັກໂນໂລຊີ, ການບໍລິຫານ, ສິ່ງແວດລ້ອມ ແລະ ການພັດທະນາຢ່າງຍືນຍົງ ເພີ່ມຂຶ້ນເລື້ອຍໆ ແລະ ກາຍເປັນປັດໄຈສຳຄັນ ໃນການຕັດສິນໃຈລົງທຶນ ຂອງວິສາຫະກິດເອີຣົບ. ທ່າອ່ຽງນີ້ ສອດຄ່ອງກັບທິດທາງຂອງ ນະຄອນໂຮ່ຈີມິນ ໃນການດຶງດູດບັນດາໂຄງການ ທີ່ມີເຕັກໂນໂລຊີກ້າວໜ້າ, ມີມູນຄ່າເພີ່ມທະວີໃຫຍ່, ນຳໃຊ້ທີ່ດິນ ແລະ ພະລັງງານຢ່າງມີປະສິດທິພາບ, ເປັນມິດກັບສິ່ງແວດລ້ອມ, ມີຄວາມສາມາດແຜ່ຂະຫຍາຍ, ຖ່າຍທອດເຕັກໂນໂລຊີ ແລະ ເຊື່ອມໂຍງກັບວິສາຫະກິດພາຍໃນປະເທດ.

ແກ້ໄຂ ແກ້ໄຂ “ບັດເຫຼືອງ” IUU: ນະຄອນໂຮ່ຈີມິນ ເຮັດໃຫ້ຂໍ້ມູນມີຄວາມໂປ່ງໃສ, ຄວບຄຸມການຂຸດຄົ້ນ
ຍສໝ - ການນຳໃຊ້ປຶ້ມບັນທຶກການຂຸດຄົ້ນສິນໃນນ້ຳແບບອີເລັກໂຕຣນິກ ຢູ່ເທິງກຳປັ່ນຫາປາທາງໄກ ຢູ່ນະຄອນ ໂຮ່ຈີມິນ (HoChiMinh) ພວມຄ່ອຍໆສ້າງປະສິດທິຜົນຢ່າງຊັດເຈນ, ປະກອບສ່ວນເຂົ້າໃນການຫັນວຽກງານຄຸ້ມຄອງການປະມົງໃຫ້ເປັນທັນສະໄໝ.
ນະຄອນໂຮ່ຈີມິນ ຈັດພິທີສະເຫຼີມສະຫຼອງວັນບຸນໄຫວ້ພະເຈົ້າຮຸ່ງ ຢ່າງສົມກຽດ, ເຜີຍແຜ່ຈິດວິນຍານມຸ່ງສູ່ຕົ້ນກຳເນີດ ນະຄອນໂຮ່ຈີມິນ ຈັດພິທີສະເຫຼີມສະຫຼອງວັນບຸນໄຫວ້ພະເຈົ້າຮຸ່ງ ຢ່າງສົມກຽດ, ເຜີຍແຜ່ຈິດວິນຍານມຸ່ງສູ່ຕົ້ນກຳເນີດ
ຍສໝ - ຕອນເຊົ້າວັນທີ 26 ເມສາ (ກົງກັບວັນທີ 10 ເດືອນ 3 ຕາມຈັນທະປະຕິທິນ), ຢູ່ທີ່ວິຫານລະນຶກເຖິງບັນດາກະສັດຮຸ່ງ (ສວນປະຫວັດສາດ - ວັດທະນະທຳແຫ່ງຊາດ, ນະຄອນໂຮ່ຈີມິນ), ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ປະຈຳນະຄອນໂຮ່ຈີມິນ ໄດ້ຈັດພິທີສະເຫຼີມສະຫຼອງວັນບຸນໄຫວ້ພະເຈົ້າຮຸ່ງ ປີຈໍ 2026 ຢ່າງສົມກຽດ. ເຫດການດັ່ງກ່າວໄດ້ດຶງດູດປະຊາຊົນຈຳນວນຫຼວງຫຼາຍເຂົ້າຮ່ວມ ແລະ ຕິດຕາມຜ່ານຊ່ອງທາງໂທລະພາບ, ວິທະຍຸກະຈາຍສຽງໂດຍກົງ, ເພື່ອຮ່ວມກັນມຸ່ງສູ່ຕົ້ນກຳເນີດຂອງຊາດ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ