ເຖິງແມ່ນວ່າຕົວເລກສະສົມ ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ມີຈໍານວນ 41 ຄົນ ແລະ ມາຮອດ ວັນທີ 4 ມັງກອນ 2021 ຈະບໍ່ມີຜູ້ຕິດເຊື້ອພະຍາດ ດັ່ງກ່າວເພີ່ມກໍຕາມ, ແຕ່ກະຊວງສາທາລະນະສຸກ ກໍໄດ້ຮຽກຮ້ອງໃຫ້ ທຸກພາກສ່ວນໃນສັງຄົມ ສືບຕໍ່ເອົາໃຈໃສ່ ປະຕິບັດມາດຕະ ການປ້ອງກັນ ພະຍາດນີ້ຢ່າງເຂັ້ມງວດ, ພາຍຫລັງເຫັນວ່າໄລຍະນີ້ ສະພາບອາກາດ ແມ່ນເຢັນລົງຫລາຍ, ເຊິ່ງຈະພາໃຫ້ເຊື້ອພະຍາດດັ່ງກ່າວ ເກາະຕົວ ຢູ່ໄດ້ດົນ ແລະ ສາມາດແຜ່ລາມ ໄດ້ງ່າຍ ຖ້າບໍ່ມີມາດຕະການປ້ອງກັນທີ່ດີ.
ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ສະເໜີວ່າ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້ານະຄອນຫຼວງວຽງຈັນ (ນວ) ໄດ້ວາງມາດຕະການລວມໂດຍ ເນັ້ນໃສ່ສົ່ງເສີມຄວາມຍືນຍົງ ແລະ ຄວາມຫຼາກຫຼາຍຂອງເສດຖະກິດ.
ພາຍຫຼັງທີ່ຈະໄດ້ຮັບວັກຊິນໃນເດືອນເມສາ 2021 ແມ່ນຈະໄດ້ສຸມໃສ່ສັກວັກຊິນດັ່ງກ່າວໃຫ້ກຸ່ມທີ່ມີຄວາມສ່ຽງສູງ ຫາ ປານກາງ, ຄາດຄະເນ ປະມານ 15-20% ຂອງປະຊາກອນ ລາວທັງໝົດ ຫຼືເທົ່າກັບ 1,4 ລ້ານຄົນ ຈະໄດ້ສັກວັກຊິນດັ່ງກ່າວ.
ຍສໝ - ອີງຕາມການລາຍງານຂອງສຳນັກຂ່າວສານຫວຽດນາມທີ່ນະຄອນຫຼວງວຽງຈັນ, ກະຊວງສາທາລະນະສຸກ ສປປ.ລາວ, ໃນວັນທີ 29 ທັນວາ, ໄດ້ປະກາດການຕັດສິນໃຈຂອງລັດຖະບານສປປ.ລາວ ກ່ຽວກັບການຍົກເລີກຄຳສັ່ງປິດລ້ອມຢູ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ, ທາງພາກເໜືອຂອງປະເທດລາວ ຫຼັງຈາກໄດ້ປະຕິບັດການປິດລ້ອມ ໃນເວລາ 20 ວັນ.
ໃນວັນທີ 29 ທັນວາ 2020 ທີ່ນະຄອນຫລວງວຽງຈັນ, ກະຊວງແຜນການ ແລະ ການລົງທຶນ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດກອງປະຊຸມທົບທວນຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ແຜນງານແຫ່ງຊາດ ຂອງ ສປປ ລາວ ແລະ ກຳນົດບຸລິມະສິດ ທີ່ຈະຮັບມືກັບສິ່ງທ້າທາຍ ທີ່ຍັງຄົງຄ້າງໃຫ້ສອດຄ່ອງກັບ ຄຳໝາຍໝັ້ນຕໍ່ກັບ ກອງປະຊຸມສາກົນ ວ່າດ້ວຍ ປະຊາກອນ ແລະ ການພັດທະນາ (ICPD 25) ທີ່ນະຄອນ ໄນໂຣບີ ແລະ ແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດ (NSEDP) ຄັ້ງທີ 9. ພ້ອມນີ້ ຍັງໄດ້ມີການນຳ ສະເໜີຜົນສຳເລັດ ແລະ ສິ່ງທ້າທາຍທີ່ໃນການ ຈັດຕັ້ງປະຕິບັດແຜນງານ ໂດຍສະເພາະ ໄລຍະການລະບາດຂອງພະຍາດ ໂຄວິດ-19 ທີ່ສ້າງຄວາມຫຍຸ້ງຍາກໃນທົ່ວໂລກ.
ຜູ້ພັດທະນາໂຄງການ ກໍ່ສ້າງເຂື່ອນໄຟຟ້ານ້ຳອູ 7 ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະເລີ່ມການຟື້ນຟູ ຊີວິດການເປັນຢູ່ ໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການ ນັບຕັ້ງແຕ່ ວັນທີ 1 ມັງກອນ 2021 ເປັນຕົ້ນໄປ ເຊິ່ງປະກອບມີ 3 ບ້ານຄື: ບ້ານສົມມີໄຊ (ຕາຕຸງ), ບ້ານຈະເລີນ ແລະ ບ້ານໄຊທອງ (ສົບກັ້ງ) ເມືອງຜົ້ງສາລີ, ມີປະຊາຊົນທີ່ໄດ້ຮັບ ຜົນກະທົບທັງໝົດ 222 ຄອບຄົວ, ພົນລະເມືອງ 1.400 ກວ່າຄົນ, ໃນນັ້ນ ບ້ານສົມມີໄຊ ມີ 77 ຄອບຄົວ, ບ້ານຈະເລີນ ມີ 68 ຄອບຄົວ ...
ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ໃນວັນທີ 29 ທັນວາ 2020 ສປປ ລາວ ເຮົາມີຜູ້ຕິດເຊື້ອເພີ່ມ 2 ກໍລະນີ, ນັບແຕ່ວັນທີ 1 ມັງກອນ ຫາ 29 ທັນວາ 2020 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 8.239 ຄົນ, ມີຜູ້ສຍຊີວິດ 13 ຄົນ ແລະ ປະຊາຊົນຍັງຈະສືບຕໍ່ ຕິດເຊື້ອເພີ່ມຂຶ້ນຖ້າທຸກຄົນໃນສັງຄົມ ບໍ່ຊ່ວຍກັນທຳລາຍແຫລ່ງ ເພາະພັນຂອງຍຸງລາຍ.
ໃນວັນທີ 29 ທັນວາ 2020 ບໍລິສັດ ວິສະວະກຳ ທາງລົດໄຟເລກ 2 ສປ ຈີນ ໄດ້ຈັດພິທີສະເຫລີມສະຫລອງ ແລະ ຊົມເຊີຍຜົນສຳເລັດ ໃນການວາງລາງ ລົດໄຟ ເສັ້ນທາງລົດໄຟ ລາວ-ຈີນ ແຕ່ນະຄອນຫລວງວຽງຈັນ ຫາ ແຂວງຫລວງພະບາງ, ຊຶ່ງມີຄວາມຍາວ 240 ກິໂລແມັດ ຂອງຈຳນວນທັງໝົດ 422,4 ກິໂລແມັດ ນະຄອນຫລວງວຽງຈັນ-ບໍ່ເຕ່ນ ແຂວງຫລວງນ້ຳທາ.
ທ່ານ ພົງສະຫວັນ ສິດທະວົງ ຍັງໃຫ້ຮູ້ອີກວ່າ: ສໍາລັບທິດທາງແຜນການປີ 2021 ນີ້ ແຂວງໄຊຍະບູລີ ຈະສູ້ຊົນເຮັດໃຫ້ການຂະຫຍາຍຕົວຂອງເສດຖະກິດຢູ່ໃນລະດັບ 5%, ສ້າງມູນຄ່າເພີ່ມໃຫ້ໄດ້ 11.262 ຕື້ກີບ, ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 3.157 ໂດລາ, ສູ້ຊົນລະດົມທຶນເຂົ້າໃນການພັດທະນາໃຫ້ໄດ້ 3.153 ຕື້ກີບກວມເອົາ 28% ຂອງ GDP
ປັດຈຸບັນ, ສປປ ລາວ ກຳລັງກະກຽມໃຫ້ແກ່ ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ຊຸດທີ II, ເຊິ່ງພົນລະເມືອງລາວ ຜູ້ມີອາຍຸແຕ່ 18 ປີຂຶ້ນໄປ ແມ່ນມີສິດປ່ອນບັດເລືອກຕັ້ງ ແລະ ຜູ້ມີອາຍຸແຕ່ 21 ປີຂຶ້ນໄປ ມີສິດສະໝັກຮັບເລືອກຕັ້ງ, ຍົກເວັ້ນແຕ່ຜູ້ເປັນບ້າ, ເສຍຈິດ ແລະ ຜູ້ຖືກສານຕັດສິນລົງໂທດ ຕັດອິດສະລະພາບ, ປົດສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ.
ໃນວັນທີ 29 ທັນວາ 2020 ທີ່ນະຄອນຫລວງວຽງຈັນ, ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານກ່ຽວກັບການລະບາດຂອງພະຍາດ COVID-19 ໃນ ສປປ ລາວ ວ່າ: ໃນວັນທີ 28 ທັນວາ 2020 ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 666 ຄົນ, ໃນນັ້ນ ມີ 04 ຕົວຢ່າງ ຈາກບຸກຄົນທົ່ວໄປມີອາການ; 04 ຕົວຢ່າງ ຈາກບຸກຄົນທົ່ວໄປບໍ່ມີອາການ; ແຮງງານລາວກັບມາແຕ່ໄທ 264 ຕົວຢ່າງ; ແຮງງານຈີນ 238 ຕົວຢ່າງ; ແຮງງານຫວຽດນາມ 133 ຕົວຢ່າງ ແລະ ແຮງງານໄທ 23 ຕົວຢ່າງ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ. ມາຮອດປັດຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດ COVID-19 ຈໍາ ນວນ 01 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວ ຢູ່ໂຮງໝໍທີ່ຖືກກຳນົດໄວ້, ມີອາການເບົາບາງ ແລະ ບໍ່ມີອາການສົນຫຍັງ.
ສປປ ລາວ ກຳລັງດຳເນີນການກະກຽມຄວາມພ້ອມ ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II, ເຊິ່ງຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງ ໄດ້ຜັນຂະຫຍາຍບັນດາເອກະສານກ່ຽວກັບການເລືອກຕັ້ງ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ມາຈັດຕັ້ງເຜີຍແຜ່ຢ່າງກວ້າງຂວາງ, ໂດຍສະເພາະແມ່ນມາດຖານ ຂອງຜູ້ທີ່ຈະເປັນສະມາຊິກສະພາແຫ່ງຊາດ ແລະ ເອກກະສານກ່ຽວຂ້ອງອື່ນໆ.
ສປປ ລາວ ກຳລັງດຳເນີນການກະກຽມຄວາມພ້ອມ ໃຫ້ແກ່ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II, ເຊິ່ງຄະນະກຳມະການ ເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງ ໄດ້ຜັນຂະຫຍາຍບັນດາ ເອກະສານກ່ຽວກັບ ການເລືອກຕັ້ງ ຂອງຄະນະກໍາມະການເລືອກຕັັ້ງລະດັບຊາດ ມາຈັດຕັ້ງເຜີຍແຜ່ຢ່າງກວ້າງຂວາງ, ໂດຍສະເພາະ ແມ່ນມາດຖານ ຂອງຜູ້ທີ່ຈະເປັນສະມາຊິກສະພາແຫ່ງຊາດ ແລະ ເອກກະສານກ່ຽວຂ້ອງອື່ນໆ.
ໃນຕອນແລງຂອງ ວັນທີ 25 ທັນວາ 2020 ຢູ່ນະຄອນຫຼວງ ວຽງຈັນ ໄດ້ຈັດຂຶ້ນພິທີເຊັນສັນຍາໂຄງການ ກໍ່ສ້າງຕຶກອາຄານກອງບັນຊາ ການທະຫານອາກາດ ລະຫວ່າງ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ບໍລິສັດ (Fron tier Services Group Co, Ltd).
ຄະນະສະເພາະກິດ ອອກມາດຕະການໃໝ່ ບຸກຄົນທີ່ເດີນທາງເຂົ້າມາໃນ ສປປ ລາວ ຈະຕ້ອງໃສ່ອຸປະກອນຕິດຕາມທາງການແພດເພື່ອໃຫ້ສາມາດຕິດຕາມການເຄື່ອນໄຫວຂອງບຸກຄົນດັ່ງກ່າວໄດ້ໃນຂອບເຂດ 14 ວັນ.
ໃນວັນທີ 24 ທັນວາ 2020 ນີ້, ສະຫາຍ ນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງ ປະຊຸມທາງໄກ ກັບ ຄະນະພົວພັນຕ່າງປະເທດສູນກາງ ພັກກອມມູນິດກູບາ, ນໍາໂດຍ ສະຫາຍ Angle Aezuaga Reyes ວ່າການຫົວໜ້າ ຄະນະພົວພັນ ຕ່າງປະເທດສູນກາງພັກ ກອມມູນິດກູບາ.
ຍສໝ - ຕາມລາຍການນີ້, ປະຊາຊົນລາວທຸກຄົນ ແລະ ຊາວຕ່ງປະເທດເມື່ອເຂົ້າອອກ ເຂດເສດຖະກິດສາມລ່ຽມຄຳຕ້ອງໄດ້ຮັບການຕົກລົງຈາກຄະນະຄຸ້ມຄອງ ເຂດເສດຖະກິດພິເສດ. ບັນດາພໍ່ຄ້າໄດ້ຈຳແນກການເຄື່ອນໄຫວຢູ່ຕະຫຼາດຊົ່ວຄາວຢູ່ເຂດເສດຖະກິດພິເສດກໍ່ຍັງບໍ່ທັນສາມາດກັບຄືນຄ້າຂ່າວ ຕະຫຼອດຮອດເມື່ອມີປະກາດໃໝ່.
ເມື່ອບໍ່ດົນມານີ້, ລັດຖະບານຍີ່ປຸ່ນ ໄດ້ສະໜອງທຶນຊ່ວຍເຫລືອລ້າ ໃຫ້ແກ່ ສປປ ລາວ ຈຳນວນ 403.768 ໂດລາສະຫະລັດ ໃຫ້ໂຄງການ ດ້ານສາທາລະນະສຸກ 2 ໂຄງການ ໃນ ແຂວງຫລວງພະບາງ ແລະ ນະຄອນຫລວງວຽງຈັນ, ໂຄງການສ້າງຂົວ 2 ໂຄງການ ຢູ່ ແຂວງບໍ່ແກ້ວ ແລະ ແຂວງຈຳປາສັກ ແລະ 1 ໂຄງການດ້ານການສຶກສາ ຢູ່ ແຂວງຈຳປາສັກ, ໂດຍຜ່ານໂຄງການເສີມສ້າງ ຄວາມໝັ້ນຄົງຂອງມະນຸດ ຂັ້ນຮາກຖານ (GGPs) ເຊິ່ງພິທີເຊັນສັນຍາໂຄງການ ດັ່ງກ່າວ, ໄດ້ຈັດຂຶ້ນ ໃນວັນທີ 18 ທັນວາ 2020, ຢູ່ສະຖານທູດຍີ່ປຸ່ນ ນະຄອນຫລວງວຽງຈັນ ລະຫວ່າງ ທ່ານ ທາເກວາກະ ເຄໂຊ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ໂຕແທນ ຂອງອຳນາດການປົກຄອງຈາກເມືອງ ແລະ ແຂວງ ທີ່ໄດ້ຮັບໂຄງການດັ່ງກ່າວ, ໂດຍມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ໃນວັນທີ 22 ທັນວາ 2020, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫລ່ງຂ່າວຜ່ານສື່ມວນຊົນ ເພື່ອສື່ສານເຖິງພີ່ນ້ອງ ຊາວລາວ ໃນທົ່ວປະເທດ ຊາບຢ່າງທົ່ວເຖິງກັນ ໃນສິ່ງທີ່ມີຄວາມສຳຄັນຍິ່ງ ເພື່ອຂໍໃຫ້ທຸກໆຄົນ ໃຫ້ມີສະຕິລະວັງຕົວ ແລະ ໃຫ້ການຮ່ວມມື ກັບລັດຖະບານ ແລະ ໜ່ວຍງານ ທີ່ກ່ຽວຂ້ອງ ກ່ຽວກັບບັນຫາການປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດ ໂຄວິດ-19 ທີ່ອາດຈະເກີດຂຶ້ນຮອບໃໝ່ ໃນປະເທດລາວ.
ເພື່ອສະກັດກັ້ນ ການລະບາດແຕ່ຫົວທີ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ, ກະຊວງສາທາລະນະສຸກ ໄດ້ໃຊ້ມາດຕະ ການຢ່າງເຄັ່ງຄັດ ໃນການກວດກາ ຄົນເຂົ້າ-ອອກເມືອງ ຕາມດ່ານຕ່າງໆ ໃນຂອບເຂດທົ່ວປະເທດ ພ້ອມທັງ, ຮຽກຮ້ອງມາຍັງ ປະຊາຊົນລາວບັນດາເຜົ່າ ໃຫ້ເຫັນເຖິງຄວາມສຳຄັນ ໃນການປະຕິບັດ ຕາມແຈ້ງການຂອງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ແລະ ຄຳແນະນຳຂອງຂະແໜງການກ່ຽວ ຂ້ອງວາງອອກຢ່າງເຄັ່ງຄັດ.
ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະ ຊວງສາທາລະນະສຸກ ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະ ບາດຂອງພະຍາດ COVID-19 ໄດ້ຖະແຫລງໃນວັນທີ 21 ທັນວາ 2020 ນີ້ໃຫ້ຮູ້ວ່າ: ມື້ນີ້, ແມ່ນມີຜູ້ປີ່ນປົວຫາຍດີ ຈາກພະຍາດໂຄວິດ-19 ໄດ້ອອກໂຮງໝໍ 1 ຄົນ ແລະ ຍັງມີຜູ້ຕິດເຊື້ອພະຍາດດັ່ງກ່າວ, 4 ຄົນ ຍັງສືບຕໍ່ປິ່ນປົວ ຢູ່ໂຮງໝໍມິດຕະພາບ.
ໃນວັນທີ 20 ທັນວາ 2020 ນີ້, ຢູ່ສະຖານີເກັບເງິນ ນະຄອນຫລວງວຽງຈັນ ໄດ້ມີພິທີເປີດນຳໃຊ້ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ເຊິ່ງເປັນໄລຍະທີ 1 ຂອງທາງດ່ວນນະຄອນຫລວງວຽງຈັນ ຫາ ດ່ານຊາຍແດນບໍ່ເຕັນ-ບໍ່ຫານ ຢ່າງເປັນທາງການ.
ເມື່ອບໍ່ດົນມານີ້, ຢູ່ໂຮງແຮມດອນຈັນພາເລດ ໄດ້ຈັດຕັ້ງພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍໂຄງການພັດທະນາເຂດອ້ອມຂ້າງສະຖານນີລົດໄຟລາວ-ຈີນ ຢູ່ 3 ແຂວງ 1 ນະຄອນຫຼວງວຽງຈັນ (ນະຄອນຫຼວງວຽງຈັນ ແຂວງວຽງຈັນ ຫຼວງພະບາງ ແລະ ແຂວງອຸດົມໄຊ) ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ບໍລິສັດທາງລົດໄຟລາວ-ຈີນ.
ຍສໝ - ໃນວັນທີ 18 ທັນວາ 2020, ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳລາວ Keizho Takewaka ໄດ້ມອບເຄື່ອງອຸປະກອນດ້ານການແພດທີ່ມີມູນຄ່າ 3 ລ້ານ USD ໃຫ້ແກ່ກະຊວງສາທາລະນະສຸກລາວ ເພື່ອແນໃສ່ໜູນຊ່ວຍລາວ ປ້ອງກັນ ແລະ ຄວບຄຸມໂລກລະບາດໂຄວິດ-19.
ໃນວັນທີ 16 ທັນວາ 2020 ທີ່ຫ້ອງຮັບແຂກ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ໄດ້ມີພິທີມອບ-ຮັບເງິນ ເພື່ອປະກອບສ່ວນຮັບໃຊ້ ການດໍາເນີນກອງ ປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະ ເທດຄັ້ງທີ VIII ລະຫວ່າງ ຄະນະບໍລິຫານງານ ຊາວໜຸ່ມປະຊາຊົນ ປະຕິວັດລາວ, ກະຊວງວິທະຍາ ສາດ ແລະ ເຕັກໂນໂລຊີ ແລະ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ.
ສູນອິນເຕີເນັດ ແຫ່ງຊາດ (ສອຊ) ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ ສານ (ປທສ) ໄດ້ຈັດກອງປະຊຸມສຳມະນາ ກະກຽມຄວາມພ້ອມເຂົ້າສູ່ ເສດຖະກິດດິຈິຕອນ ແລະ ອຸດສາ ຫະກຳ 4.0 ຂຶ້ນໃນວັນທີ 17 ທັນວາ 2020, ໂດຍການເປັນປະທານຂອງ ທ່ານ ບຸນສະເຫລີມໄຊ ເຄນນາວົງ ຮອງລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ພ້ອມດ້ວຍພາກ ສ່ວນຂ້ອງກ່ຽວເຂົ້າຮ່ວມ.
ວັນທີ 16 ທັນວາ 2020 ອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດ ຖະບານ ໄດ້ໄຂກອງປະຊຸມ ສະມາຊິກພັກຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກຄະ ນະ ກວດກາສູນກາງພັກ, ອົງການກວດກາລັດຖະບານ ແລະ ອົງການຕ້ານການສໍ້ລາດ ບັງຫລວງຂັ້ນສູນກາງ, ມີຄະນະປະຈໍາພັກ, ຄະນະພັກ, ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກ ທົ່ວອົງຄະນະພັກເຂົ້າຮ່ວມ.
ໃນວັນທີ 15 ທັນວາ 2020, ໄດ້ມີກອງປະຊຸມທາງໄກ ສອງ ຝ່າຍລະຫວ່າງກົມພົວພັນຕ່າງ ປະເທດກະຊວງປ້ອງກັນປະເທດ ສປປ ລາວ ກັບ ກົມນະໂຍບາຍ ແລະ ແຜນການຍຸດທະສາດ ກະ ຊວງປ້ອງກັນປະເທດມາເລເຊຍ ເຊິ່ງຄະນະຜູ້ແທນຝ່າຍລາວນຳ ໂດຍທ່ານ ພົນຈັດຕະວາ ແກ່ນຈັນນັນທະລັງສີ ຫົວໜ້າກົມພົວ ພັນຕ່າງປະເທດ ກະຊວງປ້ອງ ກັນປະເທດ ສປປ ລາວ, ຝ່າຍມາເລເຊຍ ມີ ທ່ານ ໂມຮາມັດ ອໍາຣັນ ບິນ ຮາຊັນ ຫົວໜ້າກົມນະໂຍບາຍ ແລະ ແຜນການຍຸດທະສາດ, ກະຊວງປ້ອງກັນປະ ເທດມາເລເຊຍ ພ້ອມຄະນະເຂົ້າຮ່ວມ.
ໃນວັນທີ 16 ທັນວາ 2020 ສປປ ລາວ ຍັງບໍ່ມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ເພີ່ມ ເຖິງຢ່າງໃດກໍຕາມ ຮຽກຮ້ອງໃຫ້ສືບຕໍ່ປະຕິບັດ ວິຖີການດຳລົງຊີວິດ ປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ ໂດຍສະເພາະ ອອກຈາກບ້ານ ຫລື ໄປສະຖານທີ່ ທີ່ມີຄວາມສ່ຽງຕໍ່ ການຕິດເຊື້ອ ຄວນໃສ່ຜ້າປິດປາກ-ດັງ, ຮັກສາມາລະຍາດ ໃນການໄອ-ຈາມ, ເມື່ອໄອ ຫລື ຈາມ ຄວນໃຊ້ຂໍ້ພັບແຂນສອກປິດປາກ, ລ້າງມືເລື້ອຍໆ ດ້ວຍນໍ້າສະອາດໃສ່ສະບູ ຫລື ເຈວລ້າງມື, ຮັກສາໄລຍະຫ່າງ 1-2 ແມັດຂຶ້ນໄປ, ກິນອາຫານທີ່ປຸງແຕ່ງສຸກໃໝ່ໆ ແລະ ອື່ນໆ.
ຄະນະເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ປະຈຳ ລາວ ຫາກໍມີການຢ້ຽມຢາມ ແລະ ຊອກຮູ້ໂອກາດລົງທຶນ, ຄວາມສາມາດໃນການເຊື່ອມຕໍ່ໃນຂົງເຂດ logistic ຢູ່ເຂດເສດຖະກິດພິເສດ ສະຫວັນ - ເຊໂນ, ແຂວງ ສະຫວັນນະເຂດ, ພາກກາງຂອງ ລາວ.