ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນໃໝ່ 1 ກໍລະນີ, ໂດຍແມ່ນ ນັກ ສຶກສາລາວ (ເພດຍິງ) ເດີນທາງມາຈາກປະເທດຮົງກາລີ, ປັດຈຸບັນ ໄດ້ເອົາຜູ້ກ່ຽວໄປແຍກປ່ຽວ ເພື່ອປິ່ນປົວຢູ່ໂຮງໝໍ ມິດຕະພາບ 150 ຕຽງແລ້ວ, ລວມຕົວເລກຜູ້ຕິດເຊື້ອ ສະສົມເປັນ 25 ກໍລະນີ, ປິ່ນປົວຫາຍດີ 23 ກໍລະນີ, ຍັງສືບຕໍ່ປິ່ນປົວ 2 ກໍລະນີ. ຄະນະທີ່ ທົ່ວໂລກ ມາຮອດວັນທີ 17 ພະຈິກ 2020 ມີຜູ້ຕິດເຊື້ອທັງໝົດ 55.295.170 ຄົນ, ເສຍຊີວິດ 1.331.308 ຄົນ, ປິ່ວປົວຫາຍດີ 38.380.491 ...
ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງດຳເນີນມາເປັນເວລາ 16 ວັນ, ແຕ່ວັນທີ 27 ຕຸລາ - 17 ພະຈິກ 2020, ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ເຊິ່ງໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນສູງຂອງພັກ-ລັດ, ຄະນະລັດຖະບານ, ອົງການຈັດຕັ້ງພັກ-ລັດ ແລະ ແຂກຖືກເຊີນເຂົ້າຮ່ວມ ຢ່າງພ້ອມພຽງ.
ປັດຈຸບັນ, ເຖິງວ່າການລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ຈະເບົາບາງລົງຢ່າງຕໍ່ເນື່ອງກໍ່ຕາມ ແຕ່ລັດຖະບານ ກໍຄື ຄະນະສະເພາະກິດ ຍັງສືບຕໍ່ເຝົ້າລະວັງ ຕ້ານ ແລະ ສະກັດກັ້ນ ການແຜ່ລະບາດ ຂອງໂຄວິດ-19 ຢ່າງເຂັ້ມງວດຕໍ່ເນື່ອງ, ເຊິ່ງຕົວເລກຜູ້ຕິດເຊື້ອສະສົມ 24 ຄົນ, ປິ່ນປົວດີ 23 ຄົນ, ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍ 1 ຄົນ.
ທ່ານ ພົທ ວິໄລ ຫລ້າຄຳຟອງ ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ລາຍງານໃຫ້ຮູ້ ໃນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 12 ພະຈິກ 2020 ນີ້ວ່າ: ຮ່າງກົດໝາຍວ່າດ້ວຍການຮ່ວມມື ລະຫວ່າງປະເທດທາງອາຍາ ສະບັບສ້າງໃໝ່ ປະກອບມີ IX ພາກ, 6 ໝວດ, 54 ມາດຕາ.
ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 13 ພະຈິກ 2020, ໂດຍການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ໄດ້ສະເໜີກົດ ໝາຍ ວ່າດ້ວຍການປັບປຸງ ບາງມາດຕາຂອງກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ ຫລັງຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ກໍໄດ້ພ້ອມກັນສຸມໃສ່ ປະກອບຄຳຄິດຄຳເຫັນ ໃສ່ກົດໝາຍວ່າດ້ວຍ ການປັບປຸງດັ່ງກ່າວ, ເຊິ່ງໂດຍລວມແລ້ວ ແມ່ນເຫັນດີເປັນເອກະພາບ ຕາມການສະເໜີປັບປຸງ ບາງມາດຕາຂອງກົດໝາຍນີ້.
ປັດຈຸບັນ, ທົ່ວປະເທດສູນຈໍາກັດ ບໍລິເວນທີ່ຍັງເປີດ ຢູ່ມີທັງໝົດ 36 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.692 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 11 ພະຈິກ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 71.020 ຕົວຢ່າງ, ກວດພົບເຊື້ອສະສົມ 24 ຄົນ, ສ່ວນຜູ້ຕິດເຊື້ອເບີ 24 ຍັງຄົງພັກຮັກສາ ຢູ່ໂຮງໝໍມິດຕະພາບ.
ພາຍຫລັງກົດໝາຍສະບັບນີ້, ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະເປັນເຄື່ອງມື ຂອງລັດ ໃນການສະກັດກັ້ນ, ແກ້ໄຂ ແລະ ຕ້ານບັນຫາອາສະຍາກຳ ທຸກຮູບແບບ ຂອງການກະທຳຜິດ ທີ່ອາດຈະເກີດຂຶ້ນໃນສັງຄົມ, ເປັນບ່ອນອີງໃຫ້ແກ່ ເຈົ້າໜ້າທີ່ຂະແໜງ ການທີ່ກ່ຽວຂ້ອງ ເຄື່ອນໄຫວປະຕິບັດໜ້າທີ່ ວຽກງານການຮ່ວມມື ລະຫວ່າງປະເທດທາງອາຍາ ຫັນເຂົ້າສູ່ກົດໝາຍ ແລະ ລະບຽບການ, ເປັນພື້ນຖານອັນສຳຄັນ ໃນການຮັບປະກັນ ຄວາມສະຫງົບ ທາງດ້ານການເມືອງ...
ໃນໄລຍະຜ່ານມາ, ໜ່ວຍງານພາກລັດ ແລະ ພາກເອກະຊົນຂອງໄທ ກໍໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນການປ້ອງກັນ ແລະ ບັນເທົາຜົນກະທົບ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຕໍ່ເນື່ອງ ໂດຍໄດ້ມອບອຸປະກອນທາງການແພດ ແລະ ເງິນຊ່ວຍເຫລືອ ລວມມູນຄ່າຫລາຍກວ່າ 7 ລ້ານບາດ.
ໃນກອງປະຊຸມສະໄໝມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 11 ພະຈິກ 2020, ທີ່ຫໍປະຊຸມສະພາແຫ່ງຊາດ (ຫລັກ6) ໂດຍການເປັນປະທານ ຂອງ ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະ ກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍ ການສຶກສາຊັ້ນສູງ (ສ້າງໃໝ່) ທີ່ສະເໜີໂດຍ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມທັງໄດ້ລົງຄະແນນສຽງ ຮັບຮອງເອົາຮ່າງ ກົດໝາຍສະບັບດັ່ງກ່າວ, ດ້ວຍຄະແນນສຽງເຫັນດີ ເປັນສ່ວນຫລາຍ.
ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 10 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກ ສະພາແຫ່ງຊາດ (ສສຊ) ໄດ້ພິຈາລະນາ ປະກອບຄຳເຫັນໃສ່ ຮ່າງກົດໝາຍ ວ່າດ້ວຍຊາວໜຸ່ມລາວ (ສະບັບສ້າງໃໝ່) ເຊິ່ງປະກອບມີ 9 ພາກ, 7 ໝວດ, 63 ມາດຕາ, ສະເໜີໂດຍທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ຄະນະປະຈຳສະພາແຫ່ງຊາດ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານ ຂອງອົງການໄອຍະການ ປະຊາຊົນສູງສຸດ ທີ່ໄດ້ຕັ້ງໜ້າຈັດຕັ້ງ ປະຕິບັດວຽກງານ ປະຈຳປີ 2020 ຈົນໄດ້ຮັບຜົນສຳເລັດ ໃນຫລາຍດ້ານ ເປັນຕົ້ນ ອົງການໄອຍະການປະຊາຊົນ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດ ໃນການຕິດຕາມກວດກາ ການປະຕິບັດ ກົດໝາຍຂອງອົງ ການສືບສວນ-ສອບສວນ ເຮັດໃຫ້ອົງການດັ່ງກ່າວ ຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການນັບມື້ດີຂຶ້ນເລື້ອໆ...
ຍສໝ - ໃນວັນທີ 6 ພະຈິກ 2020 ທີ່ສູນກາງສະຫະພັນແມ່ຍິງລາວ, ອົງການສະຫະປະຊາຊາດ ກອງທຶນສຳລັບ ປະຊາກອນ (UNFPA) ໄດ້ນຳເອົາຊຸດອຸປະກອນເຄື່ອງ ໃຊ້ຈໍາເປັນ ຈຳນວນ 200 ຊຸດ ມາມອບໃຫ້ຫ້ອງ ການສູນກາງສະຫະພັນແມ່ຍິງລາວ ເພື່ອນຳໄປແຈກຢາຍ ໃຫ້ແກ່ຄອບຄົວ ຜູ້ປະສົບໄພນ້ຳຖ້ວມ ໂດຍສະເພາະ ແມ່ນແມ່ຍິງ ແລະ ເດັກນ້ອຍຍິງ ທີ່ຢູ່ໃນໄວຈະເລີນພັນ (15-49 ປີ) ຢູ່ແຂວງສະຫວັນນະເຂດ.
ສະຖານທູດ ສ.ເກົາຫຼີ ປະຈໍາ ສປປ ລາວ ແລະ ສະພາການຄ້າ ສ.ເກົາຫຼີ ປະຈຳ ສປປ ລາວ ໄດ້ຈັດງານແນະນຳ ກິດຈະກຳ CSR(Corporate Social Responsibility) ແລະ ເປີດສະພາການຄ້າ ສ.ເກົາຫຼີ ປະຈຳ ສປປ ລາວ ຢ່າງເປັນທາງການ ເມືຶ່ອວັນທີ 5 ພະຈິກ 2020 ທີ່ຫ້ອງປະຊຸມໃຫຍ່ ໂຮງແຮມລາວພລາຊາ ໃນນະຄອນຫຼວງວຽງຈັນ.
ໃນວັນທີ 4 ພະຈິກ 2020 ຢູ່ໂຮງແຮມຄລາວພາຊາ, ນະຄອນຫລວງວຽງຈັນ ໄດ້ມີພິທີຖະແຫລງຂ່າວງານວາງສະແດງ ແນວທາງການພັດທະນາ ການທ່ອງທ່ຽວແບບຍືນຍົງ ອາຊຽນ 2020, ໂດຍການຖະແຫລງຂອງ ທ່ານ ນາງ ພອນມະລີ ອິນທະພົມ ຮອງຫົວໜ້າກົມພັດທະນາ ການທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍຜູ້ຕາງໜ້າ ຈາກອົງການສາກົນຕ່າງໆປະຈຳລາວ ແລະ ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງ ຊາດ ຊຸດທີ VIII ພາຍໃຕ້ການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ - ປະທານສະພາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ - ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຕາງໜ້າໃຫ້ລັດຖະບານ ຂຶ້ນຊີ້ແຈງຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໃນຫຼາຍປະເດັນໂດຍສະເພາະການຈັດຕັ້ງປະຕິບັດນະໂຍບາຍ 3 ເປີດຂອງລັດ ຖະບານ, ການສ້າງສິ່ງແວດ ລ້ອມ ເພື່ອດຶງດູດການລົງທຶນ ແລະ ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມ ປະຈຳປະເທດລາວ, ຕາມກົມອຸຕຸນິຍົມ ແລະ ອຸທົກກະສາດປະເທດລາວ ຫາກໍ່ອອກແຈ້ງເຕືອນ ໃຫ້ແກ່ປະຊາຊົນ ແລະ ອຳນາດການປົກຄອງທ້ອງຖິ່ນ ຕ້ອງການລະວັງຕົວກັບໄພອັນຕະລາຍນໍ້າຖ້ວນ ແລະ ນໍ້າແກ່ງນໍ້າຊຸຍ້ອນຜົນກະທົບຈາກພາຍຸ Goni.
ປັດຈຸບັນກາເຟ ໄດ້ກາຍເປັນຜະລິດຕະພັນທີ່ສຳຄັນ ແລະ ເປັນສິນຄ້າສົ່ງອອກ ທີ່ສ້າງລາຍຮັບມະຫາສານ ໃຫ້ແກ່ປະເທດລາວ ສະເລ່ຍ 100 ລ້ານໂດລາສະຫະລັດຕໍ່ປີ ລວມທັງການສ້າງວຽກເຮັດງານທຳ ໃຫ້ປະຊາຊົນໄດ້ເປັນຈຳນວນຫລວງຫລາຍ.
ໃນຕອນເຊົ້າວັນທີ 5 ຕຸລາ 2020 ທີ່ນະຄອນຫລວງວຽງຈັນ, ທ່ານ ເພັດ ພົມພິພັກ - ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມອໍາລາ ຂອງທ່ານ ຊ໋ອງ ເບີນາດ ຄາຣາສໂກ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ໃນໂອກາດທີ່ສໍາເລັດ ການປະຕິບັດໜ້າທີ່ ການທູດ ຢູ່ ສປປ ລາວ.
ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມາຮອດປັດຈຸບັນໜ້າວຽກໂດຍລວມແມ່ນສຳເລັດແລ້ວກວ່າ 90% ແລະ ໄດ້ຮັບກາດຄາດຫວັງ ຈະເປີດໃຫ້ບໍລິການໃນທ້າຍປີ 2021.
ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 6 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບ ຄຳຄິດຄຳເຫັນ ໃສ່ບົດລາຍງານ ການເຄື່ອນໄຫວວຽກງານ ປະຈຳປີ 2020 ແລະ ທິດທາງແຜນການ ປີ 2021 ຂອງອົງການ ກວດສອບແຫ່ງລັດ ທີ່ສະເໜີໂດຍ ທ່ານ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ຫລັງຈາກນັ້ນ, ບັນດາ ສສຊ ໄດ້ພ້ອມກັນລົງຄະແນນສຽງ ຮັບຮອງເອົາຮ່າງບົດລາຍງານດັ່ງກ່າວ ...
ໃນວັນທີ 05 ພະຈິກ 2020, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 281 ຄົນ, ໃນນັ້ນ ມີ ແຮງງານລາວມາແຕ່ໄທ 124 ຕົວຢ່າງ, ແຮງງານລາວ ກັບມາແຕ່ຫວຽດນາມ 19 ຕົວຢ່າງ, ແຮງງານລາວ ກັບມາແຕ່ຈີນ 04 ຕົວຢ່າງ, ແຮງງານຈີນ 31 ຕົວຢ່າງ, ແຮງງານໄທ 27 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 63 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 13 ຕົວຢ່າງ; ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ.
ໃນວັນທີ 03 ພະຈິກ 2020 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມ ອໍາລາຂອງ ທ່ານ ຊິນ ຊອງ ຊຸນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ.ເກົາຫລີ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດການ ປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ແລະ ຈະເດີນທາງກັບຄືນ ປະເທດຢ່າງຖາວອນ ໃນເດືອນພະຈິກ 2020 ນີ້.
ໃນຕອນເຊົ້າວັນທີ 03 ພະຈິກ 2020, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບ (Courtesy Calls) ຂອງ ທ່ານ ນາງ ໂຊໂນະມິ ທານາກະ (Sonomi Tanaka), ຜູ້ອໍານວຍການ ຫ້ອງການທະນາຄານ ພັດທະນາອາຊີ (ADB) ຜູ້ໃໝ່ ປະຈຳ ສປປ ລາວ.
ການລະບາດຂອງ COVID-19 ຄາດວ່າຈະເຮັດໃຫ້ການພັດທະນາ ໄປສູ່ຄວາມຄືບໜ້າ ແລະ ເປົ້າໝາຍການພັດທະນາ ແບບຍືນຍົງຊ້າລົງ, ເຊິ່ງຜົນກະທົບ ໄລຍະຍາວ ຂອງພະຍາດດັ່ງກ່າວ ແມ່ນມີທ່າອ່ຽງ ຄື ເສດຖະກິດ-ສັງຄົມ, ເຖິງວ່າການຕອບສະໜອງ ໃນການປ້ອງກັນ ແລະ ການຈັດການການແຜ່ກະຈາຍ ຈະມີປະສິດທິພາບສູງແຕ່ຜົນກະທົບໄລຍະຍາວຕໍ່ເສດຖະກິດ, ບຸກຄົນ, ຄອບຄົວ ແລະ ຊຸມຊົນຕ້ອງຫລຸດຜ່ອນລົງ, ເຮັດໃຫ້ໂລກທີ່ພວກເຮົາ ຕ້ອງການ ບໍ່ສາມາດບັນລຸໄດ້ ຕາມເປົ້າໝາຍ.
ທ່ານ ສອນໄຊ ສີພັນດອນ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ XIII ວ່າ ເປົ້າໝາຍດ້ານສິ່ງແວດລ້ອມ ໄດ້ສຳເລັດການສ້າງ ແລະ ປັບປຸງນິຕິກຳ ຫລາຍສະບັບເພື່ອຄຸ້ມຄອງ ແລະ ປົກປັກຮັກສາ ຊັບພະຍາກອນທຳມະຊາດ ໃຫ້ມີຄວາມຍືນຍົງ ເປັນຕົ້ນ ສຳເລັດແຜນແມ່ບົດ ຈັດສັນທີ່ດິນແຫ່ງຊາດ ຮອດປີ 2030, ໄດ້ປັບປຸງລະບົບ ການຂຶ້ນທະບຽນ, ອອກໃບຕາດິນທີ່ທັນສະໄໝໃນໄລຍະ 5 ປີ ຄາດວ່າຈະອອກໃບຕາດິນໄດ້ 610.000 ກວ່າຕອນ (ມະຕິສະພາ: 400.000 ...
ໃນວັນທີ 4 ພະຈິກ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະ ສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 03 ພະຈິກ 2020, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 326 ຄົນ, ໃນນັ້ນ ມີ ແຮງງານລາວມາແຕ່ໄທ 232 ຕົວຢ່າງ, ແຮງງານໄທ 31 ຕົວຢ່າງ, ແຮງງານຈີນ 03 ຕົວຢ່າງ, ແຮງງານຫວຽດນາມ 05 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 44 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 11 ຕົວຢ່າງ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ.
ຍສໝ - ໃນວັນທີ 1 ພະຈິກ, ຢູ່ຫໍປະຊຸມແຫ່ງຊາດ ສປປ.ລາວ, ນະຄອນຫຼວງວຽງຈັນ ໄດ້ຈັດປະຊຸມນັກຂ່າວທີ່ປະກາດ ການສ້າງຕັ້ງຄະນະກຳມະການເລືອກຕັ້ງແຫ່ງຊາດ ແລະ ບັນດາອະນຸກຳມະການເລືອກຕັ້ງແຫ່ງຊາດ.
ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ມາຍັງຄະນະປະຈຳສະພາແຫ່ງຊາດ ກໍຄືພາກສ່ວນ ທີ່ກ່ຽວຂ້ອງ ໃນການເລືອກຫົວຂໍ້ ການຕິດຕາມກວດກາການຈັດຕັ້ງປະຕິບັດ ກົດໝາຍທີ່ຕິດພັນກັບ ການຄຸ້ມຄອງ ການບໍລິການໃນຮ້ານບັນເທີງ ແລະ ຮ້ານກິນດື່ມ ເປັນບັນຫາຈຸດສຸມ ແລະ ເປັນບັນຫາທີ່ມີຄວາມຈຳເປັນ ຕ້ອງໄດ້ຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ຕາມກົດໝາຍແທ້.
ເພື່ອຊຸກຍູ້ ແລະ ສົ່ງເສີມການລົງທຶນ ພາກເອກະຊົນ ໃຫ້ບັນລຸຄາດໝາຍທີ່ວາງໄວ້, ລັດຖະບານ ຈະໄດ້ສຸມໃສ່ ໃນການປະສານສົບທົບ ກັບຂະແໜງ ການທີ່ກ່ຽວຂ້ອງ ເພື່ອປັບປຸງລະບຽບການ, ກົນໄກ, ການປະສານງານ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ເພື່ອສ້າງສະພາບ ແວດລ້ອມທີ່ເອື້ອອຳນວຍ ໃນການດຳເນີນ ທຸລະກິດຢູ່ໃນ ສປປ ລາວ, ທັງຮັບປະກັນໃຫ້ມີ ຄວາມໂປ່ງໃສ ແລະ ວ່ອງໄວ.
ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໂດຍຕາງໜ້າໃຫ້ລັດຖະບານ ຊີ້ແຈງ ຕໍ່ຄຳຊັກຖາມ ຂອງບັນດາສະມາຊິກ ສະພາແຫ່ງຊາດ (ສສຊ) ໂດຍໄດ້ເນັ້ນໃສ່ 3 ບັນຫາທີ່ສຳຄັນ ຄື: ການຈັດຕັ້ງປະຕິບັດ ນະໂຍບາຍ 3 ເປີດ, ການສ້າງສິ່ງ ແວດລ້ອມ ເພື່ອດຶງດູດ-ຂົນຂວາຍການລົງທຶນ ແລະ ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ.