| ຫວຽດນາມ - ເຢຍລະມັນ ເປີດກວ້າງທ່າແຮງການຮ່ວມມືໃນໄລຍະພັດທະນາໃໝ່ ວິສາຫະກິດເຢຍລະມັນມີໂອກາດເພີ່ມຂຶ້ນໃນການຂະຫຍາຍການລົງທຶນຢູ່ຫວຽດນາມ |
![]() |
| ກ່າວຄຳປາໄສໃນໂຄງການ, ທ່ານ ເລືວຊວັນດົ່ງ, ກົງສຸນໃຫຍ່ ເນັ້ນໜັກວ່າ ບຸນໄຫວ້ພະຈັນ ບໍ່ພຽງແຕ່ແມ່ນໂອກາດໃຫ້ເດັກນ້ອຍໄດ້ມ່ວນຊື່ນເທົ່ານັ້ນ, ແຕ່ຍັງເປັນໂອກາດໃຫ້ບັນດາຄອບຄົວໄດ້ພົບປະ, ແລກປ່ຽນ ແລະ ເພີ່ມທະວີຄວາມຜູກພັນໃນຊຸມຊົນຊາວຫວຽດນາມຢູ່ເຢຍລະມັນ; ພ້ອມກັນນັ້ນ ຍັງປະກອບສ່ວນຮັກສາວັດທະນະທຳແຫ່ງຊາດໃນຄົນຮຸ່ນທີສອງ, ຮຸ່ນທີສາມ ແລະ ແນະນຳຄວາມງາມຂອງຫວຽດນາມໃຫ້ແກ່ມິດສະຫາຍຊາວເຢຍລະມັນ. ໂຄງການດຳເນີນດ້ວຍຫຼາຍກິດຈະກຳ ເຊັ່ນ: ລະບາຍສີ, ຕົກແຕ່ງ ແລະ ປະກອບໂຄມໄຟ, ເຊີດສິງໂຕ, ສະແດງສິລະປະ, ອ່ານບົດກະວີ, ແຂ່ງຂັນດຶງເຊືອກ, ແຫ່ໂຄມໄຟ, ຮ່ວມງານລ້ຽງບຸນໄຫວ້ພະຈັນ ແລະ ຊີມເຂົ້າໜົມໄຫວ້ພະຈັນ, ໂດຍມີການເຂົ້າຮ່ວມຂອງຫ້ອງຮຽນພາສາຫວຽດນາມ, ສະມາຄົມນັກສຶກສາຫວຽດນາມປະຈຳ Frankfurt, ສະມາຄົມແມ່ຍິງ Mifafa, ນັກກະວີ ເຈືອງແອັງຕູ໊ ພ້ອມດ້ວຍສະມາຊິກໃນຊຸມຊົນ. ໃນຂອບເຂດໂຄງການ, ສະມາຄົມພື້ນທີ່ຫວຽດ (Viet-Space) ປະຈຳ Frankfurt ໄດ້ເປີດຕົວຢ່າງເປັນທາງການ ແລະ ຈະປະສານກັບສະຖານກົງສຸນໃຫຍ່ ເພື່ອຈັດຕັ້ງ ແລະ ຄ່ອຍໆຂະຫຍາຍຫ້ອງຮຽນພາສາຫວຽດນາມ “ນັ໊ງຫວຽດ”, ສ້າງສະພາບແວດລ້ອມໃຫ້ຄົນຮຸ່ນໜຸ່ມໄດ້ຮຽນພາສາຫວຽດນາມ ແລະ ຊອກຮູ້ວັດທະນະທຳ, ປະເພນີຂອງບ້ານເກີດເມືອງນອນ. |
ຍສໝ - ສະຖານກົງສຸນໃຫຍ່ຫວຽດນາມປະຈຳ Osaka (ຍີ່ປຸ່ນ) ຫາກໍ່ປະສານກັບສູນສົ່ງເສີມການຮ່ວມມືວັດທະນະທຳ, ການສຶກສາ ຫວຽດນາມ - ຍີ່ປຸ່ນ (VJCE) ຈັດກອງເສວະນາ “ຊາວໜຸ່ມຫວຽດນາມຢູ່ຍີ່ປຸ່ນ - ມະຕິເລກທີ 23-NQ/TW, ສົ່ງເສີມບົດບາດຂອງຄົນຮຸ່ນໜຸ່ມ”. |
ຍສໝ - ເນື່ອງໃນໂອກາດຕິດຕາມທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດ BRICS ຢູ່ອິນເດຍ ແລະ ຮ່ວມເປັນປະທານກອງປະຊຸມ ຄັ້ງທີ 19 ຂອງຄະນະກຳມະການປະສົມ ຫວຽດນາມ - ອິນເດຍ, ທ່ານ ເລຮວ່າຍຈຸງ, ກຳມະການກົມການເມືອງ, ເລຂາຄະນະພັກກະຊວງ, ລັດຖະມົນຕີການຕ່າງປະເທດ ໄດ້ພົບປະກັບທ່ານ Ram Madhav, ຮອງປະທານພັກປະຊາຊົນອິນເດຍ (BJP). |
ດວງດີ
