![]() |
| ຕອນຄ່ຳວັນທີ 2/9, ສະຖານກົງສຸນໃຫຍ່ຫວຽດນາມປະຈຳ Perth ໄດ້ຈັດພິທີສະເຫຼີມສະຫຼອງ 81 ປີແຫ່ງວັນຊາດ ໂດຍມີແຂກຖືກເຊີນເກືອບ 200 ຄົນເຂົ້າຮ່ວມ. ທ່ານ ຟ້າມຫາຍແອັງ, ກົງສຸນໃຫຍ່ ແລະ ທ່ານ Roger Cook, ຫົວໜ້າລັດຖະບານລັດອົດສະຕາລີຕາເວັນຕົກ ໄດ້ຕີລາຄາສູງຕໍ່ບັນດາບາດກ້າວພັດທະນາຂອງສາຍພົວພັນຫວຽດນາມ - ອົດສະຕາລີ, ພ້ອມທັງຄາດຫວັງວ່າຈະສືບຕໍ່ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ. ຈຸດເດັ່ນຂອງເຫດການແມ່ນການສ່ອງແສງທຸງຊາດຫວຽດນາມເທິງສອງດ້ານຂອງອາຄານຫໍວ່າການນະຄອນ Perth ເປັນຄັ້ງທຳອິດ; ນອກຈາກນັ້ນ, ໃນລາຍການຍັງມີງານວາງສະແດງພາບ ແນະນຳປະເທດ, ປະຊາຊົນ ແລະ ວັດທະນະທຳຫວຽດນາມ. |
ຍສໝ - ປະຊາຄົມຊາວຫວຽດນາມຢູ່ມາເລເຊຍມີຄວາມພາກພູມໃຈຕໍ່ 40 ປີແຫ່ງການປະຕິຮູບຂອງຫວຽດນາມ, ໄດ້ເຫັນປະຈັກຕາເຖິງການພັດທະນາຢ່າງແຂງແຮງ ແລະ ຖານະບົດບາດສາກົນຂອງປະເທດທີ່ນັບມື້ນັບສູງຂຶ້ນ. |
ຍສໝ - ໃນບັນຍາກາດຂອງທົ່ວປະເທດທີ່ມຸ່ງໜ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ, ປະຊາຄົມຊາວຫວຽດນາມຢູ່ໄທສະແດງຄວາມເປັນຫ່ວງເປັນໄຍ ແລະ ຄວາມໝັ້ນໃຈຢ່າງເລິກເຊິ່ງຕໍ່ທິດທາງຍຸດທະສາດຂອງປະເທດຊາດ, ພ້ອມທັງຢືນຢັນຄວາມປາຖະໜາຂອງເຂົາເຈົ້າທີ່ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນໄລຍະໃໝ່. |
ມິງດຶກ
