ຍຸດທະການ 500 ວັນ ແລະ ຄືນ ເພື່ອນຳພານັກຮົບພລີຊີບກັບຄືນສູ່ບ້ານເກີດ

15:41 | 17/11/2026

ຍສໝ - ຍຸດທະການ 500 ວັນ ແລະ ຄືນ ເພື່ອຄົ້ນຫາ, ເກັບກູ້ ແລະ ກຳນົດຕົວຕົນຂອງຊາກກະດູກນັກຮົບພລີຊີບ ພວມໄດ້ຮັບການດຳເນີນຢູ່ຫຼາຍທ້ອງຖິ່ນ. ບັນດາຜົນສຳເລັດໃນເບື້ອງຕົ້ນ ພ້ອມກັບການນຳໃຊ້ເຕັກໂນໂລຊີກວດພິສູດ ADN ໄດ້ເປີດໂອກາດເພີ່ມຂຶ້ນໃນການນຳພາບັນດານັກຮົບພລີຊີບກັບຄືນສູ່ຄອບຄົວ ແລະ ບ້ານເກີດ.

ຂຸດຄົ້ນ ແລະ ເກັບກູ້ອັດຖິວິລະຊົນເພີ່ມອີກ 4 ຊຸດ ຢູ່ສວນສາທາລະນະ ເລ ທິ ຣຽງ ຕວຽນກວາງ ຄົ້ນພົບ ແລະ ເກັບກູ້ອັດຖິທະຫານເສຍສະຫຼະເພີ່ມອີກ 22 ຊຸດ

ຢູ່ແຂວງກວາງຈິ, ແຕ່ວັນທີ 6-13 ພະຈິກ, ໜ່ວຍຄົ້ນຫາ ແລະ ເກັບກູ້ຊາກກະດູກນັກຮົບພລີຊີບ ໜ່ວຍທີ 1 ໄດ້ຄົ້ນພົບຊາກກະດູກ 3 ຊຸດ ຢູ່ຕາແສງເຢິນຮວາ, ໃນນັ້ນມີຂຸມຝັງສົບ 2 ແຫ່ງ ທີ່ມີປ້າຍຫີນສະຫຼັກຂໍ້ມູນຂອງນັກຮົບພລີຊີບ ຮວ່າງ ດຶກ ຫງວຽນ (ບ້ານເກີດຢູ່ແຂວງເງະອານ) ແລະ ມາຍ ວັນ ລອງ (ບ້ານເກີດຢູ່ແຂວງແທັງຮວາ) ຢ່າງຊັດເຈນ. ແຕ່ວັນທີ 13 ຕຸລາ ຫາ 13 ພະຈິກ, ໜ່ວຍທີ 2 ໄດ້ສືບຕໍ່ຄົ້ນພົບຊາກກະດູກອີກ 14 ຊຸດ ຢູ່ບັນດາຕາແສງອ໋າຍຕື໋, ຫວິງລິງ ແລະ ຈ້ຽວຟອງ, ພ້ອມດ້ວຍວັດຖຸທີ່ຫຼົງເຫຼືອຫຼາຍຢ່າງ ເພື່ອຮັບໃຊ້ການຢັ້ງຢືນຕົວຕົນ.

ຍຸດທະການ 500 ວັນ ແລະ ຄືນ ເພື່ອນຳພານັກຮົບພລີຊີບກັບຄືນສູ່ບ້ານເກີດ
ຊາກກະດູກຂອງນັກຮົບພລີຊີບໄດ້ຮັບການຮັບມອບ, ເກັບຮັກສາຢ່າງລະມັດລະວັງ ແລະ ຈັດພິທີຈູດທູບບູຊາຢ່າງສົມກຽດ ຕາມລະບຽບການທີ່ກຳນົດໄວ້.

ຢູ່ແຂວງຕວຽນກວາງ, ໃນສອງວັນທີ 27-28 ຕຸລາ, ກຳລັງເຈົ້າໜ້າທີ່ໄດ້ຄົ້ນພົບຊາກກະດູກນັກຮົບພລີຊີບ 14 ຊຸດ ຢູ່ເຂດຫວິເຊວຽນ. ໃນນັ້ນ, ສາມາດກຳນົດຕົວຕົນຂອງນັກຮົບພລີຊີບ ຫຼໍ່ ວັນ ໂຟມ, ບ້ານເກີດຢູ່ແຂວງລາຍເຈົາ, ຜູ້ທີ່ໄດ້ເສຍສະຫຼະຊີວິດໃນປີ 1985, ໂດຍອາໄສເອກະສານ ແລະ ວັດຖຸທີ່ຫຼົງເຫຼືອ.

ມາຮອດວັນທີ 12 ພະຈິກ, ນະຄອນໂຮ່ຈີມິນ ໄດ້ຄົ້ນຫາ ແລະ ເກັບກູ້ຊາກກະດູກນັກຮົບພລີຊີບ 1.022 ຊຸດ, ສ່ວນໃຫຍ່ຢູ່ສວນສາທາລະນະເລທິຣຽງ. ກ່ອນໜ້ານັ້ນ, ວັນທີ 14 ຕຸລາ, ນະຄອນໄດ້ຈັດພິທີຄາລະວະ, ໄວ້ອາໄລ ແລະ ຝັງຊາກກະດູກ 731 ຊຸດ ທີ່ຄົ້ນພົບຢູ່ສະຖານທີ່ດັ່ງກ່າວ.

ຄຽງຄູ່ກັບວຽກງານຄົ້ນຫາ, ບັນດາທ້ອງຖິ່ນຍັງໄດ້ເລັ່ງລັດການເກັບຕົວຢ່າງເພື່ອຮັບໃຊ້ການກວດພິສູດ ADN. ແຂວງກວາງຈິ ໄດ້ເກັບກູ້ຊາກກະດູກ 221 ຊຸດ ໃນປີ 2026 ແລະ ໄລຍະທີ 1 ຂອງຍຸດທະການ, ເກັບຕົວຢ່າງຊີວະພາບຈາກຂຸມຝັງສົບນັກຮົບພລີຊີບທີ່ຍັງບໍ່ສາມາດກຳນົດຕົວຕົນໄດ້ 22.864 ແຫ່ງ, ພ້ອມທັງເກັບຕົວຢ່າງ ADN ຈາກຍາດພີ່ນ້ອງ 5.297 ຕົວຢ່າງ.

ແຂວງກວາງຫງາຍ ໄດ້ສຳເລັດການເກັບຕົວຢ່າງຈາກຂຸມຝັງສົບນັກຮົບພລີຊີບຫຼາຍກວ່າ 13.000 ແຫ່ງ, ເກັບກູ້ຊາກກະດູກ 64 ຊຸດ ຢູ່ພາຍໃນປະເທດ ແລະ ນຳຊາກກະດູກ 16 ຊຸດ ທີ່ຄົ້ນພົບຢູ່ລາວ ແລະ ກຳປູເຈຍ ກັບຄືນປະເທດ. ແຂວງເລິມດົ່ງ ໄດ້ເກັບກູ້ຊາກກະດູກ 26 ຊຸດ ແລະ ສຳເລັດການເກັບຕົວຢ່າງຈາກຂຸມຝັງສົບ 3.625 ແຫ່ງ ທີ່ມີເງື່ອນໄຂຄົບຖ້ວນ.

ເພື່ອຍົກສູງປະສິດທິຜົນການຄົ້ນຫາ, ແຂວງກວາງຈິ ໄດ້ຮັບການຊ່ວຍເຫຼືອເຄື່ອງເຣດາກວດສຳຫຼວດໃຕ້ດິນ 4 ເຄື່ອງ, ສ່ວນນະຄອນໂຮ່ຈີມິນ ໄດ້ຮັບ 2 ເຄື່ອງ. ອຸປະກອນເຫຼົ່ານີ້ຊ່ວຍກວດພົບບັນດາເຂດທີ່ອາດຈະຍັງມີຊາກກະດູກນັກຮົບພລີຊີບຫຼົງເຫຼືອຢູ່.

ໃນໄລຍະທີ 2, ແຂວງກວາງຈິ ວາງເປົ້າໝາຍເກັບກູ້ຊາກກະດູກເພີ່ມອີກ 550 ຊຸດ. ບັນດາທ້ອງຖິ່ນຈະສືບຕໍ່ກວດສອບຂໍ້ມູນຈາກພະຍານ, ສົມທຽບກັບເອກະສານບັນທຶກ ແລະ ຍູ້ແຮງການກວດພິສູດ ADN ເພື່ອກຳນົດຕົວຕົນຂອງນັກຮົບພລີຊີບໃຫ້ຖືກຕ້ອງແມ່ນຢຳ.

ຍຸດທະການຄັ້ງນີ້ ບໍ່ພຽງແຕ່ປະກອບສ່ວນຄົ້ນຫາບັນດານັກຮົບທີ່ຍັງນອນຢູ່ຕາມສະໜາມຮົບເທົ່ານັ້ນ, ແຕ່ຍັງຕອບສະໜອງຄວາມປາຖະໜາຂອງຫຼາຍຄອບຄົວ, ເພື່ອນຳພາບັນດານັກຮົບພລີຊີບກັບຄືນສູ່ຊື່ສຽງຮຽງນາມ ແລະ ບ້ານເກີດຂອງຕົນ.

ກວ໋າງຈິ ຂຸດຄົ້ນ ແລະ ເກັບກູ້ອັດຖິທະຫານເສຍສະຫຼະ 221 ຊຸດ ໃນປີ 2026 ກວ໋າງຈິ ຂຸດຄົ້ນ ແລະ ເກັບກູ້ອັດຖິທະຫານເສຍສະຫຼະ 221 ຊຸດ ໃນປີ 2026
ຍສໝ - ວັນທີ 22/10, ຢູ່ຕາແສງດົ່ງເຮີ້ຍ, ຄະນະຊີ້ນຳການຊອກຫາ, ເກັບກູ້ ແລະ ກຳນົດຕົວຕົນອັດຖິທະຫານເສຍສະຫຼະແຂວງກວ໋າງຈິ ໄດ້ຈັດກອງປະຊຸມສະຫຼຸບວຽກງານປີ 2026 ແລະ ສະຫຼຸບເບື້ອງຕົ້ນໄລຍະທີ 1 ຂອງຂະບວນການ 500 ວັນ ແລະ ຄືນ, ໂດຍໄດ້ຮັບຮູ້ຜົນສຳເລັດໃນການຊອກຫາ ແລະ ເກັບກູ້ອັດຖິທະຫານເສຍສະຫຼະ 221 ຊຸດ.
ຍຸດທະການ 500 ວັນຄືນ ເກັບກູ້ອັດຖິວິລະຊົນຜູ້ເສຍສະຫຼະຊີວິດໄດ້ 3.895 ຊຸດ ຍຸດທະການ 500 ວັນຄືນ ເກັບກູ້ອັດຖິວິລະຊົນຜູ້ເສຍສະຫຼະຊີວິດໄດ້ 3.895 ຊຸດ
ຍສໝ​ - ນັບມາຮອດວັນທີ 26/10, ຍຸດທະການ 500 ວັນຄືນ ເພື່ອເລັ່ງລັດການຊອກຫາ, ເກັບກູ້ ແລະ ລະບຸຕົວຕົນອັດຖິວິລະຊົນຜູ້ເສຍສະຫຼະຊີວິດ ໄດ້ເກັບກູ້ອັດຖິ 3.895 ຊຸດ, ບັນລຸ 55,64% ຂອງເປົ້າໝາຍທີ່ວາງໄວ້. ສະເພາະຢູ່ສວນສາທາລະນະ ເລ ທິ ຣຽງ (ນະຄອນໂຮ່ຈີມິນ), ກຳລັງເຈົ້າໜ້າທີ່ໄດ້ຊອກພົບອັດຖິວິລະຊົນ 832 ຊຸດ. ພ້ອມກັນນັ້ນ, ວຽກງານເກັບຕົວຢ່າງ ADN ແລະ ການເກັບກູ້ລະເບີດ, ລູກລະເບີດ ແລະ ວັດຖຸລະເບີດ ຍັງຄົງໄດ້ຮັບການເລັ່ງລັດຢ່າງຕໍ່ເນື່ອງ.

ດວງດີ

ເບິ່ງເພີ່ມເຕີມໃນ: ສິດຂອງມະນຸດ

ເບິ່ງເພີ່ມເຕີມ