ຊາວຫວຽດນາມຢູ່ Fukuoka ເຊື່ອມສານຄວາມຜູກພັນຜ່ານວັດທະນະທຳຫວຽດນາມ

16:09 | 17/11/2026

ຍສໝ - ວັນທີ 15 ພະຈິກ, ຢູ່ນະຄອນ Fukuoka (ຍີ່ປຸ່ນ), ຊາວຫວຽດນາມຢູ່ຕ່າງປະເທດ, ບັນດາຜູ້ແທນ ແລະ ເພື່ອນມິດຊາວຍີ່ປຸ່ນ ເກືອບ 1.000 ຄົນ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນໃນຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ຄັ້ງທີ II ແລະ ວັນບຸນວັດທະນະທຳຫວຽດນາມ ປີ 2026.

ວັດທະນະທຳຫວຽດນາມເປັ່ງປະກາຍຢູ່ປາຣີ ເປີດຕົວແຜນທີ່ດິຈິຕອນວັດທະນະທຳຫວຽດນາມ
ຊາວຫວຽດນາມຢູ່ Fukuoka ເຊື່ອມສານຄວາມຜູກພັນຜ່ານວັດທະນະທຳຫວຽດນາມ
ທ່ານນາງ ຈິ້ງ ທິ ມາຍ ເຟືອງ, ກົງສຸນໃຫຍ່ຫວຽດນາມ ປະຈຳ Fukuoka ກ່າວຄຳປາໄສໃນວັນບຸນ.

ໂຄງການດັ່ງກ່າວຈັດຂຶ້ນໂດຍສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ Fukuoka ຮ່ວມກັບເຄືອຂ່າຍການສອນພາສາຫວຽດນາມ ແລະ ວັດທະນະທຳຫວຽດນາມທົ່ວໂລກ, ບັນດາສະມາຄົມ ແລະ ວິສາຫະກິດ.

ຈຸດເດັ່ນຂອງງານແມ່ນຮູບແບບ “ໝູ່ບ້ານຫວຽດນາມ ຢູ່ Fukuoka 2026” ຊຶ່ງປະກອບມີ 10 ເຂດຈັດສະແດງວັດທະນະທຳ, ນຳພາຜູ້ມາທ່ຽວຊົມຄົ້ນພົບເອກະລັກອັນໂດດເດັ່ນຂອງດິນແດນບັນພະບຸລຸດຟູເຖາະ, ຮ່າໂນ້ຍ, ກິງບັກ, ພາກກາງ, ເຂດໄຕງວຽນ ແລະ ພາກໃຕ້ຂອງຫວຽດນາມ. ໂຄງການຍັງໄດ້ແນະນຳວັດທະນະທຳຂອງ 54 ຊົນເຜົ່າຫວຽດນາມ ພ້ອມດ້ວຍພາບພົດຂອງໝູ່ເກາະຮວ່າງຊາ - ເຈື່ອງຊາ.

ຊາວຫວຽດນາມຢູ່ Fukuoka ເຊື່ອມສານຄວາມຜູກພັນຜ່ານວັດທະນະທຳຫວຽດນາມ
ຊາວຫວຽດນາມຢູ່ຕ່າງປະເທດຈຳນວນຫຼວງຫຼາຍ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນໃນຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ຄັ້ງທີ II ແລະ ວັນບຸນວັດທະນະທຳຫວຽດນາມ ປີ 2026 ຢູ່ Fukuoka (ຍີ່ປຸ່ນ).

ຜ່ານຂໍ້ລິເລີ່ມ “ໜັງສືຜ່ານແດນໝູ່ບ້ານຫວຽດນາມ”, ຜູ້ເຂົ້າຮ່ວມ, ໂດຍສະເພາະເດັກນ້ອຍເຊື້ອສາຍຫວຽດນາມທີ່ເກີດ ແລະ ເຕີບໃຫຍ່ຢູ່ຍີ່ປຸ່ນ, ໄດ້ມີໂອກາດເພີ່ມເຕີມໃນການຮຽນຮູ້ວັດທະນະທຳບ້ານເກີດ ແລະ ຮັກສາຄວາມຜູກພັນກັບຮາກເຫງົ້າຂອງຕົນ.

ໃນໂອກາດນີ້, ອົງການບັນທຶກສະຖິຕິຊາວຫວຽດນາມທົ່ວໂລກ (VietWorld) ໄດ້ມອບໃບຢັ້ງຢືນສະຖິຕິໃຫ້ແກ່ຮູບແບບ “ໝູ່ບ້ານຫວຽດນາມ ຢູ່ Fukuoka” ໃນຖານະທີ່ເປັນໂຄງການຊຸມຊົນຢູ່ຍີ່ປຸ່ນ ທີ່ຈັດພ້ອມກັນຫຼາຍເຂດສຳລັບແນະນຳ, ໂຄສະນາເຜີຍແຜ່ ແລະ ສຳຜັດປະສົບການດ້ານວັດທະນະທຳ ແລະ ມໍລະດົກຫວຽດນາມ ຫຼາຍທີ່ສຸດ.

ຊາວຫວຽດນາມຢູ່ Fukuoka ເຊື່ອມສານຄວາມຜູກພັນຜ່ານວັດທະນະທຳຫວຽດນາມ
ຜູ້ຕາງໜ້າໂຄງການຮັບໃບຢັ້ງຢືນສະຖິຕິສຳລັບຮູບແບບ “ໝູ່ບ້ານຫວຽດນາມ ຢູ່ Fukuoka”.

ກ່າວຄຳປາໄສໃນວັນບຸນ, ທ່ານນາງ ຈິ້ງ ທິ ມາຍ ເຟືອງ, ກົງສຸນໃຫຍ່ຫວຽດນາມ ປະຈຳ Fukuoka ໄດ້ເນັ້ນໜັກຄວາມໝາຍຂອງຈິດໃຈມະຫາສາມັກຄີແຫ່ງຊາດ, ພ້ອມທັງຮັບຮູ້ຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ຄວາມຮັກທີ່ມຸ່ງສູ່ບ້ານເກີດຂອງຊຸມຊົນຊາວຫວຽດນາມຢູ່ເຂດຄິວຊູ - ໂອກິນາວາ.

ທ່ານນາງປາຖະໜາໃຫ້ຊາວຫວຽດນາມຢູ່ຕ່າງປະເທດສືບຕໍ່ຮັກສາພາສາຫວຽດນາມ, ສົ່ງເສີມເອກະລັກວັດທະນະທຳ, ປະຕິບັດຕາມກົດໝາຍຍີ່ປຸ່ນ, ເຂົ້າຮ່ວມເຊື່ອມໂຍງຢ່າງຕັ້ງໜ້າ ແລະ ປະກອບສ່ວນເຂົ້າໃນສາຍພົວພັນມິດຕະພາບຫວຽດນາມ - ຍີ່ປຸ່ນ.

ໃນຂອບເຂດໂຄງການ, ຍັງໄດ້ຈັດການແຂ່ງຂັນບານເຕະຊີງຂັນຄິວຊູ ມະຫາສາມັກຄີ 2026, ໂດຍທີມ New House ເປັນຜູ້ຄວ້າແຊັມ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ