| ວຽກງານການທູດປະຊາຊົນ ຈຳເປັນຕ້ອງຕິດພັນຢ່າງສະໜິດແໜ້ນກັບເປົ້າໝາຍການຂະຫຍາຍຕົວຂອງນະຄອນຫຼວງ | |
| ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນພິເສດ ຫວຽດນາມ - ລາວ ຈາກຄົນຮຸ່ນໜຸ່ມ |
ງານ “ວັນຫວຽດນາມຢູ່ Skopje 2026” ຈັດຂຶ້ນວັນທີ 30 ມິຖຸນາ ທີ່ໂຮງລະຄອນ Opera ແລະ Ballet ແຫ່ງຊາດ ໃຈກາງນະຄອນຫຼວງ Skopje ຂອງມາເຊໂດນີເໜືອ. ງານດັ່ງກ່າວຈັດໂດຍສະຖານເອກອັກຄະລັດຖະທູດຫວຽດນາມປະຈຳບູນກາຣີ ຊຶ່ງຮັບຜິດຊອບມາເຊໂດນີເໜືອຄວບຄູ່ກັນ, ຮ່ວມກັບສະມາຄົມທ່ອງທ່ຽວວັດທະນະທຳຫວຽດນາມໃນເອີຣົບ, ສູນວັດທະນະທຳຫວຽດນາມປະຈຳຝຣັ່ງ ແລະ ຄະນະຈັດງານບຸນລະດູຮ້ອນ Skopje.
ກິດຈະກຳນີ້ເປັນສ່ວນໜຶ່ງຂອງງານບຸນລະດູຮ້ອນ Skopje ຄັ້ງທີ 47, ໂດຍມີປະຊາຊົນທ້ອງຖິ່ນ ແລະ ເພື່ອນມິດສາກົນເຂົ້າຮ່ວມເກືອບ 300 ຄົນ. ພາຍໃຕ້ຫົວຂໍ້ “ມໍລະດົກ – ຄວາມກົມກຽວ – ນ້ຳໃຈຕ້ອນຮັບແຂກ”, ງານໄດ້ແນະນຳຫວຽດນາມທີ່ຮັກສາມູນເຊື້ອອັນຍາວນານ ຄຽງຄູ່ກັບຄວາມທັນສະໄໝ ແລະ ການເຊື່ອມໂຍງສາກົນ ຜ່ານກິດຈະກຳດ້ານວັດທະນະທຳ, ສິລະປະ, ການທ່ອງທ່ຽວ ແລະ ການສະແດງຜະລິດຕະພັນ.
![]() |
| ທ່ານນາງ ຫງວຽນທິມິງຫງວຽດ, ເອກອັກຄະລັດຖະທູດ ກ່າວປາໄສຢູ່ທີ່ເຫດການ. |
ກ່າວເປີດງານ, ທ່ານນາງ ຫງວຽນທິມິງຫງວຽດ, ເອກອັກຄະລັດຖະທູດຫວຽດນາມ ເນັ້ນວ່າ ເຖິງແມ່ນຫວຽດນາມ ແລະ ມາເຊໂດນີເໜືອ ຈະຢູ່ຫ່າງໄກກັນທາງພູມສາດ, ແຕ່ດົນຕີ ແລະ ປະສົບການທາງວັດທະນະທຳສາມາດເຮັດໃຫ້ປະຊາຊົນສອງປະເທດເຂົ້າໃກ້ກັນໄດ້.
ທ່ານນາງຢືນຢັນວ່າ ງານຄັ້ງນີ້ບໍ່ພຽງແຕ່ເປັນໂອກາດເຜີຍແຜ່ພາບລັກຂອງປະເທດ ແລະ ປະຊາຊົນຫວຽດນາມ, ແຕ່ຍັງຊ່ວຍເສີມສ້າງມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງສອງຊາດ, ໂດຍມີວັດທະນະທຳເປັນຂົວເຊື່ອມທີ່ມີປະສິດທິຜົນ ແລະ ຍືນຍົງ.
ທ່ານນາງ ຫງວຽນທິມິງຫງວຽດ ໃຫ້ຮູ້ວ່າ ຫວຽດນາມມີປະຫວັດສາດຍາວນານກວ່າ 4.000 ປີ, ພ້ອມດ້ວຍມໍລະດົກວັດທະນະທຳອັນຫຼາກຫຼາຍຂອງ 54 ຊົນເຜົ່າ. ປະເທດຫວຽດນາມທັງຮັກສາຄຸນຄ່າປະເພນີ, ທັງພັດທະນາເປັນເສດຖະກິດທີ່ມີຄວາມເຄື່ອນໄຫວຢ່າງຫ້າວຫັນໃນອາຊີ, ເປີດກວ້າງການເຊື່ອມໂຍງ ແລະ ປະກອບສ່ວນຢ່າງມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ.
![]() |
| ຮ້ານວາງສະແດງໂຄສະນາ ຫວຽດນາມ ດຶງດູດແຂກເຂົ້າມາຢ້ຽມຊົມຢ່າງຫຼວງຫຼາຍ. |
ຫົວຂໍ້ “ມໍລະດົກ – ຄວາມກົມກຽວ – ນ້ຳໃຈຕ້ອນຮັບແຂກ” ຈຶ່ງສະທ້ອນບັນດາຄຸນຄ່າສຳຄັນຂອງຫວຽດນາມ ທີ່ຖືກຖ່າຍທອດຜ່ານການສະແດງສິລະປະ, ນິທັດສະການ ແລະ ກິດຈະກຳພົບປະແລກປ່ຽນພາຍໃນງານ.
ຕັ້ງແຕ່ຊ່ວງທ່ຽງ, ບັນດາຮ້ານວາງສະແດງຜະລິດຕະພັນຫວຽດນາມໄດ້ດຶງດູດຜູ້ມາຢ້ຽມຊົມຈຳນວນຫຼາຍ. ຜູ້ເຂົ້າຮ່ວມໄດ້ຮູ້ຈັກກາເຟ, ຊາ, ເຄື່ອງຫັດຖະກຳສິລະປະ ແລະ ຂອງທີ່ລະນຶກຈາກຫວຽດນາມ.
![]() |
| ນັກສິລະປິນເຄື່ອງດົນຕີພື້ນເມືອງ ຫວຽດນາມ ແລະ ວົງດົນຕີອໍເຄສຕຣາ Luj ຮ່ວມກັນສະແດງ. |
ຄຽງຄູ່ກັນນັ້ນ, ນິທັດສະການພາບຖ່າຍການທ່ອງທ່ຽວຫວຽດນາມ ໄດ້ນຳສະເໜີຜົນງານ 30 ພາບ ທີ່ສະທ້ອນທຳມະຊາດ, ມໍລະດົກວັດທະນະທຳ ແລະ ຊີວິດການເປັນຢູ່ຮ່ວມສະໄໝ. ບັນດາພາບຖ່າຍໄດ້ພາຜູ້ຊົມໄປຮູ້ຈັກຄວາມງົດງາມຂອງອ່າວຮ້າລອງ, ເມືອງເກົ່າໂຮ້ຍອານ, ເຂດທັດສະນີຍະພາບຈ່າງອານ, ນາຂັ້ນໄດຢູ່ພາກຕາເວັນຕົກສ່ຽງເໜືອ ແລະ ເຂດທົ່ງພຽງແມ່ນ້ຳຂອງ.
ພາບຊຸດອ໋າວຢ່າຍ, ໝວກກຸບ ແລະ ງານບຸນປະເພນີຕ່າງໆ ໄດ້ຊ່ວຍໃຫ້ຜູ້ຊົມຊາວມາເຊໂດນີເໜືອ ແລະ ເພື່ອນມິດສາກົນ ໄດ້ສຳຜັດຫວຽດນາມທີ່ມີສີສັນ, ເອກະລັກທາງວັດທະນະທຳ ແລະ ຄວາມເປັນມິດຂອງຜູ້ຄົນ.
ຈຸດເດັ່ນຂອງງານແມ່ນຄ່ຳຄືນຄອນເສີດທີ່ປະສານສຽງດົນຕີພື້ນເມືອງຫວຽດນາມເຂົ້າກັບວົງດົນຕີອໍເຄສຕຣາ Luj ພາຍໃຕ້ການອຳນວຍເພງຂອງວາທະກອນ ເລຟີຟີ.
ນັກສິລະປິນດີເດັ່ນ ຕັງແທັງເຊີນ ແລະ ນັກສິລະປິນ ດັ້ງແທັງຫງອກ ໄດ້ນຳເຄື່ອງດົນຕີພື້ນເມືອງຫວຽດນາມ ເຊັ່ນ ຕະລຶງ (T'rưng), ກະລົງປຸດ (K'rông Pút), ຊໍອີ້ ແລະ ເຄື່ອງດົນຕີປະເພດດີດ ມາບັນເລງຮ່ວມກັບວົງອໍເຄສຕຣາ ຜ່ານບົດຮຽບຮຽງດົນຕີໃໝ່. ການສະແດງໄດ້ສ້າງຄວາມປະສານກົມກຽວລະຫວ່າງສຽງດົນຕີພື້ນເມືອງຫວຽດນາມ ແລະ ດົນຕີອໍເຄສຕຣາຕາເວັນຕົກ.
ສຳລັບຜູ້ຊົມຊາວມາເຊໂດນີເໜືອຫຼາຍຄົນ, ຄ່ຳຄືນນີ້ເປັນຄັ້ງທຳອິດທີ່ໄດ້ຮັບຟັງສຽງເຄື່ອງດົນຕີພື້ນເມືອງຫວຽດນາມໂດຍກົງ. ບັນດາທຳນອງເພງທີ່ຄຸ້ນເຄີຍ ເຊັ່ນ “ຫວຽດນາມ ບ້ານເກີດເມືອງນອນຂອງຂ້ອຍ”, “ຈົ່ງເກີມ” (Trống cơm) ແລະ “ກວ້າງບິ່ງ ບ້ານເກີດຂອງພວກເຮົາ” ໄດ້ດັງຂຶ້ນພ້ອມກັບສຽງອັນໃສກັງວານຂອງຕະລຶງ, ວິທີບັນເລງອັນໂດດເດັ່ນຂອງກະລົງປຸດ, ສຽງຊໍອີ້ທີ່ເລິກເຊິ່ງ ແລະ ສຽງກະຈັບປີທີ່ອ່ອນຫວານ. ການສະແດງໄດ້ຮັບສຽງຕົບມືຢ່າງຍາວນານຫຼາຍຄັ້ງຈາກຜູ້ຊົມ.
| ການຜັນຂະຫຍາຍຈັດຕັ້ງປະຕິບັດມະຕິສະບັບເລກທີ 57: ຈຳເປັນຕ້ອງກ້າວເຂົ້າສູ່ຄວາມເປັນຈິງ ແລະ ມີປະສິດທິຜົນກວ່າເກົ່າ ຍສໝ - ບົນສະພາບແວດລ້ອມແຫ່ງການແຂ່ງຂັນທາງດ້ານເຕັກໂນໂລຊີຢູ່ໃນໂລກ ພວມດຳເນີນໄປຢ່າງວ່ອງໄວທີ່ສຸດ, ໂດຍເນັ້ນໜັກເຖິງຂໍ້ກຳນົດທີ່ວ່າບໍ່ສາມາດຊັກຊ້າໄດ້ອີກຕໍ່ໄປ, ທ່ານ ໂຕເລີມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ຕັກເຕືອນວ່າ ການຈັດຕັ້ງປະຕິບັດມະຕິສະບັບເລກທີ 57 ແມ່ນຈຳເປັນຕ້ອງມີຄວາມຕັດສິນໃຈສູງກວ່າເກົ່າ, ແຂງແຮງກວ່າເກົ່າ, ແລະ ສິ່ງອັນສຳຄັນທີ່ສຸດແມ່ນຕ້ອງກ້າວເຂົ້າສູ່ຄວາມເປັນຈິງຢ່າງແທ້ຈິງ ແລະ ມີປະສິດທິຜົນກວ່າເກົ່າ. |
| ມະຕິສະບັບເລກທີ 57: ເປີດສາກໄລຍະແຫ່ງການຂະຫຍາຍຕົວໃໝ່ຂອງປະເທດຊາດ; ກ້າວຂ້າມຂອບເຂດວິທະຍາສາດ ແລະ ເຕັກໂນໂລຊີ ຍສໝ - ມະຕິສະບັບເລກທີ 57-NQ/TW ໄດ້ເປີດສາກໄລຍະແຫ່ງການຂະຫຍາຍຕົວໃໝ່ຂອງປະເທດຊາດ. ສິ່ງທີ່ມີຄວາມໝາຍຍຸດທະສາດທີ່ສຸດ ແມ່ນບໍ່ພຽງແຕ່ແມ່ນບັນດາໝາກຜົນອັນລະອຽດທີ່ບັນລຸໄດ້ເທົ່ານັ້ນ ແຕ່ຫາກແມ່ນການທີ່ມະຕິໄດ້ກຳນົດຮູບແບບການຂະຫຍາຍຕົວໃໝ່, ພາຍໃນນັ້ນ ວິທະຍາສາດ, ເຕັກໂນໂລຊີ, ການຫັນປ່ຽນໃໝ່ປະດິດສ້າງ ແລະ ການຫັນເປັນດິຈິຕອນ ແມ່ນໄດ້ຮັບການກຳນົດວ່າເປັນກຳລັງຂັບເຄື່ອນຕົ້ນຕໍຂອງການເຕີບໂຕ, ປ່ຽນແທນເທື່ອລະກ້າວໃຫ້ແກ່ຮູບແບບການຂະຫຍາຍຕົວທີ່ອີງໃສ່ທຶນຮອນ, ຊັບພະຍາກອນ ແລະ ແຮງງານຕົ້ນທຶນຕ່ຳເປັນສ່ວນໃຫຍ່. |
ມີງດຶກ


