ຮ່າໂນ້ຍ ຜັນຂະຫຍາຍບັນດາມາດຕະການຄວບຄຸມໂລກພະຍາດ Covid-19

17:26 | 09/03/2020

ຍສໝ - ທ່ານ ຫງວຽນດຶກຈູງ, ກຳມະການສູນກາງພັກ, ຮອງເລຂາພັກນະຄອນ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ, ຫົວໜ້າຄະນະຊີ້ນຳວຽກງານປ້ອງກັນ ແລະຕ້ານໂລກພະຍາດ Covid-19 ນະຄອນຮ່າໂນ້ຍ.

ຮ່າໂນ້ຍ ຜັນຂະຫຍາຍບັນດາມາດຕະການຄວບຄຸມໂລກພະຍາດ Covid-19

ທ່ານ ຫງວຽນດຶກຈູງ ປະທານຄະນະກຳມະການນະຄອນຮ່າໂນ້ຍ ກ່າວຄຳເຫັນທີ່ກອງປະຊຸມ. (ພາບ: hanoimoi.com.vn)

ຕອນເຊົ້າວັນທີ 8 ມີນາ, ທ່ານ ຫງວຽນດຶກຈູງ, ກຳມະການສູນກາງພັກ, ຮອງເລຂາພັກນະຄອນ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ, ຫົວໜ້າຄະນະຊີ້ນຳວຽກງານປ້ອງກັນ ແລະຕ້ານໂລກພະຍາດ Covid-19 ນະຄອນຮ່າໂນ້ຍ ເປັນປະທານກອງປະຊຸມຂອງຄະນະຊີ້ນຳ. ທ່ານ ຫງວຽນດຶກຈູງ ສະເໜີປະຊາຊົນທຸກຄົນຍົກສູງຄວາມຮັບຜິດຊອບໃນວຽກງານປ້ອງກັນ, ຕ້ານໂລກພະຍາດ Covid-19. ທ່ານ ຫງວຽນດຶກຈູງ ເນັ້ນໜັກວ່າ “ນະຄອນ ຈະປະກາດຂໍ້ມູນຂ່າວສານກ່ຽວກັບໂລກພະຍາດ Covid-19 ໃນບໍລິເວນນະຄອນຢ່າງເປີດເຜີຍ, ກະຈ່າງແຈ້ງ ເພື່ອໃຫ້ປະຊາຊົນອຸ່ນອ່ຽນໃຈ. ເຖິງຢ່າງໃດກໍ່ຕາມ, ຮ່າໂນ້ຍ ພວມຢູ່ໃນໄລຍະຕິດແປດສູງ, ນັບແຕ່ຈຸດເວລານີ້ຖ້າວ່າເຮັດວຽກງານຍົກສູງສະຕິຄວາມຮູ້ໃຫ້ປະຊາຊົນເປັນຢ່າງດີ, ວຽກງານປ້ອງກັນ ແລະຕ້ານເຊື້ອພະຍາດ COVID – 19 ຂອງນະຄອນຈຶ່ງປະສົບຜົນສຳເລັດໄດ້.

ພະແນກສາທາລະນະສຸກຮ່າໂນ້ຍ ໄດ້ປະກາດໃຊ້ເອກະສານສົ່ງເຖິງບັນດາຮາກຖານພາກລັດ ແລະ ເອກະຊົນ ກວດ, ປິ່ນປົວພະຍາດ ຮຽກຮ້ອງຈັດຕັ້ງການຮັບ, ປິ່ນປົວ ແລະ ຄຸ້ມຄອງ, ຕິດຕາມ, ແຍກຕົວຜູ້ຖືກສົງໄສຕິດ Covid-19 ຢູ່ກັບທີຢ່າງເດັດຂາດ.ບັນດາໂຮງໝໍຫຼາຍຂະແໜງຂັ້ນເມືອງ ແລະ ນະຄອນ, ໂຮງໝໍປອດຮ່າໂນ້ຍ ຈັດຕັ້ງການແຍກຕົວນັບແຕ່ເມື່ອຄົນເຈັບມາຈົດທະບຽນກວດພະຍາດ; ຈັດຕັ້ງຫ້ອງກວດພະຍາດສະເພາະສຳລັບຜູ້ຖືກສົງໄສຄື ເປັນໄອ່, ເປັນໄຂ້…, ພິເສດແມ່ນເອົາໃຈໃສເຖິງບັນດາຄົນເຈັບພວມດຳລົງຊີວິດ ຫຼື ມາຈາກບັນດາເຂດເກີດໂລກລະບາດໃນຮອບເວລາ 14 ວັນ. ພ້ອມກັນນັ້ນ, ຜັນຂະຫຍາຍການແຍກຕົວ, ປິ່ນປົວ, ຄຸ້ມຄອງຄົນເຈັບ, ຮັບປະກັນຄວາມປອດໄພໃຫ້ແກ່ພາລະກອນການແພດ, ສະມາຊິກໃນຄອບຄົວ ແລະ ປະຊາຄົມຕາມຂໍ້ກຳນົດ.

ຕອນເຊົ້າວັນທີ 09 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ Covid-19. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ເຖິງວ່າມີ 30 ກໍລະນີຕິດ Covid-19 ແລ້ວກໍ່ຕາມ, ແຕ່ຫວຽດນາມ ໄດ້ປິ່ວປົວໃຫ້ 16 ກໍລະນີຫາຍດີແລ້ວ, ນັບທັງກໍລະນີຈາກ ອູ່ຫັ້ນ, ປະເທດຈີນ ເຂົ້າມາຫວຽດນາມ. ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຄະນະຊີ້ນຳແຫ່ງຊາດຍົກອອກທິດທາງລະອຽດ ເພື່ອສາມາດສະຫຼຸບຄວາມຈຳເປັນຕ້ອງສະກັດກັ້ນແຫຼ່ງກໍ່ໃຫ້ເກີດການຕິດແປດທີ່ໄດ້ເຂົ້າຫວຽດນາມ ຫຼື ມີຄວາມສ່ຽງຈະເຂົ້າຫວຽດນາມ, ຫຼຸດຜ່ອນບັນດາຄວາມເສຍຫາຍຍ້ອນ Covid-19 ແຜ່ລະບາດໃນວົງກວ້າງ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.