ຫວຽດນາມ ສະໜັບສະໜູນປະຊາຊົນໂຊມາເລຍ ໃນຄວາມມານະພະຍາຍາມມຸ່ງໄປເຖິງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ

15:30 | 23/01/2021

ຍສໝ - ໃນວັນທີ 20 ມັງກອນ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ດຳເນີນການເຈລະຈາບໍ່ເປັນທາງການ ກັບລັດຖະມົນຕີກະຊວງການຕ່າງປະເທດໂຊມາເລຍ, ທ່ານ Mohamed Abdirizik ກ່ຽວກັບຂະບວນການເລືອກຕັ້ງ ແລະ ສະພາບຄວາມໝັ້ນຄົງຢູ່ໂຊມາລີ.

ຫວຽດນາມ ສະໜ ບສະໜ ນປະຊາຊ ນໂຊມາເລຍ ໃນຄວາມມານະພະຍາຍາມມ ງໄປເຖ ງສ ນຕ ພາບ ສະຖຽນລະພາບ ແລະ ການພ ດທະນາ ສັນຍາລັກຂອງຫວຽດນາມ ຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ
ຫວຽດນາມ ສະໜ ບສະໜ ນປະຊາຊ ນໂຊມາເລຍ ໃນຄວາມມານະພະຍາຍາມມ ງໄປເຖ ງສ ນຕ ພາບ ສະຖຽນລະພາບ ແລະ ການພ ດທະນາ ຫວຽດນາມ ສົມທົບກັນຈັດຕັ້ງພິທີສະເຫຼີມສະຫຼອງ ຖະແຫຼງການຖະແຫຼງການປອດລ່າເມືອງຂຶ້ນ ຄົບຮອບ 60 ປີ

ລັດຖະມົນຕີກະຊວງການຕ່າງປະເທດໂຊມາເລຍ, ທ່ານ Mohamed Abdirizik ໄດ້ກ່າວວ່າ ໂຊມາເລຍມີຄວາມກ້າວໜ້າຢ່າງຕັ້ງໜ້າ ໂດຍການສະໜັບສະໜູນຈາກອົງການສະຫະປະຊາຊາດ, ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ, ລວມທັງການສຳເລັດໂຄງການລົບລ້າງໜີ້ສຳລັບປະເທດທີ່ທຸກຍາກ ໄດ້ປະຕິບັດພາຍໃຕ້ຂໍ້ລິເລີ່ມຂອງອົງການ IMF ແລະ ທະນາຄານໂລກ.

ທ່ານລັດຖະມົນຕີ Mohamed Abdirizik ຍັງໄດ້ໃຫ້ຫູ້ເຕືມວ່າ ກ່ຽວກັບສິ່ງທ້າທາຍໃໝ່ທີ່ໂຊມາເລຍກໍາລັງປະເຊີນ, ໂດຍສະເພາະແມ່ນຜົນກະທົບຢ່າງໜັກຫຼາຍຂອງການລະບາດຂອງພະຍາດ COVID-19 ແລະ ບັນດາການເລືອກຕັ້ງທີ່ບໍ່ໄດ້ປະຕິບັດຕາມແຜນການ.

ຫວຽດນາມ ສະໜ ບສະໜ ນປະຊາຊ ນໂຊມາເລຍ ໃນຄວາມມານະພະຍາຍາມມ ງໄປເຖ ງສ ນຕ ພາບ ສະຖຽນລະພາບ ແລະ ການພ ດທະນາ
ການເຈລະຈາບໍ່ເປັນທາງການ ກ່ຽວກັບຂະບວນການເລືອກຕັ້ງ ແລະ ສະພາບຄວາມໝັ້ນຄົງຢູ່ໂຊມາລີ. (ພາບ: baoquocte)

ປະຈຸບັນ, ລັດຖະບານໂຊມາເລຍ ກຳລັງເຮັດວຽກເພື່ອສົ່ງເສີມການເຈລະຈາກັບບັນດາລັດສະມາຊິກ ແລະ ພັກການເມືອງເພື່ອແກ້ໄຂຄວາມແຕກຕ່າງ ແລະ ເຮັດວຽກເພື່ອກ້າວໄປເຖິງຄວາມເປັນເອກະສັນກັນ ກ່ຽວກັບຮູບແບບການເລືອກຕັ້ງ ແລະ ເວລາການເລືອກຕັ້ງ. ທ່ານລັດຖະມົນຕີ Mohamed Abdirizik ກໍ່ຮຽກຮ້ອງໃຫ້ບັນດາປະເທດສະພາຄວາມໝັ້ນຄົງ ໄດ້ສະໜັບສະໜູນ ແລະ ເຄົາລົບຄວາມເຫັນດີເຫັນພ້ອມຂອງລັດຖະບານ ແລະ ບັນດາລັດສະມາຊິກໃນການເລືອກຕັ້ງທີ່ຈະມາເຖິງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງຫງວຽນເຟື່ອງຈ່າ - ຜູ້ທີ່ປຶກສາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຖາວອນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ແບ່ງປັນວ່າ: ຫວຽດນາມ ສະໜັບສະໜູນຂະບວນການປະຊາທິປະໄຕຢູ່ໂຊມາເລຍ, ພິເສດແມ່ນການເລືອກຕັ້ງທີ່ຈະມາເຖິງ, ຢາກໃຫ້ລັດຖະບານສະຫະພັນ, ບັນດາລັດສະມາຊິກ ແລະ ພັກການເມືອງເຮັດວຽກຢ່າງຕັ້ງໜ້າວ່າເກົ່າ ເພື່ອບັນລຸຄວາມເຫັນດີເຫັນພ້ອມດ້ານການເມືອງ ໃນເວລາການເລືອກຕັ້ງ ແລະ ຊອກຫາວິທີແກ້ໄຂບັນຫາໃນປະຈຸບັນ.

ກ່ຽວກັບສະຖານະການຄວາມປອດໄພ, ຜູ້ຕາງໜ້າຂອງຫວຽດນາມໄດ້ກ່າວປະນາມ ການວາງລະເບີດໃນວັນອາທິດເມື່ອບໍ່ດົນມານີ້, ທີ່ເຮັດໃຫ້ທະຫານ ແລະ ເຈົ້າໜ້າທີ່ລັດຖະບານຈຳນວນ 6 ຄົນເສຍຊີວິດໃນເຂດພື້ນທີ່ Lower Shabelle, ພ້ອມທັງການໂຈມຕີອື່ນໆຕໍ່ພົນລະເຮືອນ, ກຳລັງຮັກສາຄວາມປອດໄພ, ທະຫານ, ບຸກຄະລາກອນ ແລະ ສະຖານທີ່ຂອງສະຫະປະຊາຊາດ ແລະ ພາລະກິດສະຫະພັນອາຟຣິກາໃນໂຊມາເລຍ (AMISOM)

ເນື່ອງໃນໂອກາດນີ້, ທ່ານນາງຫງວຽນເຟື່ອງຈ່າ ໄດ້ກ່າວຢໍ້າອີກເຖິງການສະໜັບສະໜູນຕໍ່ປະຊາຊົນໂຊມາເລຍ ໃນຄວາມພະຍາຍາມຂອງພວກເຂົາ ເພື່ອມຸ່ງໄປເຖິງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ, ແລະ ຮຽກຮ້ອງໃຫ້ປະຊາຄົມສາກົນສະໜັບສະໜູນໂຊມາເລຍ ໃນການບັນລຸເປົ້າໝາຍນີ້ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ຄວາມເປັນເອກະລາດ ແລະ ອະທິປະໄຕຂອງໂຊມາເລຍ.

ຫວຽດນາມ ສະໜ ບສະໜ ນປະຊາຊ ນໂຊມາເລຍ ໃນຄວາມມານະພະຍາຍາມມ ງໄປເຖ ງສ ນຕ ພາບ ສະຖຽນລະພາບ ແລະ ການພ ດທະນາ ຫວຽດນາມ ມີອິດທິພົນຊື່ສຽງ ແລະໄດ້ຮັບຄວາມເຊື່ອໝັ້ນຈາກໂລກ

ຍສໝ - ທ່ານ Philippe Kridelka ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າແບນ, ຊິກສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ (ສປຊ) ໄດ້ແບ່ງປັນຄືແນວນັ້ນທີ່ການຕອບສໍາພາດຕໍ່ສື່ມວນຊົນຢູ່ ສປຊ ຫວ່າງແລ້ວນີ້.

ຫວຽດນາມ ສະໜ ບສະໜ ນປະຊາຊ ນໂຊມາເລຍ ໃນຄວາມມານະພະຍາຍາມມ ງໄປເຖ ງສ ນຕ ພາບ ສະຖຽນລະພາບ ແລະ ການພ ດທະນາ ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິສະບັບທຳອິດ ທີ່ສະເໜີໂດຍຫວຽດນາມ

ຍສໝ - ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິຕົກລົງ ເລິກທີ A/RES/75/27 ເພື່ອສ້າງຕັ້ງ “ວັນສາກົນກຽມພ້ອມເພື່ອປ້ອງກັນ ແລະ ຕ້ານໂລກລະບາດ” ໃນວັນທີ 27 ທັນວາທຸກໆປີ ທີ່ໄດ້ສະເໜີ ແລະ ເຈລະຈາ ໂດຍຫວຽດນາມ.

ຫວຽດນາມ ສະໜ ບສະໜ ນປະຊາຊ ນໂຊມາເລຍ ໃນຄວາມມານະພະຍາຍາມມ ງໄປເຖ ງສ ນຕ ພາບ ສະຖຽນລະພາບ ແລະ ການພ ດທະນາ ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິນເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ

ຍ​ສ​ໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຢືນຢັນວ່າການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ສະຫະພັນອາຟຼິກາແມ່ນກອບສຳຄັນສຳລັບການປະຕິບັດບັນດາຂໍ້ລິເລີ່ມດ້ານຄວາມໝັ້ນຄົງ ແລະສັນຕິພາບໃນພາກພື້ນ, ໂດຍຜ່ານການນຳໃຊ້ການສະໜັບສະໜູນ ແລະ ຊິ​ຊາ​ການຂອງສາກົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.