| ຫວຽດນາມ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດອາຊີ ຢູ່ ມາເລເຊຍ ຫວຽດນາມ - ມາເລເຊຍ ໃຫ້ບູລິມະສິດແກ່ການຮ່ວມມືທາງທະເລ |
ຕອນບ່າຍວັນທີ 6 ສິງຫາ 2026, ຢູ່ສຳນັກງານລັດຖະບານ, ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບທ່ານ Tan Yang Thai, ເອກອັກຄະລັດຖະທູດມາເລເຊຍ ປະຈຳຫວຽດນາມ, ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດໜ້າທີ່.
ໃນການພົບປະ, ທ່ານ ເລມິງຮຶງ ໄດ້ຊົມເຊີຍ ແລະ ຕີລາຄາສູງຜົນງານຂອງທ່ານ Tan Yang Thai ຕະຫຼອດໄລຍະກວ່າ 3 ປີທີ່ປະຕິບັດໜ້າທີ່ຢູ່ຫວຽດນາມ. ທ່ານເຫັນວ່າ ເອກອັກຄະລັດຖະທູດໄດ້ປະກອບສ່ວນສຳຄັນໃນການຊຸກຍູ້ສາຍພົວພັນສອງປະເທດໃຫ້ພັດທະນາຢ່າງຮອບດ້ານ ແລະ ສອດປະສານກັນ, ໂດຍມີຂີດໝາຍສຳຄັນແມ່ນການຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນເດືອນພະຈິກ 2024, ໃນໂອກາດທ່ານ ໂຕເລິມ, ເລຂາທິການໃຫຍ່ ເດີນທາງຢ້ຽມຢາມມາເລເຊຍຢ່າງເປັນທາງການ.
![]() |
| ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Tan Yang Thai ເອກອັກຄະລັດຖະທູດມາເລເຊຍ. |
ທ່ານນາຍົກລັດຖະມົນຕີ ຕີລາຄາສູງບັນດາຜົນສຳເລັດໃນການຮ່ວມມືທະວິພາຄີ, ໂດຍຖືວ່າເສດຖະກິດເປັນຈຸດເດັ່ນສຳຄັນ. ປັດຈຸບັນ, ມາເລເຊຍເປັນຄູ່ຄ້າໃຫຍ່ອັນດັບ 3 ຂອງຫວຽດນາມໃນອາຊຽນ ແລະ ເປັນນັກລົງທຶນໃຫຍ່ອັນດັບ 10 ໃນຈຳນວນ 154 ປະເທດ ແລະ ເຂດແຄວ້ນທີ່ມີການລົງທຶນຢູ່ຫວຽດນາມ.
ເພື່ອຍົກສູງປະສິດທິຜົນການຮ່ວມມືທາງເສດຖະກິດ, ທ່ານ ເລມິງຮຶງ ສະເໜີໃຫ້ສອງປະເທດເປີດກວ້າງຕະຫຼາດໃຫ້ແກ່ສິນຄ້າຂອງກັນແລະກັນ, ໂດຍສະເພາະສິນຄ້າກະສິກຳ, ສິນຄ້າສັດນ້ຳ, ຜະລິດຕະພັນອຸດສາຫະກຳອາຫານ, ຊິ້ນສ່ວນເອເລັກໂຕຣນິກ ແລະ ວັດສະດຸກໍ່ສ້າງ. ເປົ້າໝາຍແມ່ນຊຸກຍູ້ໃຫ້ມູນຄ່າການຄ້າສອງຝ່າຍບັນລຸ 20 ຕື້ USD ໂດຍໄວ ແລະ ມີຄວາມສົມດຸນຍິ່ງຂຶ້ນ.
ອີກໜຶ່ງຂົງເຂດທີ່ທ່ານນາຍົກລັດຖະມົນຕີໃຫ້ຄວາມສຳຄັນ ແມ່ນການພັດທະນາອຸດສາຫະກຳ Halal ຢູ່ຫວຽດນາມ. ທ່ານສະເໜີໃຫ້ມາເລເຊຍເພີ່ມການລົງທຶນໃນຂົງເຂດນີ້, ລວມທັງການສ້າງຂີດຄວາມສາມາດ, ການຮ່ວມກັນກຳນົດຊຸດມາດຕະຖານຢັ້ງຢືນ Halal ແລະ ການຮັບຮູ້ຜົນການຢັ້ງຢືນຂອງກັນແລະກັນລະຫວ່າງບັນດາສູນຢັ້ງຢືນ Halal ແຫ່ງຊາດ.
![]() |
| ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຕີລາຄາສູງຜົນການຮ່ວມມືລະຫວ່າງສອງປະເທດ. |
ໃນດ້ານພະລັງງານ, ທ່ານ ເລມິງຮຶງ ສະເໜີໃຫ້ຫວຽດນາມ ແລະ ມາເລເຊຍ ປະສານງານຢ່າງໃກ້ຊິດ ເພື່ອຊຸກຍູ້ໂຄງການຮ່ວມມືສາມຝ່າຍລະຫວ່າງຫວຽດນາມ, ມາເລເຊຍ ແລະ ສິງກະໂປ ກ່ຽວກັບການສົ່ງໄຟຟ້າຈາກພະລັງງານລົມນອກຝັ່ງຂ້າມຊາຍແດນ.
ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີໄດ້ຊົມເຊີຍບົດບາດຂອງທ່ານ Tan Yang Thai ໃນການຊ່ວຍເຊື່ອມໂຍງຂໍ້ມູນ ແລະ ຊຸກຍູ້ການປະສານງານລະຫວ່າງສອງປະເທດຢູ່ບັນດາເວທີພາກພື້ນ ແລະ ສາກົນ. ທ່ານສະເໜີໃຫ້ຫວຽດນາມ ແລະ ມາເລເຊຍ ສືບຕໍ່ສະໜັບສະໜູນກັນໃນບັນດາກົນໄກຮ່ວມມືຫຼາຍຝ່າຍ ເຊັ່ນ ອາຊຽນ, ສະຫະປະຊາຊາດ, APEC ແລະ WTO.
ທ່ານ ເລມິງຮຶງ ຍັງສະເໜີໃຫ້ທ່ານ Tan Yang Thai ເຖິງແມ່ນຈະຮັບຕຳແໜ່ງໃໝ່ໃນຕໍ່ໜ້າ ກໍຍັງຄົງສືບຕໍ່ໃຫ້ຄວາມສົນໃຈ ແລະ ປະກອບສ່ວນຊຸກຍູ້ສາຍພົວພັນສອງປະເທດ. ພິເສດ, ທ່ານສະເໜີໃຫ້ຮີບຮ້ອນຮັບຮອງແຜນດຳເນີນງານເພື່ອຜັນຂະຫຍາຍຂອບສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ, ສ້າງພື້ນຖານໃຫ້ການຮ່ວມມືທະວິພາຄີບັນລຸຜົນຢ່າງແທ້ຈິງ.
ທາງດ້ານທ່ານ Tan Yang Thai ໄດ້ກ່າວຂອບໃຈທ່ານນາຍົກລັດຖະມົນຕີ ເລມິງຮຶງ ທີ່ໄດ້ສະຫຼະເວລາໃຫ້ການຕ້ອນຮັບ, ພ້ອມທັງຢືນຢັນວ່າ ມາເລເຊຍຍາມໃດກໍໃຫ້ຄວາມສຳຄັນຕໍ່ສາຍພົວພັນກັບຫວຽດນາມ ແລະ ປາດຖະໜາໃຫ້ການຮ່ວມມືສອງຝ່າຍນັບມື້ນັບແຂງແຮງຂຶ້ນ.
ທ່ານເອກອັກຄະລັດຖະທູດເຫັນວ່າ ສອງປະເທດຍັງມີທ່າແຮງຮ່ວມມືອີກຫຼາຍໃນບັນດາຂົງເຂດນ້ຳມັນ ແລະ ອາຍແກັສ, ກະສິກຳ, ການສຶກສາ ແລະ ຝຶກອົບຮົມ, ການຫັນປ່ຽນດິຈິຕອນ, ຄວາມປອດໄພດິຈິຕອນ, ວິທະຍາສາດ ແລະ ເຕັກໂນໂລຊີ.
ທ່ານ Tan Yang Thai ຍັງສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ແລະ ມາເລເຊຍ ຈະສືບຕໍ່ມີບົດບາດສຳຄັນໃນການເສີມສ້າງອາຊຽນໃຫ້ສາມັກຄີ ແລະ ພັດທະນາ, ພ້ອມທັງສົ່ງເສີມການແກ້ໄຂບັນດາຂໍ້ຂັດແຍ່ງດ້ວຍວິທີການສັນຕິ ບົນພື້ນຖານກົດໝາຍສາກົນ, ລວມທັງສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ ປີ 1982 (UNCLOS 1982).
ໃນໂອກາດນີ້, ທ່ານ Tan Yang Thai ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການນຳພັກ, ລັດ, ລັດຖະບານ ແລະ ບັນດາກະຊວງ, ຂະແໜງການຂອງຫວຽດນາມ ທີ່ໄດ້ສະໜັບສະໜູນ ແລະ ອຳນວຍຄວາມສະດວກໃຫ້ທ່ານປະຕິບັດໜ້າທີ່ສຳເລັດຢ່າງດີ. ທ່ານຢືນຢັນວ່າ ຈະສືບຕໍ່ທຸ້ມເທຄວາມພະຍາຍາມເພື່ອທະນຸບຳລຸງສາຍພົວພັນຫວຽດນາມ - ມາເລເຊຍ, ປະກອບສ່ວນນຳຄູ່ຮ່ວມຍຸດທະສາດຮອບດ້ານສອງປະເທດໃຫ້ພັດທະນາຢ່າງເລິກເຊິ່ງ ແລະ ເປັນຮູບປະທຳຍິ່ງຂຶ້ນ.
ຍສໝ - ຕອນຄ່ຳວັນທີ 23 ສິງຫາ, ສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ (MVFA) ແລະ ມະຫາວິທະຍາໄລ Malaya ໄດ້ຈັດຕັ້ງງານລາຕີພົບປະແລກປ່ຽນວັດທະນະທຳເພື່ອເຊື່ອມຕໍ່ນ້ຳໃຈມິດຕະພາບ. ເຫດການດັ່ງກ່າວ ໄດ້ດຶງດູດ ຊາວຫວຽດນາມ ຢູ່ມາເລເຊຍ, ຄູອາຈານ ແລະ ນັກສຶກສາຂອງໂຮງຮຽນເຂົ້າຮ່ວມນັບຮ້ອຍຄົນ. |
ຍສໝ - ສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ (MVFA) ຫາກໍ່ຈັດຕັ້ງການໃຫ້ຄຳປຶກສາ ແລະ ກວດສຸຂະພາບໂດຍບໍ່ເສຍຄ່າສະເພາະສຳລັບແມ່ຍິງຫວຽດນາມ ທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ມາເລເຊຍ. |
ມິງດຶກ

