ສື່ມວນ​ຊົນ ສາ​ກົນ: ເສດ​ຖະ​ກິດ ຫວຽດ​ນາມ ໝັ້ນ​ຄົງ​ໃນ​ໂລກ​ລະ​ບາດ​ໂຄວິດ - 19

16:15 | 30/03/2021

ຍ​ສ​ໝ - ໜັງ​ສື​ພິມ​ຕ່າງ​ປະ​ເທດ​ສືບ​ຕໍ່​ສ່ອງ​ແສງ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ​ໃນ​ສະ​ພາບ​ການ​ໂລກ​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19.

ສ ມວນ ຊ ນ ສາ ກ ນ ເສດ ຖະ ກ ດ ຫວຽດ ນາມ ໝ ນ ຄ ງ ໃນ ໂລກ ລະ ບາດ ໂຄວ ດ 19 ການ​ເຕີບ​ໂຕເສດ​ຖະ​ກິດ​ຂອງຫວຽດ​ນາມ​ຈະ​ສືບ​ຕໍ່​ພົ້ນ​ເດັ່ນ​ໃນ​ໄລ​ຍະຫຼັງ​ໂລກ​ລະ​ບາດ​ໂຄວິດ - 19
ສ ມວນ ຊ ນ ສາ ກ ນ ເສດ ຖະ ກ ດ ຫວຽດ ນາມ ໝ ນ ຄ ງ ໃນ ໂລກ ລະ ບາດ ໂຄວ ດ 19 ດ້ຽນ​ບຽນ: ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ແຕ່​ເຂ​ດ​ຊາຍ​ແດນ
ສ ມວນ ຊ ນ ສາ ກ ນ ເສດ ຖະ ກ ດ ຫວຽດ ນາມ ໝ ນ ຄ ງ ໃນ ໂລກ ລະ ບາດ ໂຄວ ດ 19
ພາບປະ​ກອບ: TTXVN

ໜັງ​ສື​ພິມ Nikkei Asia Review ເນັ້ນ​ໜັ້ກ​ວ່າ ໂດຍ​ບໍ່​ຫົວ​ຊາ​ຕໍ່​ໂລກ​ລະ​ບາດ​ໂຄວິດ - 19, ຂະ​ແໜງ​ຜະ​ລິດ​ຂອງ ຫວຽດ​ນາມ​ໄດ້​ພິ​ສູດ​ໃຫ້​ເຫັນ​ຄວາມ​ສາ​ມາດ​ໃນ​ການ​ຟື້ນ​ຟູ​ໂດຍ​ໄວ ແລະ ໝັ້ນ​ຄົງ​ກ່​ວາຫຼາຍ, ດ້ວ​ຍ​ລັກ​ສະ​ນະ​ເປີດ​ກ້​ວາງ​ຂອງ​ຕະຫຼາດ, ການ​ລົນາມ​ສັນ​ຍາ​ການ​ຄ້າ​ເສ​ລີຫຼາຍ​ສະ​ບັບ, ພິ​ເສດ​ແມ່ນ​ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ ສະ​ຫະ​ພາບ​ເອີ​ລົບ ແລະ ຫວຽດ​ນາມ, ສັນ​ຍາ​ຄູ່​ຮ່ວມ​ມື​ຮອບ​ດ້ານ ແລະ ກ້າວ​ໜ້າ​ຂ້າມ​ປາ​ຊິ​ຟິກ ແລະ ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຢ່າງ​ຮອບ​ດ້ານ​ໃນ​ພາກ​ພື້ນ ຈະ​ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດ​ເຕີບ​ໂຕ​ຢ່າງ​ຍິ່ງ​ໃຫຍ່, ຫວຽດ​ນາມ ກໍ່​ຄື​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄື ໄທ​ມີ​ຄວາມ​ພົ້ນ​ເດັ່ນ​ໃນ​ການ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19.

ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຕາມ​ຄາ​ດ​ຄະ​ເນ​ຄັ້ງ​ຫຼ້າ​ສຸດ​ຂອງ ທະ​ນາ​ຄາ​ນ​ພັດ​ທະ​ນາ​ອາ​ຊີ (ADB), ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ​ປີ 2020 ຂອງ ຫວຽດ​ນາມ​ເພີ່ມ​ຂຶ້ນ 2,9 %, ໃນ​ຂະ​ນະ​ນັ້ນ ເສດ​ຖະ​ກິດ​ໄທຫຼຸດ​ລົງ 7,8%. ຍ້ອນ​ຂອບ​ຂະ​ໜາດ​ການ​ຕະ​ຫຼາດ​ໃຫຍ່ ແລະ ຄ່າ​ແຮງ​ງານ​ຖືກ​ກ່​ວາ, ຫວຽດ​ນາມ​ໄດ້​ລື່ນ​ກາຍ​ໄທ ກ່ຽວ​ກັບ​ຍອດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ແລະ ມູນ​ຄ່າ​ສົ່ງ​ອອກ.

ໜັງ​ສື​ພິມ Financial Express ໄດ້​ຄັດ​ສະ​ເໜີ​ບົດ​ລາຍ​ງານ​ຂອງ Economist Intelligence Unit ໃນ​ນັ້ນ​ໄດ້​ຖື​ວ່າ ຫວຽດ​ນາມ​ໄດ້​ບືນ​ຕົວ​ຂຶ້ນ​ກາ​ຍ​ເປັນ​ຮາກ​ຖານ​ຜະ​ລິດ​ທີ່​ມີ​ຄ່າ​ໃຊ້​ຈ່າຍ​ຕ່ຳ ໃນ​ລະ​ບົບ​ສະ​ໜອງ​ອາ​ຊີ, ລື່ນ​ກາຍ​ອິນ​ເດຍ ແລະ ຊ້ຳ​ບໍ່​ໜຳ​ແມ່ນ​ຈີນ​ໃນຫຼາຍ​ຕົວ​ເລກ, ລວມ​ມີ​ນະ​ໂຍ​ບາຍ​ຂະ​ແໜງ FDI, ການ​ຄ້າ​ຕ່າງ​ປະ​ເທດ ແລະ ຄວ​ບ​ຄຸ​ມ​ເງິ​ນ​ຕາ​ຕ່າງ​ປະ​ເທດ.

ໜັງ​ສື​ພິມ The Star (ມາ​ເລ​ເຊຍ) ໄດ້​ມີ​ບົດ​ຂຽນ​ສ່ອງ​ແສງ​ເຫດ​ການ​ຫວຽດ​ນາມ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ລົງ​ນາມ​ສັນ​ຍາຫຼາຍ​ສະ​ບັບ​ກັບ​ບັນ​ດ​າ​ຄູ່​ຮ່ວມ​ມື​ເອີ​ລົບ ແລະ ບັນ​ດ​າ​ປະ​ເທດ​ສະ​ມາ​ຊິກ RCEP ກ່ຽວ​ກັບ​ການ​ສະ​ໜອງ ເຂົ້າ​ສານ.

ໜັງ​ສື​ພິມ ໄດ້​ຕີ​ລ​າ​ຄາ​ສູງ​ຄວາມ​ຟື້ນ​ຟູ​ຂອງ ກາ​ນ​ຄ້າ​ເອ​ເລັກ​ໂຕ​ນິກ ຫວຽດ​ນາມ ໃນ​ໄລ​ຍະ​ເກີດ​ໂລ​ກ​ລະ​ບາດ​ໂຄວິດ - 19. ເຖິງວ່າ ໃນ​ສະ​ພາບ​ການ​ຕົວ​ຈິງ ເງິນ​ສົດ​ຍັງ​ສຳ​ຄັນ​ຄື​ເກົ່າ ແຕ່​ຈຳ​ນວນ​ການ​ຊຳ​ລະ​ທາງ​ອອນ​ລາຍ ໃນ​ 8 ເດືອນ ຂອງ ປີ 2020 ໄດ້​ເພີ່ມ​ຂຶ້ນ​ທົບ 10 ເທົ່​າ​ເມື່​ອ​ທຽບ​ໃສ່​ປີ 2019.

ສ ມວນ ຊ ນ ສາ ກ ນ ເສດ ຖະ ກ ດ ຫວຽດ ນາມ ໝ ນ ຄ ງ ໃນ ໂລກ ລະ ບາດ ໂຄວ ດ 19 ການ​ເຕີບ​ໂຕເສດ​ຖະ​ກິດ​ຂອງຫວຽດ​ນາມ​ຈະ​ສືບ​ຕໍ່​ພົ້ນ​ເດັ່ນ​ໃນ​ໄລ​ຍະຫຼັງ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ເນື່ອງ​ໃນ​ໂອ​ກາດນີ້, ທ່ານ ຫງວຽນ​ກ໊ວກ​ຢຸງ ຮອງ​ລັດ​ຖະ​ມົນ​ຕີ ກໍ່​ໄດ້​ສສົ່ງ​ຄຳ​ອວຍ​ພອນ​ປີ​ໃໝ່ ແລະ ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ບັນ​ດາ​ນັກ​ຂ່າວ, ອົງ​ການ​ຈັດ​ຕັ້ງ​ສື່ມວນ​ຊົນປະ​ຈຳ​ຫວຽດ​ນາມ​ໃນ​ການ​ຮ່ຽງ​ບ່າ​ຮຽງ​ໄຫຼ່​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໃນ​ການ​ໂຄ​ສະ​ນາ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ ຊຸກ​ຍູ້​ການ​ພົນ​ພັວ​ວັດ​ທະ​ນະ​ທຳ, ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ລະ​ຫວ່າງ ຫວຽດ​ນາມ ແລະ ປະ​ຊາ​ຊົນ​ໂລກ.

ສ ມວນ ຊ ນ ສາ ກ ນ ເສດ ຖະ ກ ດ ຫວຽດ ນາມ ໝ ນ ຄ ງ ໃນ ໂລກ ລະ ບາດ ໂຄວ ດ 19 ດ້ຽນ​ບຽນ: ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ແຕ່​ເຂ​ດ​ຊາຍ​ແດນ

ຍ​ສ​ໝ - ປັດ​ຈຸ​ບັນ, ເມືອງ​ນ້ຳ​ໂປມີ​ເສັ້ນ​ຊາຍ​ແດນ​ທີ່​ມີ​ລວງ​ຍາວ​ກ່​ວາ 120 ກິ​ໂລ​ແມັດ​ຕິດ​ພັນ​ກັບ​ປະ​ເທດ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ ໂດຍ ປ້ອນ​ທະ​ຫານ​ຊາຍ​ແດນ 5 ຫ່ວງ​ຄຸ້ມ​ຄອງ. ດ້ວຍ​ທິດ​ນຳ​ທີ່​ວ່າ “ຕ້ານ​ໂລກ​ລະ​ບາດ​ຄື​ຕ້ານ​ສັດ​ຕູ”, ປ້ອນ​ທະ​ຫານ​ຊາຍ​ແດນ​ແຫ່ງ​ຕ່າງໆ​ໃນ​ບໍ​ລິ​ເວນ​ເມືອງ​ນ້ຳ​ໂປ​ສືບ​ຕໍ່​ຮັກ​ສາ 17 ກຸ່ມ​ກີດ​ຂວາ​ງ, ຄວບ​ຄຸມ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ສ ມວນ ຊ ນ ສາ ກ ນ ເສດ ຖະ ກ ດ ຫວຽດ ນາມ ໝ ນ ຄ ງ ໃນ ໂລກ ລະ ບາດ ໂຄວ ດ 19 ຫວຽດ​ນາມ - ຝ​ລັ່ງ: ຮ່ວມ​ມື​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ສາ​ທາ​ລະ​ນະ​ສຸກ, ໃນ​ນັ້ນ​ມີ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ໄຂ​ການ​ໂອ້​ລົມ​ສົນ​ທະ​ສາ, ທ່ານ ໂຕ​ແອັງ​ຢຸງ ຮອງ​ລັດ​ຖະ​ມົນ​ຕີ ໄດ້​ຕີ​ລາ​ຄາ​ວ່າ ການ​ໂອ້​ລົມ​ສົນ​ທະ​ນາ​ມື້ນີ້​ມີ​ຄວາມໝາຍ​ຢ່າງ​ຍິ່ງ ເປັນ​ຕົ້ນ​ແມ່ນ​ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ຄົງ​ນາບ​ຂູ່​ຕໍ່​ຊີ​ວິດ ຂອງ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.