ວິ​ສາ​ຫະ​ກິດອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຈາກCovid-19

14:41 | 27/06/2020

ຍ​ສ​ໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊັວນຟຸກ ໄດ້ແບ່ງປັນຄວາມຫຍຸ້ງຍາກ ຊື່ງປະຊາຄົມວິສາຫະກິດໄດ້ ແລະ ກຳລັງປະ​ສົບໃນໄລຍະຜ່ານມາ. ບັນດາລັດຖະບານໃຫ້ຄຳໝັ້ນສັນຍາວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອໜູນຊ່ວຍປະຊາຄົມວິສາຫະກິດ ແລະ ນັກທຸລະກິດຜ່ານຜ່າສິ່ງທ້າທາຍຂອງໂລກລະບາດ, ຟື້ນຟູ, ເຊື່ອມຕໍ່ການບໍລິການ, ພັດທະນາການຜະລິດໂດຍໄວ.

ວ ສາ ຫະ ກ ດອາ ຊຽນ ຮ ວມ ແຮງ ຮ ວມ ໃຈ ຜ ານ ຜ າ ຄວາມ ຫຍ ງ ຍາກ ຈາກcovid 19 ອ​າ​ຊຽນ​ຕັດ​ສິນ​ໃຈ​ສ້າງ​ທະ​ເລ​ຕາ​ເວັນ​ອອກ​ທີ່​ມີ​ການ​ຮ່ວມ​ມື ແລະ ຄວາມ​ປອດ​ໄພ
ວ ສາ ຫະ ກ ດອາ ຊຽນ ຮ ວມ ແຮງ ຮ ວມ ໃຈ ຜ ານ ຜ າ ຄວາມ ຫຍ ງ ຍາກ ຈາກcovid 19 ສ​ື່ມວນ​ຊົນ​ສາ​ກົນ: ຫວຽດ​ນາມ ພິ​ສູດ​ໄດ້​ບົດ​ບາດ​ເປັນ​ປະ​ທານ​ອາ​ຊ​ຽນ​ທີ​ເປັນ​ເຈົ້າ​ການ ແລະ ຄວາມ​ຮັບ​ຜິດ​ຊອບ
ວ ສາ ຫະ ກ ດອາ ຊຽນ ຮ ວມ ແຮງ ຮ ວມ ໃຈ ຜ ານ ຜ າ ຄວາມ ຫຍ ງ ຍາກ ຈາກcovid 19
ພາບ​ປະ​ກອບ: VGP

ຕອນບ່າຍວັນທີ 26 ມິຖຸນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຟຸກ ໄດ້ເປັນປະທານການໂອ້ລົມສົນທະນາທາງອອນລາຍ ລະຫວ່າງການນຳປະເທດອາຊຽນ ແລະ ສະພາໃຫ້ຄຳປຶກສາດ້ານທຸລະກິດ (ASEAN-BAC) ຊື່ງສະແດງໃຫ້ເຫັນ ຄວາມສົນໃຈ, ຖືເປັນສຳຄັນຂອງລັດຖະບານ ບັນດາປະເທດອາຊຽນ ທີ່ມີຕໍ່ປະຊາຄົມວິສາຫະກິດ. ນີ້ກໍ່ແມ່ນໂອກາດອັນລ້ຳຄ່າ ເພື່ອໃຫ້ບັນ​ດາການນຳໄດ້ຮັບຟັງຄວາມເຫັນປະກອບຈາກຝ່າຍ ASEAN-BAC , ຢັ້ງຢືນຄວາມຕັດສິນໃຈຂອງອາຊຽນ, ຄວາມສາມັກຄີໃນທຸກການກະທຳ, ເປັນເຈົ້າການ​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບສະພາບການ.

ກ່າວຄຳເຫັນທີ່​ການ​ໂອ້​ລົມ, ທ່ານນາຍົກລັດຖະມົນຕີ ຫງວຽນຊັວນຟຸກ ໄດ້ແບ່ງປັນຄວາມຫຍຸ້ງຍາກ ຊື່ງປະຊາຄົມວິສາຫະກິດໄດ້ ແລະ ກຳລັງປະ​ສົບໃນໄລຍະຜ່ານມາ. ບັນດາລັດຖະບານໃຫ້ຄຳໝັ້ນສັນຍາວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອໜູນຊ່ວຍປະຊາຄົມວິສາຫະກິດ ແລະ ນັກທຸລະກິດຜ່ານຜ່າສິ່ງທ້າທາຍຂອງໂລກລະບາດ, ຟື້ນຟູ, ເຊື່ອມຕໍ່ການບໍລິການ, ພັດທະນາການຜະລິດໂດຍໄວ.

ຜູ້ຕາງໜ້າວິສາຫະກິດອາຊຽນ ໄດ້ສະແດງການສະໜັບສະໜູນຕໍ່ຄວາມມານະພະຍາຍາມຂອງລັດຖະບານບັນດາປະເທດອາຊຽນຕໍ່ບັນ​ດາສິ່ງທ້າທາຍທີ່ເກີດ​ຈາກໂລກ​ລະ​ບາດ Covid - 19. ASEAN-BAC ໄດ້​ສະ​ເໜີ​ແນະ​ຕໍ່​ບັນ​ດາ​ການ​ນຳບາງ​ມາດ​ຕະ​ການ​ໜູນ​ຊ່ວຍ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ໃນ​ນັ້ນ​ເນັ້ນ​ໜັກ​ວ່າ ຄວນ​ເພີ່ມ​ທະ​ວີ​ກົນ​ໄກ​ອອກ​ການ​ຕັດ​ສິນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ທັນ​ການ ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ບັນ​ດາ​ກໍ​ລະ​ນີ​ສຸກ​ເສີນ​ຄື​ໂລກ​ລະ​ບາ, ສວຍ​ໃຊ້​ເຕັກ​ໂຍ​ໂລ​ຢີ​ດີ​ຈີ​ຕອນ ໃນ​ການ​ເພີ່​ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ແກ່​​ຈຸ​ລະວິ​ສາ​ຫະ​ກິດ, ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ (MsMEs) ແລະ ບັນ​ດາ​ຂະ​ແໜງ​ທີ່​ມີ​ຄວາມ​ສ່ຽງ​ສູງ​ກ່​ວາ​ໝູ່, ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ເປີດ​ການ​ຕະຫຼາດ ແລະ ຫຼຸດ​ຜ່ອນ​ບັນ​ດາ​ຮົ້ວ​ກີດ​ຂວາງ​ທາງ​ການ​ຄ້າ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ລົງ​ທຶນ, ເປີດ​ກ້​ວາງ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື ແລະ ໜູນ​ຊ່ວຍ​ຜູ້​ອອກ​ຮ​ຮ​ງານ​ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ Covid – 19. ທີ່ວາລະປະຊຸມ, ບັນດາຜູ້ແທນໄດ້ເນັ້ນໜັກເຖິງຄວາມໝາຍສຳຄັນ ໃນການຊຸກຍູ້ການສິ້ນສຸດການເຈລະຈາ ແລະ ລົງນາມສັນຍາຄູ່ຮ່ວມມືຮອບດ້ານພາກພື້ນ (RCEP), ເຊື່ອໝັ້ນວ່າ ວິວັດທະນາການນີ້ ຈະປະກອບສ່ວນຢ່າງໃຫ່ຫຼວງ ໃຫ້ແກ່ຄວາມມານະພະຍາຍາມ ຟື້ນຟູເສດຖະກິດຂອງພາກພື້ນ.

ວ ສາ ຫະ ກ ດອາ ຊຽນ ຮ ວມ ແຮງ ຮ ວມ ໃຈ ຜ ານ ຜ າ ຄວາມ ຫຍ ງ ຍາກ ຈາກcovid 19 ອ​າ​ຊຽນ​ຕັດ​ສິນ​ໃຈ​ສ້າງ​ທະ​ເລ​ຕາ​ເວັນ​ອອກ​ທີ່​ມີ​ການ​ຮ່ວມ​ມື ແລະ ຄວາມ​ປອດ​ໄພ

ຍ​ສ​ໝ - ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ໃຫ້​ຮູ້​ວ່າ ບັນ​ດາ​ປະ​ເທດ​ອາ​ຊຽນ ໄດ້​ຕັດ​ສິນ​ໃຈ​ຮັກ​ສາ ການ​ໂອ້​ລົມ​ສົນ​ທະ​ນາ, ຊຸກ​ຍູ້​ການ​ຮ່ວມ​ມື​ກໍ່​ຄື​ສ້າງ​ກົດ​ລະ​ບຽບ, ​ຂໍ້​ກຳ​ນົດ​ໃນ​ການປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ມຸ່ງ​ໄປ​ສູ່​ການ​ສ້າງ​ທະ​ເລ​ຕາ​ເວັນ​ອອກ​ກາຍ​ເປັນ​ເຂ​ດ​ທະ​ເລ​ທີ່​ມີ​ການ​ຮ່ວມ​ມື, ພັດ​ທະ​ນາ, ມີ​ຄວາມ​ໝັ້ນ​ຄົງ ແລະ ປອດ​ໄພ.

ວ ສາ ຫະ ກ ດອາ ຊຽນ ຮ ວມ ແຮງ ຮ ວມ ໃຈ ຜ ານ ຜ າ ຄວາມ ຫຍ ງ ຍາກ ຈາກcovid 19 ສ​ື່ມວນ​ຊົນ​ສາ​ກົນ: ຫວຽດ​ນາມ ພິ​ສູດ​ໄດ້​ບົດ​ບາດ​ເປັນ​ປະ​ທານ​ອາ​ຊ​ຽນ​ທີ​ເປັນ​ເຈົ້າ​ການ ແລະ ຄວາມ​ຮັບ​ຜິດ​ຊອບ

ຍ​ສ​ໝ - ຕາມ​ນັກ​ຂ່າວ ສຳ​ນັກ​ຂ່າວ​ສານ ສິງ​ກະ​ໂປ, ເວັ​ບ​ໄຊ rsis.edu.sg ໃນ​ວັນ​ທີ 24 ມິ​ຖຸ​ນາ ໄດ້​ເອົາ​ລົງ​ບົດ​ຂຽນ​ທີ່​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ບົດ​ບາດ​ຂອງ​ຫວຽດ​ນາມ​ໃນ​ການ​ຊຸກ​ຍູ້​ອາ​ຊຽນ​ສະ​ໜິດ​ຕິດ​ພັນ ແລະ ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື.

ວ ສາ ຫະ ກ ດອາ ຊຽນ ຮ ວມ ແຮງ ຮ ວມ ໃຈ ຜ ານ ຜ າ ຄວາມ ຫຍ ງ ຍາກ ຈາກcovid 19 ກອງ​ປະ​ຊຸມກອງປະຊຸມສະມັດຊາ​ ​ການ​ເມືອງ - ຄວາມ​ໝັ້ນ​ຄົງ ອາ​ຊຽນ ຄັ້ງ​ທີ 21

ຍ​ສ​ໝ - ໃນ​ຂອບ​ເຂດກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 36 ແລະ​ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ, ຕອນ​ເຊົ້າ​ວັນ​ທີ 24 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ຟ້າມ​ບິ່ງ​ມິງ ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ສະ​ມັດ​ຊາ​ການ​ເມືອງ - ຄວາມ​ໝັ້ນ​ຄົງ ອາ​ຊຽ​ນ​ຄັ້ງ​ທີ 21.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.