ພັດທະນາພື້ນຖານເສດຖະກິດແບບຍືນຍົງໃນອາຊຽນ+3

14:49 | 19/09/2020

ຍສໝ - ວັນທີ 18 ກັນຍາ, ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ +3 ຄັ້ງທີ 23  (AFMGM + 3) ໄດ້ໄຂຂຶ້ນດ້ວຍຮູບການອອນລາຍ. ນີ້ແມ່ນກອງປະຊຸມສຳ ຄັນທີ່ສຸດໃນບັນດາເຫດການການຮ່ວມມືດ້ານການເງິນອາຊຽນ +3 ໂດຍຫວຽດນາມ ແລະຍີ່ປຸ່ນ ເປັນປະທານຮ່ວມໃນປີ 2020.    

ພ ດທະນາພ ນຖານເສດຖະກ ດແບບຍ ນຍ ງໃນອາຊຽນ 3 ສະມາຄົມມິດຕະພາບຫວຽດນາມ - ອາກເມນີ ສະເຫຼີມສະຫຼອງ 29 ປີແຫ່ງວັນຊາດສາທາລະນະລັດ ອາກເມນີ
ພ ດທະນາພ ນຖານເສດຖະກ ດແບບຍ ນຍ ງໃນອາຊຽນ 3 ສະຫະພັນບັນດາອົງການມິດຕະພາບຫວຽດນາມຖະຫວາຍທູບທຽນອາໄລຫາ ປະທານໂຮ່ຈີມິນ ຢູ່ ກາວບັ່ງ
ພ ດທະນາພ ນຖານເສດຖະກ ດແບບຍ ນຍ ງໃນອາຊຽນ 3
ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ + 3 ຄັ້ງທີ 23 (AFMGM + 3) ໄດ້ໄຂຂຶ້ນດ້ວຍຮູບການອອນລາຍ. ພາບ:BTC.

ທີ່ກອງປະຊຸມ, ບັນດາລັດຖະມົນຕີກະຊວງການເງິນ, ຜູ້ວ່າການທະນາຄານກາງຂອງບັນດາປະເທດອາຊຽນ ພ້ອມດ້ວຍບັນດາຄູ່ຮ່ວມມືຈີນ, ສ.ເກົາຫຼີ, ຍີ່ປຸ່ນ ແລະຜູ້ນຳ ຂອງສະຖາບັນການເງິນສາກົນມີການສົນທະນາດ້ານນະໂຍບາຍກ່ຽວກັບສະຖານະການ ເສດຖະກິດມະຫາພາກໃນທົ່ວໂລກ ແລະ ພາກພື້ນພ້ອມທັງບັນດາມາດຕະການເພື່ອຕອບສະໜອງ ຕໍ່ການລະບາດຂອງ Covid-19. ບັນດາລັດຖະມົນຕີ ແລະຜູ້ວ່າການທະນາຄານກໍ່ໄດ້ພິຈາລະນາການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມການຮ່ວມມືພາຍໃຕ້ຂະບວນການຮ່ວມມືດ້ານການເງິນອາຊຽນ +3, ກໍານົດທິດທາງຍຸດທະສາດ ແລະ ບັນດາຂໍ້ລິເລີ່ມໃໝ່ ຂອງຂະບວນການຮ່ວມມືດ້ານການເງິນອາຊຽນ +3 ແລະການຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມ.

ປຶກສາຫາລືກ່ຽວກັບແງ່ຫວັງຂອງການພັດທະນາເສດຖະກິດໂລກ ແລະພາກພື້ນ, ບັນດາລັດຖະມົນຕີກະຊວງການເງິນ, ຜູ້ວ່າການທະນາຄານກາງອາຊຽນ +3 ແລະຜູ້ນຳ ຂອງບັນດາສະຖາບັນການເງິນສາກົນໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບຄວາມສ່ຽງຕ່າງໆ ແລະສິ່ງທ້າທາຍທີ່ເກີດຈາກການລະບາດຂອງ Covid-19 ຕໍ່ເສດຖະກິດໂລກ ແລະພາກພື້ນ. ອີງຕາມການຄາດຄະເນຂອງ IMF, ເສດຖະກິດໂລກໃນປີ 2020 ຈະຫຼຸດລົງ 4,9%, ໃນຂະນະທີ່ເສດຖະກິດຂອງພາກພື້ນອາຊີຈະຫຼຸດລົງ 1,6%.

ກອງປະຊຸມໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງ AMRO ໃນຖານະເປັນອົງການຈັດຕັ້ງສາກົນໃນຊຸມປີທີ່ຜ່ານມາ, ເຊິ່ງໄດ້ຈັດຕັ້ງປະຕິບັດກິດຈະກຳຕິດຕາມກວດກາເສດຖະກິດມະຫາພາກ, ໃຫ້ການປະເມີນ ແລະວິເຄາະຜົນກະທົບຂອງການລະບາດ ຂອງພະຍາດ Covid-19 ທີ່ມີຕໍ່ພາກພື້ນ ແລະໃຫ້ຄຳແນະນຳ ດ້ານນະໂຍບາຍເພື່ອຮັບປະກັນສະພາບເສດຖະກິດມະຫາພາກ ແລະ ດ້ານການເງິນ ທີ່ໝັ້ນຄົງໃນພາກພື້ນ. ບັນດາລັດຖະມົນຕີການເງິນ ແລະຜູ້ວ່າການທະນາຄານກາງຍັງໄດ້ຮັບຮູ້ ແລະຕີລາຄາສູງຕໍ່ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ແລະຜົນໄດ້ຮັບທີ່ບັນດາກຸ່ມປະຕິບັດງານຂອງຕະຫຼາດພັນທະບັດອາຊີ (ABMI) ບັນລຸໄດ້ໃນການຄົ້ນຄ້ວາປັບປຸງສະພາບແວດລ້ອມເພື່ອດຶງດູດນັກລົງທືນ, ພັດທະນາເຄື່ອງມືການລົງທືນໃໝ່, ບູລະນະກອບກົດໝາຍ, ພັດທະນາພື້ນຖານໂຄງລ່າງ ສຳ ລັບຕະຫຼາດພັນທະບັດພ້ອມທັງກິດຈະກໍາຈັດຕັ້ງປະຕິບັດບັນດາໂຄງການຊ່ວຍເຫລືອດ້ານເຕັກນິກ ເພື່ອພັດທະນາຕະຫຼາດພັນທະບັດພາຍໃນປະເທດຂອງບັນດາພຶື້ນຖານເສດຖະກິດສະມາຊິກ.

ພ ດທະນາພ ນຖານເສດຖະກ ດແບບຍ ນຍ ງໃນອາຊຽນ 3
ພື້ນຖານເສດຖະກິດ ຫວຽດນາມ ຄາດຄະເນວ່າ ບັນລຸການເຕີບໂຕ 1,8% ໃນປີ 2020 ໃນສະພາບການເກີດໂລກລະບາດໂຄວິດ-19 ແລະ ເພີ່ມຂືຶ້ນລະດັບ 6,3% ໃນປີ 2021. ພາບປະກອບ.

ຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 53 (AMM 53) ຫາກໍ່ສິ້ນສຸດລົງໃນມໍ່ໆມານີ້ ໄດ້ຢັ້ງຢືນບັນດາໝາກຜົນວຽກງານທັງໝົດຂອງ ອາຊຽນ ໃນໄລຍະຜ່ານມາ, ໃນນັ້ນ ຢັ້ງຢືນບັນດາຂໍ້ລິເລີ່ມ, ຂໍ້ສະເໜີທັງໝົດຂອງ ຫວຽດນາມ ໃນປີ 2020 ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19.

ມາຮອດປະຈຸບັນ, ບໍ່ພຽງແຕ່ມີບັນດາປະເທດໃນພາກພື້ນເທົ່ານັ້ນ ຫາກຍັງມີທັງບັນດາຄູ່ຮ່ວມມືນອກ ອາຊຽນ ກໍ່ລ້ວນແຕ່ເຫັນດີເປັນເອກະພາບກ່ຽວກັບຄວາມສຳຄັນຂອງບັນດາໂຄງການດັ່ງກ່າວ ແລະ ໃຫ້ຄຳໝັ້ນສັນຍາພ້ອມກັນຮ່ວມມື, ສືບຕໍ່ຮັບມືກັບໂລກລະບາດໂຄວິດ-19 ຕື່ມອີກ.

ໂລກລະບາດ ໂຄວິດ-19 ພວມກໍ່ຜົນເສຍຫາຍຢ່າງໜັກໜ່ວງຕໍ່ພື້ນຖານເສດຖະກິດໂລກ ແລະ ພາກພື້ນ ອາຊຽນ ເຊັ່ນດຽວກັນ. ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ເພື່ອຟື້ນຟູເສດຖະກິດກໍ່ຕາມ, ແຕ່ ອາຊຽນ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ໄດ້ຊອກຫາທາງອອກໃຫ້ແກ່ຕົນເອງ ດ້ວຍຄວາມເຫັນດີເຫັນພ້ອມໃນການກະທຳຢ່າງສູງ. ນັ້ນແມ່ນຄວາມສະໜິດຕິດພັນພ້ອມກັບຄວາມມານະພະຍາຍາມຟື້ນຟູເສດຖະກິດຫລັງໂລກລະບາດ, ສົ່ງເສີມການເຕີບໂຕເສດຖະກິດ ແລະ ສ້າງຄວາມເຂັ້ມແຂງດ້ານການເງິນດ້ວຍຕົນເອງ, ຜັນຂະຫຍາຍບັນດາມາດຕະການໃຫ້ເໝາະສົມຢູ່ແຕ່ລະປະເທດ.

ພື້ນຖານເສດຖະກິດ ຫວຽດນາມ ຄາດຄະເນວ່າ ບັນລຸການເຕີບໂຕ 1,8% ໃນປີ 2020 ໃນສະພາບການເກີດໂລກລະບາດໂຄວິດ-19 ແລະ ເພີ່ມຂືຶ້ນລະດັບ 6,3% ໃນປີ 2021. ນີ້ແມ່ນຂໍ້ສັງເກດໄດ້ທະນາຄານພັດທະນາ ອາຊີ (ADB) ຍົກອອກໃນບົດລາຍງານອັບເດດແງ່ຫວັງພັດທະນາ ອາຊີ (ADO) 2020 ປະກາດໃນວັນທີ 15 ກັນຍາ.

ADB ຄາດຄະເນວ່າ ການເຕີບໂຕເສດຖະກິດຂອງຫວຽດນາມ ຄາດວ່າຈະໄດ້ຟື້ນຟູໃນປີ 2021, ຍ້ອນມີການຍູ້ໄວການລົງທຶນພາກລັດ, ເພີ່ມທະວີການຮ່ວມມືດ້ານການຄ້າລະຫວ່າງ ຫວຽດນາມ ກັບ ອີຢູ ແລະ ຈີນ ພ້ອມກັບການຫັນປ່ຽນຂອງບັນດາລະບົບມູນຄ່າທົ່ວໂລກມາ ຫວຽດນາມ. ການເຕີບໂຕຕ່ຳຈະກົດໝ່ວງອັດຕາເງິນເຟີ້ຢູ່ລະດັບ 3,3% ໃນປີ 2020 ແລະ 3,5% ໃນປີ 2021.

ກໍ່ຕາມ ADB ແລ້ວ, ຫວຽດນາມ ພວມສະແດງຄວາມສາມາດຂອງຕົນໃນການຟື້ນຟູຢ່າງແຂງແຮງຫຼາຍກ່ວາເມື່ອທຽບໃສ່ບັນດາພື້ນຖານເສດຖະກິດອື່ນໆ ແລະ ແງ່ຫວັງຂອງພື້ນຖານເສດຖະກິດໃນໄລຍະກາງ ແລະ ໄລຍະຍາວສືບຕໍ່ມີສັນຍານດີ.

ພ ດທະນາພ ນຖານເສດຖະກ ດແບບຍ ນຍ ງໃນອາຊຽນ 3 ໜ່ວຍຊາວໜຸ່ມສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ມາຢ້ຽມຢາມ ແລະມອບຂອງຂວັນໃຫ້ແກ່ບັນດາແມ່ຫວຽດນາມວິລະຊົນ

ຍສໝ - ນີ້ແມ່ນກິດຈະກຳຕົວຈິງທີ່ບໍ່ພຽງແຕ່ມີຄວາມໝາຍຕໍ່ການສືບຕໍ່ມູນເຊື້ອ “ກິນນ້ຳຕ້ອງຄິດຮອດບໍ່ເກີດ” ແຕ່ຍັງເປັນການປະກອບສ່ວນເພື່ອໃຫ້ຊາວໜຸ່ມຫວຽດນາມໃນທົ່ວປະເທດ ມີການອຸທິດ ແລະ ຮັກສາໝາກ ຜົນຂອງການປະຕິວັດຫລັງຈາກການຕໍ່ຕ້ານຫລາຍປີ.

ພ ດທະນາພ ນຖານເສດຖະກ ດແບບຍ ນຍ ງໃນອາຊຽນ 3 ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 30.3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 950.000 ຄົນ

ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19, ຖັດຈາກນັ້ນແມ່ນອິນເດຍ ແລະ ບຣາຊິນ.

ພ ດທະນາພ ນຖານເສດຖະກ ດແບບຍ ນຍ ງໃນອາຊຽນ 3 World Vision ຫວຽດນາມ: ຊ່ວຍເຫຼືອນັກຮຽນ 10.000 ຄົນ ໃນການຍົກສູງຄວາມຮັບຮູ້ກ່ຽວກັບບັນຫາການໃຊ້ຄວາມຮຸນແຮງໃນໂຮງຮຽນ

ຍສໝ - ດ້ວຍງົບປະມານກ່ວາ 4,9 ຕື້ດົ່ງ, ໂຄງການ “ຫ້ອງຮຽນມ່ວນຊື່ນ | Hope in Class ”, ອຸປະທໍາ ໂດຍ ກຸ່ມບໍລິສັດ Orion Group ແລະ ບໍລິສັດ Orion Food Vina, ຄາດວ່າຈະຖືກຈັດຕັ້ງປະຕິບັດໃນສາມປີ (ແຕ່ເດືອນເມສາ 2020 ຫາ ເດືອນກັນຍາ ...

ໄຊພອນ

ເຫດການ
302 Found

Found

The document has moved here.