ນາຍົກລັດຖະມົນຕີ ຫວຽດນາມ: ປະຕິບັດວິໄສທັດປະຊາຄົມ ອາຊຽນ 2025

11:25 | 10/09/2020

ໃນປະຫວັດສາດ 53 ປີທີ່ຍືນຍົງຄົງຕົວ ແລະ ພັດທະນາຂອງ ອາຊຽນ, ເປັນຄັ້ງທຳອິດທີ່ ອາຊຽນ ຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍຢ່າງຮ້າຍແຮງຍ້ອນໂລກລະບາດໂຄວິດ-19 ກໍ່ຂຶ້ນ. ເຖິງຢ່າງໃດກໍ່ຕາມ, ໃນຄວາມຫຍຸ້ງຍາກນັ້ນ ຫວຽດນາມ ອີກຄັ້ງໜຶ່ງໄດ້ຢັ້ງຢືນບົດບາດນຳໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງປະເທດປະທານໝູນວຽນໃນປີ 2020 ນີ້. 

ນາຍ ກລ ດຖະມ ນຕ ຫວຽດນາມ ປະຕ ບ ດວ ໄສທ ດປະຊາຄ ມ ອາຊຽນ 2025 ຫວຽດນາມ ສາມາດປິ່ນປົວຜູ້ຕິດເຊື້ອພະຍາດ Covid – 19 ຫາຍດີໄດ້ 868/1054 ຄົນ
ນາຍ ກລ ດຖະມ ນຕ ຫວຽດນາມ ປະຕ ບ ດວ ໄສທ ດປະຊາຄ ມ ອາຊຽນ 2025 ແຕ່ລະປີ ແຂວງແທງຮວາ ສສ.ຫວຽດນາມ ໄດ້ດຶງດູດເງິນຊ່ວຍເຫລືອຈາກອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ປະມານ 10 ລ້ານ ໂດລາສະຫະລັດ
ນາຍ ກລ ດຖະມ ນຕ ຫວຽດນາມ ປະຕ ບ ດວ ໄສທ ດປະຊາຄ ມ ອາຊຽນ 2025
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ. ພາບ:baoquocte.

ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 53 (AMM-53) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ໄຂຂຶ້ນໃນວັນທີ 09 ກັນຍາ ຢູ່ ຮ່າໂນ້ຍ. ນີ້ແມ່ນບັນດາກອງປະຊຸມທີ່ມີຄວາມສຳຄັນທີ່ສຸດໃນປີປະທານ ອາຊຽນ 2020 ຂອງ ຫວຽດນາມ. AMM-53 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງມີການເຂົ້າຮ່ວມຂອງ 27 ຄະນະຜູ້ແທນ (ລວມມີບັນດາປະເທດສະມາຊິກ ອາຊຽນ, ບັນດາປະເທດຄູ່ຮ່ວມມື ແລະ ນັກສັງເກດການ ອາຊຽນ) ທີ່ມາຈາກ 4 ທະວີບໃນໂລກ. ໄປຄຽງຄູ່ກັບບັນດາເນື້ອໃນຕົ້ນຕໍຂອງກອງປະຊຸມ ຄືສຳຫລວດກວດຄືນສະພາບການຮ່ວມມື ແລະ ສ້າງປະຊາຄົມ ອາຊຽນ, ຜັນຂະຫຍາຍບຸລິມະສິດຂໍ້ລິເລີ່ມໃຫຍ່ ເຊິ່ງໄດ້ຮັບການເຫັນດີເປັນເອກະພາບໃຫ້ປີ 2020, ການຮ່ວມມືເພື່ອຮັບມືກັບໂລກລະບາດໂຄວິດ-19, AMM-53 ຍັງຜັນຂະຫຍາຍບາງເນື້ອໃນອື່ນໆ ຄືພິຈາລະນາການສ້າງຕັ້ງສາຍພົວພັນກັບບັນດາຄູ່ຮ່ວມມືໃໝ່, ຊຸກຍູ້ບົດບາດຂອງແມ່ຍິງສຳລັບສັນຕິພາບ ແລະ ຄວາມໝັ້ນຄົງແບບຍືນຍົງ, ສິດທິມະນຸດ, ພັດທະນາອະນຸພາກພື້ນ.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ປະທານ ອາຊຽນ 2020 ໄດ້ເນັ້ນໜັກວ່າ: ໂລກລະບາດກໍ່ຄືສະພາບແວດລ້ອມທາງການເມືອງ, ພູມສາດເສດຖະກິດພາກພື້ນ ລວມມີທັງທະເລຕາເວັນອອກ ພວມມີບັນດາການຜັນປ່ຽນຢ່າງແຮງ, ສົ່ງຜົນກະທົບຕໍ່ສັນຕິພາບ, ສະຖຽນລະພາບຂອງພາກພື້ນ. ເພື່ອສືບທອດບັນດາໝາກຜົນ ເຊິ່ງອາຊຽນບັນລຸໄດ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີວ່າ: “ຄວນສືບຕໍ່ຍົກສູງຄວາມສາມັກຄີ, ຮັກສາຄວາມເປັນເອກະພາບໃຫ້ໝັ້ນຄົງ, ຜັນຂະຫຍາຍບັນດາແຜນການສັງລວມໃຫ້ສຳເລັດຜົນ, ປະຕິບັດວິໄສທັດປະຊາຄົມ ອາຊຽນ 2025; ສຸມໃສ່ຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ, ຊ່ວຍເຫຼືອປະຊາຊົນສ້າງຊີວິດການເປັນຢູ່ໃຫ້ເປັນປົກກະຕິໂດຍໄວ, ໜູນຊ່ວຍວິສາຫະກິດ, ຟື້ນຟູການຜະລິດ. ພ້ອມກັນນັ້ນ ແມ່ນເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ ໃຫ້ມີປະສິດທິຜົນ. ແກ້ໄຂບັນດາການຂັດແຍ້ງກັນ, ຄວາມແຕກໂຕນກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, UNCLOS 1982 ແລະ ເນື້ອໃນຈິດໃຈບັນດາເອກະສານກຳນົດມາດຕະຖານຂອງ ອາຊຽນ ກ່ຽວກັບການປະພຶດລວມຢູ່ພາກພື້ນ.”

ນາຍ ກລ ດຖະມ ນຕ ຫວຽດນາມ ປະຕ ບ ດວ ໄສທ ດປະຊາຄ ມ ອາຊຽນ 2025
ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 53. ພາບ:baoquocte.

ດ້ວຍໂຄງການດໍາເນີນງານທີ່ດໍາເນີນໃນ 3 ວັນ, ກອງປະຊຸມ AMM-53 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງມີຄວາມໝາຍສໍາຄັນໃນສະພາບການບັນດາສິ່ງທ້າທາຍພວມພົ້ນເດັ່ນຂຶ້ນຮຽກຮ້ອງໃຫ້ມີບັນດາການປັບປຸງເພື່ອຮັບມື. ທີ່ບັນດາເວທີປາໄສຮ່ວມມືນີ້, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ຈະແລກປ່ຽນ, ສຳຫຼວດກວດຄືນ, ປະສານງານກ່ຽວກັບວິວັດການສ້າງປະຊາຄົມອາຊຽນຢູ່ທັງ 3 ເສົາຄໍ້າ (ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທໍາ-ສັງຄົມ) ແລະຜັນຂະຫຍາຍບັນດາບຸລິມະສິດໃນປີອາຊຽນ 2020. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ບັນດາລັດຖະມົນຕີປຶກສາຫາລືກ່ຽວກັບກໍານົດທິດຮ່ວມມືໃນອະນາຄົດ, ການພົວພັນຕ່າງປະເທດຂອງອາຊຽນ, ເຫັນດີເປັນເອກະພາບທັດສະນະລວມຂອງອາຊຽນ ສໍາລັບບັນດາບັນຫາສາກົນ ແລະພາກພື້ນ.

ເຖິງວ່າການເຄື່ອນໄຫວຮ່ວມມືຂອງ ອາຊຽນ ຖືກຜົນສະທ້ອນຫລາຍຢ່າງຍ້ອນການກະທົບຂອງໂລກລະບາດໂຄວິດ-19 ກໍ່ຕາມ, ແຕ່ເມື່ອຫວນຄືນທັງຂະບວນວິວັດນັບແຕ່ຕົ້ນປີມາຮອດປະຈຸບັນ, ຫວຽດນາມ ໄດ້ ແລະ ພວມພະຍາຍາມປະຕິບັດໜ້າທີ່ເປັນປະທານ ອາຊຽນ ໃຫ້ສຳເລັດຢູ່ໃນລະດັບສູງສຸດ. ຫວຽດນາມ ໄດ້ສະເໜີຫລາຍຂໍ້ລິເລີ່ມ, ຮັກສາ ແລະ ຊຸກຍູ້ການຮ່ວມມືທັງໃນການປ້ອງກັນ, ສະກັດກັ້ນໂລກລະບາດ ກໍ່ຄືການກໍ່ສ້າງປະຊາຄົມ, ຍູ້ແຮງການພົວພັນຄູ່ຮ່ວມມືຂອງ ອາຊຽນ, ປັບປຸງບົດບາດເປັນໃຈກາງຂອງ ອາຊຽນ. ຕີລາຄາກ່ຽວກັບບົດບາດຂອງ ຫວຽດນາມ, ການນຳຫລາຍປະເທດກໍ່ຄືຫາງສຽງສາກົນ ລ້ວນແຕ່ມີຂໍ້ສັງເກດລວມວ່າ ຫວຽດນາມ ໄດ້ສຳເລັດໜ້າທີ່ປະທານ ອາຊຽນ ໃນຊຸມເດືອນຜ່ານມາໄດ້ເປັນຢ່າງດີ.

ນາຍ ກລ ດຖະມ ນຕ ຫວຽດນາມ ປະຕ ບ ດວ ໄສທ ດປະຊາຄ ມ ອາຊຽນ 2025 ລົງນາມໃນຂໍ້ຕົກລົງການຮ່ວມມື ລະຫວ່າງ ຫໍພິພິທະພັນໂຮຈິມິນ ແລະ ສະຖາບັນມໍລະດົກ Ben Gurion (ອິດສະຣາເອນ)

ຍສໝ - ລົງນາມໃນຂໍ້ຕົກລົງການຮ່ວມມື ລະຫວ່າງ ຫໍພິພິທະພັນໂຮຈິມິນ ແລະ ສະຖາບັນມໍລະດົກ Ben Gurion (ອິດສະຣາເອນ).

ນາຍ ກລ ດຖະມ ນຕ ຫວຽດນາມ ປະຕ ບ ດວ ໄສທ ດປະຊາຄ ມ ອາຊຽນ 2025 ຫວຽດນາມ ໄດ້ສືບຕໍ່ຢັ້ງຢືນບົດບາດ ແລະ ທີ່ຕັ້ງຂອງຕົນໃນການເຊື່ອມໂຍງເຂົ້າກັບສາກົນ

ຍສໝ - ບັນດາການປະກອບສ່ວນຢ່າງແທດຈິງ ແລະ ມີປະສິດທິຜົນຂອງສະພາແຫ່ງຊາດຫວຽດນາມ ໃນປີປະທານ AIPA ຈະແມ່ນພື້ນຖານເພື່ອໃຫ້ຫວຽດນາມ ໄດ້ສືບຕໍ່ຢັ້ງຢືນບົດບາດ ແລະ ທີ່ຕັ້ງຂອງຕົນໃນການເຊື່ອມໂຍງເຂົ້າກັບສາກົນຢ່າງແໜ້ນແຟ້ນ.

ນາຍ ກລ ດຖະມ ນຕ ຫວຽດນາມ ປະຕ ບ ດວ ໄສທ ດປະຊາຄ ມ ອາຊຽນ 2025 ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກວ່າ 27,28 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 887.278 ຄົນ

ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ດ້ວຍຜູ້ຕິດເຊື້ອພະຍາດໂຄວິດ- 19 ຈຳນວນກວ່າ 6.46 ລ້ານຄົນ.

ໄຊພອນ

ເຫດການ
302 Found

Found

The document has moved here.